ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໂຄວິດ-19 ແລະການຂາດແຄນເງິນທຶນ ເຮັດໃຫ້ວິສາຫະກິດຂະໜາດນ້ອຍ ແລະກາງ ໃນລາວ ລົ້ມລະລາຍເພີ່ມຂຶ້ນ


ກອງປະຊຸມຂອງນັກທຸລະກິດຂະໜາດນ້ອຍ ແລະກາງທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນໃນປີ 2017
ກອງປະຊຸມຂອງນັກທຸລະກິດຂະໜາດນ້ອຍ ແລະກາງທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນໃນປີ 2017

ການລະບາດຂອງພະຍາດ COVID-19 ແລະບັນຫາຂາດແຄນດ້ານເງິນທຶນສົ່ງຜົນ ເຮັດໃຫ້ບັນດາລັດວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວ ປະເຊີນກັບບັນຫາການລົ້ມລະລາຍທາງທຸລະກິດເພີ່ມຂຶ້ນນັບມື້, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງຊາດຖະແຫຼງວ່າທະນາຄານແຫ່ງ ຊາດໄດ້ຈັດສັນເງິນທຶນໃນມູນຄ່າລວມ 1,800 ຕື້ກີບ ເພື່ອປ່ອຍເປັນເງິນກູ້ໃຫ້ແກ່ບັນດາລັດວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ໃນລາວ ໂດຍໃນຮອບ 1 ປີທີ່ຜ່ານມາ ກໍໄດ້ອະນຸມັດເງິນກູ້ໄປແລ້ວຫລາຍກວ່າ 1,652 ຕື້ກີບ ໃຫ້ແກ່ SME ຈໍານວນ 477 ຫົວໜ່ວຍໃນກິດຈະການຜະລິດສິນຄ້າກະສິກໍາ ແລະສິນຄ້າອຸປະໂພກ ບໍລິໂພກເປັນດ້ານຫລັດ ໂດຍໄດ້ມີການຖອນເງິນກູ້ ໄປແລ້ວໃນມູນຄ່າລວມ 1,369 ຕື້ກີບ ດັ່ງທີ່ທ່ານ ພຸດທະໄຊໃຫ້ການຢືນຢັນວ່າ:
“ເງິນກູ້ທີ່ປ່ອຍໄປຫັ້ນ ແຕ່ລະຂະແໜງການຄືແນວນີ້ ໃນຂະແໜງກະສິກຳ-ປູກຝັງ ແລະລ້ຽງສັດນີ້, ມີທັງໝົດປະມານ 821 ຕື້ ກວມເອົາ 60 ເປີເຊັນ ຂອງເງິນກູ້ທັງໝົດ. ສ່ວນທີ່ເຫຼືອແມ່ນຂະແໜງຫັດຖະກຳ, ອຸດສາຫະກຳຜະລິດສິນຄ້າອຸປະໂພກ, ຂະແໜງການທ່ອງທ່ຽວ ແລະການບໍລິການຈໍານວນ 547,78 ຕື້ກີບ ກວມເອົາ 40 ເປີເຊັນຂອສິນເຊື່ອທັງໝົດ."

ແຕ່ຢ່າງໃດກໍຕາມ ການສໍາກຫລວດພົບວ່າ SME ທີ່ໄດ້ຮັບເງິນກູ້ຈາກກອງທຶນສະໜັບ ສະໜູນ SME ສຳລັບນຳໃຊ້ເຂົ້າໃນການຟື້ນຟູກິດຈະການທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍປາກົດວ່າມີ SME ຈຳນວນນຶ່ງທີ່ບໍ່ສາມາດຊຳລະໜີ້ ທະນາຄານຄືນໄດ້ ແລະກາຍເປັນໜີ້ເສຍ ຫລື NPL ໃນລະບົບທະນາຄານຂອງລັດ ກໍຄືທະນາຄານພັດທະນາລາວ. ສ່ວນທະນາຄານທຸລະກິດ 4 ແຫ່ງທີ່ໄດ້ເຂົ້າຮ່ວມໃນການຕອບສະໜອງເງິນກູ້ໃຫ້ SME ດ້ວຍນັ້ນ ກໍປາກົດວ່າມີໜີ້ NPL ພຽງແຕ່ 1 ລາຍເທົ່ານັ້ນໃນປີ 2020 ຜ່ານມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ການຢືນຢັນວ່າ:
“ປີ 2020 ນີ້ ພວກເຮົາສາມາດປ່ອຍສິນເຊື່ອໄດ້ທັງໝົດ 167 ສັນຍາໃຫ້ແກ່ 144 ຫົວ ໜ່ວຍ ຊຶ່ງມີມູນຄ່າ 168 ຕື້ກີບ ແລະພວກເຮົາໄດ້ກວດຄືນກະເຫັນວ່າ ມີລູກຄ້າທີ່ເປັນໜີ້ NPL ຊຶ່ງມີມູນຄ່າ 32 ຕື້ກີບຢູ່ທະນາຄານພັດທະນາລາວ 14 ຫົວໜ່ວຍ 17 ສັນຍາ. ສ່ວນການປ່ອຍສິນເຊື່ອພາຍໃຕ້ໂຄງ ການຈັດຫາແຫຼ່ງທຶນ SME ທີ່ຜ່ານມາໃຫ້ແກ່ 4 ທະນາຄານທຸລະກິດຫັ້ນ ມີແຕ່ພຽງ 1 ຕົວເລກເທົ່ານັ້ນ ທີ່ເປັນ NPL ຢູ່ໃນຂົງເຂດກະສິກຳ ມີວົງເງິນຄ້າຊໍາລະຢູ່ 210 ລ້ານກິບ.”

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບຢູໂຣບ ຫລື EU ປະເມີນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ອັນໄດ້ເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ເງິນກູ້ ແລະດອກເບ້ຍໃຫ້ກັບທະນາຄານນັ້ນເອງ.

ຂະນະທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ປະເມີນວ່າພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ 2020 ສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າພາກບໍລິການ ແລະ ທ່ອງທ່ຽວໃນລາວ ຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເພາະວ່າ ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ. ສ່ວນກະຊວງແຜນການ ແລະການລົງທຶນໄດ້ປະເມີນວ່າ ຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ອັນໄດ້ກະທົບຕໍ່ວິສາຫະກິດເຖິງຫລາຍກວ່າ 128,690 ລາຍໂດຍໃນນີ້ເກີນກວ່າ 97 ເປີເຊັນ ກໍຄື SME ນັ້ນເອງ.

ລັດຖະບານລາວ ສາມາດຈັດສັນງົບປະມານໃຫ້ກັບກອງທຶນກູ້ຢືມສຳລັບ SME ໃນປີ 2020 ໃນມູນຄ່າລວມພຽງແຕ່ 200 ຕື້ກີບ ໂດຍຜ່ານທະນາຄານທຸລະກິດເທົ່ານັ້ນຈຶ່ງຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງບັນດາ SME ໃນລາວ ແລະອີກບັນຫານຶ່ງທີ່ເຮັດໃຫ້ SME ສ່ວນຫຼາຍໃນລາວ ບໍ່ໄດ່ຮັບອະນຸມັດວົງເງິນກູ້ເພີ່ມຈາກທະນາຄານກໍຄື ຜູ້ປະກອບການ SME ສ່ວນຫຼາຍໃນລາວ ຍັງບໍ່ສາມາດແຂ່ງຂັນໃນຕະຫຼາດສາກົນ ໄດ້ຢ່າງແທ້ຈິງ.

ທ່ານ ລີເບີ ລີບົວປາວ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງກໍຄາດວ່າຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ ໂດຍສະເພາະການຟື້ນຟູໃນພາກບໍລິການ ແລະທ່ອງທ່ຽວນັ້ນຈະຕ້ອງໃຊ້ເວລາຍາວນານທີ່ສຸດ. ນອກຈາກນີ້ ສ່ວນທະນາຄານແຫ່ງຊາດລາວລາຍງານວ່າ ມີລູກໜີ້ທະນາຄານຫລາຍກວ່າ 5,000 ລາຍ ຂໍເລື່ອນການຊໍາລະໜີ້ ແລະດອກເບ້ຍຄືນໃຫ້ທະນາຄານ ໂດຍມີມູນຄາໜີ້ລວມ ຫລາຍກວ່າ 14,000 ຕື້ກີບ ຫລືເກືອບເຖິງ 1,500 ລ້ານໂດລາໃນປີຜ່ານມາ.

XS
SM
MD
LG