ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຖົກຖຽງກັນ ກ່ຽວກັບການໃຊ້ຢາ ຕ້ານໄຂ້ມາເລເຣຍ ເພື່ອປິ່ນປົວຄົນ ຕິດເຊື້ອໄວຣັສ ໂຄວິດ -19 


ຄົນປ່ວຍຈາກການຕິດເຊື້ອໄວຣັສໂຄໂຣນາຄົນນຶ່ງ ຖືກຍ້າຍອອກຈາກໂຮງໝໍໄປຢູ່ເຮືອນ ຢູ່ໃນເມືອງ Klinicare ຂອງນະຄອນຫລວງ Brussels ປະເທດແບລຢ້ຽມ, ວັນທີ 1 ເມສາ, 2020.
ຄົນປ່ວຍຈາກການຕິດເຊື້ອໄວຣັສໂຄໂຣນາຄົນນຶ່ງ ຖືກຍ້າຍອອກຈາກໂຮງໝໍໄປຢູ່ເຮືອນ ຢູ່ໃນເມືອງ Klinicare ຂອງນະຄອນຫລວງ Brussels ປະເທດແບລຢ້ຽມ, ວັນທີ 1 ເມສາ, 2020.

ການຖົກຖຽງກັນກ່ຽວກັບປະໂຫຍດຂອງຢາຕ້ານໄຂ້ມາເລເຣຍ ໃນການປິ່ນປົວຜູ້ໄດ້ຮັບເຄາະຮ້າຍຈາກໄວຣັສໂຄໂຣນາຢູ່ໃນສະຫະລັດ ໄດ້ເຮັດໃຫ້ປະທານາທິ ບໍດີ ດໍໂນລ ທຣໍາ ປະທະກັກັບຫົວໜ້ານັກຊ່ຽຊານດ້ານພຍາດຕິດແປດຂອງປະເທດ, ດຣ. ແອນໂທນີ ຟາວຈິ (Anthony Fauci).

ໂດຍທີ່ມີຄົນເສຍຊີວິດເພີ້ມຂຶ້ນເປັນຮ້ອຍໆຄົນໃນແຕ່ລະມືທ່ານ ທຣໍາມັກຈະ ກ່າວຊຸກຍູ້ໃຫ້ຄົນໃຊ້ຢາໄຮໂດຣ ຊິກໂຄລໂຣໄຄວນ໌ (hydroxychloroquine) ຢູ່ໃນ ກອງປະຊຸມຖະແຫລງຂ່າວປະຈໍາວັນ ໂດຍເອີ້ນມັນວ່າ ເປັນສິ່ງທີ່ພາ ໃຫ້ມີການປ່ຽນແປງໄດ້” ເພື່ອຊ່ວຍກອບກູ້ຊີວິດຄົນໄວ້.

ພວກເຮົາຊິເສຍຫາຍຫຍັງ? ກິນໂລດນັ້ນຄືຄໍາເວົ້າຂອງທ່ານປະທານາທິບໍດີ ຢູ່ໃນກອງປະຊຸມຖະແຫລງຂ່າວຢູ່ທໍານຽບຂາວ ໃນວັນທ້າຍສັບປະດາຜ່ານມາ. ທ່ານກ່າວຕໍ່ໄປວ່າຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າຄວນກິນຢານີ້. ແຕ່ວ່າກໍ ແລ້ວແຕ່ເຂົາເຈົ້າດອກ. ແລະກໍແລ້ວແຕ່ທ່ານໝໍຂອງເຂົາເຈົ້າ ຫລືພວກທ່ານໝໍ ທັງຫລາຍ ຢູ່ໃນໂຮງໝໍຫັ້ນທີ່ຄິດວ່າຈະໃຊ ຫລືບໍ່ໄດ້ໃຊ້ມັນດີ. ແຕ່ວ່າຢາ ໄຮໂດຣຊິກໂຄລໂຣໄຄວນ໌ (hydroxychloroquine) -ລອງໃຊ້ມັນເບິ່ງ ຖ້າພວກທ່ານ ໃຊ້.”

ດຣ. ຟາວຈິ ທີ່ມັກຈະຢືນຢູ່ຫ່າງຈາກຜູ້ນໍາສະຫະລັດທ່ານນີ້ 1 ຫລື 2 ບາດ ກ້າວ ຢູ່ໃນຫ້ອງປະຊຸມລາຍງານຂ່າວ ຢູ່ທໍານຽບຂາວນັ້ນ ເວົ້າວ່າ ຂໍ້ມູນສະແດງ ໃຫ້ເຫັນວ່າ ອາດມີສິ່ງເຮັດໃຫ້ໄດ້ຮັບຜົນສໍາເລັດໃນການໃຊ້ຢາດັ່ງກ່າວເພື່ອປິ່ນ ປົວຄົນປ່ວຍຍ້ອນເຊື້ອໄວຣັສໂຄໂຣນາຊຶ່ງເປັນສິ່ງທີ່ພາໃຫ້ຄິດທີ່ດີທີ່ສຸດແລະ ບໍ່ໄດ້ອີງໃສ່ການສຶກສາຄົ້ນຄວ້າທາງວິທະຍາສາດ. ທ່ານເປັນຫົວໜ້າຂອງສະຖາ ບັນດ້ານໂຣກ ພູມແພແລະພະຍາດຕິດແປດມາເປັນເວລາດົນນານແລ້ວ.

ໃນວັນອາທິດຜ່າມາ ທ່ານທຣໍາ ປາກົດວ່າໄດ້ໝົດຄວາມອົດທົນຕໍ ທ່ານຟາວຈິ ທີ່ກ່າວຢູ່ຕໍ່ໜ້າປວງຊົນອີກວ່າ ບໍ່ມີຫຼັກຖານພິສູດທາງດ້ານວິທະຍາສາດສະແດງ ໃຫ້ເຫັນເຖິງຜົນສໍາເລັດຂອງການໃຊ້ຢາດັ່ງກ່າວເພື່ອປິ່ນ ປົວຄົນປ່ວຍ ຍ້ອນໄວ ຣັສໂຄໂຣນາ. ເມື່ອນັກຂ່າວຄົນນຶ່ງຖາມ ດຣ. ຟາວຈິ ກ່ຽວກັບຫລັກຖານ ທາງ ການແພດທີ່ເປັນການຢືນຢັນໃຫ້ແກ່ການໃຊ້ຢານີ້ນັ້ນ, ທ່ານທຣໍາ ກໍໄດ້ເວົ້າແຊກ ຕັດໜ້າທ່ານເພື່ອບໍ່ໃຫ້ທ່ານໄດ້ຕອບຄໍາຖາມນັ້ນ ໂດຍບອກນັກຂ່າວຄົນ ນັ້ນວ່າເຈົ້າຮູ້ບໍ່ວ່າ ລາວໄດ້ຕອບຄໍາຖາມເຈົ້າໄປຈັກຄັ້ງແລ້ວ? ອາດຈະຮອດ 15 ຄັ້ງ ແລ້ວ.”

ການຖົກຖຽງກັນຢ່າງຟົດເດືອດໃນການໃຊ້ຢານີໄດ້ມີຂຶ້ນຢູ່ກອງປະຊຸມຂອງ ໜ່ວຍງານສະເພາະກິດດ້ານໄວຣັສໂຄໂຣນາ ຢູ່ຫ້ອງການດໍາເນີນງານ ຂອງ ທໍານຽບຂາວໃນວັນເສົາຜ່ານມາ ລະຫວ່າງ ທີ່ປຶກສາດ້ານການຄ້າຂອງທ່ານ ທຣໍາ, ທ່ານ ພີເຕີ ນາວາໂຣ (Peter Navarro) ກັບທ່ານ ຟາວຈິ ຜູ້ທີ ໄດ້ສະແດງ ຄວາມບໍ່ແນ່ໃຈອອກມາເລື້ອຍໆແລະບອກໃຫ້ລະວັງໃນການໃຊ ຢາດັ່ງກ່າວ.

ທ່ານ ນາວາໂຣ ກ່າວຕໍ່ນັກຂ່າວໃນໂທລະພາບ CNN ໃນວັນຈັນວານນີ້ວ່າຢານີອາດຈະສາມາດຊ່ວຍກອບກູ້ຊີວິດຄົນໄດ້.” ທ່ານກ່າວຕໍ່ໄປວ່າພວກ ເຮົາກໍາລັງຢູໃນສົງຄາມຢູ່ດຽວນີ້. ພວກເຮົາກໍາລັງເຮັດໃຫ້ແນ່ໃຈວ່າ ມີຄົນ ເສຍຊີວິດໜ້ອຍ ທີ່ສຸດເທົ່າທີ່ຈະເຮັດໄດ້.”

ແຕ່ທ່ານນາວາໂຣກໍຍອມຮັບວ່າມັນມີຜົນທີ່ບໍ່ດີສໍາລັບການເຮັດແນວນີ້. ໃນ ບາງກໍລະນີມັນອາດຈະເຮັດໃຫ້ເກີດຜົນຂ້າງຄຽງທີ່ບໍ່ດີ. ມັນກ່ຽວຂ້ອງກັບຫົວໃຈ ແລະກ່ຽວ ຂ້ອງກັບສາຍຕາ.”

ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG