ໃນວັນອາທິດວານນີ້ ປະເທດ ອິຕາລີ ໄດ້ລາຍງານການເພີ່ມຂຶ້ນຂອງກໍລະນີການຕິດໄວຣັສໂຄໂຣນາໃໝ່ພາຍໃນພຽງວັນດຽວ, ພ້ອມດ້ວຍ 11 ບ້ານ ແລະ ເມືອງ ໄດ້ຖືກປິດບໍ່ໃຫ້ເຂົ້າ.
ເກືອບ 1,700 ກໍລະນີໄດ້ຖືກຢືນຢັນ ແລະ ເສຍຊີວິດ 34 ຄົນ, ອິຕາລີ ແມ່ນປະເທດທີ່ໄດ້ຮັບຜົນກະທົບໜັກສຸດໃນ ຢູໂຣບ.
ບັນດາເຈົ້າໜ້າທີ່ ອິຕາລີ ເວົ້າວ່າ ເຂົາເຈົ້າຄາດວ່າຕົວເລກຂອງກໍລະນີຕ່າງໆຈະເພີ່ມຂຶ້ນ, ໂດຍຊີ້ໃຫ້ເຫັນວ່າ ໄວຣັສດັ່ງກ່າວມີການຟັກຕົວ 14 ວັນ ແລະ ຍ້ອນເວລາທີ່ເຂົາເຈົ້າໃຊ້ ເພື່ອບັງຄັບໃຊ້ມາດຕະການຄວບຄຸມ. ອິຕາລີ ຍັງມີປະຊາກອນຄົນອາຍຸສູງທີ່ໃຫຍ່. ບັນດາເຈົ້າໜ້າທີ່ສາທາລະນະສຸກເວົ້າວ່າ ຄົນທີ່ມີອາຍຸ 65 ປີ ຫຼື ແກ່ກວ່ານັ້ນແມ່ນລວມຢູ່ໃນຜູ້ທີ່ອ່ອນແອທີ່ສຸດຕໍ່ໄວຣັສດັ່ງກ່າວ.
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ເຕືອນປະຊາຊົນ ອາເມຣິກັນ ຕໍ່ການເດີນທາງໄປພາກເໜືອຂອງ ອິຕາລີ ແລະ ສອງສາຍການບິນໃຫຍ່ຄື Delta ແລະ American Airlines ໄດ້ໂຈະຖ້ຽວບິນຕ່າງໆໄປນະຄອນ ມິລານ, ເຊິ່ງແມ່ນເມືອງຫຼວງດ້ານການເງິນຂອງ ອິຕາລີ.
ການເຄື່ອນໄຫວທີ່ວ່ານີ້ ພ້ອມກັບການຍົກເລີກງານຕ່າງໆ ແມ່ນເກືອບແນ່ນອນວ່າໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ອຸສາຫະກຳການທ່ອງທ່ຽວ ແລະ ທຸລະກິດໂດຍທົ່ວໄປ.
ພ້ອມກັນນັ້ນໃນວັນອາທິດວານນີ້, ຫໍພິພິຕະພັນ Louvre ຂອງນະຄອນຫຼວງ ປາຣີ, ເຊິ່ງແມ່ນຫໍພິພິຕະພັນສິລະປະ ທີ່ມີຊື່ສຽງທີ່ສຸດໃນໂລກນັ້ນ, ໄດ້ຖືກປິດໄວ້ ຫຼັງຈາກພະນັກງານຂອງເຂົາເຈົ້າ ໄດ້ລວມກັນປະຕິເສດທີ່ຈະເຮັດວຽກ ຍ້ອນຢ້ານໄວຣັສໂຄໂຣນາ.
ລັດຖະບານ ຝຣັ່ງ ໄດ້ສັ່ງຫ້າມການເຕົ້າໂຮມກັນເຖິງ 5,000 ຄົນ ຫຼື ຫຼາຍກວ່ານັ້ນ, ເຊິ່ງແມ່ນຕົວເລກຂອງຜູ້ຢ້ຽມຢາມປະຈຳວັນທີ່ຫໍພິພິຕະພັນ Louvre ຖືກລາຍງານວ່າມີຜູ້ເຂົ້າຊົມ.
ພະນັກງານຂາຍຄົນ ໄທ ອາຍຸ 35 ປີ ຜູ້ທີ່ໄດ້ຕິດຕໍ່ກັບລູກຄ້າຄົນຕ່າງປະເທດກໍໄດ້ເສຍຊີວິດເຊັ່ນກັນ.
ໃນ ສະຫະລັດ, ຮອງປະທານາທິບໍດີ ໄມຄ໌ ເພັນສ໌, ຜູ້ທີ່ນຳພາການຕໍ່ສູ້ກັບໄວຣັສໂຄໂຣນາຂອງເປັນທາງການນັ້ນໄດ້ກ່າວໃນລາຍການ Meet the Press ຂອງໂທລະພາບ NBC ໃນຕອນເຊົ້າຂອງວັນອາທິດວານນີ້ວ່າ ມັນຈະມີກໍລະນີເພີ່ມເຕີມໃນ ສະຫະລັດ, ແຕ່ໄດ້ກ່າວວ່າ “ເຂົາເຈົ້າຈະເຮັດທຸກຢ່າງທີ່ສາມາດເຮັດໄດ້ເພື່ອປ້ອງກັນການແຜ່ລາມຂອງໂຣກນີ້.”
Italy Sunday reported a 50% jump in the number of new coronavirus cases in just one day with 11 villages and towns in the north sealed off.
With nearly 1,700 confirmed cases and 34 deaths, Italy is the hardest-hit European country.
Italian authorities say they expect the number of cases to rise, pointing out that the virus has a 14-day incubation period and because of the time it takes to enforce containment measures. Italy also has a large elderly population. Health experts say people 65 years and older are among the most susceptible to viruses.
U.S. authorities have warned Americans against traveling to northern Italy and two major airlines, Delta and American Airlines, have suspended flights to Milan, the Italian financial capital.
These moves along with canceled events are almost certain to have a devastating impact on the tourist industry and business in general.
Also Sunday, Paris' Louvre, the world's most popular art museum, closed its doors to disappointed visitors after its unionized staff refused to work because of coronavirus fears.
The French government has banned gatherings of 5,000 people or more, which is the number of daily visitors the Louvre reportedly attracts.
Also Sunday, Australia and Thailand reported their first coronavirus deaths. They include a 78-year-old Australian man who was on the Diamond Princess cruise ship that was quarantined off Japan.
A 35-year-old Thai salesman who had contact with foreign customers has also died.
In the United States, Vice President Mike Pence, who is heading up the official coronavirus fight, told NBC's Meet the PressSunday morning that there will be more U.S. cases, but said "it's all hands on deck to do everything possible to prevent the spread of this disease."