ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ການທຸຈະລິດ ໂດຍບັນດາພະນັກງານ ຂອງລັດຖະບານ ເຮັດໃຫ້ມີການເສຍຫາຍທີ່ສຸດ


ຮູບພາບປະກອບ-ການທຸຈະລິດຄ່າເງິນກີບໃນລາວ.
ຮູບພາບປະກອບ-ການທຸຈະລິດຄ່າເງິນກີບໃນລາວ.

ສະມາຊິກສະພາແຫ່ງຊາດລາວຢືນຢັນວ່າ ການທຸຈະລິດໂດຍບັນດາພະນັກງານຂອງລັດຖະບານ ເຮັດໃຫ້ມີການເສຍຫາຍດ້ານງົບປະມານຫລາຍທີ່ສຸດ ໂດຍຄິດເປັນມູນເກີນກວ່າ 5,689 ຕື້ກີບ ໃນ 5 ປີຜ່ານມາ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພູວົງ ຈິດຕະວົງ ຫົວໜ້າກົມງົບປະມານລັດ ກະຊວງການເງິນຖະແຫລງຍອມຮັບວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນແຜນການປີ 2021 ນີ້ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້ ເພາະການຈັດເກັບລາຍຮັບໃນຊ່ວງວັນທີ 1 ມັງກອນ ຫາ 15 ສິງຫາ 2021 ທີ່ຜ່ານມາ ສາມາດຈັດເກັບລາຍຮັບໄດ້ໃນມູນຄ່າລວມ 13,459 ຕື້ກີບ, ເຊິ່ງຄິດເປັນ 49 ເປີເຊັນ ເທົ່ານັ້ນຂອງແຜນການຕະຫລອດປີ ແລະພາຍໃຕ້ສະພາວະການລະບາດຂອງໄວຣັສໂຄວິດ-19 ໃນປັດຈຸບັນ ກໍຍັງເຮັດໃຫ້ຄາດໝາຍວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນຕະຫລອດປີ 202 ນີ້ ຈະປະຕິບັດໄດ້ໃນມູນຄ່າ 23,683 ຕື້ກີບ ຄິດເປັນ 86 ເປີເຊັນຂອງແຜນການປີ ແລະເຮັດໃຫ້ຈະຕ້ອງຄຸມລາຍຈ່າຍ ໃຫ້ບໍ່ເກີນ 33,713 ຕື້ກີບ ເພື່ອຄວບຄຸມການຂາດດຸນດ້ານງົບ ປະມານໃຫ້ຢູ່ໃນອັດຕາສະເລ່ຍ 2.2 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມ (GDP) ໃນປີ 2021 ນີ້.

ທາງດ້ານສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ ນອກຈາກການລະບາດຂອງໄວຣັສໂຄວິດ-19 ກໍ່ມີສາຍເຫດສໍາຄັນອີກປະການນຶ່ງ ທີ່ເຮັດໃຫ້ ການຈັດເກັບລາຍຮັບຂອງລັດຖະບານ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ກໍ່ຄືຄວາມບໍ່ໂປ່ງໃສ ແລະການທຸຈະລິດຂອງບັນດາພະນັກງານລັດທີ່ກ່ຽວຂ້ອງ ໃນການຈັດເກັບພາສີອາກອນ ແລະຄ່າທໍານຽມຕ່າງໆນັ້ນ ດັ່ງທີ່ສະມາຊິກສະພາແຫ່ງຊາດທ່ານນຶ່ງໄດ້ຢືນຢັນວ່າ:

“ເງິນຮົ່ວໄຫລໄປນໍາບຸກຄົນບໍ່ ແມ່ນເລື້ອງທໍາມະດາ ເຮົາແກ້ບໍ່ໄດ້ ເປັນພະຍາດ ຊໍາເຮື້ອມາເຖິງປັດຈຸບັນນີ້ ອັນນີ້ຫາງສຽງສັງຄົມເຂົາວ່າການກວດສອບກວດກາໄທເຮົານີ້ ກວດແລ້ວບໍ່ແກ້, ພະນັກງານໄທເຮົານີ້ນະ ຈໍານວນນຶ່ງໄດ້ຄຸມເຂດເສດຖະກິດ ຮັ່ງຜິດປົກກະຕິແທ້ ແຕ່ບໍ່ກວດກາ, ອັນນີ້ຂ້າພະເຈົ້າຈັງບອກວ່າເດັ່ນກວ່າໝູ່ ອັນຄວາມຫຍຸ້ງຍາກແມ່ນບັນຫາພະນັກງານໄທເຮົາບໍ່ໂປ່ງໃສ ບໍ່ ຈິງໃຈຕໍ່ປະເທດຊາດ ເຮັດອັນໃດຢາກກິນນໍາອັນນັ້ນ.”

ສ່ວນທ່ານຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດຖະແຫລງວ່າ ການທຸຈະລິດໃນວົງການພັກ-ລັດ ຍັງເປັນບັນຫາສໍາຄັນທີ່ຈະຕ້ອງດໍາເນີນມາດຕະການປ້ອງກັນ ແລະປາບປາມຢ່າງຈິງຈັງ ໂດຍສະເພາະການທຸຈະລິດໃນໂຄງການພັດທະນາຂອງລັດຖະບານ ຖືເປັນພາກສ່ວນທີ່ເກີດການເສຍຫາຍຫລາຍທີ່ສຸດ ໂດຍການກວດກາ 4,129 ໂຄງການໃນຊ່ວງປີ 2016-2020 ພົບວ່າການທຸຈະລິດໄດ້ເຮັດໃຫ້ລັດຖະບານລາວສູນເສຍງົບປະມານໄປ 5,689 ຕື້ກີບ ແລະເພື່ອປ້ອງກັນບໍ່ໃຫ້ເກີດການເສຍຫາຍຂຶ້ນອີກ ຈຶ່ງຈະຕ້ອງກວດກາທຸກໂຄງການຂອງລັດໃນທົ່ວປະເທດ ດັ່ງທີ່ທ່ານຄໍາພັນໄດ້ໃຫ້ການຢືນຢັນວ່າ:

“ຕິດຕາມກວດກາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລາຍຮັບ-ລາຍຈ່າຍ ງົບປະມານ ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ການປະຕິບັດວິໄນແຜນການການເງິນ ການຄຸ້ມຄອງປົກປັກຮັກສາ ແລະນໍາໃຊ້ຊັບພະຍາກອນທໍາມະຊາດເຊັ່ນ ທໍາມະຊາດ ທີ່ດິນ ປ່າໄມ້ ແຮ່ທາດ ໄມ້ ແລະອື່ນໆ ຕິດຕາມກວດກາຄຸ້ມຄອງນໍາໃຊ້ຊັບສິນຂອງລັດ ການປະຢັດ ຕ້ານການຟຸ້ມເຟືອຍ ແລະປະກົດການຫຍໍ້ທໍ້ອື່ນໆ ທັງກວດກາ ຕິດຕາມ ຜົນຂອງການກວດສອບທີ່ກອງປະຊຸມສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງໄດ້ຮັບຮອງ.”

ທັງນີ້ ລັດຖະບານລາວໄດ້ຕັ້ງຄະນະສະເພາະກິດເພື່ອສົ່ງເສີມການລົງທຶນ ແລະຜະລິດສິນຄ້າ ດ້ວຍເປົ້າໝາຍທີ່ຈະປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກວ່ອງໄວ ແລະໃຫ້ມີການກວດກາໂຄງການລົງທຶນທັງໝົດ ທີ່ແນໃສ່ເຮັດໃຫ້ການຈັດເກັບລາຍຮັບຂອງລັດຖະບານຈາກບັນດາໂຄງການທີ່ຍັງຄ້າງຊໍາລະພາສີອາກອນ ແລະຄ່າທໍານຽມຕ່າງໆໃຫ້ໄດ້ຢ່າງຄົບຖ້ວນ ແລະພ້ອມກັນນີ້ຄະນະສະເພາະກິດດັ່ງກ່າວ ກໍ່ຍັງເປັນພາກສ່ວນຮັບຜິດ ຊອບດໍາເນີນການສົ່ງເສີມບໍລິສັດເອກະຊົນລາວ ແລະຕ່າງຊາດເພື່ອໃຫ້ເຂົ້າມາຮ່ວມລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານລາວໃຫ້ເພີ້ມຂຶ້ນນັບມື້ອີກດ້ວຍ, ໂດຍສໍາລັບໃນແຜນການປະຈໍາປີ 202 ນີ້ກໍມີເຖິງ 184 ໂຄງການທີ່ລັດຖະບານລາວຕ້ອງການຈະໃຫ້ບໍລິສັດເອກະຊົນລາວ ແລະຕ່າງຊາດເຂົ້າມາຮ່ວມລົງທຶນດ້ວຍ. ສ່ວນໃນປີ 2020 ຜ່ານມາກໍປະກົດວ່າ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວພຽງ 23 ໂຄງການທີ່ມີມູນຄ່າລົງທຶນລວມ 2,064 ລ້ານໂດລາ.

XS
SM
MD
LG