ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ສຫລ ສົ່ງເຊັກເງິນ ໄປໃຫ້ປະຊາຊົນ ອາເມຣິກັນ ໄລຍະທີ່ມີການ ແຜ່ລະບາດ ຂອງໄວຣັສ ໂຄໂຣນາຢູ່ນີ້


COVID US WEB
please wait
Embed

No media source currently available

0:00 0:02:50 0:00

ລັດຖະບານຂອງທ່ານທຣໍາມີກໍານົດທີ່ຈະຈັດຕັ້ງປະຕິບັດຊຸດມາດຕະການກະຕຸ້ນ ເສດຖະກິດຂະໜາດໃຫຍ່ ຊຶ່ງລວມທັງການສົ່ງເຊັກເງິນໄປໃຫ້ປະຊາຊົນ ອາເມຣິກັນເພື່ອເຮັດໃຫ້ຜົນກະທົບທາງເສດຖະກິດຈາກການແຜ່ລະບາດຂອງເຊື້ອໄວ ຣັສ ໂຄໂຣນາ ຜ່ອນເບົາລົງ. Patsy Widakuswara, ນັກຂ່າວວີໂອເອ ປະຈໍາທໍານຽບຂາວມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະ ເໜີທ່ານໃນອັນດັບຕໍ່ໄປ.

ມີການຮຽກຮ້ອງຄັ້ງສຸດທ້າຍໃຫ້ປິດຮ້ານກິນດື່ມ ຫລື ບາ ແລະຮ້ານອາຫານ ຕ່າງໆ ຢູ່ ໃນຫລາຍແຫ່ງຂອງສະຫະລັດ ໃນຂະນະທີ່ລັດຖະບານທ້ອງຖິ່ນ ກໍາລັງຈັດຕັ້ງ ປະຕິບັດຂໍ້ຈໍາກັດຕ່າງໆ ເພື່ອຍຸຕິການແຜ່ລະບາດ ຂອງເຊື້ອ ໄວຣັສໂຄໂຣນາ ຢູ່ນັ້ນ.

ທ້າວ ເຮດັນ ໂອ ເລຍຣີ (Hayden O'leary), ພະນັກງານເສີບເຫລົ້າຢູ່ ຮ້ານ ກິນດື່ມ ຫລືບາ ແຫ່ງນຶ່ງໃນນະຄອນນິວຢອກເວົ້າວ່າ:
“ບໍ່ຮູ້ອີ່ຫລີວ່າ ປານໃດພວກເຮົາຈຶ່ງປະເປີດຮ້ານອີກ ມັນອາດຈະເປັນ ຫລາຍ ອາທິດ, ຫລາຍເດືອນກໍເປັນໄດ້, ພວກເຮົາບໍ່ຮູ້ແທ້ໆ.”

ໂດຍທີ່ທຸລະກິດຕ່າງໆ ແລະຜູ້ອອກແຮງງານກໍາລັງສູນເສຍລາຍໄດ້ໄປຢູ່ນັ້ນ ປະທານາທິບໍດີ ທຣໍາ ຢາກໃຫ້ລັດຖະສະພາ ອະນຸມັດຊຸດມາດຕະການ ກະຕຸ້ນ ເສດຖະກິດຂະໜາດໃຫຍ່ຢ່າງວ່ອງໄວ.

ທ່ານປະທານາທິບໍດີ ທຣໍາກ່າວວ່າ: “ພວກເຮົາຢາກເຮັດແບບໃຫຍ່ໆ, ເຮັດແບບໜັກແໜ້ນໂລດ. ປະເທດຊາດ ແມ່ນເຂັ້ມແຂງຫລາຍ. ພວກເຮົາບໍ່ເຄີຍເຂັ້ມແຂງຫລາຍປານນີ້ຈັກເທື່ອ. ແລະນັ້ນ ກໍຄືສິ່ງທີ່ພວກເຮົາຈະເຮັດ. ໂດຍການມີສັດຕູທີ່ຫລຽວບໍ່ເຫັນຕົວ ຕົນອັນນີ້ ພວກເຮົາບໍ່ຢາກ, ບໍ່ຢາກໃຫ້ສາຍການບິນຕ່າງໆ ລົ້ມລະລາຍ. ພວກເຮົາບໍ່ຢາກໃຫ້ຄົນ ເສຍວຽກເຮັດງານທໍາ ຫລືບໍ່ມີເງິນເພື່ອໃຊ້ຈ່າຍລ້ຽງຊີບ ເມື່ອພວກເຂົາເຈົ້າ ມີຊີວິດທີ່ດີຫລາຍໃນ 4 ອາທິດກ່ອນໜ້ານີ້.”

ມາດຕະການນຶ່ງ ທີ່ລວມຢູ່ໃນມາດຕະການທັງຫລາຍທີ່ຖືກສະເໜີໄປນັ້ນ ກໍຄື ຊຸດບັນເທົາທຸກໃນທັນທີທັນໃດໃຫ້ແກ່ປະຊາຊົນອາເມຣິກັນ.

ທ່ານສຕີຟເຟັນ ມນຸດຈິນ (Steven Mnuchin), ລັດຖະມົນຕີກະຊວງການເງິນ ຂອງສະຫະລັດກ່າວວ່າ:
“ພວກເຮົາກໍາລັງພິຈາລະນາເບິ່ງການສົ່ງເຊັກເງິນໄປໃຫ້ຊາວອາເມຣິກັນໃນທັນ
ທີ ທັນໃດ. ແລະ ສິ່ງທີ່ພວກເຮົາໄດ້ຍິນຈາກປະຊາຊົນອາເມຣິກັນທີ່ດຸໝັ່ນທັງ ຫລາຍ ກໍຄື ຫລາຍບໍລິສັດໄດ້ປິດລົງ, ບໍ່ວ່າຈະເປັນຮ້ານກິນດື່ມ ຫລືຮ້ານອາ ຫານກໍຕາມ. ປະຊາຊົນອາເມຣິກັນຕ້ອງການເງິນສົດດຽວນີ້. ແລະປະທານາທິ ບໍດີ ຢາກຈະເອົາເງິນສົດໃຫ້ໃນເວລານີ້. ແລະ ຂ້າພະເຈົ້າໝາຍຄວາມວ່າ ດຽວ ນີ້ ໃນສອງອາທິດໜ້າໜີ້.”

ເພື່ອກະຕຸ້ນເສດຖະກິດ, ຄະນະລັດຖະບານຈະຂໍໃຫ້ເງິນຈາກລັດຖະສະພາ ປະມານ 1,000 ຕື້ ໂດລາ ຢູ່ໃນການກະຕຸ້ນເພີ້ມເຕີມນັ້ນ ຊຶ່ງອາດຈະລວມທັງ ການຕັດພາສີເງິນເດືອນ, ການຈ່າຍເງິນໃຫ້ແກ່ທຸລະກິດຂະໜາດນ້ອຍ, ການ ຮັບປະກັນເງິນກູ້ ແລະການບັນເທົາທຸກອັນອື່ນໃຫ້ແກ່ອຸດສາຫະກໍາຕ່າງໆ ເຊັ່ນ ການບິນ ແລະໂຮງແຮມ.

ທ່ານ ຊາຍ ອາຄາບາສ (Shai Akabas), ອໍານວຍການດ້ານນະໂຍບາຍ ເສດຖະກິດປະຈໍາສູນກາງນະໂຍບາຍຂອງທັງສອງພັກໃຫ້ຄໍາເຫັນວ່າ:
“ການຮັບປະກັນໃຫ້ແນ່ໃຈວ່າ ພວກເຂົາເຈົ້າມີຄວາມໜ້າເຊື່ອຖື ຫລື ເຄຣດິດີ ພຽງພໍຕາມຄວາມຕ້ອງການ ເພື່ອຈະສາມາດຜ່ານຜ່າໄລຍະນີ້ໄດ້ ແມ່ນເປັນ ເລື້ອງທີ່ສໍາຄັນສຸດຂີດ. ການທີ່ບໍລິສັດເຫລົ່ານັ້ນ ມີໂຄງປະກອບແບບໃດໃນ ເລື້ອງຮັບປະກັນວ່າ ບັນດາບໍລິສັດທັງຫລາຍ ບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດ ທາງການເງິນ ເທົ່ານັ້ນ ໂດຍທີ່ເງິນບໍ່ໄປເຖິງມື ຂອງຜູ້ອອກແຮງງານເລີຍ ແລະ ຮັບປະກັນວ່າ ກໍາລັງແຮງງານແມ່ນຍັງຢູ່ ແລະຮັບປະກັນວ່າ ສາຍການບິນ ຕ່າງໆ ເຮັດວຽກແບບຮັບໃຊ້ປະເທດໂດຍທັງໝົດຢູ່ນັ້ນ ເປັນເລື້ອງທີ່ສໍາຄັນຫຼາຍ.“

ບັນດາສະມາຊິກພັກຣີພັບລິກກັນ ປະຈໍາສະພາສູງ ແມ່ນຮູ້ສຶກລັ່ງເລໃຈ ທີ່ຈະ ຮັບຮອງເອົາຊຸດມາດຕະການບັນເທົາທຸກແບບນ້ອຍໆ ທີ່ສະພາຕໍ່າສະເໜີໄປໃນ ອາທິດແລ້ວນີ້, ຊຶ່ງໃນນັ້ນລວມມີ ການຈ່າຍເງິນໃຫ້ຄົນ ເວລາພັກການ ຍ້ອນ ການເຈັບປ່ວຍ, ການປະກັນໄພຫວ່າງງານ, ການໄດ້ຮັບການກວດຫາໄວຣັສ ໂຄໂຣນາ ໂດຍບໍ່ເສຍຄ່າ ແລະການຊ່ວຍເຫລືອດ້ານອາຫານ ແລະການປິ່ນປົວ ສຸຂະພາບ ເພີ້ມອີກ.

ແຕ່ວ່າ ມັນກໍມີຄວາມຮູ້ສຶກເຖິງພາວະສຸກເສີນຢູ່ໃນກຸ່ມສະມາຊິກລັດຖະສະພາ ທັງຫລາຍໃນດ້ານການໃຫ້ຄວາມຊ່ວຍເຫລືອໃນທັນທີທັນໃດ, ການໃຊ້ມາດຕະ ການ ຢ່າງແຂງຂັນໃນການເຮັດໃຫ້ຄວາມລໍາບາກທາງເສດຖະກິດທີ່ເກີດມາຈາກ ການລະບາດຂອງພະຍາດລະດັບໂລກນີ້ ຜ່ອນເບົາລົງໄດ້.

ທ່ານ ແບຣດດີ ໂກນ (Bradley Gold), ອາຈານສອນວິຊາເສດຖະສາດຈາກ ມະຫາວິທະຍາໄລ ລັດເທັກຊັສ ໃນເມືອງ ອອສຕິນ ໃຫ້ຄໍາເຫັນວ່າ:
“ພວກເຮົາກໍາລັງປະເຊີນກັບສະຖານະການທີ່ວ່າ ສະພາບຂອງຄົນກໍາລັງ ຖືກ ທົດສອບ. ແລະ ເພາະສະນັ້ນ ພວກເຮົາທັງໝົດ ໃນນາມວ່າເປັນປະເທດນຶ່ງ ແມ່ນມີໂອກາດ ທີ່ຈະໝູນໃຊ້ຊັບພະຍາກອນຈໍານວນນຶ່ງ ທີ່ຈະເຮັດໃຫ້ພວກເຮົາ ສາມາດປ້ອງກັນຕົນເອງໄດ້ ແລະເຮັດໃຫ້ພວກເຮົາສາມາດຜ່ານຜ່ານຊ່ວງໄລຍະ ທີ່ຫຍຸ້ງຍາກນີ້ໄປໄດ້, ຂ້າພະເຈົ້າຄິດວ່າ ຄວາມຄິດອັນນັ້ນ ຄວນຈະຖືກຖືວ່າ ເປັນບູລິມະສິດໃນເວລານີ້ ເມື່ອມີຄວາມເປັນຫ່ວງກ່ຽວກັບວ່າ ໂຄງສ້າງຂອງ ເງິນທຶນຊ່ວຍເຫລືອ ຈະເປັນແນວໃດກັນແທ້ຢູ່ນັ້ນ.”

ໃນຂະນະດຽວກັນ ກໍມີຊາວອາເມຣິກັນຫລາຍຄົນເພີ້ມຂຶ້ນ ທີ່ຫລີກລ້ຽງການໄປຢູ່ ໃນສະຖານທີ່ສາທາລະນະຊົນຕ່າງໆ ແລະ ຫັນໄປໃຊ້ການສັ່ງຊື້ເຄື່ອງທາງອອນ ລາຍໃຫ້ໄປສົ່ງເຖິງເຮືອນເອົາ. ບໍລິສັດຂາຍສິນຄ້າຍັກໃຫຍ່ອາມາຊອນ (Amazon) ທີ່ສົ່ງສິນຄ້າເຖິງບ້ານປະກາດວ່າ ບໍລິສັດດັ່ງກ່າວຈະງົດການສົ່ງສິນ ຄ້າທີ່ບໍ່ຈໍາເປັນໄວ້ຊົ່ວຄາວ ເພື່ອໃຫ້ຕົນສາມາດຈັດລໍາດັບຄວາມສໍາຄັນ ໃນການ ສົ່ງສິນຄ້າທີ່ຕ້ອງການໃຊ້ໃນຊີວິດປະຈໍາວັນຂອງຄົນ ແລະການສະໜອງ ຢຸກຢາ ຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

The Trump administration set out to implement a sweeping economic stimulus package, including sending out checks to help Americans mitigate the economic impact of the spread of the coronavirus. White House Correspondent Patsy Widakuswara has this story.

UPSOUND "Last call... bell rings"

A last call for bars and restaurants in many places in the United States, as local governments implement restrictions to stop the spread of the coronavirus.

Hayden O'Leary, Bartender:

"Don't really know when we're going to open it could be weeks, months, we don't really know."

With businesses and workers losing money, President Donald Trump wants Congress to quickly approve a sweeping economic stimulus package.

President Donald Trump:

“We want to go big, go solid. The country is very strong. We've never been so strong. And that's what we're going to be doing. We don't want, with this invisible enemy, we don't want airlines going out of business. We don't want people losing their jobs or not having money to live when they were doing very well just four weeks ago.”

One of the measures being proposed, an immediate relief package for Americans.

Steven Mnuchin, U.S. Treasury Secretary:

“We're looking at sending checks to Americans immediately. And what we've heard from hardworking Americans, many companies have now shut down, whether it's bars or restaurants. Americans need cash now. And the president wants to get cash now. And I mean, now in the next two weeks."

To prop up the economy, the administration will ask Congress for about $1 trillion in additional stimulus, which may include payroll tax cuts, payments to small businesses, loan guarantees and other relief to industries such as airlines and hotels.

Shai Akabas is the director of economic policy at the Bipartisan Policy Center.

Shai Akabas, Bipartisan Policy Center:

“Making sure that they have the credit that they need in order to get through this period is critical. How those are structured in terms of making sure that the companies don't just benefit financially without the benefits going to their workers, and making sure that the workforce is staying on, and that the airlines are working in the service of the country as a whole, is really important.”

Senate Republicans have been reluctant to approve a narrower relief package the House passed last week, that includes paid sick leave, unemployment insurance, free coronavirus testing and additional food and health care aid.

But there is a growing sense of urgency among lawmakers to support immediate, aggressive measures to mitigate the economic pain of the pandemic.

Bradley Gold is a professor of economy from the University of Texas at Austin))

Bradley Gold, University of Texas:

“We're facing a situation where the human condition is being tested. And so if we have the opportunity as as a country to tap into some resources that will allow us to protect ourselves and allow us to get through a difficult time, I think that that thought ought to take priority right now over concerns about exactly how the funding structure is going to look.”

Meanwhile, more Americans are avoiding public places and turning to online delivery. Shipping giant Amazon announced it will temporarily suspend shipping non-essential items so it can prioritize delivery of household staples and medical supplies.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG