ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ສືບສວນສອບສວນ ການລະເມີດຕໍ່ລີງ ໂດຍພວກ YouTubers ຢູ່ທີ່ ວັດອັງກໍ ທີ່ເປັນມໍລະດົກໂລກ ຂອງ UNESCO 


ທ່ານ ລອງ ໂຄແຊລ, ໂຄສົກຂອງ APSARA ຊຶ່ງເປັນສຳນັກງານທີ່ກຳກັບນຳ ວັດອັງກໍ ສະຖານໂບຮານນະຄະດີຂອງກຳປູເຈຍ, ລົມກັບອົງການຂ່າວ ເອພີ ຢູ່ພາຍໃນບໍລິເວນ ວັດອັງກໍ ໃນແຂວງ ຊຽມຣຽບ ຂອງກຳປິເຈຍCambodia, ວັນທີ 3 ເມສາ 2024.
ທ່ານ ລອງ ໂຄແຊລ, ໂຄສົກຂອງ APSARA ຊຶ່ງເປັນສຳນັກງານທີ່ກຳກັບນຳ ວັດອັງກໍ ສະຖານໂບຮານນະຄະດີຂອງກຳປູເຈຍ, ລົມກັບອົງການຂ່າວ ເອພີ ຢູ່ພາຍໃນບໍລິເວນ ວັດອັງກໍ ໃນແຂວງ ຊຽມຣຽບ ຂອງກຳປິເຈຍCambodia, ວັນທີ 3 ເມສາ 2024.

ລູກລີງນ້ອຍໂຕນຶ່ງພວມດີ້ນຮົນແລະບິດໂຕມັນ ຂະນະທີ່ພະຍາຍາມຫລຸດໜີ ອອກຈາກກຳມືຂອງຜູ້ຊາຍຄົນນຶ່ງ ທີ່ບີບຄໍຂອງມັນຢູ່ເທິງອ່າງຫີນຊີມັງ ແລ້ວຫົດນ້ຳໃສ່ມັນຊ້ຳແລ້ວຊ້ຳອີກ.

ຢູ່ໃນວີດີໂອຄລິບອີກອັນນຶ່ງ ຄົນຜູ້ນຶ່ງກຳລັງຫຼິ້ນອະໄວຍະວະເພດຂອງລີງຂາແດງໂຕຜູ້ ທີ່ນັ່ງຢູ່ເທິງກ້ອນຫີນປູນຈາກວັດເກົ່າແກ່ ເພື່ອເຮັດໃຫ້ມັນຕື່ນເຕັ້ນ ສຳລັບການຖ່າຍທຳ.

ການລະເມີດຕໍ່ພວກລີງທັງຫຼາຍນີ້ຢູ່ທີ່ວັດອັງກໍ ທີ່ເປັນສະຖານທີ່ມໍລະດົກໂລກ ຂອງອົງການ UNESCO ໃນພາກຕາເວັນຕົກສຽງເໜືອຂອງກຳປູເຈຍ ແມ່ນບໍ່ ເປັນເລື້ອງທີ່ລາມົກສະເໝີໄປ ແຕ່ບັນດາເຈົ້າໜ້າທີ່ກ່າວວ່າ ມັນເປັນບັນຫາທີ່ ເພີ້ມຂຶ້ນນັບມື້ ຂະນະທີ່ພວກຄົນຫາວິທີທາງໃໝ່ທີ່ຈະດຶງດູດເອົາພວກຜູ້ຊົມທາງອອນໄລນ໌ ໃນການສ້າງລາຍໄດ້ທີ່ເປັນເງິນສົດ.

“ລີງຄວນດຳລົງຊີວິດຢູ່ໃນປ່າດົງ ບ່ອນທີ່ພວກມັນສົມຄວນຈະໄດ້ໄປອາໄສຢູ່ທີ່ນັ້ນ ແຕ່ລີງໃນທຸກມື້ນີ້ ແມ່ນຖືກປະຕິບັດຄືກັນກັບສັດລ້ຽງຢູ່ໃນບ້ານ” ທ່ານລອງ ໂຄແຊລ ໂຄສົກຂອງ APSARA ຊຶ່ງເປັນສຳນັກງານທີ່ກຳກັບນຳ ວັດອັງກໍ ສະຖານໂບຮານນະຄະດີຂອງກຳປູເຈຍ.

ໂຄສົກຂອງ APSARA ເວົ້າວ່າ “ພວກເຂົາກຳລັງສ້າງເນື້ອຫາ ເພື່ອຫາເງິນ ໂດຍການ​ມີຜູ້ຊົມຈຳ​ນວນຫຼາຍໃນ ຢູທູບ ສະນັ້ນແລ້ວ ອັນນີ້ເປັນບັນຫາໃຫຍ່ຫຼາຍສຳລັບພວກເຮົາ.”

APSARA ມີເຄື່ອງມືຂອງຕົນພຽງເລັກນ້ອຍ ເພື່ອທີ່ຈະຢຸດຢັ້ງພວກຢູທູບເບີ້ ບໍ່ໃຫ້ຖ່າຍທຳທົ່ວໄປ, ແຕ່ໄດ້ເປີດການສືບສວນສອບສວນຮ່ວມກັບກະຊວງກະສິກຳ ເພື່ອເກັບກຳຫຼັກຖານ​ເພື່ອ​ດຳ​ເນີນ​ການທາງກົດໝາຍຕໍ່ພວກຜູ້ລະເມີດ ທີ່ຮ້າຍແຮງ-ຜູ້ທີ່ບໍ່ຄ່ອຍໄດ້ອອກກ້ອງເຂົາເຈົ້າເອງ ທ່ານ ລອງ ໂຄແຊລ ໄດ້ກ່າວ.

A baby monkey struggles and squirms as it tries to escape the man holding it by the neck over a concrete cistern, repeatedly dousing it with water.

In another video clip, a person plays with the genitals of a juvenile male macaque sitting on a limestone block from an ancient temple to get it excited for the camera.

The abuse of monkeys at the Angkor UNESCO World Heritage Site in northwestern Cambodia is not always so graphic, but authorities say it is a growing problem as people look for new ways to draw online viewers to generate cash.

“The monkey should be living in the wild, where they are supposed to be living, but the monkey nowadays is being treated like a domestic pet,” said Long Kosal, spokesperson for APSARA, the Cambodian office that oversees the Angkor archaeological site.

“They're making the content to earn money by having the viewers on YouTube, so this is a very big issue for us.”

APSARA has few tools itself to stop the YouTubers from filming in general, but has opened an investigation with the Ministry of Agriculture to collect evidence for legal action against the most serious abusers — who are rarely on camera themselves, Long Kosal said.

YouTuber Ium Daro, who started filming Angkor monkeys about three months ago, follows a mother and a baby along a dirt path with his iPhone held on a selfie stick near Bayon temple at Angkor Wat temple complex, Cambodia, Apr. 2, 2024.
YouTuber Ium Daro, who started filming Angkor monkeys about three months ago, follows a mother and a baby along a dirt path with his iPhone held on a selfie stick near Bayon temple at Angkor Wat temple complex, Cambodia, Apr. 2, 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG