ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວ-ອາເມຣິກັນ ໃນລັດຈໍເຈຍ ຊ່ວຍເຫລືອກັນ ແບ່ງເບົາຄວາມລໍາບາກ ທ້າມກາງການ ລະບາດຂອງໂຄວິດ- 19


ຖົງເຄື່ອງຊ່ວຍເຫລືອທີ່ຫ້າງເອົາໄປຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ
ຖົງເຄື່ອງຊ່ວຍເຫລືອທີ່ຫ້າງເອົາໄປຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ

ເມື່ອມີການປິດລັດຈໍເຈຍໃນກາງເດືອນມີນາເປັນຕົ້ນມານັ້ນ ກຸ່ມຜູ້ນໍາຈໍາ ນວນນຶ່ງໃນປະຊາຄົມລາວຢູ່ໃນນະຄອນແອັດແລນຕາ, ລັດຈໍເຈຍ ກໍໄດ້ຕັ້ງໂຄງ ການຊ່ວຍເຫລືອຮັບມືກັບໄພພິບັດພະຍາດໂຄວິດ-19 ຂອງປະຊາຄົມລາວ ໃນ ລັດຈໍເຈຍ ຂຶ້ນໃນທັນທີ ເພື່ອລະດົມເອົາສິ່ງຂອງແລະປັດໄຈອື່ນໆ ຈາກອົງການ ແລະບຸກຄົນຕ່າງໆ ເອົາໄປຊ່ວຍເຫລືອຜູ້ທີ່ຕ້ອງການການຊ່ວຍເຫຼືອຫລາຍທີ່ສຸດ ກໍຄືພວກຜູ້ສູງອາຍຸເຊື້ອສາຍລາວ ຢູ່ໃນລັດດັ່ງກ່າວ. ລາຍລະອຽດຈະເປັນແນວ ໃດນັ້ນ ຂໍເຊີນທ່ານໄປຮັບຟັງລາຍງານ ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ການປິດເມືອງ ແລະກິດຈະການຕ່າງໆ ໃນລັດຈໍເຈຍເພື່ອ ຫລຸດຜ່ອນການແຜ່ ລະບາດຂອງພະຍາດໂຄວິດ-19 ທີ່ເປັນອັນຕະລາຍຮ້າຍແຮງລົງນັ້ນ ກໍເຮັດໃຫ້ ຜູ້ສູງອາຍຸແລະຄົນມີລາຍໄດ້ຕໍ່າໃນປະຊາຄົມຂອງຄົນເຊື້ອສາຍລາວ ກໍຄືຄົນອາ ເມຣິກັນເຊື້ອສາຍອື່ນໆ ແມ່ນປະສົບກັບຄວາມລໍາບາກຫລາຍ. ເພື່ອຮັບມືກັບສະ ພາບການນີ້ ກຸ່ມອາສາສະໝັກກຸ່ມນຶ່ງໃນນະຄອນແອັດແລນຕາກໍໄດ້ພາກັນສ້າງ ຕັ້ງໂຄງການນຶ່ງຂຶ້ນມາ ໃນວັນທີ 30 ມີນາ ພຽງບໍ່ພໍເທົ່າໃດອາທິດ ຫລັງຈາກ ມີການສັ່ງປິດເມືອງໄວ້. ໂຄງການນີ້ເອີ້ນວ່າ ໂຄງການຊ່ວຍເຫລືອຮັບມືກັບໄພ ພິບັດພະຍາດໂຄວິດ-19 ຂອງປະຊາຄົມລາວ ໃນລັດຈໍເຈຍ ເພື່ອຊ່ວຍເຫລືອຜູ້ປະສົບກັບຄວາມລໍາບາກໂດຍສະເພາະແມ່ນ ຜູ້ເຖົ້າ ແລະຜູ້ທີມີພະຍາດຮ້າຍ ແຮງຢູ່ແລ້ວທີ່ມີຄວາມສ່ຽງສູງຕໍ່ການຕິດພະຍາດນີ້.

ເຄື່ອງຊ່ວຍເຫລືອໃນນຶ່ງຫໍ່ທີ່ຫ້າງເອົາໄປໃຫ້ຄົນຊະລາ ແລະຄົນເປັນພະຍາດ ທີ່ຕ້ອງການຄວາມຊ່ວຍເຫລືອທ້າມກາງການລະບາດຂອງໂຄວິດ-19
ເຄື່ອງຊ່ວຍເຫລືອໃນນຶ່ງຫໍ່ທີ່ຫ້າງເອົາໄປໃຫ້ຄົນຊະລາ ແລະຄົນເປັນພະຍາດ ທີ່ຕ້ອງການຄວາມຊ່ວຍເຫລືອທ້າມກາງການລະບາດຂອງໂຄວິດ-19

ໂຄງການນີ້ ເປັນຄວາມຄິດ ລິເລີ້ມ ຂອງຜູ້ນໍາອົງການພັດທະນາປະຊາຄົມລາວ -ອາເມຣິກັນ 3 ອົງການຢູ່ ໃນນະຄອນດັ່ງກ່າວ. ໃນການໃຫ້ສໍາພາດ ກັບວີໂອເອນັ້ນ, ທ່ານທອມ ໄຊຍະ ວົງ, ຄະນະກໍາມະການບໍລິຫານຂອງອົງການບໍລິການ ປະຊາຄົມເອເຊຍ ເຊື້ອ ສາຍລາວໃນລັດຈໍເຈຍ ຊຶ່ງເປັນນຶ່ງທີ່ເປັນຜູ້ເລີ້ມອອກຫົວຄິດກ່ອນໝູ່ ເວົ້າສູ່ຟັງວ່າ:

ພ້ອມກັນນັ້ນ ທ່ານ ແຫວນ ຊະນະນິກອນ ຮອງປະທານຂອງ ອົງການບໍລິການ ປະຊາຄົມ ເອເຊຍເຊື້ອສາຍລາວໃນລັດຈໍເຈຍ ກໍໄດ້ເລົ່າເພີ້ມ ກ່ຽວກັບການສ້າງ ຕັ້ງໂຄງການນີ້ຂຶ້ນມາວ່າ:

ເຄື່ອງຈໍານວນນຶ່ງທີ່ກຽມໄວ້ໄປຊ່ວຍເຫລືອແກ່ຜູ້ສູງອາຍຸ ແລະມີຄວາມສ່ຽງສູງຕໍ່ການຕິດພະຍາດໂຄວິດ-19
ເຄື່ອງຈໍານວນນຶ່ງທີ່ກຽມໄວ້ໄປຊ່ວຍເຫລືອແກ່ຜູ້ສູງອາຍຸ ແລະມີຄວາມສ່ຽງສູງຕໍ່ການຕິດພະຍາດໂຄວິດ-19

ຂາດບໍ່ໄດ້ກໍຄືທ່ານນາງ ແອນ ຣິດມີໄຊ ທີ່ມີເຮັດວຽກໃນນາມເປັນຮຸ້ນສ່ວນຂອງ ອົງການ M&S Home Care ເລົ່າເຖິງຄວາມຮູ້ສຶກ ໃນຕອນທີ່ມີຄົນ ທີ່ມີແນວ ຄິດລິເລີ້ມໂຄງການີ້ ຕິດຕໍ່ຫາທ່ານນາງເພື່ອໃຫ້ຮ່ວມກໍ່ຕັ້ງໂຄງການນີ້ຂຶ້ນມາສູ່ຟັງ ດັ່ງນີ້.

ຜູ້ສໍາຄັນອີກຄົນນຶ່ງກໍທ່ານນາງ ເອມມີ ຈອມທະຄໍາ ຕາງໜ້າໃຫ້ແກ່ສະມາຄົມ ຄົນລາວ-ອາເມຣິກັນ ໃນລັດຈໍເຈຍ ທີ່ມີຄວາມຫ້າວຫັນໃນການປະສານງານ ກັບພາກສ່ວນແລະບຸກຄົນຕ່າງໆໃນລັດ ໄດ້ເລົ່າເຖິງຂຶ້ນຕອນການສ້າງຕັ້ງໂຄງ
ການນີ້ຂຶ້ນມາໄດ້ສູ່ຟັງວ່າ:

ຍັງອີກສັດຕີທີ່ສໍາຄັນຜູ້ນຶ່ງທີ່ເຮັດໃຫ້ໂຄງການນີ້ ດໍາເນີນໄປໄດ້ຢ່າງຫລ່ຽນໄຫລ ກໍຄືທ່ານນາງດາວ ມະໄລທອງ ຊຶ່ງຜູ້ກ່ຽວກ່າວເຖິງບັນດາຄົນທີ່ໄດ້ຮັບການຊ່ວຍ ເຫລືອນີ້ດ້ວຍຄວາມປຶ້ມໃຈວ່າ:


ທ້າຍສຸດກໍຄືທ່ານນາງກິມ ປະຖໍາມະວົງທີ່ຍັງຢູ່ລັດຟລໍຣິດາຊົ່ວຄາວ ແລະກໍາລັງ ຈະຍ້າຍກັບໄປຮ່ວມ ເຮັດວຽກອາສາສະໝັກດັ່ງກ່າວນີ້ ເວົ້າເຖິງພວກທີ່ໄດ້ຮັບ ການຊ່ວຍເຫລືອ ແລະສິ່ງຊ່ວຍເຫລືອສູ່ຟັງວ່າ:


ພ້ອມກັນນັ້ນ ເນື່ອງຈາກວ່າ ຄົນອາເມຣິກັນເຊື້ອສາຍລາວຢູ່ໃນລັດຈໍເຈຍແຈກ ຢາຍກັນຢູ່ຕາມເຂດຕ່າງໆຊຶ່ງກໍເຮັດໃຫ້ການເດີນທາງໄປສົ່ງສິ່ງຂອງຊ່ວຍເຫຼືອ ພົບຄວາມຫຍຸ້ງຍາກບໍ່ໜ້ອຍ ສະນັ້ນ ຜູ້ໃດທີ່ມີຢູ່ເຮືອນຄົນດຽວ ແລະມີການວິ ໄຈ ຈາກທ່ານໝໍວ່າເປັນພະຍາດໜັກ ເຊັ່ນເປັນອໍາມະພາດດັ່ງນີ້ເປັນຕົ້ນ ກໍຈະ ໄດ້ຮັບການຊ່ວຍເຫລືອ ກ່ອນໝູ່ອີງຕາມທ່ານນາງແອນທີ່ຮັບຜິດຊອບໃນການ ບໍລິການແກ່ຄົນຊະລາ ທີ່ຮັບການຊ່ວຍເຫລືອປິ່ນປົວຢູ່ເຮືອນ. ນອກຈາກນັ້ນ ທາງທີມງານກໍປະກາດ ໃຫ້ຜູ້ໃດທີ່ຕ້ອງການການຊ່ວຍເຫລືອອັນນີ້ຮີບດ່ວນໃຫ້ ຕິດຕໍ່ຫາທີມດັ່ງກ່າວໂດຍໄວ.

ເຄື່ອງຊ່ວຍເຫລືອທີ່ຫ້າງເອົາໄປຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ
ເຄື່ອງຊ່ວຍເຫລືອທີ່ຫ້າງເອົາໄປຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ

ມູນຄ່າເຄື່ອງຊ່ວຍເຫລືອໃນຫໍ່ນຶ່ງສໍາລັບຄອບຄົວນຶ່ງນັ້ນ ແມ່ນປະມານ 30 ໂດລາ ຊຶ່ງປະກອບມີເຂົ້າສານ ແລະອາຫານແຫ້ງປະເພດຕ່າງໆ ເຊັ່ນໝີ່, ເຂົ້າປຸ້ນແຫ້ງ, ນໍ້າປາ, ສະອິ້ວ ແລະກັບປາ ຕະຫລອດທັງເຈ້ຍອະນາໄມທີ່ ໃຊ້ໃນຫ້ອງນໍ້າ ແລະ ອື່ນໆ. ສ່ວນວ່າຜູ້ໃດ ຄວນໄດ້ຮັບເຄື່ອງຊ່ວຍເຫລືອ ບັນເທົາທຸກນີ້ ແມ່ນອີງໃສ່ລາຍຊື່ຂອງຄົນທີ່ຜູ້ນໍາຂອງ 3 ອົງການດັ່ງກ່າວ ເຄີຍໄດ້ຕິດຕໍ່ແລະຄຸ້ນເຄີຍຜ່ານການໃຫ້ການບໍລິການຮັບໃຊ້ມາໄດ້ສິບກວ່າ ປີແລ້ວນັ້ນ. ສິ່ງສໍາຄັນອັນນຶ່ງ ທີ່ມີຄວາມສໍາຄັນຄື ເທົ່າກັບການຊ່ວຍເຫລືອ ຜູ້ລໍາບາກນັ້ນ ກໍຄືການປ້ອງກັນຕົນເອງຂອງອາສະໝັກໄປສົ່ງເຄື່ອງ ຊຶ່ງທ່ານນາງແອນເວົ້າສູ່ຟັງວ່າ:


ນອກນັ້ນ ກໍຍັງມີ ທ່ານ ແຈຊັນ ຫົວໜ້າສະມາຄົມລາວ-ອາເມຣິກັນໃນນະຄອນ ແອັດແລນຕາ ເລົ່າເຖິງສິ່ງວິທີການປ້ອງກັນຕົນເອງເພື່ອຫລຸດຄວາມສ່ຽງຕໍ່ການ ຕິດພະຍາດນີ້ໃຫ້ຫລາຍທີ່ສຸດວ່າ:


ເຖິງແມ່ນວ່າ ລັດຈໍເຈຍ ຈະບໍ່ແມ່ນລັດທີ່ມີຈໍານວນຄົນທີ່ຕິດພະຍາດໂຄວິດ-19 ຢ່າງໜັກໜ່ວງທີ່ສຸດກໍຕາມ ແຕ່ວ່າ ການລະບາດຂອງພະຍາດດັ່ງກ່າວໄດ້ເຮັດ ໃຫ້ປະຊາຊົນອາໄສໃນລັດນັ້ນ ເສຍຊີວິດໄປຢ່າງໜ້ອຍ 1,140 ຄົນແລ້ວ ແລະ ກໍລະນີຄົນຕິດພະຍາດນີ້ໄດ້ເພີ້ມຂຶ້ນເລື້ອຍໆ. ມາຮອດວັນທີ 1 ພຶດສະພາຜ່ານ ມາ ໃນລັດດັ່ງກ່າວ ມີກໍລະນີຄົນຕິດພະຍາດນີ້ ມີຫລາຍກວ່າ 27,000 ລາຍ ແລ້ວ ແລະສ່ວນໃຫຍ່ ແມ່ນຢູ່ໃນເຂດນະຄອນແອັດແລນຕາ ທີ່ເປັນເມືອງເອກ ຂອງລັດນັ້ນ. ໃນສະພາບການເຊັ່ນນີ້ການແຜ່ລະບາດຂອງພະຍາດນີ້ຍັງຈະສືບ ຕໍ່ ເປັນໄພຂົ່ມຂູ່ຕໍ່ສຸຂະພາບແລະຊີວິດຂອງຄົນໂດຍສະເພາະແມ່ນຄົນສູງອາຍຸ ແລະຄົນທີ່ມີພະຍາດອື່ນຢູ່ແລ້ວໃນລັດ ດັ່ງກ່າວ. ສະນັ້ນການຊ່ວຍເຫລືອຈາກ ໂຄງການຊ່ວຍເຫລືອ ຮັບມືກັບ ໄພພິບັດພະຍາດໂຄວິດ-19 ຂອງປະຊາຄົມ ລາວ ໃນລັດຈໍເຈຍແມ່ນ ມີຄວາມສໍາຄັນຫລາຍທີ່ສຸດ.

XS
SM
MD
LG