ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຄ້າຂາຍສະກຸນເງິນດິຈິຕອລ ຫຼື cryptocurrency ເລີ່ມຕົ້ນຂຶ້ນໃນ ລາວ


ເຈົ້າໜ້າທີ່ ກະຊວງເທັກໂນໂລຈີ ແລະການສື່ສານ ກ່າວວ່າ ສຳນັກງານນາຍົກລັດຖະມົນຕີ "ໃຫ້ຄົ້ນຄວ້າ ໃຫ້ສຶກສາຄວາມເປັນໄປໄດ້ໃນການເຮັດທຸລະກໍາໂຕນີ້, ພວກ Bitcoin ຄຣິບໂຕໜີ້."
ເຈົ້າໜ້າທີ່ ກະຊວງເທັກໂນໂລຈີ ແລະການສື່ສານ ກ່າວວ່າ ສຳນັກງານນາຍົກລັດຖະມົນຕີ "ໃຫ້ຄົ້ນຄວ້າ ໃຫ້ສຶກສາຄວາມເປັນໄປໄດ້ໃນການເຮັດທຸລະກໍາໂຕນີ້, ພວກ Bitcoin ຄຣິບໂຕໜີ້."

ເຖິງແມ່ນຫລາຍຄົນຍັງບໍ່ທັນຮູ້ຢ່າງຈະແຈ້ງກ່ຽວກັບທີ່ມາຂອງສະກຸນເງິນດິຈິຕອລ ແລະຍັງບໍ່ທັນເຂົ້າໃຈເຖິງລະບຽບການຄວບຄຸມການຊື້ຂາຍ ແລະການຜະ​ລິດສະກຸນເງິນປະ​ເພດນີ້ໃນຕະຫລາດໂລກດີພໍເທົ່າໃດກໍຕາມ ແຕ່ການຄ້າຂາຍສະກຸນເງິນດັ່ງກ່າວຢູ່ໃນລາວກໍໄດ້ເລີ້ມຕົ້ນຂຶ້ນມາໄດ້ໄລຍະນຶ່ງແລ້ວ ແລະກໍາລັງໄດ້ຮັບຄວາມສົນໃຈທັງຈາກນັກທຸລະກິດ ແລະອົງການລັດຖະ ບານ ລາວ. ໄຊ​ຈະ​ເລີນ​ສຸກ ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ສະກຸນເງິນດິຈິຕອລ ຫລື Cryptocurrency ຊຶ່ງເປັນສະກຸນເງິນເຂົ້າລະຫັດນັ້ນ ແມ່ນກໍາລັງໄດ້ຮັບຄວາມສົນໃຈຫລາຍຂຶ້ນ ຈາກບັນດານັກທຸລະກິດທີ່ຫາທາງ ເກງກໍາໄລຈາກການຂາຍເງິນຕາເໝືອນຈິງທີ່ວ່ານີ້ ທາງອອນລາຍ. ຖ້າ​ຢູ່ໃນ ການແລກປ່ຽນສະກຸນເງິນຂອງປະເທດນຶ່ງກັບອີກປະເທດນຶ່ງ ເຊັ່ນເງິນບາດ ຂອງໄທ ຫລື ເງິນໂດລາຂອງສະຫະລັດ ກັບເງິນກີບຂອງລາວ, ທຸກຄົນຮູ້ກັນ ເປັນທີ່ຈະແຈ້ງດີ ວ່າ ເງິນບາດແມ່ນພິມໂດຍ ຫລື​ຖືກ​ສັ່ງ​ພິມ ແລະຄວບຄຸມໂດ ຍທະນາຄານກາງຂອງປະເທດໄທເທົ່າ​ນັ້ນ ແລະເງິນໂດລາແມ່ນ ພິມໂດຍ ສະຫະລັດ ແລະຜ່ານລະບຽບການຄວບຄຸມຂອງທະນາຄານກາງຂອງສະຫະລັດ. ສ່ວນເງິນກີບກໍພິມຫລື​ຖືກ​ສັ່ງ​ພິມໂດຍລັດຖະບານລາວ ແລະຜ່ານການ ຄວບຄຸມໂດຍທະນາຄານກາງຂອງລາວ. ແຕ່ວ່າການຄ້າຂາຍສະກຸນເງິນດິຈິ ຕອລນີ້ ແມ່ນຍັງບໍ່ທັນມີໃຜຮູ້ເປັນທີ່ແນ່ນອນ ຊັດເຈນເທື່ອວ່າ ໃນໂລກອັນນີ້ ແມ່ນໃຜ ຫລືປະເທດໃດ ເປັນຜູ້ຜະລິດສະກຸນເງິນດິຈິຕອລຕ່າງໆ ເຊັ່ນບິດຄອຍ (Bitcoin), ແລະກໍບໍ່ມີທະນາຄານກາງທີ່ຄວບຄຸມສະກຸນເງິນນີ້ເລີຍ ອີງຕາມເວັບໄຊທ໌ທີ່ເປັນສາງຂໍ້ມູນກ່ຽວ​ກັບ​ເລື້ອງຕ່າງໆທາງອອນລາຍ ຫຼື Wikipedia ທີ່ຄົນ​ທົ່ວ​ໂລກ​ໃຊ້.

ສຳນັກງານ KSB ທີ່ຊື້-ຂາຍສະກຸນເງິນຟໍແຣັກສ໌ (Forex) ຢູ່ໃນ ສປປ ລາວ, ວັນທີ 29 ຕຸລາ 2021.
ສຳນັກງານ KSB ທີ່ຊື້-ຂາຍສະກຸນເງິນຟໍແຣັກສ໌ (Forex) ຢູ່ໃນ ສປປ ລາວ, ວັນທີ 29 ຕຸລາ 2021.

ແຕ່ຢ່າງໃດກໍຕາມການແລກປ່ຽນຊື້-ຂາຍ ສະກຸນເງິນປະເພດນີ້ ກໍກໍາລັງໄດ້ຮັບຄວາມສົນໃຈຫລາຍຂຶ້ນໃນທຸລະກິດບາງກຸ່ມໃນລາວ ແລະປາກົດວ່າມີຄົນ ໄດ້ເລີ້ມຊື້-ຂາຍເງິນປະເພດນີ້ມາໄດ້ໄລຍະນຶ່ງແລ້ວ ແລະສະກຸນເງິນທີ່ຄົນໃນລາວ ນິຍົມຊື້ຂາຍກັນກໍແມ່ນສະກຸນເງິນຟໍເຣັກສ໌ (Forex). ເຖິງແມ່ນວ່າ ຍັງບໍ່ທັນມີການເປີດໃຫ້ຜູ້ເຮັດທຸລະກິດຊື້ຂາຍສະກຸນເງິນປະເພດນີ້ ຈົດ ທະບຽນຢ່າງເປັນທາງການໃນລາວ ເທື່ອກໍຕາມ ແຕ່ຫລາຍຄົນກໍຄິດວ່າການ ຄ້າຂາຍ ຫລື​ແລກ​ປ່ຽນສະກຸນເງິນປະເພດນີ້ແມ່ນປອດໄພ, ອີງຕາມນັກທຸລະກິດ ແລກປ່ຽນເງິນຕາຕ່າງປະເທດທ່ານນຶ່ງ ທີ່ໄດ້ຊື້ຂາຍເງິນດິຈິຕອລນີ້ ມາໄດ້ປີນຶ່ງແລ້ວ. ທ່ານບອກວ່າ:​
“ຄັນເຈົ້າຊື້ກະໂລະໂລດແຫລະ ເຈົ້າຊື້ຕອນນັ້ນຂາມັນຂຶ້ນແລ້ວເດ, ບໍ່ກ່ຽວກັບ ກະຊວງຫຍັງນະ. ກະຊວງມັນກະປະກາດທາງການຖືກຕ້ອງຕາມກົດໝາຍປະ ເທດລາວກະດີ. ຄັນເຈົ້າເທຣດເຈົ້າກະໄດ້ກໍາໄລ ເຈົ້າໄປເຮັດແພລດຟອມ ຫຍັງອີກ ແມ່ນກະຖືກຕ້ອງ ແລະປອດໄພແຫລະ.”

ສ່ວນທາງລັດຖະບານລາວນັ້ນ ກໍໄດ້ໃຫ້ຄວາມສົນໃຈແກ່ເລື້ອງຊື້-ຂາຍສະກຸນ ເງິນປະເພດນີ້ເຊັ່ນກັນ. ເມື່ອວັນທີ 27 ສິງຫາຜ່ານມາ ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ກໍໄດ້ມີຄໍາສັ່ງເລກທີ 1074/ຫສນຍ ຫາອົງການລັດທີ່ ກ່ຽວຂ້ອງ ລວມມີກະຊວງເທັກໂນໂລຈີ ແລະການສື່ສານ, ທະນາຄານແຫ່ງ ສປປ ລາວ ແລະກະຊວງການເງິນ ວ່າ ເຫັນດີໃຫ້ທົດລອງສ້າງຕັ້ງຕະຫລາດຊື້-ຂາຍຊັບສິນດິຈິຕອລໃນ ສປປ ລາວ ແລະປັດຈຸບັນທາງກະຊວງເທັກໂນໂລຈີ ແລະການສື່ສານ ກໍກໍາລັງຄົ້ນຄວ້າກ່ຽວກັບເລື້ອງນີ້ຢູ່ ດັ່ງທີ່ພະນັກງານດ້ານວິຊາ ການທ່ານ​ນຶ່ງໃນກະຊວງດັ່ງກ່າວ ເວົ້າສູ່ຟັງວ່າ:
“ສໍານັກງາງານນາຍົກລັດຖະມົນຕີ ເປັນຜູ້ໃຫ້ຄົ້ນຄ້ວາເບິ່ງກຸ່ມເງິນ Digital ວ່າ ມັນເປັນຈັ່ງໃດ, ໃຫ້ສຶກສາເບິ່ງກ່ອນໂຕນີ້. ຕາມແຈ້ງການເພິ່ນບອກໃຫ້ສົມທົບກັບກະຊວງເທັກໂນໂລຈີ ແລະການສື່ສານ ໃຫ້ຄົ້ນຄວ້າ ໃຫ້ສຶກສາຄວາມເປັນໄປໄດ້ໃນການເຮັດທຸລະກໍາໂຕນີ້, ພວກ Bitcoin ຄຣິບໂຕໜີ້. ຕ້ອງໄດ້ ສຶກສາຂໍ້ມູນລະອຽດວ່າ ເປັນແນວໃດ? ມີລະບົບຈັ່ງໃດ, ມີເຄືອຂ່າຍ ມີຫຸ້ນສ່ວນກັບໃຜ ແລະເຮັດຈັ່ງໃດ.”

ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນທະນາຄານການຄ້າຕ່າງປະເທດຂອງລາວ ກໍໃຫ້ ຄໍາເຫັນວ່າ:
“Digital ກະແມ່ນຄ້າຍຄືເຮົາຂາຍເງິນຕານີ້ແຫລະ ເຈົ້າມີມັນຢູ່ໃນຄອບຄອງ ແລ້ວຮອດຍາມເຈົ້າຕ້ອງການຂາຍມີກໍາໄລເຈົ້າກະປ່ຽນມາເປັນເງິນຄືເກົ່າ ເຂົາ ຂາຍກັນທຽບເປັນເງິນໂດລາ. ເງິນດິຈິຕອລມັນກະມີຍີ່ຫໍ້ຂອງໃຜຂອງມັນເດ. ມັນມີຫລາຍຍີ່ຫໍ້ໄດ໋. ມັນກະຄືຮ້ານຂາຍຄໍາໜີ້ແຫລະ. ຮ້ານຂາຍຄຳພູວົງບໍ່? ຮ້ານນັ້ນຮ້ານນີ້. ຮ້ານໃດດີ ຄົນກະນິຍົມຫລາຍ, ລາຄາມັນກະດີ. ໂຕໃດຄົນ ບໍ່ນິຍົມລາຄາກະບໍ່ດີ. ມັນກະຄືກັນກັບຕະຫລາດຫລັກຊັບນີ້ຫລະ ແຕ່ວ່າພວກນີ້ ມັນຈະບໍ່ໄດ້ໄປເຂົ້າໃນທະນະຄານກາງ. ບາດນີ້ຖ້າທະນະຄານກາງເພິ່ນອະນຸ ຍາດໃຫ້ເງິນ Digital ໃຊ້ເພື່ອສໍາລະສະສາງສິນຄ້າໄດ້ ມັນກະດໍາເນີນການໄດ້. ແຕ່ກ່ອນ ເຂົາບໍ່ອະນຸຍາດ ດຽວນີ້ເຂົາກະຊື້ກັນແລ້ວ ກະຮັບຮູ້ແລ້ວ. ໃຜຢາກ ເຂົ້າເປັນສະມາຊິກກະໄປສະໝັກແຫລະ ເຈົ້າມີເງິນກະໄປຊື້ເປັນຫົວໜ່ວຍ ມາໄວ້. ສົມມຸດເຈົ້າຊື້ຊາວພັນຕໍ່ຫົວໜ່ວຍ ບັດເວລາມັນຂຶ້ນຮອດຊາວເອັດພັນ ເຈົ້າກະຂາຍເອົາກໍາໄລ. ຢູ່ຕ່າງປະເທດເຊັ່ນຍີ່ປຸ່ນ ເຂົາກະຊື້ກັນ ແຕ່ວ່າໃຫ້ລະ ວັງສະພາບແວດລ້ອມເດີ.”

ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນອົງການຄຸ້ມຄອງຕະຫລາດຫລັກຊັບຂອງລາວ ໃນນະຄອນຫລວງວຽງຈັນກໍບອກວ່າ:

“ເພິ່ນເພິ່ນເລີ້ມແລ້ວເດ ມີແຕ່ວ່າມັນກະຊື້ຂາຍກັນໄດ໋ເນາະ ແຕ່ເຂົາ ອະນຸຍາດໃຫ້ JDB (ທະນາຄານລາວຮ່ວມພັດທະນາ) ບໍລິການທີ່ຈິງ ມັນກະຖືກຕ້ອງແນວວ່າມັນບໍລິການຊື່ໆເດ້. ຊື້ຜ່ານເຂົາຊື່ໆເດ້, ເປັນ ນາຍໜ້າໃຫ້ເຂົາກະໄດ້ດີ, ບໍ່ກ່ຽວຂ້ອງກັບທະນະຄານ, ບໍ່ມີຫຍັງ”.

ສະຫລຸບແລ້ວ ການຊື້ຂາຍສະກຸນເງິນດິຈິຕອລທີ່ບໍ່ຜ່ານທະນາຄານກາງຂອງປະ ເທດໃດ ຫລືການຄວບຄຸມຂອງລັດຖະບານປະເທດໃດນັ້ນ ແມ່ນກໍາລັງໄດ້ຮັບ ຄວາມສົນໃຈທັງຈາກພາກລັດ ແລະເອກະຊົນໃນລາວໃນທຸກວັນນີ້.

ເຊີນຊົມວີດີໂອກ່ຽວກັບລາຍງານນີ້:

XS
SM
MD
LG