ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຫັນໄປຫາ ພວກຜູ້ນຳ ທີ່ນິຍົມກັນຫຼາຍ ອາດເຮັດໃຫ້ ການຄໍຣັບຊັ່ນ ຮ້າຍແຮງຂຶ້ນ

ເຮືອຫຼາຍລຳ ຈອດຢູ່ແຄມຝັ່ງໃນເມືອງ Nyhavn ຂອງນະຄອນ Copenhagen ປະເທດ Denmark, ວັນທີ 5 ທັນວາ 2009. ລາຍງານປະຈຳປີດັດຊະນີການຄໍຣັບຊັ່ນໃນທົ່ວໂລກ ຂອງກຸ່ມ ເພື່ອຄວາມໂປ່ງໃສນາໆ​ຊາດ​ ຫຼື Transparency International ກ່າວໃນວັນພຸດວ່າ ປະເທດ Denmark ແລະ New Zealand ແມ່ນໄດ້ຮັບຄະແນນດີທີ່ສຸດ ຄື 90 ຄະແນນ.

ກຸ່ມສິ້ງຊອມເພື່ອຕໍ່ຕ້ານການສໍ້​ລາດ​ບັງ​ຫຼວງຫຼືຄໍຣັບຊັ່ນ ເນັ້ນໃຫ້ເຫັນເຖິງການເຊື່ອມ
ໂຍງ ລະຫວ່າງ ຄວາມບໍ່ສະເໝີພາບ ແລະ ການສໍ້ລາດບັງຫຼວງຂອງລັດຖະບານ ດ້ວຍການເປີດເຜີຍ ລາຍງານປະຈຳປີດັດຊະນີການຄໍຣັບຊັນໃນທົ່ວໂລກ ໂດຍກ່າວ
ວ່າ ຜູ້ຄົນແມ່ນເບິ່ງໄປຫາບັນດາຜູ້ນຳທີ່ນິຍົມຊົມຊອມສ່ວນໃຫຍ່ ຫຼາຍຂຶ້ນ ຜູ້ທີ່ສັນຍາ
ວ່າ ຈະແກ້ໄຂບັນຫາການສໍ້ລາດບັງຫຼວງ ແຕ່ຫາກເປັນໄປໄດ້ສູງ ທີ່ຈະເຮັດໃຫ້ ສະຖານະການຮ້າຍແຮງຂຶ້ນອີກ.

ທ່ານ Jose Ugaz ປະທານ ຂອງກຸ່ມ ເພື່ອຄວາມໂປ່ງໃສນາໆ​ຊາດ​ ຫຼື
Transparency International ໃນຂະນະທີ່ກຸ່ມ​ດັ່ງກ່າວໄດ້ເປີດເຜີຍ ບົດລາຍງານ ຂອງຕົນ ໃນວັນພຸດມື້ນີ້ ກ່າວວ່າ “ຢູ່ໃນບັນດາປະເທດ ໂດຍມີບັນຜູ້ນຳທີ່ນິຍົມ ເປັນສ່ວນໃຫຍ່ ຫຼື ຜູ້ມີອຳນາດຂາດໂຕ ນັ້ນ ພວກເຮົາຈະເຫັນວ່າ ສ່ວນຫຼາຍແລ້ວ ປະຊາທິປະໄຕ ຫລຸດລົງ ແລະ ຮ່ອງຮອຍຂອງຄວາມພະຍາຍາມ ປາບປາມ ຕໍ່ກຸ່ມສັງຄົມພົນລະເຮືອນ ການຈຳກັດສິດເສລີພາບຂອງອົງການຂ່າວ ແລະ ເຮັດໃຫ້ຂະບວນການຕຸລາການທີ່ເປັນອິດສະຫລະ ນັ້ນອ່ອນແອລົງ ເຊິ່ງເປັນ ເລື່ອງທີ່ໜ້າເປັນຫ່ວງ.” ທ່ານກ່າວຕື່ມວ່າ “ແທນທີ່ ຈະແກ້ໄຂບັນຫາພວກແກ່ງ
ທຶນນິຍົມ ພວກຜູ້ນຳດັ່ງກ່າວເຫຼົ່ານັ້ນ ໂດຍປົກກະຕິ ໄດ້ຈັດຕັ້ງລະບົບຂອງການ
ສໍ້ລາດບັງຫຼວງ ແບບທີ່ຮ້າຍແຮງກວ່າເກົ່າ.”

ພວກຄົນ ຢືນ ແລະ ຍ່າງຢູ່ຫາດຊາຍ ໃນທ່າເຮືອເກົ່າຂອງນະຄອນ Mogadishu ຂອງປະເທດ Somalia, ວັນທີ13 ພະຈິກ 2013.
ພວກຄົນ ຢືນ ແລະ ຍ່າງຢູ່ຫາດຊາຍ ໃນທ່າເຮືອເກົ່າຂອງນະຄອນ Mogadishu ຂອງປະເທດ Somalia, ວັນທີ13 ພະຈິກ 2013.

ບົດລາຍງານກ່າວຕື່ມວ່າ ບັນດາປະເທດທັງຫຼາາຍ ຕ້ອງ “ປະຕິຮູບລະບົບແບບ ຖອນຮາກ” ເພື່ອທີ່ຈະແກ້ໄຂບັນຫາຄວາມບໍ່ທຸ່ນທ່ຽງ ຂອງອຳນາດ ແລະ ຊັບສິນ. ບົດລາຍງານແນະນຳ ໃຫ້ການປ່ຽນດັ່ງກ່າວເຫຼົ່ານັ້ນ ປະກອບດ້ວຍ ການເຜີຍແບ ຕໍ່ມະຫາຊົນ ວ່າ ຜູ້ໃດເປັນເຈົ້າຂອງພວກບໍລິສັດຕ່າງໆ ແລະ ວາງມາດຕະການລົງ
ໂທດຕ່າງໆ ເພື່ອຕໍ່ຕ້ານ ພວກເຂົາເຈົ້າ ຜູ້ທີ່ຊ່ອຍໃນການເຄື່ອນຍ້າຍເງິນ ຂ້າມ
ຊາຍແດນ.

ທ່ານ Ugaz ກ່າວ​ວ່າ “ຢູ່​ໃນ​ຫລາຍໆ​ປະ​ເທດ ຜູ້​ຄົນ​ໄດ້​ຖືກ​ກີດ​ກັນ ຈາກ​ສິ່ງ​ທີ່
ເຂົາ​ເຈົ້າຕ້ອງການ​ຫຼາຍທີ່​ສຸດ ​ແລະ​ໄປ​ນອນ​ດ້ວຍ​ຄວາມ​ອຶດຫິວ ທຸກໆ​ຄືນຍ້ອນ
ການ​ຄໍຣັບຊັ່ນ ​ໃນ​ຂະນະ​ທີ່​ພວກ​ມີ​ອຳນາດ​ແລະ​ສໍ້​ລາດ​ບັງ​ຫຼວງ ​ໃຊ້ຊີວິດ​ແບບ​
ຫລູຫລາ​ຟູມ​ເຟືອຍ ​ໂດຍ​ບໍ່​ໄດ້​ຖືກ​ລົງ​ໂທດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG