ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈະເອົາຊະນະ ເຊື້ອໂຄວິດ-19 ໄດ້ ອາດຕ້ອງອາໄສ ຜູ້ທີ່ແຂງແຮງທີ່ສຸດ ທີ່ລອດຊີວິດ ມາໄດ້ນັ້ນ


ນັກຄົ້ນຄວ້າຄົນນຶ່ງ ເຮັດວຽກຢູ່ຫ້ອງທົດລອງ NUS ໃນໂຮງຮຽນແພດສາດຂອງມະຫາວິທະຍາໄລ Duke ທີ່ພັດທະນາວິທີຊອກຫາການປ່ຽນແປງທາງກໍາມະພັນ ທີ່ຊ່ວຍເຮັດໃຫ້ການຜະລິດຢາວັກຊິນກັນໄວຣັສໂຄໂຣນາ ຫລື COVID-19 ໄວຂຶ້ນໄດ້ນັ້ນ (ພາບຖ່າຍໃນວັນທີ 23 ມີນາ, 2020)
ນັກຄົ້ນຄວ້າຄົນນຶ່ງ ເຮັດວຽກຢູ່ຫ້ອງທົດລອງ NUS ໃນໂຮງຮຽນແພດສາດຂອງມະຫາວິທະຍາໄລ Duke ທີ່ພັດທະນາວິທີຊອກຫາການປ່ຽນແປງທາງກໍາມະພັນ ທີ່ຊ່ວຍເຮັດໃຫ້ການຜະລິດຢາວັກຊິນກັນໄວຣັສໂຄໂຣນາ ຫລື COVID-19 ໄວຂຶ້ນໄດ້ນັ້ນ (ພາບຖ່າຍໃນວັນທີ 23 ມີນາ, 2020)

ໃນຂະນະທີ່ສະຫະລັດກໍາລັງປະເຊີນກັບອາທິດທີ່ເຕັມໄປດ້ວຍການລະບາດໃນ ລະດັບໂລກຂອງໄວຣັສ ໂຄວິດ-19 ທີ່ຮ້າຍແຮງທີ່ສຸດຢູ່ນັ້ນ, ສັນຍານແຫ່ງ ຄວາມຫວັງກໍໄດ້ປາກົດອອກມາ ຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບໜັກຢູ່ແຫ່ງອື່ນໃນໂລກ.

ການເດີນທາງ ແລະຂໍ້ຈໍາກັດໃນດ້ານທຸລະກິດຕ່າງໆ ກໍາລັງຄ່ອຍໆຖືກຍົກເລີກ ອອກໄປຢູ່ໃນເມືອງວູຫານຂອງຈີນ ບ່ອນທີ່ການລະບາດໄດ້ເລີ້ມຕົ້ນຂຶ້ນນັ້ນ. ຢູ່ ໃນອີຕາລີ ແລະສະເປນ ຊຶ່ງເປັນສອງປະເທດທີ່ໄດ້ຮັບຜົນກະທົບແຮງທີ່ສຸດນັ້ນ ຈໍານວນຄົນເສຍຊີວິດໃນແຕ່ລະມື້ຍ້ອນພະຍາດດັ່ງກ່າວນີ້ໄດ້ຫລຸດລົງ.

ຕົວຊີ້ບອກເຫລົ່ານີ້ ໄດ້ເຮັດໃຫ້ມີຄວາມຫວັງຫລາຍຂຶ້ນວ່າ ການທີ່ຈະໄດ້ກັບຄືນ ໄປສູ່ສະພາບປົກກະຕິອາດຈະພໍຫລຽວເຫັນຢູ່ຂ້າງໜ້າຢູ່ສຸດສາຍຕາພຸ້ນ.

ແຕ່ວ່າ ພວກນັກຊ່ຽວຊານກໍໄດ້ເຕືອນໃຫ້ລະວັງ. ມີວິທີດຽວທີ່ໂຄວິດ-19 ຈະໜີ ໄປເລີຍໄດ້-ນັ້ນ ກໍຕໍ່ເມື່ອວ່າ ມີຄົນໄດ້ພັດທະນາພູມຕ້ານທານຕໍ່ພະຍາດນີ້ ແລ້ວ ເຮັດໃຫ້ມັນບໍ່ສາມາດແຜ່ຜາຍ ຈາກຄົນນີ້ໄປໄຫາ ຄົນອື່ນໄດ້ງ່າຍໆ.

ອັນນີ້ເອີ້ນວ່າ “ພູມຕ້ານທານແບບລວມໝູ່” ແລະມັນສາມາດເກີດຂຶ້ນໄດ້ 1 ໃນ 2 ວິທີ.

ວິທີນຶ່ງນັ້ນ ກໍຄືການສັກຢາກັນພະຍາດ ແລະອີກວິທີນຶ່ງກໍຄືປ່ອຍໄປຕາມທໍາມະຊາດ.

ທາງເລືອກອັນນີ້ ກໍຄືພັດທະນາ ແລະແຈກຢາຍຢາວັກຊິນຢ່າງກວ້າງຂວາງ ໃນປະມານປີໜ້ານີ້.

“ຢາວັກຊິນຈະເປັນສິ່ງທີ່ເຮັດໃຫ້ພະຍາດອັນນີ້ໝົດໄປ,” ນັ້ນຄືຄໍາເວົ້າຂອງທ່ານ ທີມ ແຊກເຄີ (Tim Schacker), ຮອງຫົວໜ້າພະແນກຄົ້ນຄົ້ນຂອງໂຮງຮຽນ ແພດສາດຂອງມະຫາວິທະຍາໄລ ເມນິໂຊຕາ. ທ່ານກ່າວຕໍ່ໄປວ່າ “ແນ່ນອນ ມັນຈະບໍ່ໄດ້ດົນ.”

ຢາວັກຊິນໃຊ້ການໄດ້ໂດຍການຮຽນແບບສິ່ງທີ່ເກີດຂຶ້ນໃນຮ່າງກາຍ ໃນໄລຍະທີ່ ມີການຕິດເຊື້ອ ຢູ່ນັ້ນໂດຍທີ່ບໍ່ເຮັດໃຫ້ຄົນປ່ວຍນັ້ນເຈັບເປັນ. ຄົນປ່ວຍແມ່ນໄດ້ ຮັບເຊື້ອໂຣກນັ້ນໃນຂະໜາດຕໍ່າ, ທີ່ກະຕຸ້ນໃຫ້ລະບົບພູມຕ້ານທານໃນຮ່າງກາຍ ຜະລິດພູມຄຸ້ມກັນຂຶ້ນມາໄດ້. ພູມຄຸ້ມກັນນີ້ໃຫ້ການປ້ອງກັນ ບໍ່ໃຫ້ເກີດການຕິດ ເຊື້ອກັບມາອີກ.

ເວລານີ້ ພວມມີການທົດລອງຢາວັກຊີນຢູ່ 2 ຊະນິດ. ແຕ່ວ່າມັນຈະໃຊ້ເວລາ ຢ່າງໜ້ອຍກໍປີນຶ່ງ ກ່ອນພວກນັກວິທະຍາສາດຈະຮູ້ໄດ້ວ່າ ຈະມີໃຜບໍ່ໃນນັ້ນ ມີ ຄວາມປອດໄພ ແລະມີປະສິດທິຜົນດີ. ຈາກນັ້ນ, ກໍຕ້ອງມີການຜະລິດ ແລະ ແຈກຢາຍຢາວັກຊິນນີ້ຢ່າງພຽງພໍຢູ່ທົ່ວໂລກ ເພື່ອປ້ອງກັນເຊື້ອໄວຣັສບໍ່ໃຫ້ມັນ ກັບຄືນມາອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG