ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການລະບາດ ຂອງພະຍາດໄວຣັສ Covid-19 ເຮັດໃຫ້ປະຊາຊົນ ລາວ ທຸກຍາກເພີ່ມຂຶ້ນ


ໝູ່ບ້ານທີ່ທຸກຍາກໃນເຂດຊົນນະບົດຂອງ ລາວ.
ໝູ່ບ້ານທີ່ທຸກຍາກໃນເຂດຊົນນະບົດຂອງ ລາວ.

ການລະບາດຂອງພະຍາດໄວຣັສ Covid-19 ເຮັດໃຫ້ປະຊາຊົນ ລາວ ທຸກຍາກເພີ່ມຂຶ້ນ ໃນຂະນະທີ່ລັດຖະບານ ລາວ ກໍຂາດແຄນເງິນທຶນ ເພື່ອນຳໃຊ້ໃນການຫຼຸດຜ່ອນບັນຫາຍາກຈົນຂອງປະຊາ ຊົນ.


ທ່ານ ລຽນ ທິແກ້ວ ລັດຖະບານມົນຕີວ່າການກະຊວງກະສິກຳ-ປ່າໄມ້ ຖະແຫຼງຍອມຮັບວ່າການຈັດ ຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາທຸກຍາກຂອງປະຊາຊົນ ລາວ ບັນດາເຜົ່າໃນຕະຫຼອດປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ເພາະການລະບາດຂອງພະຍາດໄວຣັສ Covid-19 ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບພາສີ ແລະ ອາກອນຕ່າງໆໄດ້ຕໍ່າກວ່າແຜນການ ຈຶ່ງເຮັດໃຫ້ຂາດແຄນເງິນທຶນສຳລັບນຳໃຊ້ໃນແຜນການຫຼຸດຜ່ອນບັນຫາທຸກຍາກຂອງປະຊາຊົນໃນທົ່ວປະເທດທັງຍັງປາກົດວ່າມີຈຳນວນປະຊາຊົນ ລາວ ທີ່ທຸກຍາກເພີ່ມຂຶ້ນອີກດ້ວຍ ເພາະຖືກເລີກຈ້າງໂດຍບັນດາວິສາຫະກິດເອກະຊົນທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ໃນປັດຈຸບັນ ຊຶ່ງດ້ວຍສະພາບການດັ່ງກ່າວຍັງເຮັດໃຫ້ຕ້ອງເລື່ອນກຳນົດຄາດໝາຍການລົບລ້າງບັນຫາທຸກຍາກຂອງປະຊາຊົນ ລາວ ໃນຫຼາຍພື້ນທີ່ອອກໄປຈາກເດີມໃນປີ 2020 ໄປເປັນໃນລະຫວ່າງ ປີ 2023-2024 ອີກດ້ວຍ.

ສຳລັບໃນປີ 2020 ລັດຖະບານ ລາວ ສາມາດສະໜັບສະໜູນງົບປະມານໃຫ້ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງ 120 ຕື້ກີບທີ່ພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະ ນາຊົນນະບົດເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນຈາກທັງໝົດ 449 ຈຸດສຸມທົ່ວປະ ເທດສ່ວນຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ໃນປີ 2020 ນີ້ ກໍຕ້ອງເລື່ອນອອກໄປໃນປີ 2021 ຢ່າງຫຼີກລ່ຽງບໍ່ໄດ້ດັ່ງທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໃຫ້ການຍອມຮັບວ່າ

“ການພັດທະນາຊົນບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຈັດທຶນເຂົ້າໃນວຽກງານໃນຈຸດສຸມຂອງສູນ ກາງ ແລະ ທ້ອງຖິ່ນ 120 ຕື້ທັງໝົດ 703 ໂຄງການເພື່ອສຸມໃສ່ປະຕິບັດ 144 ຈຸດສຸມໃນຈຳນວນທັງໝົດ 449 ຈຸດສຸມເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີເງື່ອນໄຂສະດວກໃນການດຳລົງຊີວິດຕິດພັນດັບການປະຕິບັດກໍ່ສ້າງຮາກຖານການເມືອງ ແລະ ຫັນເຂົ້າສູ່ລົງເລິກໃນເຂດຈຸດສຸມທັງທີ່ຢູ່ສູນກາງ ແລະ ທ້ອງຖິ່ນ.”

ເປົ້າໝາຍຂອງລັດຖະບານ ລາວ ໃນການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2020 ນີ້ກໍຄືການຍົກລະດັບສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຈົນໃຫ້ໄດ້ 3,234 ຄອບຄົວເພື່ອເຮັດໃຫ້ຍັງເຫຼືອຄອບຄົວທີ່ທຸກຍາກບໍ່ເກີນ 60,160 ຄອບຄົວ ຫຼື 4.9 ເປີເຊັນຂອງຈຳນວນຄອບຄົວທັງໝົດໃນ ລາວ ພ້ອມທັງຍັງຈະສ້າງຕັ້ງບ້ານພັດທະນາໃຫ້ໄດ້ 100 ບ້ານ ແລະ ຍົກລະດັບບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ທະນາຄານໂລກ ປະຈຳ ລາວ ເປີດເຜີຍວ່າກອງທຶນລົບລ້າງຄວາມທຸກຍາກໃນ ລາວ ໄດ້ຮັບການສະໜັບສະໜູນງົບປະມານຄິດເປັນມູນຄ່າລວມ 54 ລ້ານໂດລາສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດວຽກງານພັດທະນາພື້ນຖານໂຄງລ່າງເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນເຂດຊົນນະບົດໃນຊ່ວງປີ 2017-2019 ໃນນີ້ລັດຖະບານ ລາວ ກໍໄດ້ປະກອບສ່ວນພຽງ 6 ລ້ານໂດລາໂດຍສາມາດແກ້ບັນຫາຍາກຈົນໄດ້ 12,011 ຄອບຄົວ ລົບລ້າງບັນຫາທຸກຍາກໄດ້ຢ່າງສິ້ນເຊີງໃນ 200 ບ້ານ ສ້າງຕັ້ງບ້ານພັດທະນາໄດ້ເພີ່ມຂຶ້ນເປັນ 4,138 ບ້ານ, ທັງພັດທະນາບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ເພີ່ມຂຶ້ນຈາກ 45 ເປັນ 56 ເມືອງໃນຊ່ວງກວ່າ 3​ ປີທີ່ຜ່ານມາ.

ສ່ວນສະພາເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດຄາດໝາຍວ່າ ລາວ ຈະຫຼຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານ ລາວ ປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນຕ້ອງບໍ່ຫຼຸດ 1,242 ໂດລາຕໍ່ຄົນ ຊຶ່ງລາວປະຕິບັດໄດ້ທີ່ລະດັບ 1,996 ໂດລາຕໍ່ຄົນໃນປີ 2015 ແລະ ດັດຊະນີຊັບສິນມະນຸດທີ່ຕ້ອງມີອັດຕາສະເລ່ຍ 66 ເປີເຊັນນັ້ນ ລາວ ປະຕິບັດໄດ້ທີ່ 72.8 ເປີເຊັນ ຈຶ່ງຍັງເຫຼືອດັດຊະນີຄວາມອ່ອນໄຫວທາງເສດຖະກິດທີ່ຕ້ອງຕໍ່າກວ່າ 32 ເປີເຊັນແຕ່ ລາວ ປະຕິບັດໄດ້ 33.7 ເປີເຊັນ.

ນອກຈາກນີ້ການທີ່ ລາວ ປະເຊີນກັບໄພນໍ້າຖ້ວມ ແລະ ໄພແຫ່ງລ້າງຢ່າງຕໍ່ເນື່ອງກໍເປັນສາເຫດສຳ ຄັນທີ່ເຮັດໃຫ້ການປະຕິບັດແຜນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ລາວ ດຳເນີນໄປໄດ້ຕໍ່າກວ່າເປົ້າໝາຍ ຊຶ່ງເຫັນໄດ້ຈາກປະຊາຊົນ ລາວ 632,909 ຄົນທີ່ມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນໃນປັດຈຸບັນ.

XS
SM
MD
LG