ນອກຈາກການຂາດແຄນເງິນຕາຕ່າງປະເທດແລ້ວ, ການບໍລິຫານຄຸ້ມຄອງ ທີ່ບໍ່ມີປະສິດທິພາບສູງ ແລະສໍ້ລາດບັງຫລວງ ກໍເປັນສາເຫດນຶ່ງ ເຮັດໃຫ້ລັດຖະບານລາວມີໜີ້ສິນຫຼາຍ, ອີງຕາມນັກຊ່ຽວຊານ ແລະເຈົ້າໜ້າທີ່ລາວ ຊຶ່ງ ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນໄລຍະສາມປີຜ່ານມານີ້ ນອກຈາກຜົນກະທົບຂອງການລະບາດຂອງພະຍາດໂຄ ວິດ-19 ແລ້ວ ການເພີ້ມຂຶ້ນຢ່າງວ່ອງໄວຂອງໜີ້ສາທາລະນະເຮັດໃຫ້ເສດຖະ ກິດມະຫາພາກຂອງລາວ ຂາດສະເຖຍລະພາບ, ອີງຕາມບົດລາຍງານຂອງທະນາຄານໂລກ.
ສ່ວນ ດຣ. ມານະ ສຸດທິຈັກ, ນັກເສດຖະສາດລາວ-ອາເມຣິກັນ ທີ່ຢູ່ໃນລາວ ອະທິບາຍເຖິງສາເຫດທີ່ພາໃຫ້ລາວມີໜີ້ຕ່າງປະເທດຫຼາຍຂຶ້ນວ່າ:
“ບັນຫາອື່ນໆທີ່ລັດຖະບານຢືມເງິນຫັ້ນເນາະ ມັນມີໂຄງການຫຍັງຕ່າງໆ ຄືໂຄງ ການເຂື່ອນໄຟຟ້າ, ໂຄງການລາງລົດໄຟ ເຫຼົ່ານີ້ ມັນກະສໍາຄັນໝົດຫັ້ນແຫຼະ ລາວກະຕ້ອງການໄຟຟ້າ. ໄຟຟ້າ ມັນເປັນພະລັງງານສໍາລັບອຸດສາກໍາ ສໍາລັບຄວາມສະຫວ່າງ ມັນເປັນສິ່ງທີ່ສ້າງຄວາມຈະເລີນເວົ້າງ່າຍໆຊະ. ແຕ່ວ່າ ມີບັນຫາເລື້ອງການບໍລິຫານຄຸ້ມຄອງໂຄງການ ເພາະວ່າຫຼາຍໆໂຄງການມັນບໍ່ວີຊີໂບ [ເປັນໄປໄດ້] ແຕ່ເຮັດໃຫ້ວີຊີໂບ. ວິຊາການເຮັດໃຫ້ມັນວີຊີໂບ. ຍ້ອນມີບັນຫາຄໍຣັບຊັນ. ກັບຍັງມີອີກໂຄງການທີ່ວ່າມັນມີວີຊີໂບ ເຂົາເຮັດໄປໄດ້ ແຕ່ບໍ່ມີກໍາໄລ ຍ້ອນມີຄໍ ຣັບຊັນຢູ່ໃນລະບົບບໍລິຫານຂອງບໍລິສັດໄຟຟ້າລາວເອງ.”
ທາງດ້ານກອງທຶນສາກົນ ຫລື IMF ກໍກ່າວຢູ່ໃນລາຍງານຫຼ້າສຸດວ່າຂະແໜງ ພະລັງງານຊຶ່ງມີໜີ້ທີ່ຕ້ອງຈ່າຍເພີ້ມຂຶ້ນຈາກ 400 ລ້ານໂດລາໃນປີ 2020 ມາເປັນ 800 ລ້ານໂດລາໃນປີ 2023 ໄດ້ເຮັດໃຫ້ລາວມີຄວາມກົດດັນຈາກໜີ້ ສິນຫຼາຍກວ່າໂຄງການທາງລົດໄຟລາວ-ຈີນອີກ.
ບັນຫາຫຍໍ້ທໍ້ທີ່ວ່ານີ້ ຍັງເກີດຂຶ້ນໃນໂຄງການອື່ນໆອີກດ້ວຍ, ອີງຕາມສະມາຊິກ ສະພາແຫ່ງຊາດລາວທ່ານນຶ່ງທີ່ຍົກບັນຫາຂຶ້ນມາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຜ່ານມານີ້ວ່າ:
“ມັນເປັນພະຍາດຊໍາເຮື້ອມາຫລາຍປີແລ້ວ ມາເຖິງປັດຈຸບັນນີ້ພວກເຮົາກະຍັງ ແກ້ບໍ່ໄດ້. ໃນປັດຈຸບັນນີ້ ປະເທດຊາດຂອງເຮົາໜີ້ ສິ່ງທີ່ເປັນມູນມໍລະດົກກະຢາກ ໝົດແລ້ວໄດ໋, ທັງບວກນໍ້າ ວັງປາ, ບໍ່ແຮ່, ບໍ່ເງິນໄທເຮົາ. ແຕ່ຜ່ານການກວດກາໜິ ເຮົາລະໄດ້ໜ້ອຍ ສ່ວນຫຼວງຫຼາຍແມ່ນຮົ່ວໄຫຼໄປ ແຕ່ເຮົາຊິເກັບຄືນເພື່ອມາພັດ ທະນາປະເທດຊາດເຮົາ ຜັດບໍ່ໄດ້ ມັນແກ່ຍາວມາ. ຈັ່ງຊັ້ນຖ້າວ່າພວກເຮົາຍັງເຮັດ ມີການໂຍະຍານຄືແນວນນີ້ໜິ ຈະຫຍຸ້ງຍາກໄດ໋ປະເທດເຮົາໜີ້ ໝົດ ບໍ່ມີອັນ ຂາຍ ແລ້ວໄດ໋ ປະເທດເຮົາໜີ້ ໝົດແລ້ວໄດ໋.”
ທາງອົງການ World Economics ທີ່ຕັ້ງຢູ່ອັງກິດ ໄດ້ໃຫ້ຄະແນນຄວາມໂປ່ງໃສ ທາງເສດຖະກິດແກ່ລາວຢູ່ 33.4 ໃນຄະແນນທັງໝົດ 100 ຊຶ່ງເປັນຄະແນນຄວາມໂປ່ງໃສຕໍ່າຫຼາຍ ແລະຖືກຈັດຢູ່ອັນດັບທີ 109 ຂອງທັງໝົດ 153 ປະເທດ ຊຶ່ງຕໍ່າກວ່າຫວຽດນາມ ທີ່ໄດ້ອັນດັບທີ 67 ນັ້ນອີກດ້ວຍ. ພ້ອມກັນນັ້ນອົງການດັ່ງກ່າວ ຈັດໃຫ້ລາວຢູ່ໃນກຸ່ມປະເທດ ທີ່ພົບຄວາມຫຍຸ້ງຍາກຫຼາຍທີ່ສຸດໃນການໃຊ້ໜີ້ຕ່າງປະເທດຄືນ ຊຶ່ງກໍຄືກຸ່ມ E ໃນຈໍານວນ 5 ກຸ່ມ ນັບແຕ່ກຸ່ມ A ຫາ E ຊຶ່ງກຸ່ມ A ແມ່ນມີຄວາຫຍຸ້ງຍາກໜ້ອຍທີ່ສຸດ.
ທາງທະນາຄານໂລກເມື່ອມໍ່ໆມານີ້ກໍລາຍງານວ່າ ລາວມີໜີ້ສາທາລະນະແລະໜີ້ ທີ່ລັດຖະບານຮັບປະກັນ ເກີນກວ່າ 110 ເປີເຊັນ ຂອງລວມຍອດຜະລິດຕະພັນ ພາຍໃນຫລື GDP ໃນປີ 2022. ແຕ່ໃນຕົວຈິງແລ້ວ ດຣ. ແບຣດດລີ ພາກສ໌ (Bradley Parks), ນັກຊ່ຽວຊານຜູ້ນຶ່ງ ໃນທີມນັກຄົ້ນຄວ້າ ກ່ຽວກັບສະພາບໜີ້ສິນ ທີ່ກ່ຽວຂ້ອງກັບໂຄງການນຶ່ງແລວທາງນຶ່ງເສັ້ນທາງຂອງຈີນຢູ່ຫ້ອງທົດລອງຄົ້ນຄວ້າ AidData ໃນມະຫາວິທະຍາໄລ William &Marry, ລັດເວີຈີເນຍເວົ້າວ່າ ໜີ້ສິນຂອງລາວອາດສູງກ່ວານັ້ນຫຼາຍ. ທ່ານກ່າວຜ່ານທາງອີເມລຫາພວກເຮົາ ວ່າ:
“AidData ຄາດຄະເນວ່າ ໜີ້ສິນສາທາລະນະສະສົມຂອງລາວຕໍ່ຈີນເທົ່າກັບປະ ມານ 10.4 ຕື້ໂດລາ (ຫຼື 54.7 ເປີເຊັນຂອງ GDP). ແຕ່ຖ້າເຈົ້າເພີ້ມແຫຼ່ງໜີ້ທີ່ ບົ່ມຊ້ອນ (ຫຼື “ເຊື່ອງຊ້ອນ”) ຂອງໜີ້ສາທາລະນະທີ່ມີຕໍ່ຈີນແລ້ວ, ຕົວເລກນີ້ຈະ ເພີ້ມຂຶ້ນ ເປັນປະມານ 17 ຕື້ໂດລາ ຊຶ່ງເທົ່າກັບ 88.9 ເປີເຊັນ ຂອງ GDP ຂອງລາວ.”
ທ່ານໃຫ້ຂໍ້ສັງເກດອີກວ່າ:
“ໂຄງລ່າງພື້ນຖານຢູ່ຕ່າງປະເທດຂອງປັກກິ່ງ ຫຼາຍໆໂຄງການສະແດງໃຫ້ເຫັນວ່າມີຄວາມສ່ຽງຫຼາຍທາງດ້ານສິ່ງແວດລ້ອມ, ສັງຄົມ ຫຼືການປົກຄອງ ແລະມັນສ້າງຄວາມທ້າທາຍຫຼາຍຢ່າງທີ່ແຕກຕ່າງກັນ ໃນທຸກສິ່ງທຸກຢ່າງ ນັບແຕ່ການສໍ້ລາດບັງຫຼວງທີ່ເປັນບັນຫາຊ່າລືກັນໄປຈົນເຖິງການຮ້ອງທຸກຈາກປະຊາຊົນທ້ອງຖິ່ນ ທີ່ບໍ່ໄດ້ສະ ໝັກໃຈໄປຕັ້ງຖິ່ນຖານຢູ່ບ່ອນໃໝ່ ເພື່ອຫຼີກທາງໃຫ້ແກ່ການສ້າງຖະໜົນໃໝ່ ແລະທາງລົດໄຟໃຫມ່.”
ສະນັ້ນ ບັນຫາສໍ້ລາດບັງຫຼວງອາດເປັນສ່ວນນຶ່ງທີ່ເຮັດໃຫ້ລາວເປັນໜີ້ຈີນຫຼາຍ ຂຶ້ນ ເພາະລາວກໍເປັນນຶ່ງ ໃນບັນດາປະເທດ ທີ່ກ່າວມາຂ້າງເທິງນັ້ນ.
ແຕ່ຢ່າງໃດກໍຕາມ ຈີນກໍໄດ້ຊ່ວຍເຫຼືອລາວຜ່ອນຄາຍຄວາມກົດດັນດ້ານໜີ້ສິນ ໃນຫຼາຍຮູບແບບ ຊຶ່ງລວມທັງການຊື້ເອົາຫຸ້ນສ່ວນຂອງບໍລິສັດສາຍສົ່ງໄຟຟ້າ ລາວຈຳກັດ (EDLT) ອີກດ້ວຍ, ອີງຕາມ ດຣ. ພາກສ໌ ທີ່ເວົ້າວ່າ:
“ນອກນີ້ມັນຍັງເປັນທີ່ໜ້າສັງເກດອີກວ່າ, ຈີນໄດ້ໃຊ້ມາດຕະການພິເສດອື່ນໆ ອີກ ເພື່ອຮັບປະກັນວ່າຢ່າງໜ້ອຍກໍໃຫ້ລັດຖະບານລາວມີສະພາບຄ່ອງຕົວຢ່າງພຽງພໍໃນການບໍລິການໜີ້ສິນທີ່ຍັງຄ້າງຢູ່. ຕົວຢ່າງ, ໃນເດືອນກັນຍາ 2020, ລັດວິສາ ຫະກິດຈີນໄດ້ຊື້ຊັບສິນພື້ນຖານໂຄງລ່າງຂອງລັດທີ່ສໍາຄັນໃນລາວ -ກໍຄືເຄືອຂ່າຍ ສາຍສົ່ງໄຟຟ້າສ່ວນໃຫຍ່ຂອງປະເທດ - ຈາກລັດວິສາຫະກິດຂອງລາວໂດຍເປັນ ສ່ວນນຶ່ງຂອງການແລກປ່ຽນຫນີ້ສິນທີ່ເຫັນໄດ້ຊັດ. ຈະເວົ້າໃຫ້ເຈາະຈົງກວ່ານັ້ນກໍ ແມ່ນວ່າ ບໍລິສັດ China Southern Power Grid ຫລື CSG ຊື້ເອົາຮຸ້ນເພື່ອໃຫ້ ເປັນເຈົ້າຂອງສ່ວນໃຫຍ່ຂອງບໍລິສັດ EDLT ເພື່ອແລກປ່ຽນກັບຄ່າທຳນຽມ 600 ລ້ານໂດລາ (ເງິນສົດເພື່ອຕອບແທນສໍາລັບການໄດ້ຖືຮຸ້ນ).”
ແຕ່ທາງ IMF ຜັດເວົ້າວ່າ ເຖິງແມ່ນ CSG ຈະເຮັດເຊັ່ນນັ້ນເພື່ອໃຫ້ໄດ້ຖືຮຸ້ນ 90 ເປີເຊັນຂອງ EDLT ກໍຕາມ ແຕ່ມັນກໍຍັງບໍ່ເປັນທີ່ແນໃຈໄດ້ວ່າ ມັນຈະຊ່ວຍໃຫ້ລາວ ຫຼຸດພາລະໜີ້ສິນລົງໄດ້ຫຼາຍປານໃດ ເພາະໃນການເຮັດສັນຍາຕົກລົງກັນນັ້ນຍັງຂາດຄວາມໂປ່ງໃສຢູ່.