ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າມະນຸດຂ້າມຊາດ ຍັງສືບຕໍ່ເປັນບັນຫາທີ່ແກ້ໄຂໄດ້ຍາກຂອງລາວ


ກອງບັນຊາການ ປ.ກ.ສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ກອງບັນຊາການ ປ.ກ.ສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ການຄ້າມະນຸດຂ້າມຊາດ ໄດ້ເພີ້ມຄວາມຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງພາຍຫລັງມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ແລະປະເທດເພື່ອນບ້ານ. ເຖິງແມ່ນວ່າຫລາຍພັນຄົນທີ່ກັບມາຈາກການອອກແຮງງານຢູ່ໄທໄດ້ກັບຄືນ ໄປເຮັດວຽກຢູ່ຕ່າງປະເທດ ນັບແຕ່ທ້າຍປີ 2021 ມາແລ້ວກໍຕາມ ແຕ່ສະ ພາບການນີ້ຍັງເຮັດໃຫ້ແຮງງານລາວ ໂດຍສະເພາະແມ່ນແມ່ຍິງທີ່ມາຈາກຄອບ ຄົວທຸກຈົນ ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ດັ່ງກໍລະນີຍິງສາວລາວຄົນນຶ່ງ ທີ່ຖືກຫລອກລວງໄປແຕ່ງງານ ແລະເຂົ້າເມືອງແບບຜິດກົດໝາຍຢູ່ໃນພາກໃຕ້ຂອງຈີນ ແລະຖືກຄຸມຂັງ ມາໄດ້ປີປາຍແລ້ວ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການລະບາດຂອງພະຍາດໂຄວິດ-19 ທີ່ຕາມມາດ້ວຍໄພເງິນເຟີສູງ ໄດ້ພາໃຫ້ຄວາມທຸກຍາກ ແລະເສດຖະກິດທີ່ຕົກຕໍ່າຢູ່ແລ້ວ ໃນເຂດຊົນນະບົດ ແລະໃນຫລາຍຄອບຄົວຢູ່ໃນເຂດເມືອງໃຫຍ່ຂອງລາວນັ້ນ ເພີ້ມຄວາມຮ້າຍແຮງຂຶ້ນ. ສະພາບການນີ້ ໄດ້ເຮັດໃຫ້ການລັກລອບຄ້າແມ່ຍິງແລະເດັກຍິງໄປປະເທດຈີນເພີ່ມຂຶ້ນ, ອີງຕາມຕຳຫຼວດ ແລະນັກເຄື່ອນໄຫວດ້ານສິດທິຂອງແມ່ຍິງເວົ້າ. ພວກ​ແມ່​ຍິງ​ທີ່​ທຸກ​ຍາກ ແລະ​ບໍ່​ໄດ້​ຮັບ​ການ​ສຶກ​ສາ ທີ່​ປາ​ຖະ​ໜາ​ຢາກ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ແມ່ນ​ຖືກ​ຫຼອກ​ລວງ ແລະ​ຊັກ​ຈູງ​ໃຫ້​ເຂົ້າ​ໄປ​ໃນ​ການ​ຄ້າ​ທາງ​ເພດ ແລະ​ການ​ແຕ່ງ​ງານ​ທີ່​ບໍ່​ຖືກ​ຕ້ອງຕາມກົດໝາຍ​ໃນ​ຈີນ. ນາງໄລ (ນາມແຝງ) ທີ່ມາຈາກ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ແລະເພື່ອນຍິງທີ່ມີຢູ່ປະມານ 4 ຄົນດ້ວຍກັນ ກໍນອນຢູ່ໃນພວກທີ່ໄດ້ຮັບເຄາະຮ້າຍ ຍ້ອນສະພາບການທີ່ກ່າວມານີ້. ຕາມການບອກເລົ່າຂອງແມ່ນາງໄລ ປາກົດວ່າ ຜູ້ກ່ຽວ ຖືກຜູ້ຊາຍຈີນຫລອກໄປແຕ່ງງານແບບບໍ່ຖືກຕ້ອງຕາມກົດໝາຍ ແລ້ວ ຖືກຕົບຕີ ທາລຸນຈາກຊາຍຄົນນັ້ນກ່ອນ ແລະຕໍ່ມາກໍຖືກຕໍາຫວດຈັບໄດ້ ແລະເອົາໄປຄຸມຂັງ ຊຶ່ງແມ່ຂອງນາງ ເລົ່າສູ່ຟັງດັ່ງນີ້:

“ເຂົ້າຄຸກມາໄດ້ປີປາຍແລ້ວ ຍັງບໍ່ໄດ້ມາຫັ້ນກະບໍ່ຮູ້ຄືກັນ ມີແຕ່ເຂົາໂທມາວ່າ ເພິ່ນຕິດຕໍ່ໄດ້ແລ້ວ. ເພິ່ນໂທມາເວົ້າພາສາຈີນ ແລະເພິ່ນແປສູ່ຟັງວ່າ ແມ່ຊິໃຫ້ໝວຍນີ້ຄືນໄປຢູ່ກັບຜົວບໍ່? ຄັນຄືນໄປໄດ້ລະບໍ່ຕີບໍ່ຂ້າບໍ່ຫຍັງລະກະໃຫ້ຄືນ ຄັນວ່າຄືນໄປຕີຂ້າລະບໍ່ໃຫ້ຄືນ ຄັນວ່າໃຫ້ເຮົາຄືນໄປແລ້ວ ເຂົາຊິໃຫ້ປະກັນໂຕເອົາວ່າຊັ້ນ.”

ສະພາບການທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະຖືກຈັບກຸມເຊັ່ນນີ້ ເຮັດໃຫ້ເປັນພາລະແກ່ຜູ້ເປັນແມ່ ທີ່ມີຊີວິດການເປັນຢູ່ລຳ​ບາກ​ຢູ່ແລ້ວນັ້ນ ໜັກໜ່ວງຂຶ້ນອີກ ເມື່ອຜູ້ກ່ຽວຂາດເຂີນອາຫານການກິນ ໃນຂະນະທີ່ຢູ່ໃນຄຸກທີ່ຈີນ ດັ່ງທີ່ແມ່ຂອງ ນາງເວົ້າສູ່ຟັງອີກວ່າ:

“ຢູ່ອຶດຢູ່ຢາກ ເງິນກະໄດ້ສົ່ງໃຫ້ຕະຫລອດບໍ່ມີເງິນຊິຊື້ຢູ່ຊື້ກິນແລ້ວ ທັງຢູ່ບ້ານ ທັງຢູ່ພຸ້ນແນ່ ຕາຍແລ້ວຂ້ອຍຕາຍ ປີປາຍແລ້ວເດ່ ຕັ້ງແຕ່ເຂົ້າຄຸກຫັ້ນລະປີປາຍແລ້ວ”.

ດັ່ງທີ່ວີໂອເອ ໄດ້ສະເໜີໄປ ໃນບົດລາຍງານປະຈໍາປີ 2021 ຂອງກະຊວງການຕ່າງປະເທດສະຫະລັດ ລາວຖືກຈັດຢູ່ໃນຂັ້ນທີ 2 ຫລື Tier II ຊຶ່ງເປັນປະເທດ ທີ່ຄວນມີການສິ້ງຊອມຕິດຕາມດ້ານການຄ້າມະນຸດ. ລາຍງານນີ້ກ່າວວ່າ ເນື່ອງຈາກການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ແຮງງານລາວຫລາຍພັນຄົນຢູ່ໄທ ແລະປະເທດອື່ນ ລວມທັງມາເລເຊຍ ແລະຈີນນັ້ນ ໄດ້ເລີ້ມພາກັນກັບຄືນປະເທດທັງແບບເປັນທາງການ ແລະບໍ່ເປັນທາງການ ຊຶ່ງພາໃຫ້ມີການຫວ່າງງານຢ່າງກວ້າງຂວາງໃນລາວ ແລະເພີ້ມຄວາມຫຍຸ້ງຍາກທາງເສດຖະກິດ ໃຫ້ແກ່ຄອບຄົວທີ່ເພິ່ງພາອາໄສເງິນທີ່ເຂົາເຈົ້າສົ່ງມາຈາກຕ່າງປະເທດ. ສະພາບການນີ້ ເຮັດໃຫ້ແຮງງານລາວ ຕົກຢູ່ໃນສະພາບທີ່ອາດຈະຖືກຂູດຮີດໄດ້ງ່າຍ ໃນຂະນະທີ່ພວກເຂົາເຈົ້າກໍາລັງຊອກຫາວຽກງານ ທີ່ຈ່າຍຄ່າແຮງງານຕໍ່າໃນລາວ ແລະພະຍາຍາມຍົກຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ. ນອກນັ້ນແລ້ວ ກໍຍັງມີແມ່ຍິງແລະເດັກຍິງຈຳນວນນຶ່ງ ທີ່ຖືກຂາຍໄປແຕ່ງງານໃນປະເທດຈີນ. ເຊັ່ນດຽວກັນໃນກໍລະນີຂອງນາງໄລ, ອີງຕາມການບອກເລົ່າຂອງແມ່ນາງ ຫລັງຈາກກັບມາຈາກໄປອອກແຮງງານຢູ່ໄທ ໃນປີ 2020 ນີ້ແລ້ວ ນາງກໍດີ້ນຮົນຫາວຽກເຮັດ ແລ້ວຈຶ່ງໄດ້ໄປເຮັດວຽກຢູ່ໃນເຂດເສດຖະກິດພິເສດຢູ່ແຂວງຫລວງນໍ້າທາ ທີ່ມີຊາຍແດນຕິດກັບຈີນນັ້ນເພື່ອຫາເງິນມາສົ່ງເສີມນ້ອງຮຽນໜັງສືແລະແມ່ ແຕ່ກໍຖືກຄົນຊັກຊວນໄປເຮັດວຽກ ແຕ່ງງານຢູ່ຈີນ ທັ້ງໆທີ່ນາງບໍ່ມີໜັງສືເດີນທາງ ຫລື ປັສປອດກໍຕາມ ຊຶ່ງແມ່ຂອງນາງເລົ່າຕົ້ນເຫດຂອງເລື້ອງທັງໝົດນີ້ສູ່ຟັງວ່າ:

“ທໍາອິດແມ່ນໄປເຮັດວຽກ ແຕ່ຫາກບໍ່ຮູ້ວ່າໄປຮອດຈີນ ຫາກໄປເຮັດວຽກຢູ່ ຫລວງນໍ້າທາຫັ້ນ ກະເຄີຍໄດ້ລົມໄດ້ຫຍັງ ເພິ່ນກະວ່າ ເພິ່ນຢູ່ຫລວງນໍ້າທາ, ເຮັດວຽກຢູ່ຫັ້ນ. ບັດນີ້ອີກພັກນຶ່ງດົນເຕີບ ຜັດວ່າຢູ່ຈີນ.”

ເຂດເສດຖະກິດພິເສດ ລາມຫຼ່ຽມຄຳ ໃນແຂວງບໍ່ແກ້ວ ທີ່ບໍລິສັດຈີນ ໄດ້ຮັບສຳປະທານລົງທຶນລົງທຶນ ໃນການປຸກສ້າງຕຶກອາຄານ ແລະສະຖານທີ່ຫຼິ້ນການພະນັນ ຫຼືກາຊີໂນ
ເຂດເສດຖະກິດພິເສດ ລາມຫຼ່ຽມຄຳ ໃນແຂວງບໍ່ແກ້ວ ທີ່ບໍລິສັດຈີນ ໄດ້ຮັບສຳປະທານລົງທຶນລົງທຶນ ໃນການປຸກສ້າງຕຶກອາຄານ ແລະສະຖານທີ່ຫຼິ້ນການພະນັນ ຫຼືກາຊີໂນ

ໃນແຕ່ລະປີ ປະມານ 2,000 ຫາ 450,000 ຄົນໃນລາວຕົກເປັນເຫຍື່ອຂອງການຄ້າມະນຸດ, ຊຶ່ງໃນນັ້ນ ເດັກຍິງອາຍຸ 12 ຫາ 18 ປີ ກວາມເອົາປະມານ 90 ເປີເຊັນ ຂອງຜູ້ເຄາະຮ້າຍ, ອີງຕາມ The Borgen Project ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ທີ່ຕັ້ງຢູ່ໃນລັດວໍຊິງຕັນ, ສະຫະລັດອາເມຣິກາ.

ພ້ອມກັນນັ້ນການຂາດຄວາມຮັບຜິດຊອບ ແລະການສໍ້ລາດບັງຫລວງ ຂອງເຈົ້າ ໜ້າທີ່ກ່ຽວຂ້ອງ ກໍເຮັດໃຫ້ບັນຫານີ້ ແກ້ໄຂໄດ້ຍາກ. ບົດລາຍງານການສໍາ ຫລວດຂອງຫ້ອງການຢາເສບຕິດ ແລະອາດຊະຍາກໍາຂອງສະຫະປະຊາຊາດ ຫລື UNDOC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ ປີ 2019 ພົບວ່າ ການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ປະຈໍາຊາຍແດນ ແລະເຈົ້າໜ້າທີ່ຂັ້ນສູງ ຈໍານວນ ນຶ່ງມີບົດບາດສໍາຄັນໃນເລື້ອງການລັກລອບ ແລະຄ້າມະນຸດຂ້າມຊາດໃນຂົງເຂດດັ່ງກ່າວທີ່ລວມທັງລາວ.

ສະຫລຸບແລ້ວຄວາມທຸກຈົນ ບວກກັບການຂາດຄວາມຮັບຜິດຊອບ ແລະການສໍ້ ລາດບັງຫລວງ ຂອງເຈົ້າໜ້າທີ່ກ່ຽວຂ້ອງເຮັດໃຫ້ການຄ້າມະນຸດຂ້າມຊາດ ຂອງລາວຍັງສືບຕໍ່ເປັນບັນຫາທີ່ແກ້ໄຂໄດ້ຍາກ.

XS
SM
MD
LG