ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລະບາດຂອງໂຄວິດ-19 ໃນລັດຄາລິຟໍເນຍ ທີ່ນັບມື້ສູງຂຶ້ນ ໄດ້ຫຼາຍເດືອນແລ້ວເຮັດໃຫ້ຄົນລາວສູງອາຍຸ ຕ້ອງໄດ້ລະວັງຫຼາຍທີ່ສຸດ


ຍາເອື້ອຍບຸນເຮັ່ງ ອິນເວີຊັນ ທີ່ອາໄສຢູ່ພາກເໜືອ ຂອງລັດຄາລິຟໍເນຍ
ຍາເອື້ອຍບຸນເຮັ່ງ ອິນເວີຊັນ ທີ່ອາໄສຢູ່ພາກເໜືອ ຂອງລັດຄາລິຟໍເນຍ

ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ຍັງເຮັດໃຫ້ປະຊາຄົມລາວໂດຍສະເພາະຜູ້ທີ່ເປັນຄົນສູງອາຍຸແລະຢູ່ໃນເຮືອນຜູ້ດຽວຢູ່ໃນລັດຄາລິຟໍເນຍ, ຊຶ່ງເປັນລັດທີ່ມີປະຊາກອນປະມານ 40 ລ້ານຄົນ ແລະ ນໍາໜ້າໝູ່ໃນເລື້ອງ ການຕິດພະ ຍາດ ແລະເສຍຊີວິດສູງທີ່ສຸດໃນສະຫະລັດຈົນເຖິງ ຂັ້ນໂຮງໝໍບໍ່ ມີຄວາມສາມາດຮັບໄດ້ອີກແລ້ວນັ້ນ ດັ່ງການບອກເລົ່າຂອງຍາເອື້ອຍ ບຸນເຮັ່ງ ອິນເວີຊັນ ທີ່ອາໄສ ຢູ່ໃນອາພາດເມັນຜູ້ດຽວຢູ່ເມືອງ ມາວເທັນວີວ (Mountain View), ທາງພາກເໜືອຂອງລັດດັ່ງກ່າວ ມາໄດ້ປີກວ່າແລ້ວ ແລະບໍ່ສາມາດໄປ ຢາມລູກ ທີ່ຢູ່ນະຄອນລອສ ແອນເຈລີສ, ທາງພາກໃຕ້ຂອງລັດດຽວກັນນັ້ນໄດ້ ຍ້ອນການລະບາດຢ່າງໜັກຂອງພະຍາດນີ້ ຊຶ່ງຍາເອື້ອຍເລົ່າສູ່ຟັງວ່າ:

ພ້ອມກັນນັ້ນ, ອົງການຂ່າວເອພີກໍໄດ້ລາຍງານໃນວັນອັງຄານຜ່ານມາວ່າ ຫ້ອງ ມໍລະສຸມ ຫລື ICU ຢູ່ໃນໂຮງໝໍຕ່າງໆ ໃນເຂດພາກໃຕ້ຂອງລັດຄາລິຟໍເນຍແມ່ນເຕັມໝົດ ຍ້ອນຄົນປ່ວຍເປັນພະຍາດໂຄວິດ-19 ລາຍໃໝ່ເຂົ້າໄປປິ່ນປົວຢູ່ໃນນັ້ນ ນັບມື້ ນັບເພີ້ມຂຶ້ນ. ມາຮອດວັນຈັນຜ່ານມາ, ຈໍານວນຄົນເປັນພະຍາດນີ້ທີ່ໄດ້ ຮັບການຢືນຢັນແລ້ວຢູ່ໃນລັດດັ່ງກ່າວ ມີຫລາຍກວ່າ 3 ລ້ານ 153 ພັນຄົນ ຊຶ່ງເພີ້ມຂຶ້ນປະມານມື້ລະ 50,000 ຄົນ ນັບແຕ່ທ້າຍເດືອນພະຈິກ ຫລືຫລັງວັນ ບຸນຂອບຄຸນພະເຈົ້າເປັນຕົ້ນມາ ແລະເສຍຊີວິດ 37,527 ຄົນ ແລ້ວ ຊຶ່ງເພີ້ມຂຶ້ນ ສະເລ່ຍແລ້ວມື້ລະປະມານ 500 ຄົນໃນໄລຍະດຽວກັນ, ແລະຄົນເຊື້ອສາຍເອ ເຊຍ ທີ່ລວມທັງເຊື້ອສາຍລາວກວາມເອົາ 11.7 ເປີເຊັນຫລືປະມານ 4,390 ຄົນຂອງຈໍານວນຄົນເສຍຊີວິດທັງໝົດ. ເນື້ອທີ່ເກືອບໝົດຊຶ່ງກໍຄື 54 ເມືອງ ໃນ ຈໍານວນທັງໝົດ 58 ເມືອງນັ້ນ ແມ່ນເປັນເຂດທີ່ມີຄວາມສ່ຽງຕໍ່ການຕິດພະ ຍາດນີ້ສູງເຖິງ 99.9 ເປີເຊັນ, ອີງຕາມເວັບໄຊຂອງຫ້ອງການຕິດຕາມ ແລະ ຄວບຄຸມພະຍາດໂຄວິດຂອງລັດດັ່ງກ່າວ ທີ່ເອີ້ນວ່າ California ALL.

ຂະນະດຽວກັນກໍມີການສັກຢາວັກຊິນກັນພະຍາດໂຄວິດ-19 ກໍາລັງດໍາເນີນໄປ ຊຶ່ງປັດຈຸບັນນີ້ໂຄງການ ສັກຢານັ້ນຢູ່ ໃນລັດດັ່ງກ່າວແມ່ນຍັງຢູ່ໃນໄລຍະທີ 1 ກໍຄືການສັກຢາໃຫ້ແກ່ບັນດາທ່ານໝໍ ແລະພະນັກງານການແພດກຸ່ມອື່ນໆ ແລະ ພວກນາຍຄູ ແລະຄົນທີ່ມີອາຍຸ 75 ປີ ຂຶ້ນໄປ. ສ່ວນປະຊາຊົນທົ່ວໄປນັ້ນ ຈະຕ້ອງ ແມ່ນໄລຍະທີສອງ. ສ່ວນກໍລະນີຂອງຍາເອື້ອຍ ທີ່ມີອາຍຸໄດ້ 70 ປີຕົ້ນໆນັ້ນ ກໍ ອາດຈະໄດ້ສັກໃນໄວໆນີ້ ຊຶ່ງຖ້າຮອດຜຽນຂອງຍາເອື້ອຍແລ້ວ ຍາເອື້ອຍກໍ ຈະຍິນດີທີ່ຈະໄປສັກ ເຖິງແມ່ນວ່າຈະມີຄວາມກັງວັນໃຈວ່າ ຢາວັກຊິນກັນພະ ຍາດດັ່ງກ່າວອາດມີຜົນຂ້າງຄຽງຫລາຍ ແລະມີບາງກໍລະນີກໍຍັງຖືກສົງໄສວ່າ ການສັກຢານີ້ ພາໃຫ້ບາງຄົນເສຍຊີວິດໃນລັດດັ່ງກ່າວຢູ່ກໍຕາມ. ທັງນີ້ຍາເອື້ອຍ ບອກວ່າ ຕົນມີຄວາມເຊື່ອໝັ້ນເຖິງຄຸນນະພາບຂອງຢາ ຊຶ່ງຍາເອື້ອຍເວົ້າວ່າ:

ຢາວັກຊິນທີ່ນໍາໄປສັກຢູ່ໃນລັດນັ້ນແມ່ນ ໄຟເຊີ-ໄບໂອເອັນເທັກ Pfizer-BioNTech ທີ່ຜະລິດໂດຍບໍລິສັດອາເມຣິກັນ ກັບເຢຍຣະມັນ ແລະໂມເດິນນາ (Moderna) ຜະລິດໂດຍບໍລິສັດອາເມຣິກັນ.

XS
SM
MD
LG