ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທຸຈະລິດ ເຮັດໃຫ້ ແຂວງສາລະວັນ ແລະ ອຸດົມໄຊ ສູນເສຍງົບປະມານ ຫຼາຍກວ່າ 2,980 ຕື້ກີບ


ຕົ້ນໄມ້ທີ່ຖືກລັກລອບຕັດ ຈາກເຂດປ່າສະຫງວນແຫ່ງຊາດ ນາກາຍ ໂດຍບັນດານາຍທຶນ ແລະພະນັກງານລັດ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ ເຂົ້າໄປລັກລອບຕັດ.
ຕົ້ນໄມ້ທີ່ຖືກລັກລອບຕັດ ຈາກເຂດປ່າສະຫງວນແຫ່ງຊາດ ນາກາຍ ໂດຍບັນດານາຍທຶນ ແລະພະນັກງານລັດ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ ເຂົ້າໄປລັກລອບຕັດ.

ການທຸຈະລິດຄໍຣັບຊັນ ເຮັດໃຫ້ແຂວງສາລະວັນ ແລະອຸດົມໄຊ ສູນເສຍງົບປະມານ ຄິດເປັນມູນຄ່າລວມ ຫຼາຍກວ່າ 2,980 ຕື້ກີບ ແລະກວດຢຶດການລັກລອບຄ້າໄມ້ເຖື່ອນ ເກີນກວ່າ 1 ລ້ານ 2 ແສນແມດກ້ອນ.

ທ່ານສົມສັກ ທັງຄຳຫານ ຮອງປະທານກວດກາແຂວງສາລະວັນ ຖະແຫລງວ່າ ການ
ກວດກາການຈັດຕັ້ງປະຕິບັດ ຂອງບັນດາສຳນັກງານ ອົງການ ແລະໜ່ວຍງານພາຍ ໃນແຂວງສາລະວັນ ໃນລະຍະ 9 ເດືອນຂອງປີ 2016 ນີ້ ໄດ້ກວດເຫັນປາກົດການ
ຫຍໍ້ທໍ້ ທີ່ເຮັດໃຫ້ເກີດການເສຍຫາຍທາງດ້ານງົບປະມານ ຂອງແຂວງສາລະວັນ ຄິດເປັນມູນຄ່າຫຼາຍກວ່າ 1,836 ຕື້ກີບ ຫຼືປະມານ 230 ລ້ານໂດລາ ໃນຂະນະທີ່ ໜ່ວຍສະເພາະກິດຂອງລັດຖະບານລາວ ກໍສາມາດກວດຢຶດໄມ້ຜິດກົດໝາຍໄດ້
115,144 ທ່ອນທີ່ຄິດເປັນປະລິມານລວມເຖິງ 1,257,867 ແມັດກ້ອນ ຫຼືຄິດເປັນ ມູນຄ່າເກີນກວ່າ 570 ລ້ານໂດລາ.

ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດຢຶດໄມ້ຜິດກົດໝາຍໄດ້ 115,144 ທ່ອນທີ່ຄິດເປັນປະລິມານລວມເຖິງ 1,257,867 ແມັດກ້ອນ.
ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດຢຶດໄມ້ຜິດກົດໝາຍໄດ້ 115,144 ທ່ອນທີ່ຄິດເປັນປະລິມານລວມເຖິງ 1,257,867 ແມັດກ້ອນ.

ທາງດ້ານຄະນະກວດກາແຂວງອຸດົມໄຊ ລາຍງານວ່າ ໄດ້ດຳເນີນການກວດກາ 242 ເປົ້າໝາຍ ໃນຊ່ວງປີ 2011-2015 ທີ່ຜ່ານມາ ໄດ້ກວດພົບການເສຍຫາຍທາງດ້ານ ງົບປະມານຫຼາຍກວ່າ 1,143 ຕື້ກີບ ຫຼື ປະມານ 143 ລ້ານໂດລາ ແລະກວດຢຶດໄມ້ ຜິດກົດໝາຍໄດ້ 3,786 ແມັດກ້ອນ ທັງຍັງກວດພົບການນຳເຂົ້າຍານພາຫະນະ ບໍ່ຖືກ ກົດໝາຍອີກເຖິງ 37,377 ຄັນ ໂດຍສ່ວນຫຼາຍເປັນການລັກລອບນຳເຂົ້າລົດຈັກ ທີ່ບໍ່ ເສຍພາສີ ຊຶ່ງຈາກປາກົດການຫຍໍ້ທໍ້ດັ່ງກ່າວ ທາງການແຂວງອຸດົມໄຊ ກໍໄດ້ລົງໂທດ ຕໍ່ຜູ້ກະທຳຄວາມຜິດໄປທັງໝົດ 149 ຄົນ.

ກ່ອນໜ້ານີ້ ທາງການແຂວງຄຳມ່ວນ ລາຍງານວ່າ ໄດ້ກວດພົບການສໍ້ລາດບັງຫລວງ ທີ່ເຮັດໃຫ້ເກີດການເສຍຫາຍ ດ້ານລາຍຮັບໄປຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານ
ໂດລາ ທັງຍັງກວດພົບການລັກລອບຄ້າໄມ້ຜິດກົດໝາຍຫຼາຍກວ່າ 4,760,000 ແມັດ
ກ້ອນ ທີ່ສ່ວນໃຫຍ່ ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດ ນາກາຍ ໂດຍບັນ ດານາຍທຶນ ແລະພະນັກງານລັດ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ ເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ນາກາຍ ແລະລັກລອບຂົນອອກ ຕອນກາງຄືນ ເພື່ອນຳໄປຊຸກເຊື່ອງໄວ້ ກ່ອນທີ່ຈະລັກລອບຂົນອອກໄປຊາຍແດນ ດ້ານ ຫວຽດນາມ ແລະການກວດກາຍັງພົບວ່າ ມີໂຮງງານໄມ້ເອກກະຊົນ ເຂົ້າໄປກ່ຽວຂ້ອງ
ກັບການລັກລອບດັ່ງກ່າວອີກດ້ວຍ.

ທາງການລາວໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມ
ທະວີຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍ
ໄມ້ ແລະທຸລະກິດໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍມີຄຳສັ່ງປິດ ໂຮງງານໄມ້ເອກກະຊົນໄປແລ້ວ 28 ແຫ່ງ ທີ່ຕັ້ງຢູ່ໃກ້ເຂດປ່າສະຫງວນແຫ່ງຊາດ ທົ່ວປະເທດ ເມື່ອບໍ່ນານມານີ້ ແລະຍັງໄດ້ສືບຕໍ່ມາດຕະການຫ້າມ ສົ່ງອອກໄມ້ທ່ອນ ທຸກຊະນິດຢ່າງເດັດຂາດ ໂດຍອະນຸຍາດສະເພາະຜະລິດຕະພັນໄມ້ສຳເລັດຮູບ ຕາມ ກຳນົດກະຊວງອຸດສາຫະກຳ ແລະການຄ້າ ທີ່ມີ 12 ລາຍການ ດັ່ງທີ່ ທ່ານຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ຢືນຢັນວ່າ:

“ລາຍການບັນຊີຜະລິດຕະພັນໄມ້ ທີ່ລັດຖະບານໄດ້ອະນຸຍາດ ໃຫ້ສົ່ງອອກ ຕ່າງປະເທດໄດ້ນັ້ນ ມີຢູ່ 12 ລາຍການສຳຄັນ ແມ່ນຜະລິດຕະພັນຂີ້ເລື່ອຍ
ອັດແທ່ງ ແລະອັດເມັດ ຜະລິດຕະພັນ ຖ່ານໄມ້ ຜະລິດຕະພັນໄມ້ປາເກ້ ຫຼື ໄມ້ປູພື້ນສຳລັບພາໃນ ຜະລິດຕະພັນເຄື່ອງໃຊ້ໄມ້ສອຍທີ່ເຮັດດ້ວຍໄມ້ ຜະລິດຕະພັນໄມ້ປະກອບໃນອາຄານ ເຄື່ອງຫັດຖະກຳ ເພື່ອເຟີນີເຈີ້ ຜະລິດ
ຕະພັນ ທີ່ເຮັດດ້ວຍໄມ້ປ່ອງ ແລະຫວາຍ ໄມ້ຄ້ຳແບບ ຜະລິດຕະພັນເຍື່ອໄມ້ ໄມ້ເກດສະໜາ ທີ່ບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ.”

ທ່ານຈະເລີນ ບອກດ້ວຍວ່າ ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຢຶດໄມ້
ໄດ້ 104,230 ແມັດກ້ອນໃນຊ່ວງ 4 ເດືອນທີ່ຜ່ານມາ ໂດຍບໍ່ລວມໄມ້ຜິດກົດໝາຍ ທີ່ຢຶດໄດ້ເຖິງ 55,421 ແມັດກ້ອນ ຊຶ່ງໃນນີ້ ໄດ້ຂາຍອອກໄປແລ້ວ 7,300 ກວ່າແມັດ
ກ້ອນ ຈຶ່ງຍັງເຫຼືອ 48,000 ກວ່າແມັດກ້ອນ ທີ່ຕ້ອງຂາຍອອກ ເຊັ່ນດຽວກັນກັບໄມ້ 104,232 ແມັດກ້ອນນັ້ນ ທັງຍັງມີໄມ້ຄ້າງສະໜາມອີກເຖິງ 270,400 ແມັດກ້ອນ ທີ່
ຈະຕ້ອງຈັດເກັບພາສີອາກອນໃຫ້ໄດ້ຢ່າງຄົບຖ້ວນ.

XS
SM
MD
LG