ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

COVID-19 ເຮັດໃຫ້ການຍົກຍ້າຍຖິ່ນຖານ ເຂົ້າສູ່ ອອສເຕຣເລຍ ຫຼຸດລົງ


ຖະນົນທີ່ເກືອບວ່າເປົ່າຫວ່າງນີ້ແມ່ນວັນທຳອິດຂອງການກັກບໍລິເວນ COVID-19, 7 ວັນໃນນະຄອນ ວິກຕໍເຣຍ, ລັດ ແມລເບິນ, ປະເທດ ອອສເຕຣເລຍ. 28 ພຶດສະພາ, 2021.
ຖະນົນທີ່ເກືອບວ່າເປົ່າຫວ່າງນີ້ແມ່ນວັນທຳອິດຂອງການກັກບໍລິເວນ COVID-19, 7 ວັນໃນນະຄອນ ວິກຕໍເຣຍ, ລັດ ແມລເບິນ, ປະເທດ ອອສເຕຣເລຍ. 28 ພຶດສະພາ, 2021.

ຕົວເລກໃໝ່ໄດ້ສະແດງໃຫ້ເຫັນວ່າການຍົກຍ້າຍຖິ່ນຖານໄປປະເທດ ອອສເຕຣເລຍ ໃນປີກາຍນີ້ໄດ້ຕົກລົງສູ່ລະດັບຕໍ່າທີ່ສຸດໃນຮອບດົນກວ່າ 100 ປີ. ນັກຂ່າວວີໂອເອ ຟິລ ເມີເຊີ, ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດ ອອສເຕຣເລຍ ຍຸກສະໄໝໃໝ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການຍົກຍ້າຍຖິ່ນຖານ. 30 ເປີເຊັນຂອງປະຊາກອນແມ່ນໄດ້ເກີດຢູ່ຕ່າງປະເທດ. ຜູ້ຍົກຍ້າຍຖິ່ນຖານຈາກ ອັງກິດ ແມ່ນກຸ່ມທີ່ໃຫຍ່ທີ່ສຸດ, ຕາມດ້ວຍ ອິນເດຍ ແລະ ຈີນ.

ອອສເຕຣເລຍ ໄດ້ອາໄສຜູ້ທີ່ໄປຕັ້ງຖິ່ນຖານໃໝ່ສຳລັບການເຕີບໂຕສ່ວນຫຼາຍຂອງເສດຖະກິດຂອງເຂົາເຈົ້າໃນບໍ່ເທົ່າໃດທົດສະວັດທີ່ຜ່ານມາ.

ແຕ່ COVID-19 ໄດ້ເຮັດໃຫ້ການຍົກຍ້າຍຖິ່ນຖານຕ້ອງຢຸດລົງ.

ລັດຖະບານໃນນະຄອນ ແຄນເບີຣາ ໄດ້ປິດເຂດຊາຍແດນຂອງປະເທດຕໍ່ຄົນຕ່າງປະເທດສ່ວນຫຼາຍໃນເດືອນມີນາ 2020 ເພື່ອລຸດຜ່ອນການແຜ່ລະບາດຂອງ COVID-19, ແລະ ການຫ້າມທີ່ວ່ານັ້ນແມ່ນມີຄວາມເປັນໄປໄດ້ວ່າຈະຍັງຄົງຢູ່ຕໍ່ໄປອີກນຶ່ງປີ.”

ໃນປີ 2020, ມີຜູ້ຍົກຍ້າຍຖິ່ນຖານພຽງ 3,300 ຄົນໄດ້ຍ້າຍໄປ ອອສເຕຣເລຍ, ເຊິ່ງແມ່ນຈຳນວນນ້ອຍໆຂອງຜູ້ທີ່ໄດ້ເດີນທາງໄປຮອດ 244,000 ຄົນເມື່ອປີກ່ອນໜ້ານັ້ນ. ຕົວເລກທີ່ຫຼຸດລົງນັ້ນໄດ້ສົ່ງຜົນໃຫ້ທຸລະກິດຫຼາຍແຫ່ງບໍ່ສາມາດທີ່ຈະຊອກຫາພະນັກງານທີ່ມີທັກສະຈາກຕ່າງປະເທດ, ເຊັ່ນດຽວກັບມະຫາວິທະຍາໄລເຊິ່ງໄດ້ອາໄສນັກສຶກສາຕ່າງປະເທດຈຳນວນຫຼາຍ.

ທ່ານ ມາກ ແມັກຄຣິນໂດ, ຜູ້ກໍ່ຕັ້ງອົງການຄົ້ນຄວ້າ ແມັກຄຣິນໂດ, ເວົ້າວ່າການປ່ຽນແປງແມ່ນໃຫຍ່ຫຼາຍ.

ທ່ານ ມາກ ແມັກຄຣິນໂດ ກ່າວວ່າ “ມັນເປັນປາກົດການທີ່ບໍ່ເຄີຍເຫັນມາກ່ອນ. ພວກເຮົາໄດ້ເຕີບ ໂຕດ້ວຍການຍົກຍ້າຍຖິ່ນຖານ. ແທ້ຈິງແລ້ວ, ກ່ອນໂຣກລະບາດ 60 ເປີເຊັນໃນການເຕີບໂຕຂອງປະຊາກອນຂອງພວກເຮົາແມ່ນຍ້ອນການເດີນທາງມາຮອດຂອງຄົນຈາກຕ່າງປະເທດ. ປີກາຍນີ້ມັນມີພຽງ 2 ເປີ ເຊັນ. ສະນັ້ນ, 98 ເປີເຊັນຂອງການເຕີບໂຕຂອງພວກເຮົາແມ່ນການເຕີບໂຕ ແບບທຳມະຊາດໃນເວລານີ້ ແລະ ແມ່ນກະທັງການເກີດລູກກໍຍັງເຮັດບໍ່ໄດ້ດີຫຼາຍ. ສະນັ້ນ, ພວກເຮົາບໍ່ໄດ້ເຫັນຕົວເລກທີ່ຕໍ່າແບບນັ້ນ, ການເຕີບໂຕທີ່ນ້ອຍແບບນັ້ນໃນ ອອສເຕຣເລຍ ເປັນເວລານຶ່ງສັດຕະວັດແລ້ວ.”

ລັດຖະບານ ແຄນເບີຣາ ໄດ້ກຳນົດຂີດຈຳກັດ 13,750 ຄົນໃນໂຄງການອົບພະຍົບ ແລະ ມະນຸດສະທຳປະຈຳປີຂອງເຂົາເຈົ້າ, ແຕ່ແນວໃດກໍຕາມການປິດເຂດຊາຍແດນໄດ້ເຮັດໃຫ້ມັນເກືອບວ່າເປັນໄປບໍ່ໄດ້ສຳລັບຜູ້ສະໝັກທີ່ຈະປະສົບຜົນສຳເລັດເພື່ອເດີນທາງໄປ ອອສເຕຣເລຍ.

ໂຣກລະບາດ ຍັງໄດ້ປ່ຽນການຍົກຍ້າຍຖິ່ນຖານພາຍໃນ ອອສເຕຣເລຍ ເອງ. ຂົງເຂດຕ່າງໆໃນພາກພື້ນນອກຕົວເມືອງໃຫຍ່ໄດ້ມີການຫຼັ່ງໄຫຼຂອງຄົນຫຼາຍທີ່ສຸດ ນັບຕັ້ງແຕ່ຫ້ອງການສະຖິຕິ ອອສເຕຣເລຍ ໄດ້ເລີ່ມວັດແທກການຍົກຍ້າຍຖິ່ນຖານພາຍໃນປະເທດໃນປີ 2001 ເປັນຕົ້ນມາ.

ໂທລະພາບ ABC ໄດ້ກ່າວວ່າ ປະຊາຊົນ ອອສເຕຣເລຍ 43,000 ຄົນໄດ້ຍ້າຍຈາກຕົວເມືອງໃຫຍ່ຕ່າງໆ ໄປຫາຂົງເຂດໃນພາກພື້ນໃນປີ 2020, ເຊິ່ງແມ່ນຕົວເລກຫຼາຍກວ່າສອງເທົ່າຂອງປີ 2019.

ບັນດານັກຊ່ຽວຊານໄດ້ຄາດການວ່າ ມັນອາດໃຊ້ເວລາເຖິງນຶ່ງທົດສະວັດສຳລັບ ອອສເຕຣເລຍ ທີ່ຈະນຳເອົາຜູ້ຍົກຍ້າຍຖິ່ນຖານກັບໄປສູ່ລະດັບກ່ອນໂຣກລະບາດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG