ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ແຜ່​ລະ​ບາດ​ຂອງ​ໂຄວິດ ສົງ​ຄາມ​​ໃນຢູ​ເຄ​ຣນ ປົກ​ຄຸມກອງ​ປະ​ຊຸມ ​ອົງ​ການ​ອະ​ນາ​ໄມ​ໂລກ


 ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ທ່ານ​ເຕ​ໂດ​ຣ​ສຸ ອາ​ດາ​ນອມ ເກີ​ເບ​ຣີ​ເຢ​ຊຸສ ກ່າວ​ຄ​ຳ​ປາ​ໄສວັນ​ເປີດກອງ​ປະ​ຊຸມສະ​ພາ​ອົງ​ການ​ອະ​ນາ​ໄມ​ໄລ​ກ ຄັ້ງ​ທີ 75th ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສວິດ​ເຊີແລນ​ ວັນ​ທີ 22 ພຶດ​ສະ​ພາ 2022
ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ທ່ານ​ເຕ​ໂດ​ຣ​ສຸ ອາ​ດາ​ນອມ ເກີ​ເບ​ຣີ​ເຢ​ຊຸສ ກ່າວ​ຄ​ຳ​ປາ​ໄສວັນ​ເປີດກອງ​ປະ​ຊຸມສະ​ພາ​ອົງ​ການ​ອະ​ນາ​ໄມ​ໄລ​ກ ຄັ້ງ​ທີ 75th ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສວິດ​ເຊີແລນ​ ວັນ​ທີ 22 ພຶດ​ສະ​ພາ 2022

NEWS 6 WHO ASSEMBLY

ສົງ​ຄາມຢູ​ເຄ​ຣນ ພ້ອມ​ດ້ວຍ​ການ​ລະ​ບາດ​ຂອງພະ​ຍາດ ແລະ​ຄວາມເສຍ​ທີ່​ໄດ້​ເກີດ​ຂຶ້ນ ​ຫລັງ​ຈາກ​ນັ້ນ ແມ່ນ​ເປັນ​ຫົວ​ຂໍ້​ສຳ​ຄັນ​ສຳ​ລັບ​ສ່ວນໃຫຍ່ວັນ​ອາ​ທິດ​ວານ ​ນີ້ ຂະ​ນະ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ເປີດປະ​ຊຸມ​ບັນ​ດາ​ປະ​ເທດ​ຕ່າງໆ​ ເພື່ອ​ເວົ້າເ​ຖິງການ​ແຜ່​ລະ​ບາດ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ແລະ​ການ​ທ້າ​ທາຍ​ດ້ານ​ສຸ​ຂະ​ພາບ​ຫລາຍ​ຢ່າງ​ຢູ່​ໃນ​ທົ່ວ​ໂລກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

​ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ທ່ານ​ເຕ​ໂດ​ຣສ ອາ​ດາ​ນອມ ເກ​ເບ​ຣ​ເຢ​ຊຸ​ສ ໄດ້​ເຕືອນ​ໃນ​ວັນ​ເປີດກອງ​ປະ​ຊຸມ ພະ​ແນກ​ການ​ຂອງອົງ​ການ​ສະ​ຫະ​ປະ​ ຊາ​ຊາດ​ປະ​ຈຳ​ປີວ່​າ “ບ່ອນ​ໃດ​ມີ​ສົງ​ຄາມ ຄວາມ​ອຶດ​ຢາກ ແລະ​ພະ​ຍາດ ໃນ​ບໍ່​ຊ້າກໍຕິດ​ຕາມມານຳ​ຫລັງ.”

ກອ​ງ​ປະ​ຊຸມ ​ມີ​ກຳ​ນົດ​ຈະ​ດຳ​ເນີນ​ໄປ ​ຈົນ​ເຖິງວັນ​ເສົາ​ຈະ​ມາ​ນີ້ ຊຶ່ງເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ​ທີ່ WHO ປະ​ຊຸມກັບ​ບັນ​ດາ​ສະ​ມາ​ຊິກ 194 ປະ​ເທດ​ທີ່​ເຂົາ​ເຈົ້າເຕົ້​າ​ໂຮມ​ກັນເປັນຈຳ​ນວນ​ໃຫ​ຍ່​ແບບ​ເຊິ່ງໜ້າ ນັບ​ແຕ່​ໂຄວິດ-19 ໄດ້​ເລີ້ມ​ຂຶ້ນ​ມາ​ໃນ​ທ້າຍ​ປີ 2019.

​ທ່ານ​ເຕ​ໂດ​ຣ​ສ ໄດ້​ເຕືອນ​ວ່າ ຄວາມ​ສຳ​ຄັນ​ການ​ເຮັດ​ວຽກ​ຢູ່​ສະ​ພາ ເພື່ອ​ແກ້​ໄຂ​ ພາ​ວະ​ສຸກ​ເສີນ​ອັນ​ຍາວ​ນານຂອງ​ໂລກ ແລະ​ການ​ທ້າ​ທາຍ​ຕ່າງໆຮວມ​ທັງວິ​ກິດ​ການ​ໂຄວິດ-19 ​ບໍ່​ສາ​ມາດ​ທີ່​ຈະສຳ​ເລັດ ​ທີ່ “ຢູ່​ໃນໂລກ​ທີ່​ມີ​ການ​ແບ່ງ​ແຍກ​.”

​ທ່ານ​ໄດ້​ເຕືອນ​ວ່າ “ພວກ​ເຮົາ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຢ້ານ​ກົວ​ຕໍ່ການດຳ​ເນີນ​ຂອງ​ພະ​ຍາດ ​ຄວາ​ມແຫ້ງ​ແລ້ງ ​ຄວາມອຶດ​ຢາກ ແລະ​ສົງ​ຄາມ ທີ່​ກໍ່​ເກີດ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ຄວາມ​ບໍ່​ເທົ່າ​ທຽມ​ກັນ ແລະການ​ແຂ່ງ​ຂັນພູ​ມີ​ພ​າກ​ການ​ເມືອງ.”

​ອະ​ດີດ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ​ເອ​ທິ​ໂອ​ເປຍ ກ່າວ​ວ່າ ທ່ານໄດ້ເຫັນ​ຄວາມ​ພິ​ນາດ ​ຢູ່​ໃນ​ຢູ​ເຄ​ຣ​ນຜ່ານສາຍ​ຕາ​ສ່ວນ​ໂຕ​ “ຂ້າ​ພະ​ເຈົ້າ​ເປັນ​ເດັກ​ນ້ອຍ​ສົງ​ຄາມ.”

​ຢູ່​ໃນ​ຢູ​ເຄ​ຣນ ແລະ​ແຫ່ງ​ອື່ນໆ ທ່ານ​ກ່າວ​ວ່າ ມັນ​ເປັນ​ສັນ​ຕິ​ພາບ​ທີ່​ຈະ​ແຈ້ງ “ມັນ​ເປັນ​ເງື່ອນ​ໄຂ​ຫຼັກ​ສຳ​ລັບ​ສຸ​ຂະ​ພາບ. ພວກ​ເຮົາ​ຕ້ອງ​ເລືອກ​ເອົາ​ສຸ​ຂະ​ພາບ ​ເພື່ອ​ສັນ​ຕິ​ພາບ ແລະ​ສັນ​ຕິ​ພາບ ສັນ​ຕິ​ພາບ ສັນ​ຕິ​ພາບ.”

​ແຕ່​ແມ່ນ​ສົງ​ຄາມ​ທີ່ໄດ້​ຄອບ​ງຳ ການ​ກ່າວ​ຄຳ​ປາ​ໄສ ​ຢູ່ລະ​ດັບ​ສູງ ​ມືື້​ທຳ​ອິດຢູ່​ໃນກອງ​ປະ​ຊຸມ​ສະ​ພາ.

​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອມ​ມາ​ນຸຍ​ແອ​ລ ມາກ​ຣົງ ກ່າ​ວ​ຢູ່​ໃນວີ​ດີ​ໂອ ວ່າ

“ສິ່ງ​ທີ​ຕິດ​ຕາມ​ມາຂອງ​ສົງ​ຄາມແມ່ນ​ຄວາມ​ຫາ​ຍະ​ນະ ​ຕໍ່ສຸ​ຂະ​ພາບ ​ຕໍ່ປະ​ຊາຊົນ ຕໍ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ສຸກ ແລະຕໍ່ສຸ​ຂະ​ພາບ​ຂອງບັນ​ດານາຍ​ແພດ.”

Ukraine war, with disease and destruction following in its wake, loomed large Sunday as the WHO convened countries to address a still raging pandemic and a vast array of other global health challenges.

"Where war goes, hunger and disease follow shortly behind," World Health Organization chief Tedros Adhanom Ghebreyesus warned on the opening day of the U.N. agency's main annual assembly.

The assembly, due to run through Saturday, marks the first time the WHO is convening its 194 member states for their first largely in-person gathering since COVID-19 surfaced in late 2019.

Tedros warned that important work at the assembly to address a long line of global health emergencies and challenges, including the COVID-19 crisis, could not succeed "in a divided world."

"We face a formidable convergence of disease, drought, famine and war, fueled by climate change, inequity and geopolitical rivalry,” he warned.

The former Ethiopian health minister said he was viewing the ravages in Ukraine through a personal lens: "I am a child of war.”

In Ukraine and elsewhere, he said, it is clear peace "is a prerequisite for health. We must choose health for peace, and peace, peace, peace."

But it was war that dominated the high-level speeches on the first day of the assembly.

"The consequences of this war are devastating, to health, to populations, to health facilities and to health personnel," French President Emmanuel Macron said in a video address.

XS
SM
MD
LG