ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫັນປ່ຽນອາຊີບມາສ້າງຟາມປູກເຫັດຂາຍ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ


ເຫັດເລີ້ມອອກດອກ ຫຼັງຈາກລົງເຊື້ອນຶ່ງເດືອນ.

ເນື່ອງຈາກສະພາບເສດຖະກິດພາຍໃນປະເທດທີ່ຍັງຫຍຸ້ງຍາກສັບສົນ ການດໍາລົງຊີວິດຈຶ່ງຫຍຸ້ງຍາກສັບສົນເຊັ່ນດຽວກັນ, ຖ້າເລືອກອາຊີບໃດນຶ່ງ ເພື່ອເປັນອາຊີບທີ່ໝັ້ນຄົງ ແລະພາພວກທ່ານຜ່ານຜ່າຄວາມຫຍຸ້ງຍາກໄປໄດ້ ຈະເປັນແນວໃດ? ທິບສຸດາ ມີລາຍລະອຽດກ່ຽວກັບທຸລະກິດການເຮັດຟາມ ປູກເຫັດ ເພື່ອເຮັດໃຫ້ທ່ານມີລາຍໄດ້ປະຈໍາມາສະເໜີ.

ເຫັດ ເປັນອາຫານທີ່ທຸກໆຄົນບໍລິໂພກໄດ້ຫຼາກຫຼາຍເມນູ, ເຊິ່ງແຕ່ກ່ອນ ປະຊາຊົນຈະບໍລິໂພກເຫັດໄດ້ຕາມລະດູການເທົ່ານັ້ນ ໂດຍສະເພາະລະດູຝົນ, ແຕ່ປັດຈຸບັນນີ້ ເຫັດບາງຊະນິດ ສາມາດປູກຂຶ້ນມາໄດ້ໃນຊ່ວງລະດູໜາວ ຫຼືລະດູຮ້ອນ ແລະຍັງສາມາດໃຫ້ຜົນຜະລິດໄດ້ຕາມຂະໜາດທີ່ຜູ້ຜະລິດຄາດ ການໄວ້ອີກດ້ວຍ. ທ່ານຈັນແສງ ອຸ່ນຄໍາ, ຊາວກະສິກອນປູກເຫັດທີ່ດໍາເນີນ ການມາໄດ້ 7 ປີແລ້ວ ກ່າວວ່າ ການເຮັດຟາມປູກເຫັດແບບຄອບຄົວຂອງ ເພິ່ນນີ້ຊ່ວຍໃຫ້ທຸກໆຢ່າງໃນຊີວິດສະດວກສະບາຍຂຶ້ນ ແລະບໍ່ເດືອດຮ້ອນຫຍັງ ຫຼາຍ ເຖິງແມ່ນສະພາບເສດຖະກິດຢູ່ໃນສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ໃນປັດຈຸບັນກໍຕາມ.

“ແຕ່ກ່ອນໜ້ານັ້ນເຮົາເຮັດເຄື່ອງ ຕັດຫຍິບເຄື່ອງເນາະ ເຮັດເປັນໂຮງງານນ້ອຍ ເປັນ Sub-contract ໃຫ້ເຂົາເຈົ້າຫັ້ນນະ ຫຼັງຈາກມັນຂາດເຄື່ອງແລ້ວເຮົາກະ ມາເຮັດເຫັດນີ້, ເຮັດເຫັດນີ້ກະພໍໄປໄດ້ ກະບໍ່ເຖິງຂັ້ນວ່າຊິມີລາຍໄດ້ແບບວ່າມີ ກໍາໄລມາກມາຍດອກ ແຕ່ວ່າພໍຢູ່ໄດ້ເນາະ ມັນບໍ່ພໍເດືອດຮ້ອນນະ ຄືຍົກຕົວ ຢ່າງຄືໂຄວິດເຂົ້າມາຫວ່າງຢ່ານິພວກເຮົາກະບໍ່ເດືອດຮ້ອນ ເຖິງວ່າສະພາບ ການບ້ານເມືອງເຮົາຈະມີເງິນເຟີ້ຂຶ້ນແຕ່ມັນກໍຍັງພໍຢູ່ໄດ້ເນາະ ບໍ່ໄດ້ໄປເລ່ລ່ອນ ໄປຫາວຽກເຮັດງານທໍາຢູ່ຕ່າງປະເທດອີຫຍັງ.”

ຟາມປູກເຫັດຂອງ ທ່ານຈັນແສງ ຕັ້ງຢູ່ບ້ານວຽງຄໍາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໃນຂອບເຂດດິນ 2 ເຮັກຕ້າ. ມີຄອກເຫັດທັງໝົດ 7 ຄອກ, ຄອກເຫັດນາງຟ້າ-ເຫັດນາງໂລມ 2 ຄອກໃຫຍ່ ບັນຈຸກ້ອນດິນປູກ ເຫັດໄດ້ປະມານ 15,000 ກ້ອນຕໍ່ຄອກ, ແລະຄອກນ້ອຍ 3 ຄອກ ບັນຈຸດິນ ປູກເຫັດລະຫວ່າງ 3,000-5,000 ກ້ອນຕໍ່ຄອກ. ເຊິ່ງເຫັດຊະນິດນີ້ ບໍ່ຕ້ອງ ການແສງແດດ ແລະຕ້ອງການຄອກເຫັດທີ່ມີອາກາດເຢັນພໍດີ ເຊິ່ງອຸນຫະພູມ ສະເລ່ຍຕ້ອງຢູ່ລະຫວ່າງ 25-28 ອົງສາເຊລຊຽສ, ສະພາບຂອງຄອກເຫັດຕ້ອງ ມີອາກາດຖ່າຍເທສະດວກ, ສະນັ້ນ ເພິ່ນຈຶ່ງມຸງ ແລະແອ້ມຄອກເຫັດດັ່ງກ່າວ ດ້ວຍໄພຫຍ້າ, ເຊິ່ງເຫັດຊະນິດນີ້ ຈະໃຫ້ຜົນຜະລິດປະມານ 1 ເດືອນຫຼັງຈາກ ລົງເຊື້ອ ໂດຍຫົດນໍ້າໃສ່ຄອກເພື່ອຮັກສາຄວາມຊຸ່ມໃນທຸກໆ 2-3 ມື້.

ວິທີການອົບກ້ອນເຫັດ ເພື່ອຂ້າເຊື້ອ
please wait

No media source currently available

0:00 0:00:34 0:00

ສໍາລັບການກະກຽມກ້ອນດິນເພື່ອປູກເຫັດ, ທ່ານຈັນແສງກ່າວວ່າ ຫາຊື້ຂີ້ເລື່ອຍ ຈາກໂຮງເລື່ອຍ ໂດຍຈະຕ້ອງເປັນຂີ້ເລື່ອຍຂອງໄມ້ເນື້ອອ່ອນ ຫຼື ເນື້ອໄມ້ທີ່ ເປື່ອຍງ່າຍ ເພາະເຫັດຈະເກີດໄດ້ດີໃນເນື້ອໄມ້ຊະນິດນີ້, ຈາກນັ້ນ ຈະເອົາມາ ໝັກກັບປູນຂາວປະມານ 1 ເດືອນ ເພື່ອໃຫ້ປູນຂາວນັ້ນກັດຢາງໄມ້ຢູ່ໃນຂີ້ ເລື່ອຍອອກ. ເມື່ອຄົບກໍານົດເວລາ ກໍເອົາມາປະສົມກັບປູນປ້າຍ (ປູນຍິບຊໍ້າ), ຄູໄມ້ (ດິນພູເຂົາໄຟ), ດິນເກືອ, ແລະ ປຸຍເຫັດ ເຊິ່ງທັງໝົດຫາຊື້ໄດ້ຢູ່ຮ້ານ ຂາຍເຄື່ອງການກະເສດທົ່ວໄປມາຊາວໃສ່ກັນແລ້ວເອົາມາອັດໃສ່ຖົງ ຫຼັງຈາກນັ້ນ ຈຶ່ງເອົາໄປອົບຂ້າເຊື້ອ, ປະໄວ້ໃຫ້ເຢັນ 1 ມື້ 1 ຄືນ ແລ້ວຈຶ່ງ ເອົາເຊື້ອເຫັດໃສ່ປະມານ 30-40 ເມັດ. ໃນຊ່ວງອອກໃໝ່ ເຮັດດັ່ງກ່າວຈະເກັບ ກູ້ໄດ້ຢ່າງໜ້ອຍມື້ລະ 100 ກິໂລ, ໂດຍຂາຍສົ່ງໃຫ້ແມ່ຄ້າໃນລາຄາ ລະຫວ່າງ 26,000 ຫາ 30,000 (ປະມານ 0,80-1.00 ໂດລາ) ແລະຈະເກັບກູ້ໄດ້ຕະຫຼອດໄລຍະ 4 ເດືອນ, ເຊິ່ງເຫັດນາງຟ້າ-ນາງໂລມ ຈະເລີ້ມຕົ້ນລະດູການຜະລິດໃນລະຫວ່າງທ້າຍເດືອນສິງຫາ ຫາຕົ້ນເດືອນມີນາ ຫຼື 2 ຄັ້ງ ຕໍ່ປີ. ນອກຈາກນັ້ນ, ເພິ່ນຍັງມີເຫັດຂອນຂາວ (ເຫັດກະດ້າງ) ເຊິ່ງຈະໃຫ້ຜົນຜະລິດຫຼັງຈາກລົງເຊື້ອ 2 ເດືອນ, ແລະເຫັດບົດ ຈະໃຫ້ຜົນຜະ ລິດຫຼັງຈາກລົງເຊື້ອ 3 ເດືອນ, ເຊິ່ງສອງເຫັດດັ່ງກ່າວ ຈະຕ້ອງຢູ່ໃນຊ່ວງທີ່ມີ ອຸນຫະພູມຮ້ອນ ລະຫວ່າງ 36-38 ອົງສາເຊລຊຽສ ດ້ວຍແສງແດດສ່ອງເຖິງ, ດັ່ງນັ້ນ ເຫັດທັງສອງຈະໄດ້ປູກໃນລະຫວ່າງເດືອນມີນາ ຫາເດືອນສິງຫາ.

ທ່ານຈັນແສງ ກ່າວວ່າ ສິ່ງທີ່ຄວນເອົາໃຈໃສ່ທີ່ສຸດໃນການປູກເຫັດກໍຄື ເຊື້ອ ພະຍາດ ແລະແມງໄມ້, ສະນັ້ນຕ້ອງໄດ້ເອົາໃຈໃສ່ຈຸດນີ້ໃຫ້ດີ ໂດຍເພິ່ນໄດ້ເລົ່າ ເຖິງແບບວິທີໃນການອົບຂ້າເຊື້ອ ແລະຮັກສາເຫັດ ໃຫ້ຟັງວ່າ:

“ຖ້າອົບຄວາມຮ້ອນບໍ່ໄດ້ ເວລາເຮົາໃສ່ເຊື້ອ ເຊື້ອເຫັດມັນຈະບໍ່ເດີນ ມັນຈະເກີດ ເຊື້ອຣາຂຽວກ່ອນ ໃຫ້ມັນໄດ້ຢ່າງໜ້ອຍກະເວລາເຮົາວັດອຸນຫະພູມໄດ້ 100 ອົງສາລະເຮົາຕ້ອງໄດ້ອົບໄວ້ 4 ຊົ່ວໂມງຫາ 5 ຊົ່ວໂມງ, ມັນມີເຊື້ອພະຍາດໃດ ເຂົາເອີ້ນວ່າເປັນໄຮເຫັດເນາະ ເຂົາເອີ້ນວ່າເປັນໄຮເຫັດ ຖ້າມັນເຂົ້າໄປລະກ້ອນ ເຫັດມັນຕາຍ ໂຕນີ້ຕ້ອງໄດ້ໃຊ້ພວກນໍ້າສົ້ມຂອນໄມ້ເນາະ, ຖ້າມັນເປັນແລ້ວ ນິພວກວັດຖຸຊີວະພາບນີ້ຈະບໍ່ສາມາດຕ້ານມັນໄດ້ໃດ ຄັນມັນເປັນຂຶ້ນມາລະຕ້ອງ ໄດ້ໃຊ້ສານເຄມີຈັງຢູ່ ເຮົາກະບໍ່ຢາກໃຊ້ເນາະ.”

ເວົ້າລວມແລ້ວ, ການຫັນປ່ຽນອາຊີບມາເປີດຟາມປູກເຫັດ ກໍມີຈຸດດີຫຼາຍໆຢ່າງ, ບໍ່ໃຊ້ຕົ້ນທຶນຫຼາຍໃນການລົງທຶນ, ພ້ອມກັນນັ້ນ ເຫັດກໍໃຫ້ຜົນໄວ ໂດຍສະເພາະເຫັດນາງໂລມ ແລະເຫັດນາງຟ້າ, ເຊິ່ງເຫັດ ສາມາດຊ່ວຍໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະມີລາຍໄດ້ປະຈໍາຕະ ຫຼອດປີ.

XS
SM
MD
LG