ຄະນະກຳມະການປົກປ້ອງນັກຂ່າວ ຫລື CPJ ໄດ້ຈັດເອົາ 10
ປະເທດ ເຂົ້າໄວ້ໃນບັນຊີ ທີ່ສື່ມວນຊົນ ມີການຈຳກັດຮັດແຄບ
ຫຼາຍທີ່ສຸດນັ້ນ. ນຳໜ້າໂດຍ ເອຣິເທຣຍແລະເກົາຫລີເໜືອ
ລາຍງານຂອງອົງການ CPJ ທີ່ນຳອອກເຜີຍແຜ່ ໃນວັນອັງ
ຄານອາທິດແລ້ວນີ້ ກ່າວວ່າ ບັນດາປະເທດເຫລົ່ານີ້ ໄດ້ຮາວີ
ລົບກວນ ແລະຈັບກຸມພວກນັກຂ່າວໃສ່ຄຸກ ພ້ອມທັງກວດກາ
ອິນເຕີແນັດເພື່ອເຮັດໃຫ້ພວກນັກຂ່າວມິດງຽບ. ຜູ້ສື່ຂ່າວວີໂອເອ Daniela Schrier ມີ
ລາຍລະອຽດກ່ຽວກັບ ເລື້ອງນີ້ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ການຖືກຕິດຄຸກ ແມ່ນສິ່ງທີ່ໄດ້ເກີດຂື້ນກັບບັນດານັກຂ່າວຢູ່ໃນ 10 ປະເທດ ທີ່ຄະນະ
ກຳມະການປົກປ້ອງນັກຂ່າວ ຫລື CPJ ໄດ້ອ້າງເຖິງຢູ່ໃນລາຍງານ.
ຈີນ ເປັນປະເທດທີ່ນຳໜ້າໝູ່ ໃນການຈັບນັກຂ່າວຂັງຄຸກຢູ່ໃນລາຍງານ ໂດຍມີບັນດາ
ນັກຂ່າວ 44 ຄົນກຳລັງຕິດຄຸກຢູ່ ແລະອົງການ CPJ ໄດ້ອ້າງວ່າອີ ຣ່ານ ໃຊ້ການຈັບກຸມ
ຄຸມຂັງຂະໜາດໃຫຍ່ແລະຕາມອຳເພີໃຈ ເພື່ອປິດປາກຜູ້ທີ່ບໍ່ເຫັນພ້ອມ ແລະບັງຄັບໃຫ້
ໄປລີ້ໄພຢູ່ຕ່າງປະເທດ.
ທ່ານ ນາງ Courtney Radsch ຈາກອົງການ CPJ ກ່າວວ່າ ມີນັກຂ່າວຢູ່ທົ່ວໂລກ 200 ຄົນ ຖືກຕິດຄຸກໃນປີນີ້ ພຽງປີດຽວເທົ່ານັ້ນ ແລະມັນເປັນເວລາ ທີ່ເປັນອັນຕະລາຍທີ່ສຸດ ທີ່ຈະຕ້ອງລາຍງານ.
ທ່ານນາງ Courtney Radsch ຜູ້ອຳນວຍການດ້ານໃຫ້ການສະໜັບສະໜູນ ຂອງອົງ
ການ CPJ ກ່າວວ່າ “ໃນຮອບສາມປີທີ່ຜ່ານມານີ້ໄດ້ ເປັນໄລຍະທີ່ຕົກ ຢູ່ໃນອັນຕະລາຍຮ້າຍແຮງທີ່ສຸດສຳຫລັບພວກນັກຂ່າວ ຄືມີການເສຍຊີວິດຫຼາຍ ເປັນ
ຫວັດການ ການຈັບກຸມຄຸມຂັງ ແລະອີງຕາມຂໍ້ມູນໃຫ້ການຊ່ວຍ ຂອງອົງ ການ
CJP ແລ້ວ ມີພວກນັກຂ່າວຫລາຍກວ່າ 400 ຄົນ ໄດ້ຖືກບັງຄັບໃຫ້ໄປ ລີ້ໄພ
ຢູ່ຕ່າງປະເທດໃນລະຍະຫ້າປີທີ່ຜ່ານມານີ້."
ການກວດກາທາງອິນເຕີແນັດ ເປັນອາວຸດທີ່ສຳຄັນເພື່ອປິດປາກປິດສຽງພວກຕຳໜິຕິ
ຕຽນ. ຢູ່ໃນເກົາຫລີເໜືອ ມີແຕ່ນັກການເມືອງຂັ້ນສູງເທົ່ານັ້ນທີ່ສາມາດເຂົ້າຫາອິນເຕີ
ແນັດໄດ້. ຢູ່ທີ່ປະເທດຄິວບາ ພວກຂຽນຂ່າວລົງຄອມພິວເຕີ ຕ້ອງໄດ້ອັບໂຫລດ ຫລື
ຖ່າຍໂອນຂໍ້ມູນຈາກຄອມພິວເຕີຂອງຕົນໄປຍັງໄປຫາຄອມພິວເຕີຂອງບັນດາສະຖານ
ທູດຕ່າງປະເທດຫລືໂຮງແຮມຕ່າງໆເພື່ອຈະໄດ້ຕິດຕໍ່ແບບທີ່ ບໍ່ມີການກວດກາ.
ບັນດາຜູ້ໃຊ້ອິນເຕີແນັດ ໃນຈີນ 642 ລ້ານຄົນ ປະເຊີນໜ້າກັບອັນທີ່ຮ້ອງວ່າ “Great
Firewall” ທີ່ກີດກັ້ນເວັບໄຊທ໌ຕ່າງໆ ແລະສື່ສັງຄົມ ຂອງພວກຄັດ ຄ້ານລັດຖະບານນັ້ນ.
ທ່ານນາງ Radsch ກ່າວວ່າ “ການກວດກາ ເປັນເຄື່ອງມືທີ່ມີອຳນາດ ມັນຈຳ ກັດການຫລັ່ງໄຫລຂອງຂໍ້ມູນ. ໃນກໍລະນີທີ່ຈະຫລີກເວັ້ນຈາກການກວດກາໄດ້ນັ້ນ
ທ່ານຈະຕ້ອງມີຄວາມຊຳນິຊຳນານໃນດ້ານເທັກນິກທີ່ກ້າວໜ້າ ວ່າຈະໃຊ້ເຄຶ່ອງ
ມືແນວໃດ ເທັກນິກອັນໃດ ແລະຍັງຕ້ອງຮູ້ວິທີເກັບ ແຫລ່ງຂ່າວຕ່າງໆໃຫ້ປອດ
ໄພ ແລະຊີວະປະຫວັດຫຍໍ້ໃນຂອບເຂດທີ່ກວ້າງຂວາງຂອງເຂົາເຈົ້າໃຫ້ປອດໄພ.”
ຂະບວນການເຄື່ອນໄຫວ ໃນລະດູບານໃໝ່ຂອງຊາວອາຣັບ ໄດ້ນຳພາໄປສູ່ການປາບ
ປາມທັບມ້າງ ຢູ່ໃນເອຣິເທຣຍ ບ່ອນທີ່ລັດຖະບານ ລຶບລ້າງແຜນນຳໃຊ້ອິນເຕີແນັດ ໃຫ້
ແກ່່ປະຊາຊົນຂອງຕົນ. ນັບແຕ່ການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຣັບ ຊາອຸດີ
ອາຣາເຍຍ ໄດ້ດັດແປງກົດໝາຍສື່ມວນຊົນ ເພື່ອປ້ອງກັນການພິມເຜີຍແຜ່ເອກກະສານ
ທີ່ຂັດແຍ້ງກັບກົດໝາຍ Sharia ຫລື ບ່ອນທຳລາຍຕໍ່ຄວາມເປັນລະບຽບຮຽບຮ້ອຍ
ຂອງສັງຄົມ.
ສື່ມວນຊົນຂອງລັດຖະບານ ມັກຈະເປັນແຫລ່ງຂໍ້ມູນຂ່າວສານແຕ່ພຽງອັນດຽວ ຢູ່ໃນສິບ
ປະເທດ ທີ່ມີຊື່ຢູ່ໃນບັນຊີດັ່ງກ່າວ. ທ່ານນາງ Radsch ກ່າວວ່າ ການພິມເຜີຍແຜ່ລາຍ
ງານນີ້ ແມ່ນອຳນວຍໃຫ້ບັນດານັກຂ່າວ ແລະປະຊາຊົນ ຢູ່ໃນບັນດາປະເທດເຫລົ່ານີ້ຮູ້
ວ່າ ໂລກກຳລັງຈັບຕາເບິ່ງ ແລະມີຄວາມເປັນຫ່ວງເຂົາ ເຈົ້າ.