ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງເຊື້ອໄວຣັສ COVID-19 ໃນ ລາວ ຈະເຮັດໃຫ້ມີປະຊາຊົນ ລາວ ທີ່ຍາກຈົນເພີ່ມຂຶ້ນເຖິງ 3.1 ເປີເຊັນ


ຄອບຄົວປະຊາຊົນ ລາວ ໃນເຂດຊົນນະບົດ.
ຄອບຄົວປະຊາຊົນ ລາວ ໃນເຂດຊົນນະບົດ.

ທະນາຄານໂລກ ກັບສະຖາບັນສະຖິຕິແຫ່ງຊາດຄາດການວ່າ ການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ ຈະເຮັດໃຫ້ມີປະຊາຊົນ ລາວ ທີ່ຍາກຈົນເພີ່ມຂຶ້ນເຖິງ 3.1 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດ.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າ ສະຖາບັນສະຖິຕິແຫ່ງຊາດ ກັບທະນາຄານໂລກ ໄດ້ຮ່ວມກັນສຶກສາ ສຳຫຼວດຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ ເມື່ອບໍ່ນານມານີ້ໂດຍພົບວ່າ ຜົນກະທົບທີ່ຈະເກີດຂຶ້ນຢ່າງແນ່ນອນໃນຕະ ຫຼອດປີ 2020 ນີ້ກໍຄືການທີ່ຈະມີປະຊາຊົນ ລາວ ທີ່ຍາກຈົນເພີ່ມຂຶ້ນອີກເຖິງ 3.1 ເປີເຊັນຂອງຈຳ ນວນປະຊາກອນ ລາວ ທັງໝົດອັນຈະເຮັດໃຫ້ ສປປ ລາວ ມີຈຳນວນປະຊາກອນທີ່ຍາກຈົນເພີ່ມ ຂຶ້ນຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນທ້າຍປີ 2020 ພ້ອມກັນນີ້ດ້ວຍສະພາວະເສດຖະກິດທີ່ຕົກຕໍ່າ ແລະ ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການຈຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງຂາດແຄນດ້ານງົບປະມານຢ່າງໜັກໜ່ວງນັ້ນ ກໍຍ່ອມຈະສົ່ງຜົນກະທົບຕໍ່ການສະໜອງດ້ານງົບປະມານເພື່ອການລົບລ້າງຄວາມຍາກຈົນໃນ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ຊຶ່ງເຫັນໄດ້ຈາກການແຕກໂຕນກັນຂອງລະດັບການພັດທະນາໃນເຂດເມືອງກັບເຂດຊົນນະບົດຂອງ ລາວ ນັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ຢືນຢັນວ່າ

“ການແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາຊົນນະບົດຍັງມີຄວາມຄືບໜ້າຊ້າ ຄວາມແຕກໂຕນທາງດ້ານລາຍຮັບກໍຄືລະດັບຂອງການພັດທະນາ ແລະ ຊີວິດການເປັນຢູ່ລະຫວ່າງຕົວເມືອງກັບຊົນນະບົດຍັງມີຄວາມແຕກໂຕນກັນ ປະຊາຊົນໃນເຂດຊົນນະບົດຍັງບໍ່ທັນມີວຽກເຮັດງານທຳທີ່ໝັ້ນຄົງ ມີລາຍໄດ້ຕໍ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຍັງມີຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍເຊັ່ນເປົ້າໝາຍການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ແລະ ເປົ້າໝາຍການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ, ພື້ນຖານໂຄງລ່າງຍັງເຮັດບໍ່ທັນໄດ້ດີ ເສັ້ນທາງໄປເຂດພູດອຍ ບາງເມືອງ ຍັງບໍ່ທັນສາມາດທຽວໄດ້ 2​ ລະດູ ແຕ່ບາງບ້ານຍັງບໍ່ທັນມີເສັ້ນທາງເຂົ້າເຖິງ.“

ສ່ວນທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຖະແຫຼງຍອມຮັບວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນຂອງປະຊາຊົນ ລາວ ບັນດາເຜົ່າໃນຕະ ຫຼອດປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ເພາະການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຈຶ່ງເຮັດໃຫ້ຂາດແຄນເງິນທຶນສຳລັບນຳໃຊ້ໃນແຜນການຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນ ລາວ ໃນທົ່ວປະເທດ ທັງຍັງປາກົດດ້ວຍວ່າມີປະຊາຊົນ ລາວ ຍາກຈົນເພີ່ມຂຶ້ນ ເພາະການຖືກເລີກຈ້າງໂດຍບັນດາບໍລິສັດເອກະຊົນທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ຊຶ່ງດ້ວຍສະພາບ ການດັ່ງກ່າວຍັງເຮັດໃຫ້ຕ້ອງເລື່ອນກຳນົດເປົ້າໝາຍຂອງການລົບລ້າງຄວາມຍາກຈົນຂອງປະຊາ ຊົນ ລາວ ໃນຫຼາຍເຂດແຂວງຈາກກຳນົດເດີມໃນປີ 2020 ໄປເປັນໃນປີ 2024-2025 ອີກດ້ວຍ.

ສຳລັບໃນປີ 2020 ນີ້ລັດຖະບານ ລາວ ກໍສາມາດສະໜອງງົບປະມານໃຫ້ກັບກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງ 120 ຕື້ກີບ ຊຶ່ງພຽງພໍສຳລັບໂຄງການພັດທະນາຊົນນະບົດເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມຈາກທັງໝົດ 449 ຈຸດສຸມທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ໃນປີ 2020 ກໍຕ້ອງເລື່ອນອອກໄປເປັນປີ 2021 ຢ່າງຫຼີກລ່ຽງບໍ່ໄດ້.

ທາງດ້ານທ່ານ ຄຳເຜີຍ ບຸດດາວວຽງ ເຈົ້າແຂວງເຊກອງ ຖະແຫຼງວ່າການລົບລ້າງຄວາມຍາກຈົນຂອງປະຊາຊົນໃນແຂວງເຊກອງ ໃຫ້ໄດ້ຢ່າງສິ້ນເຊີງນັ້ນຈະຕ້ອງໃຊ້ເວລາຢ່າງນ້ອຍ 5 ປີທັງຍັງຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້ໃນຊ່ວງປີ 2021-2025 ດ້ວຍ ກໍຄືການເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7 ເປີເຊັນຕໍ່ປີ ເພື່ອເຮັດໃຫ້ຍອດຜະລິດຕະພັນລວມ (GDP) ຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນແຂວງເຊກອງ ທີ່ລະດັບ 2,300 ໂດລາຕໍ່ຄົນໃນປີ 2025 ພ້ອມກັນນີ້ ກໍຈະຕ້ອງພັດທະນາເພື່ອເພີ່ມປະສິດທິພາບຜະລິດສິນຄ້າ ແລະ ສະບຽງອາຫານໃຫ້ໄດ້ມາດຕະຖານສາກົນອີກດ້ວຍ.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນ ລາວ ເປີດເຜີຍວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນໃນ ລາວ ເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ໂດຍເຫັນໄດ້ຈາກຈຳນວນປະຊາຊົນ ລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນ ຄິດເປັນ 9 ເປີເຊັນຂອງຈຳນວນປະຊາກອຍ ລາວ ທັງໝົດໃນປັດຈຸບັນ ຈຶ່ງເປັນການຍາກທີ່ລັດຖະບານ ລາວ ຈະລົບລ້າງບັນຫາຍາກຈົນໃຫ້ໄດ້ຢ່າງສິ້ນເຊີງໃນປີ 2020 ນີ້.

XS
SM
MD
LG