ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາວັກຊີນ COVID-19 ໃກ້ຈະຖືກຜະລິດ ອອກມາແລ້ວ ດ້ວຍການໃຊ້ ເທັກໂນໂລຈີໃໝ່


ພະຍາບານທ່ານນຶ່ງ ກຽມຢາວັກຊີນດັ່ງກັບການສຶກສາຄັ້ງໃຫຍ່ທີ່ສຸດຂອງໂລກ ກ່ຽວກັບ ຄວາມເປັນໄດ້ຂອງຢາວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນສຸຂະພາບແຫ່ງຊາດ ແລະ ບໍລິສັດ ໂມເດີນນາ (Moderna Inc.,), ເມືອງ ບິງແຮມຕັນ, ລັດ ນິວຢອກ, 27 ກໍລະກົດ, 2020.
ພະຍາບານທ່ານນຶ່ງ ກຽມຢາວັກຊີນດັ່ງກັບການສຶກສາຄັ້ງໃຫຍ່ທີ່ສຸດຂອງໂລກ ກ່ຽວກັບ ຄວາມເປັນໄດ້ຂອງຢາວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນສຸຂະພາບແຫ່ງຊາດ ແລະ ບໍລິສັດ ໂມເດີນນາ (Moderna Inc.,), ເມືອງ ບິງແຮມຕັນ, ລັດ ນິວຢອກ, 27 ກໍລະກົດ, 2020.

ຢາວັກຊີນ COVID-19 ສອງຊະນິດທີ່ອາດມາຮອດໄວສຸດໃນເດືອນພະຈິກນີ້ ໄດ້ໃຊ້ເທັກນິກໃໝ່ທີ່ເຕັມໄປດ້ວຍຄວາມຫັວງທີ່ບັນດານັກຊ່ຽວຊານເວົ້າວ່າ ມັນຈະເລັ່ງຂັ້ນຕອນການພັດທະນາ.

ຢາວັກຊີນໃໝ່ດັ່ງກ່າວຈະຖືກທົດລອງຄັ້ງທຳອິດ ເພື່ອເບິ່ງວ່າຢາວັກຊີນທີ່ອາໄສລະຫັດພັນທຸກຳ, ແທນທີ່ຈະເປັນພະຍາດເອງນັ້ນ, ສາມາດມີຄວາມປອດໄພ ແລະ ມີປະສິດທິຜົນຫຼືບໍ່. ອົງການເທັກໂນໂລຈີຊີວະພາບ Moderna ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ແມ່ນກຳລັງພັດທະນາຢາວັກຊີນຊະນິດນຶ່ງຂຶ້ນມາ. ອີກຊະນິດນຶ່ງແມ່ນດຳເນີນການດ້ວຍການປະສານງານລະຫວ່າງບໍລິສັດຜະລິດຢາຂອງ ເຢຍຣະມັນ BioNTech ແລະ ບໍລິສັດ Pfizer ທີ່ມີສຳນັກງານໃຫຍ່ຢູ່ໃນ ສະຫະລັດ.

ຢາວັກຊີກ່ອນໜ້ານີ້ທຸກອັນ ໄດ້ກະຕຸ້ນລະບົບພູມຄຸ້ມກັນດ້ວຍເຊື້ອໂຣກທີ່ຕາຍ ແລ້ວ ຫຼື ອ່ອນແອ ຫຼື ບາງສ່ວນຂອງມັນ. ສ່ວນປະກອບທີ່ມີຊີວິດຢູ່ໃນຢາວັກຊີນໃໝ່ແຕ່ລະອັນນັ້ນ ແມ່ນຊິ້ນສ່ວນນຶ່ງຂອງລະຫັດພັນທຸກຳເອີ້ນວ່າ mRNA. ມັນຈະບັນຊາຮ່າງກາຍໃຫ້ຜະລິດໄວຣັສນ້ອຍໆອັນນຶ່ງຂຶ້ນມາ. ມັນຈະບໍ່ກໍ່ໃຫ້ເກີດຄວາມເຈັບປ່ວຍ, ແຕ່ມັນຈະເຮັດໃຫ້ລະບົບພູມຄຸ້ມກັນໂຣກຕຽມພ້ອມເພື່ອຕໍ່ສູ້ກັບໄວຣັສທີ່ແທ້ຈິງ.

ການຜະລິດຢາວັກຊີນໃຫ້ພຽງພໍເປັນຫຼາຍຮ້ອຍລ້ານໂດສນັ້ນ ປົກກະຕິແລ້ວຈະຕ້ອງໄດ້ໃຊ້ລະບົບການຜະລິດທາງດ້ານຊີວິພາບຂະໜາດໃຫຍ່ທີ່ຖືກອອກແບບມາເປັນພິເສດ ເພື່ອຂະຫຍາຍເຊື້ອໂຣກ ຫຼື ຊິ້ນສ່ວນຂອງມັນ. ຢາວັກຊີນ mRNA ແມ່ນສາມາດທະນາຂຶ້ນໄດ້ໄວກວ່າ ສ່ວນນຶ່ງກໍເປັນຍ້ອນເຂົາເຈົ້າ ບໍ່ຕ້ອງໄດ້ອາໄສລະບົບທີ່ສັບຊ້ອນນີ້. ບວກກັບຢາວັກຊີນ mRNA ເຊິ່ງແມ່ນອົງປະ ກອບພື້ນຖານທາງເຄມີຈຳນວນນຶ່ງ ທີ່ສາມາດແກ້ໄຂໄດ້ເພື່ອຜະລິດຢາວັກຊີນຊະນິດໃໝ່ເພື່ອຕໍ່ສູ້ກັບເຊື້ອໂຣກທີ່ແຕກຕ່າງກັນ.

ນີ້ແມ່ນຢາວັກຊີນທີ່ອີງໃສ່ລະຫັດພັນທຸກຳ ທີ່ຈະຖືກພັດທະນາຂຶ້ນສຳລັບຄົນໄຂ້ ທີ່ເປັນມະນຸດທັງ ຫຼາຍ. ຢາວັກຊີນສັດຕະວະແພດຫຼາຍອັນທີ່ໄດ້ໃຊ້ເທັກນິກນີ້ ແມ່ນມີຂາຍຢູ່ໃນຕະຫຼາດ, ລວມມີພູມຄຸ້ມກັນຕໍ່ໄວຣັສ ເວັສ ໄນລ໌ (West Nile) ໃນໂຕມ້າ, ໂຣກມະເຮັງຜິວໜັງໃນໂຕໝາ ແລະ ພະຍາດທີ່ເກີດຈາກ ເຊື້ອໄວຣັສ ອື່ນໆໃນປາແຊລມັອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG