ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງ COVID-19 ເຮັດໃຫ້ສາຍການບິນ ລາວ ຕ້ອງຢຸດການປະຕິບັດໜ້າທີ່ ຂອງພະນັກງານສ່ວນໃຫຍ່ ໂດຍບໍ່ຈ່າຍເງິນເດືອນ


ຮູບນີ້ຖ່າຍໃນວັນ 25 ກຸມພາ, 2011 ສະແດງໃຫ້ເຫັນເຮືອບິນ ATR-72 500 ຂອງສາຍການບິນລາວ ຢູ່ທາງແລ່ນຂອງສະໜາມບິນ ຫຼວງພະບາງ. AFP PHOTO (Photo by STR / AFP)
ຮູບນີ້ຖ່າຍໃນວັນ 25 ກຸມພາ, 2011 ສະແດງໃຫ້ເຫັນເຮືອບິນ ATR-72 500 ຂອງສາຍການບິນລາວ ຢູ່ທາງແລ່ນຂອງສະໜາມບິນ ຫຼວງພະບາງ. AFP PHOTO (Photo by STR / AFP)

ການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ສາຍການບິນ ລາວ ຕ້ອງຢຸດການປະຕິບັດໜ້າທີ່ຂອງພະນັກງານສ່ວນໃຫຍ່ໂດຍບໍ່ຈ່າຍເງິນເດືອນ ເພາະການຢຸດທຸກຖ້ຽວບິນໄດ້ເຮັດໃຫ້ບໍລິ ສັດບໍ່ມີລາຍຮັບ.


ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນ ລາວ ຖະແຫຼງຢືນຢັນວ່າການລະບາດຂອງເຊື້ອໄວຣັສ COVID-19 ໃນທົ່ວໂລກໄດ້ສົ່ງຜົນກະທົບຢ່າງໜັກຕໍ່ການດຳເນີນທຸລະກິດ ແລະ ລາຍຮັບຂອງລັດວິສາຫະກິດການບິນ ລາວ ເພາະການຍົກເລີກທຸກຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດນັບຕັ້ງແຕ່ເດືອນກຸມພາ 2020 ເປັນຕົ້ນມານັ້ນໄດ້ເຮັດໃຫ້ບໍລິສັດບໍ່ມີລາຍຮັບເລີຍ ແຕ່ວ່າໃນຂະນະດຽວກັນກັບຍັງມີລາຍຈ່າຍທີ່ຈຳເປັນສຳລັບການສ້ອມບຳລຸງ ແລະ ຄ່າເຊົ່າເຊື້ອເຮືອບິນທີ່ຈະຕ້ອງຊຳລະໃຫ້ເຈົ້າໜີ້ຢູ່ເລື້ອຍມາ ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ລັດວິສາຫະກິດການບິນ ລາວ ຈຳເປັນຕ້ອງຢຸດການປະຕິບັດໜ້າທີ່ຂອງພະນັກງານສ່ວນໃຫຍ່ທີ່ມີຢູ່ຫຼາຍກວ່າ 1,000 ຄົນໂດຍບໍ່ຈ່າຍເງິນເດືອນນັບເປັນເວລາຫຼາຍກວ່າ 3 ເດືອນມາແລ້ວ ທັງນີ້ກໍເພື່ອເຮັດໃຫ້ລັດວິສາຫະກິດການບິນ ລາວ ຍັງຄົງສະຖານະພາບຢູ່ຕໍ່ໄປໄດ້ ດັ່ງທີ່ທ່ານ ຄຳຫຼ້າ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາກະຂາດລາຍຮັບ ໂດຍສະເພາະກະແສເງິນສົດຫຼະແມ່ນໜັກໜ່ວງພໍສົມຄວນ ແຕ່ໃນຂະນະດຽວກັນພວກເຮົາຜັດມີລາຍຈ່າຍຄົງທີ່ຈຳນວນນຶ່ງ ເປັນຕົ້ນແມ່ນຕ້ອງໄດ້ຊຳລະຄ່າເຊົ່າຊື້ເຮືອບິນ ຈ່າຍຄ່າບູລະນະຮັກສາສ້ອມແປງເຮືອບິນຢ່າງເປັນປະຈຳ ແລະ ຄ່າດຳເນີນການທີ່ຈຳເປັນ ສ່ວນທີ່ເຫຼືອແມ່ນພວກເຮົາພະຍາຍາມຮັດສາຍແອວສຸດຂີດ ເປັນຕົ້ນແມ່ນການໃຫ້ພະນັກງານລາພັກ ແລະ ບໍ່ເອົາເງິນເດືອນ ຫຼຸດຜ່ອນເງິນເດືອນພະນັກງານນັບແຕ່ເດືອນ 3 ເປັນຕົ້ນມາ ລວມທັງລາຍຈ່າຍອື່ນໆທີ່ບໍ່ຈຳເປັນກໍໄດ້ຕັດໝົດ.”

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດການບິນ ລາວ ກໍໄດ້ຮັບອະນຸຍາດໃຫ້ເປີດການບິນພາຍໃນປະເທດໄດ້ໃນ 6 ເສັ້ນທາງໃນວັນທີ 22 ພຶດສະພາ 2020 ເປັນຕົ້ນໄປຄື ວຽງຈັນ-ຫຼວງພະບາງ-ວຽງຈັນ 4 ຖ້ຽວຕໍ່ສັບປະດາ, ວຽງຈັນ-ປາກເຊ-ວຽງຈັນ 4 ຖ້ຽວຕໍ່ສັບປະດາ, ວຽງຈັນ-ສະຫວັນນະເຂດ-ວຽງຈັນ 3 ຖ້ຽວຕໍ່ສັບປະດາ, ວຽງຈັນ-ຊຽງຂວາງ-ວຽງຈັນ 3 ຖ້ຽວຕໍ່ສັບປະດາ, ວຽງຈັນ-ອຸດົມໄຊ-ວຽງຈັນ 3​ ຖ້ຽວຕໍ່ສັບປະດາ ແລະ ວຽງຈັນ-ຫຼວງນໍ້າທາ-ວຽງຈັນ 4 ຖ້ຽວຕໍ່ສັບປະດາ ໂດຍຈະຕ້ອງປະຕິບັດຕາມມາດຕະການປ້ອງກັນໄວຣັສ COVID-19 ຢ່າງເຄັ່ງຄັດກໍຄື ການຂ້າເຊື້ອໃນເຮືອບິນກ່ອນຜູ້ໂດຍສານຂຶ້ນເຮືອບິນທຸກຄັ້ງ,​ ການກວດອຸນຫະພູມຮ່າງກາຍຂອງພະນັກງານ ແລະ ຜູ້ໂດຍສານທຸກຄົນບໍ່ໃຫ້ສູງເກີນ 37 ອົງສາແຊລຊຽດ ແລະ ພະນັກງານຕ້ອງມີອຸປະກອນປ້ອງກັນຕະຫຼອດການປະຕິບັດໜ້າທີ່ ຄືຜ້າອັດປາກ-ດັງ, ຖົງມື ແລະ ນໍ້າຢາລ້າງມື ສ່ວນຜູ້ໂດຍສານກໍຈະຕ້ອງແຈ້ງປີ້ດ້ວຍຕົນເອງ ແລະ ຈະຕ້ອງກວດອຸນຫະພູມຮ່າງກາຍກ່ອນຂຶ້ນເຮືອບິນ ທັງຍັງຈະຕ້ອງໃສ່ຜ້າອັດປາກ-ດັງ ແລະ ຈະບໍ່ມີການເສີບເຄື່ອງດື່ມ ຫຼື ອາຫານໃນຕະຫຼອດການເດີນທາງອີກດ້ວຍ.

ສ່ວນທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຖະແຫຼງວ່າການບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຢ່າງຮຸນແຮງ ທັງກໍຍັງຈະສືບຕໍ່ໄປອີກຈົນກວ່າວ່າ ລາວ ແລະ ນານາຊາດຈະສາມາດຄວບຄຸມການລະບາດຂອງເຊື້ອໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວເທົ່ານັ້ນ ຊຶ່ງດ້ວຍສະພາບການດັ່ງກ່າວນີ້ຈຶ່ງເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ຕົກຕໍ່າທັງດ້ານລາຍຮັບ ແລະ ຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ.

ໂດຍໃນໄຕມາດທີ 1 ຫຼື 3 ເດືອນຕົ້ນປີ 2020 ນີ້ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງມາໃນ ລາວ ຈຳນວນທັງມົດ 886,447 ຄົນ ຫຼຸດລົງ 17 ເປີເຊັນທຽບໃສ່ຊ່ວງດຽວກັນໃນປີ 2019 ທີ່ມີນັກທ່ອງທ່ຽວຊາວຕ່າງຊາດເຂົ້າມາໃນ ລາວ ຫຼາຍກວ່າ 1 ລ້ານຄົນ ແລະ ຄັນເມື່ອລັດຖະລາວ ໄດ້ດຳເນີນມາດຕະການສະກັດກັ້ນການລະບາດຂອງໄວຮັສ ໂຄວິດ-19 ດ້ວຍການປ້ດດ່ານຊາຍແດນ ແລະ ຫ້າມເດີນທາງສັນຈອນໄປມາທັງພາຍໃນ ແລະ ຕ່າງປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາຈຶ່ງເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ເລີຍ ແລະ ສະພາບການດັ່ງກ່າວກໍຍັງຈະສືບຕໍ່ໄປອີກໄລຍະນຶ່ງ.

ສ່ວນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດປະເມີນວ່າ ສະເພາະທຸລະກິດໃນພາກບໍລິການທ່ອງທ່ຽວຈະມີການເລີກຈ້າງພະນັກງານຫຼາຍກວ່າ 8 ໝື່ນຄົນນ ແລະ ພາກບໍລິການໃນ ລວາ ຈະສູນເສຍລາຍຮັບເກີນກວ່າ 350 ລ້ານໂດລາ.

XS
SM
MD
LG