ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຝູງຊົນ ພາກັນປະທ້ວງອີກ ເພື່ອຄັດຄ້ານ ການກໍ່ລັດຖະປະຫານ ໃນມຽນມາ ໂດຍບໍ່ສົນໃຈນໍາການປາບປາມ ຂອງເຈົ້າໜ້າທີ່


ການພົ່ນແກສນໍ້າຕາ ແລະແກັສດັບເພີງໃສ່ພວກປະທ້ວງໃນຂະນະທີ່ມີການປະທະກັນກັບຕໍາຫລວດປາບຈາລະຈົນຂະນະທີ່ ມີການປະທ້ວງ ຕໍ່ຕ້ານການລັດຖະປະຫານ, ຢູ່ໃນນະຄອນຢ້າງກຸ້ງຂອງມຽນມາ, ວັນທີ 1 ມີນາ, 2021
ການພົ່ນແກສນໍ້າຕາ ແລະແກັສດັບເພີງໃສ່ພວກປະທ້ວງໃນຂະນະທີ່ມີການປະທະກັນກັບຕໍາຫລວດປາບຈາລະຈົນຂະນະທີ່ ມີການປະທ້ວງ ຕໍ່ຕ້ານການລັດຖະປະຫານ, ຢູ່ໃນນະຄອນຢ້າງກຸ້ງຂອງມຽນມາ, ວັນທີ 1 ມີນາ, 2021

ພວກປະທ້ວງໃນມຽນມາໄດ້ເດີນຂະບວນຢູ່ໃນຫລາຍຕົວເມືອງໃນວັນຈັນວານນີ້ ເພື່ອຄັດຄ້ານການປາບປາມຢ່າງຮຸນແຮງຕໍ່ພວກເດີນຂະບວນປະທ້ວງໃນວັນອາທິດຜ່ານມາ.

ກຳລັງຮັກສາຄວາມປອດໄພ ໄດ້ຍິງແກສນໍ້າຕາ ແລະແກວ່ງລະເບີດມືທີ່ສົ່ງສຽງດັງໃສ່ ເພື່ອຂັບໄລ່ພວກປະທ້ວງ ຢູ່ທີ່ນະຄອນຢາງກຸ້ງໃນວັນຈັນວານນີ້, ນຶ່ງມື້ຫລັງຈາກ 18 ຄົນ ໃນທົ່ວມຽນມາຖືກຂ້າຕາຍ ແລະອີກຫລາຍກວ່າ 30 ຄົນໄດ້ຮັບບາດເຈັບ ໃນມື້ປະທ້ວງທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ມີການລັດຖະປະຫານຂອງທາງທະຫານໃນວັນທີ 1 ກຸມພາ ເປັນຕົ້ນມາ, ອີງຕາມຫ້ອງການສິດທິມະ ນຸດຂອງອົງການສະຫະປະຊາຊາດ.

ຢູ່ໃນເມືອງດາວາຍ (Dawei), ທາງພາກຕາເວັນອອກສຽງໃຕ້ຂອງປະເທດບ່ອນທີ່ມີລາຍງານວ່າ ມີຫລາຍຄົນຖືກຂ້າຕາຍໃນວັນອາທິດຜ່ານມານັ້ນ ຜູ້ປະທ້ວງໄດ້ກັບຄືນໄປຢູ່ຕາມຖະໜົນຫົນທາງຕ່າງໆ ໃນວັນຈັນວານນີ້, ແຕ່ໃນຈຳນວນ ໜ້ອຍກວ່າເກົ່າ.

ພ້ອມກັນນັ້ນ ໃນວັນຈັນວານນີ້, ຜູ້ນຳທີ່ແທ້ຈິງຂອງມຽນມາທີ່ຖືກປົດອອກຈາກຕຳແໜ່ງ, ທ່ານນາງອອງ ຊານ ຊູຈີ ໄດ້ປາກົດໂຕ ຜ່ານທາງວິດີໂອຢູ່ໃນສານແຫ່ງນຶ່ງໃນນະຄອນຫຼວງເນປີດໍ. ນີ້ແມ່ນການປາກົດໂຕໃນທີ່ສາທາລະນະຄັ້ງທຳອິດຂອງທ່ານນາງ ນັບແຕ່ ທ່ານນາງ ແລະສະມາຊິກຄົນອື່ນໆ ໃນລັດຖະບານພົນລະເຮືອນຂອງມຽນມາໄດ້ຖືກປົດອອກຈາກຕຳແໜ່ງແລະຖືກທະຫານຄຸມຂັງ.

ທະນາຍຄວາມຂອງຜູ້ນຳອາຍຸ 75 ປີຄົນນີ້ ກ່າວວ່າ ທ່ານນາງເບິ່ງແລ້ວຍັງມີສຸຂະພາບແຂງແຮງຢູ່. ທະນາຍຄວາມກ່າວອີກວ່າ ບັນດາໄອຍະການໄດ້ກ່າວຫາທ່ານນາງວ່າ ກະທໍາຜິດທາງອາຍາໃໝ່ອີກສອງກະທົງ ໃນໄລຍະທີ່ມີການດຳເນີນຄະດີຢູ່ໃນສານ ນັ້ນກໍຄື: ພະຍາຍາມຍຸແຍ່ໃຫ້ເກີດຄວາມບໍ່ສະຫງົບໃນປວງຊົນ ແລະລະເມີດກົດໝາຍທາງໂທລະຄົມມະນາຄົມ ກ່ຽວກັບການມີອຸປະ ກອນໃຊ້ປະຕິບັດງານໂດຍບໍ່ມີໃບອະນຸຍາດ.

ທ່ານນາງອອງ ຊານ ຊູຈີ ໄດ້ຖືກກ່າວຫາຢູ່ແລ້ວ ກ່ຽວກັບການນຳເຂົ້າແລະນຳໃຊ້ວິທະຍຸວອກກີ-ທັອກກີ (walkie-talkie) 6 ໜ່ວຍຢ່າງຜິດກົດໝາຍ ແລະບໍ່ໄດ້ລົງທະບຽນທີ່ຖືກພົບເຫັນໃນລະຫວ່າງການກວດຄົ້ນຫາເຮືອນຂອງທ່ານນາງ, ແລະໃນການລະເມີດກົດໝາຍໄພພິບັດທາງທຳມະຊາດຂອງປະເທດໂດຍຈັດໃຫ້ມີການຊຸມນຸມຂອງປະຊາຊົນ ຊຶ່ງເປັນການລະເມີດລະບຽບ ການສະກັດກັ້ນ ພະ ຍາດໂຄວິດ-19.

ສະຫະລັດ ແລະປະເທດຕາເວັນຕົກອື່ນໆ ໄດ້ຮຽກຮ້ອງໃຫ້ປ່ອຍຕົວທ່ານນາງ ພ້ອມທັງຜູ້ຊ່ວຍທ່ານນາງຫລາຍຄົນ ແລະຮຽກຮ້ອງໃຫ້ພວກທະຫານຟື້ນຟູອຳ ນາດ ໃຫ້ແກ່ລັດຖະບານພົນລະເຮືອນ.

ໃນສະຖານະການຄືບໜ້າອີກຢ່າງນຶ່ງໃນວັນຈັນວານນີ້, ນາຍພົນອາວຸໂສ, ທ່ານ ມິນ ອອງ ແລັງ (Min Aung Hlaing) ໄດ້ກ່າວຢູ່ໃນຄຳປາໄສ ຜ່ານທາງໂທ ລະພາບຂອງລັດວ່າ ຜູ້ນຳພາການປະທ້ວງ ແລະ "ຜູ້ຍຸຍົງ" ຈະຖືກລົງໂທດ. ທ່ານກ່າວອີກວ່າ ກອງທັບກຳລັງສືບສວນການລ່ວງລະເມີດທາງດ້ານການເງິນ ໂດຍລັດຖະບານພົນລະເຮືອນຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG