ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດຂອງພະຍາດໂຄວິດ-19 ແລະບັນຫາການຂາດເຂີນດ້ານເງິນທຶນ ສົ່ງຜົນໃຫ້ບັນດາຫົວໜ່ວຍທຸລະກິດເອກະຊົນ ໃນລາວ ຕ້ອງການຄວາມຊ່ວຍເຫລືອ


ຜົນກະທົບຂອງພະຍາດໂຄວິດຕໍ່ບັນດາອຸດສາຫະກໍາໃນລາວ
ຜົນກະທົບຂອງພະຍາດໂຄວິດຕໍ່ບັນດາອຸດສາຫະກໍາໃນລາວ

ການລະບາດຂອງພະຍາດໂຄວິດ-19 ແລະບັນຫາການຂາດເຂີນດ້ານເງິນທຶນ ສົ່ງຜົນໃຫ້ບັນ ດາຫົວໜ່ວຍທຸລະກິດເອກະຊົນໃນລາວ ຕ້ອງການຄວາມຊ່ວຍ ເຫລືອຈາກລັດຖະບານລາວໃນ 5 ດ້ານເປັນຢ່າງໜ້ອຍ.

ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະຫັດຖະກໍາ ຖະແຫລງວ່າການລະບາດ ຂອງພະຍາດໄວຣັສໂຄວິດ-19 ທີ່ຍັງສືບຕໍ່ສົ່ງຜົນກະທົບ ຢ່າງກ້ວາງຂວາງໃນທຸກພາກສ່ວນຂອງລາວໃນປັດຈຸບັນນີ້ ນອກຈາກຈະເຮັດໃຫ້ບັນດາຫົວໜ່ວຍໜ່ວຍທຸລະກິດເອກະຊົນລາວຕ້ອງປະເຊີນກັບບັນຫາຂາດທຶນໃນການດໍາເນີນທຸລະກິດ ທັງຍັງຂາດເຂີນດ້ານເງິນທຶນກູ້ຢືມສໍາລັບໃຊ້ໃນການຟື້ນຟູກິດຈະການດ້ວຍນັ້ນ ຈຶ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດເອກະຊົນໃນລາວໄດ້ພາກັນຮ້ອງຂໍການຊ່ວຍເຫລືອຈາກລັດຖະບານລາວຢ່າງຮີບດ່ວນໃນ 5 ດ້ານທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດໃນປັດຈຸບັນ ດັ່ງທີ່ທ່ານ ບົວວັນ ໄດ້ໃຫ້ການຢືນຢັນວ່າ:

“ຂໍ້ຫຍຸ້ງຍາກທີ່ພາກທຸລະກິດໄດ້ສະເໜີຫັ້ນ ກະມີຢູ່ 5 ຂໍ້, ຂໍ້ທີ 1 ກະແມ່ນໃນເລື່ອງຂອງຂໍ້ຫຍຸ້ງ ຍາກໃນການຫລຸດຜ່ອນຄົນມາເຮັດວຽກ ເລື່ອງຂອງການນໍາໃຊ້ແຮງງານແຕ່ຢູ່ໃນຫໍພັກ, ຂໍ້ຫຍຸ້ງຍາກທີ 2 ກໍ່ເລື່ອງຂອງການອອກຈາກບ້ານ ຫລືວ່າການເດີນທາງໄປເຮັດວຽກ, ຂໍ້ຫຍຸ້ງຍາກທີ 3 ແມ່ນການຂົນສົ່ງວັດຖຸດິບແລ້ວກະສິນຄ້າ, ຂໍ້ຫຍຸ້ງຍາກທີ 4 ແມ່ນໃນເລື່ອງຂອງການຢຸດວຽກ ແລ້ວກໍ່ການຈະຈ່າຍຄ່າຊົດເຊີຍຄ່າແຮງງານແນວໃດ ແລະຂໍ້ທີ 5 ແມ່ນໄດ້ມີຂໍ້ສະເໜີໃຫ້ລັດຖະບານຫັ່ນມີຂໍ້ຜ່ອນຜັນທາງດ້ານພາສີອາກອນ, ການຊໍາລະຄ່ານໍ້າ ຄ່າໄຟ ແລ້ວກະອື່ນໆ.”

ທັງນີ້ ລັດຖະບານລາວໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບເປັນເງິນກູ້ໃຫ້ແກ່ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໂດຍໄດ້ອະນຸມັດເງິນກູ້ໄປແລ້ວກວ່າ 1,652 ຕື້ກີບໃຫ້ກັບ SME ຈໍານວນ 477 ບໍລິສັດກິດຈະການຜະລິດສິນຄ້າກະສິກໍາ ແລະສິນຄ້າອຸປະໂພກບໍລິໂພກເປັນດ້ານຫລັກ ແລະໄດ້ມີການຖອນເງິນກູ້ໄປແລ້ວໃນມູນຄ່າລວມ 1,369 ຕື້ກີບ.

ແຕ່ຢ່າງໃດກໍ່ຕາມ ການສໍາຫລວດພົບວ່າ SME ທີ່ໄດ້ຮັບເງິນກູ້ຈາກກອງທຶນສະໜັບສະໜຸນ SME ສໍາລັບໃຊ້ໃນການຟື້ນຟູກິດຈະການທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມານັ້ນປະກົດວ່າ SME ຈໍານວນນຶ່ງທີ່ບໍ່ສາມາດຊໍາລະໜີ້ຄືນໃຫ້ທະນາຄານ ແລະໄດ້ກາຍເປັນໜີ້ເສຍ NPL ໃນລະບົບທະນາຄານຂອງລັດກໍ່ຄືທະນາຄານພັດທະນາລາວ ສ່ວນທະນາຄານທຸລະກິດເອກະຊົນ 4 ແຫ່ງທີ່ໄດ້ເຂົ້າຮ່ວມໃນການສະໜອງເງິນກູ້ໃຫ້ SME ດ້ວຍນັ້ນ ປະກົດວ່າມີໜີ້ NPL ພຽງແຕ່ 1 ບໍລິສັດເທົ່ານັ້ນໃນປີ 2020, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາ ແລະການຄ້າໄດ້ໃຫ້ການຢືນຢັນວ່າ:

“ປີ 2020 ນີ້ພວກເຮົາພວກເຮົາສາມາດປ່ອຍສິນເຊື່ອໄດ້ທັງໝົດ 167 ສັນຍາໃຫ້ແກ່ 144 ຫົວໜ່ວຍ ເຊິ່ງມີມູນຄ່າ 168 ຕື້ກີບ ແລະພວກເຮົາໄດ້ກວດຄືນກະເຫັນວ່າມີລູກຄ້າທີ່ເປັນໜີ້ NPL ເຊິ່ງມີມູນຄ່າ 32 ຕື້ກີບຢູ່ທະນາຄານພັດ ທະນາລາວ 14ຫົວໜ່ວຍ 17 ສັນຍາ, ສ່ວນການປ່ອຍສິນເຊື່ອພາຍໃຕ້ໂຄງ ການຈັດຫາແຫລ່ງທຶນ SME ທີ່ຜ່ານມາໃຫ້ແກ່ 4 ທະນາຄານທຸລະກິດຫັ້ນ ມີແຕ່ພຽງ 1 ຕົວເລກເທົ່ານັ້ນທີ່ເປັນ NPL ຢູ່ໃນຂົງເຂດກະສິກໍາ ມີວົງເງິນຄ້າງຊໍາລະຢູ່ 210 ລ້ານກີບ.”

ສ່ວນສະພາອຸດສາຫະກໍາ ການຄ້າ ແລະຢູໂຣບ (EU) ກໍ່ໄດ້ປະເມີນວ່າການລະບາດຂອງພະຍາດໄວຣັສຖຄວິດ-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍລາຍໄດ້ຫລາຍກວ່າ 70 ເປີເຊັນ ຂອງລາຍໄດ້ທັງໝົດໃນປີ 2020 ເຊິ່ງກໍ່ໄດ້ເຮັດໃຫ້ໜ່ວຍທຸລະກິດເລົ່ານີ້ບໍ່ມີເງິນສໍາລັບໃຊ້ຊໍາລະໜີ້ເງິນກູ້ ແລະດອກເບ້ຍໃຫ້ກັບທະນາຄານນັ້ນເອງ.

ຂະນະທີ່ ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ປະເມີນວ່າທຸລະກິດບໍລະການ ແລະທ່ອງທ່ຽງໃນລາວໄດ້ມີການເລີກຈ້າງງານເກີນກວ່າ 1 ແສນຄົນໃນປີ 2020 ສອດຄ້ອງກັບສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ ທີ່ໄດ້ປະເມີນວ່າພາກບໍລິການ ແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເພາະວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວນັບແຕ່ເດືອນເມສາ 2020 ເປັນຕົ້ນມາ, ສ່ວນກະຊວງແຜນການ ແລະການລົງທຶນ ກໍ່ໄດ້ປະເມິນວ່າການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫລາຍກວ່າ 128,690 ບໍລິສັດ ໂດຍໃນນີ້ເກີນກວ່າ 97 ເປີເຊັນ ກໍ່ຄື SME ນັ້ນເອງ.

ໂດຍລັດຖະບານລາວສາມາດຈັດສັນງົບປະມານໃຫ້ກັບກອງທຶນເງິນກູ້ຢືມສໍາລັບ SME ໃນປີ 2020 ໄດ້ພຽງ 200 ຕື້ກີບເທົ່ານັ້ນ ຈຶ່ງບໍ່ພຽງພໍກັບຄວາມຕ້ອງການໂຕຈິງຂອງບັນດາ SME ໃນລາວ ແລະອີກບັນຫານຶ່ງທີ່ເຮັດໃຫ້ SME ສ່ວນຫລາຍໃນລາວບໍ່ໄດ້ຮັບອະນຸມັດວົງເງິນກູ້ເພີ້ມຈາກທະນາຄານ ກໍ່ຍ້ອນວ່າການຜະລິດສິນຄ້າຂອງ SME ໃນລາວຍັງບໍ່ສາມາດແຂ່ງຂັນໃນຕະຫລາດສາກົນໄດ້ຢ່າງແທ້ຈິງ.

XS
SM
MD
LG