ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍປະເທດ ເລີ່ມວາງແຜນ ການແຈກຢາຍ ຢາວັກຊີນ COVID-19


ຜູ້ຊາຍຄົນນຶ່ງໄດ້ຮັບຢາວັກຊີນທົດລອງ COVID-19 ຢູ່ສູນກາງການຄົ້ນຄວ້າແຫ່ງ ອາເມຣິກາ, ເມືອງ ຮອລລີວູດ, ລັດ ຟລໍຣິດາ. 13 ສິງຫາ, 2020.
ຜູ້ຊາຍຄົນນຶ່ງໄດ້ຮັບຢາວັກຊີນທົດລອງ COVID-19 ຢູ່ສູນກາງການຄົ້ນຄວ້າແຫ່ງ ອາເມຣິກາ, ເມືອງ ຮອລລີວູດ, ລັດ ຟລໍຣິດາ. 13 ສິງຫາ, 2020.

ປະເທດຕ່າງໆແມ່ນໄດ້ເລີ່ມທີ່ຈະວາງແຜນການ ເພື່ອແຈກຢາຍຢາວັກຊີນ COVID-19 ໃນວັນອາທິດວານນີ້, ດ້ວຍ ເຢຍຣະມັນ ແລະ ສະຫະລັດ ແມ່ນກຳລັງກະກຽມທີ່ຈະສັກຢາໃນປະຊາຊົນຈຳນວນນຶ່ງໃນຕົ້ນເດືອນໜ້າ.

ລັດຖະມົນຕີກະຊວງສາທາລະນະສຸກ ເຢຍຣະມັນ ທ່ານ ເຈັນສ໌ ສປານ ໄດ້ ກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້ວ່າ ມັນ “ມີເຫດຜົນທີ່ຈະຄິດໃນແງ່ບວກ” ທີ່ຢາວັກຊີນຈະຖືກຮັບຮອງໃນ ຢູໂຣບ ກ່ອນທ້າຍປີນີ້, ແລະ ວ່າຫຼັງຈາກການຮັບຮອງ, ວັກຊີນດັ່ງກ່າວຈະສາມາດເລີ່ມ “ສັກໄດ້ໃນທັນທີ.”

ສະຫະລັດ ໄດ້ກຳນົດແຜນການເບື້ອງຕົ້ນເພື່ອເລີ່ມສັກຢາໃຫ້ຄົນບາງກຸ່ມໄວສຸດ ແມ່ນວັນທີ 12 ທັນວາ, ສອງວັນຫຼັງຈາກອົງການອາຫານ ແລະ ຢາ ສະຫະລັດ ໄດ້ວາງແຜນທົບທວນຢາວັກຊີນຂອງບໍລິສັດ Pfizer.

ຢູ່ກອງປະຊຸມສຸດຍອດຂອງກຸ່ມ G-20 ໃນທ້າຍອາທິດນີ້, ບັນດາຜູ້ນຳຈາກປະເທດ ທີ່ຮັ່ງມີທີ່ສຸດຂອງໂລກ 20 ປະເທດ ໄດ້ປະຕິຍານທີ່ຈະເຮັດວຽກຮ່ວມກັນ ເພື່ອຮັບປະກັນວ່າ ຢາວັກຊີນ COVID-19 ຈະຖືກເຮັດໃຫ້ມີໃຊ້ ສຳລັບປະຊາຊົນທີ່ທຸກຍາກທີ່ສຸດ ແລະ ມີຄວາມສ່ຽງ.

ໃນ ສະຫະລັດ, ບັນດາພະນັກງານປິ່ນປົວສຸຂະພາບ, ຜູ້ທີ່ຖືກກະທົບໜັກສຸດໂດຍ COVID-19 ຈະເປັນນຶ່ງໃນຜູ້ທີ່ຈະໄດ້ຮັບຢາວັກຊີນນັ້ນ.

ພະນັກງານປິ່ນປົວສຸຂະພາບທີ່ຢູ່ໃນແຖວໜ້າ​ເກືອບ 1,400 ຄົນໃນ ສະຫະລັດ ປາກົດວ່າໄດ້ເສຍຊີວິດຍ້ອນ COVID-19, ອີງຕາມການສືບສວນສອບສວນຮ່ວມກັນໂດຍໜັງສືພິມຂອງປະເທດ ອັງກິດ, The Guardian ແລະ ອົງການຂ່າວ Kaiser Health. ນຶ່ງສ່ວນສາມຂອງພະນັກງານປິ່ນປົວສຸຂະພາບທີ່ເສຍຊີວິດແມ່ນພະຍາບານ, ອີງຕາມການກ່າວຂອງການສຶກສາ. ລາຍງານເວົ້າວ່າ ພະນັກງານປິ່ນປົວສຸຂະພາບຫຼາຍຄົນ, “ແມ່ນກຳລັງດີ້ນຮົນກັບຄວາມເຈັບປ່ວຍ, ຄວາມເຈັບຊໍ້າທາງຈິດ ແລະ ອິດເມື່ອຍ.”

ໝໍຜ່າຕັດທ່ານນຶ່ງໄດ້ກ່າວຕໍ່ໜັງສືພິມ The Guardian ວ່າ ໃນສອງເດືອນທຳອິດຂອງໂຣກລະບາດໄວຣັສໂຄໂຣນາ, ລາວໄດ້ຫໍ່ສົບຂອງຄົນຫຼາຍກວ່າທີ່ລາວໄດ້ເຮັດໃນ 25 ປີທີ່ຜ່ານມາໃນອາຊີບຂອງລາວ. ທ່ານ ຈິມ ເຈັນໄທລ໌ ໄດ້ກ່າວວ່າ “ພວກເຮົາຫຼາຍຄົນມີໂຣກຄວາມກົດດັນຫຼັງຄວາມເຈັບຊໍ້າທາງຈິດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG