ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະກາດ ໃນຄວາມກ້າວໜ້າ ຂອງການຮັກສາປິ່ນປົວ ໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ ຂອງສະຫະລັດ


ຜູ້ປະສານງານຄະນະຮັບມືກັບໄວຣັສໂຄໂຣນາຂອງທຳນຽບຂາວ ທ່ານໝໍ ເດບໂບຣາ ເບີກສ໌ ນັ່ງຟັງ ຜູ້ອຳນວຍການ ສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດຂອງສະຫະລັດ ຫຼື NIAID ທ່ານໝໍ ແອນໂຕນີ ຟາວຈີ, ຊ້າຍ, ກ່າວຖະແຫລງຢູ່ທີ່ທຳນຽບຂາວ, ວັນທີ 29 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ຜູ້ປະສານງານຄະນະຮັບມືກັບໄວຣັສໂຄໂຣນາຂອງທຳນຽບຂາວ ທ່ານໝໍ ເດບໂບຣາ ເບີກສ໌ ນັ່ງຟັງ ຜູ້ອຳນວຍການ ສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດຂອງສະຫະລັດ ຫຼື NIAID ທ່ານໝໍ ແອນໂຕນີ ຟາວຈີ, ຊ້າຍ, ກ່າວຖະແຫລງຢູ່ທີ່ທຳນຽບຂາວ, ວັນທີ 29 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ຢາທົດລອງຊະນິດນຶ່ງໄດ້ພິສູດໃຫ້ເຫັນວ່າ ມີປະສິດທິພາບໃນການຮັກສາພວກຄົນປ່ວຍຍ້ອນ COVID-19 ຊຶ່ງຫົວໜ້າສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດຂອງສະຫະລັດ ຫຼື NIAID, ທ່ານໝໍ ແອນໂຕນີ ຟາວຈີ ໄດ້ປະກາດອອກໄປ ໃນວັນພຸດວານນີ້.

“ຢາ ເຣມເດີຊີເວຍ (Remdesivir) ມີຄວາມຊັດເຈນ, ໄດ້ຮັບຜົນທີ່ດີຫຼາຍຢ່າງໜ້າພໍໃຈໃນການເຮັດໃຫ້ການຟື້ນຕົວຄືນໃນໄລຍະທີ່ສັ້ນລົງ” ທ່ານໝໍ ຟາວຈີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ. ທ່ານໝໍຟາວຈີ ໄດ້ກ່າວຕໍ່ໄປວ່າ “ຢານີ້ ສາມາດຕ້ານໄວຣັສອັນນີ້ໄດ້.”

ການສຸ່ມທົດລອງໃນຫຼາຍປະເທດດ້ວຍຢາບໍ່ມີລິດທີ່ມີການຄວບຄຸມ ໂດຍສະຖາບັນຂອງທ່ານໝໍຟາວຈີ ຊຶ່ງໄດ້ເລີ້ມຂຶ້ນໃນວັນທີ 21 ກຸມພາ ກັບຄົນປ່ວຍຈາກໄວຣັສໂຄໂຣນາທີ່ເຂົ້າຮັກສາຢູ່ໂຮງໝໍ ຈຳນວນ ຫຼາຍຮ້ອຍຄົນ ຕາມທີ່ທ່ານໄດ້ກ່າວໄປ.

ໄລຍະການຟື້ນຕົວແມ່ນ 11 ວັນ ສຳລັບພວກຄົນປ່ວຍທີ່ໄດ້ກິນຢາ ເຣມເດີຊີເວຍ ເມື່ອປຽບທຽບໃສ່ 15 ວັນ ສຳລັບພວກຄົນປ່ວຍທີ່ໄດ້ກິນຢາບໍ່ມີລິດ ອີງຕາມສະຖາບັນ NIAID ແລະສະຖາບັນສາທາລະນະສຸກແຫ່ງຊາດ ຫຼື NIH ທີ່ເປັນອົງການຄຸ້ມຄອງສະຖາບັນ NIAID ນັ້ນ.

ທ່ານໝໍ ຟາວຈີ ກ່າວຕໍ່ບັນດານັກຂ່າວອີກວ່າ “ເມື່ອໃດກໍຕາມທີ່ເຈົ້າມີຫຼັກຖານຊັດເຈນທີ່ວ່າ ຢານັ້ນໄດ້ຜົນ ເຈົ້າມີພັນທະດ້ານຈັນຍາບັນທີ່ຈະຕ້ອງໃຫ້ປະຊາຊົນຜູ້ທີ່ຢູ່ໃນກຸ່ມທົດລອງຢາບໍ່ມີລິດຮູ້ໃນທັນທີ ເພື່ອວ່າພວກເຂົາເຈົ້າສາມາດໄດ້ຮັບຢານັ້ນ ແລະການທົດລອງອື່ນໆທັງໝົດ ທີ່ກຳລັງດຳເນີນຢູ່ດຽວນີ້ ກໍຈະມີມາດຕະຖານໃນການຮັກສາແບບໃໝ່.”

“ຂ່າວທີ່ດີທີ່ມີຄວາມຫວັງຂອງມື້ນີ້ ຈາກອົງການ NIH ການທົດລອງຢາເຣມເດີຊີເວຍ ແມ່ນເປັນແສງສັນຍານຂອງຄວາມຫວັງສຳລັບຊາວອາເມຣິກັນທັງໝົດ ແລະທຸກຄົນໃນທົ່ວໂລກ ທີ່ກຳລັງສູ້ລົບກັບໂຣກລະບາດໂຄວິດ-19” ນັ້ນແມ່ນຖະແຫລງການຂອງທ່ານອາແລັກສ໌ ເອຊາຣ ລັດຖະມົນຕີກະຊວງສາທາລະນະສຸກແລະສະຫວັດດີການສັງຄົມຂອງສະຫະລັດ.

ຢາ ເຣມເດີຊີເວຍ ໄດ້ຖືກຜະລິດໂດຍ ບໍລິສັດ Gilead Sciences ຊຶ່ງເປັນຢາສັກ ແລະໄດ້ອອກແບບມາ ເພື່ອລົບກວນທາດອິນຊີທີ່ລອກແບບພັນທຸກຳຂອງໄວຣັສຂຶ້ນມາເລື້ອຍໆນັ້ນ. ໃນການທົດລອງຫຼາຍຄັ້ງກັບສັດ ເພື່ອຕໍ່ຕ້ານໂຣກປອດອັກເສບຮ້າຍແຮງ ຫຼື SARS ແລະໂຣກປອດອັກເສບເຂດຕາເວັນອອກກາງ ຫຼື MERS, ອັນເປັນພະຍາດເກີດ ມາຈາກໂຣກ ທີ່ຄ້າຍຄືກັນກັບໄວຣັສໂຄໂຣນານັ້ນ ມັນໄດ້ຊ່ອຍປ້ອງກັນການຕິດແປດ ແລະຫລຸດຜ່ອນ ອາ ການຮ້າຍແຮງຕ່າງໆ. ແຕ່ມັນຍັງບໍ່ທັນໄດ້ຖືກຮັບການຮັບຮອງໃນບ່ອນໃດໃນໂລກເທື່ອ ສຳລັບການນຳໃຊ້ໃດໆ.

ອົງກາອາຫານແລະຢາຂອງສະຫະລັດ ຄາດໝາຍວ່າ ໃນວັນພຸດວານນີ້ ຈະ ອະນຸດຍາດໃຫ້ນຳໃຊ້ໃນພາວະສຸກເຊີນ ສຳລັບການຮັກສາປິ່ນປົວພວກຄົນປ່ວຍຈາກໂຄວິດ-19. ສ່ວນການສຶກສາຄົ້ນຄວ້າຢາເຣມເດີຊີເວຍອີກອັນນຶ່ງ ຍັງບໍ່ທັນໄດ້ຮັບຜົນສະຫລຸບທີ່ດີເທື່ອ ຊຶ່ງເປັນສິ່ງທີ່ພວກນັກຂ່າວໄດ້ສອບຖາມ ທ່ານໝໍຟາວຈີ ກ່ຽວກັບເລື້ອງນີ້ ໃນຫ້ອງຮູບຊົງໄຂ່ຂອງທຳນຽບຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG