ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ໄບ​ເດັ​ນ ຄາດ​ວ່າ​ ຈະ​ເວົ້າ​ເຖິງ​​ການດຳ​ເນີນ​ງານ ດ້ານດິນ​ຟ້າ​ອາ​ກາດ ຂອງ​ສະ​ຫະ​ລັດ ຢູ່ກອງ​ປະ​ຊຸມ​ສະ​ຫະ​ປະ​ຊ​າດ


ແມ່​ຍິງ​ຄົນ​ນຶ່ງ​ຢືນ​ຖ່າຍ​ຮູບ​ຢູ່ຂັ້ນ​ໄດ​ວັດ Al Sahaba ໃນ​ເມືອງ Sharm el-Sheikh ປະ​ເທດ​ອີ​ຈິບ ວັນ​ທີ 5 ພະ​ຈິກ 2022
ແມ່​ຍິງ​ຄົນ​ນຶ່ງ​ຢືນ​ຖ່າຍ​ຮູບ​ຢູ່ຂັ້ນ​ໄດ​ວັດ Al Sahaba ໃນ​ເມືອງ Sharm el-Sheikh ປະ​ເທດ​ອີ​ຈິບ ວັນ​ທີ 5 ພະ​ຈິກ 2022

ປະ​ທານາທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ​ໄບ​ເດັນ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ຫລື COP27 ​ຢູ່​ປະ​ເທ​ດ​ອີ​ຈິບ​ໃນວັນ​ສຸກ​ມື້​ນີ້.

ຄາດ​ກັນ​ວ່າ​ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັ​ນ ຈະ​ກ່າວ​ໃນ​ສິ່ງ​ທີ່​ສະ​ຫະ​ລັດ​ໄດ້​ເຮັດ​ໄປ​ແລ້ວ ໃນ​ການ​ຕໍ່​ສູ້​ກັບ​ບັນ​ຫາ​ທາ​ທ້າຍ​ທາງ​ດ້ານ​ດິນ​ຟ້າ​ອາ​ກາດ ທັງ​ຢູ່​ພາຍ​ໃນ​ແລະ​ຢູ່​ຕ່າງ​ປະ​ເທດ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ຈະ​ພົບ​ວ່າ​ບັນ​ດາ​ຜູ້​ຕາງ​ໜ້​າ​ຈຳ​ນວນ​ນຶ່ງ​ຢູ່ທີ່ກອງ​ປະ​ຊຸມ ບໍ່​ໃຫ້ຄວາມ​ສົນ​ໃຈທີ່​ສະ​ຫະ​ລັດ​ໄດ້​ເຮັດ​ມາ. ​ແຕ່ແທນ​ທີ່ ຫລາຍ​ຄົນ​ມີ​ຄວາມ​ສົນ​ໃຈໃນ​ອັນ​ທີ່​ບັນ​ດາ​ປະ​ເທດຮັ່ງ​ມີ ສາ​ມາດ​ເຮັດ​ໄດ້ ​ໂດຍ​ທັນ​ທີ ​ສຳ​ລັບ​ປະ​ເທດ​ຕ່າງໆ​ທີ່​ໄດ້​ຮັບ​ເຄາະ​ຈາກ​ໄພ​ພິ​ບັດ​ດ້ານ​ສິ່ງ​ແວດ​ລ້ອມ.

​ດັ່ງ​ໂຕ​ຢ່າງ ປາ​ກິ​ສ​ຖານ​ຕ້ອງ​ການ ການ​ຊົດ​ເຊີຍ​ໃນ​ທັນ​ທີ ​ຕໍ່​ໄພ​ນ້ຳ​ຖ້ວມ​ທີ່ເກີດ ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ທີ່​ໄດ້ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ແລະ​ເຮັດ​ໃຫ້​ເຮັດ​ໃຫ້​ປະ​ເທດ​ດັ່ງ​ກ່າວເສຍ​ຫາຍຫລາຍ​ພັນ​ລ້ານ​ໂດ​ລາປີ​ນີ້.

​ທ່ານ​ນາ​ງ​ແຊ​ຣີ ເຣ​ມານ ລັດ​ຖະ​ມົນ​ຕີ​ດິນ​ຟ້າ​ອາ​ກາດ​ຂອງ​ປາ​ກິ​ສ​ຖານ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອ​ຍ​ເຕີ​ວ່າ “ຄວາມ​ທຸກ​ທໍ​ລະ​ມານໄດ້​ມາ​ຮອດ​ແລ້ວ​ຢູ່​ໜ້າ​ປະ​ຕູ​ຂອງ​ພວກ​ເຮົາ.”

​ໃນ​ປີ 2015, 196 ​ພັກ​ຝ່າຍ ໄດ້​ລົງ​ນາມ​ຂໍ້​ຕົ​ກ​ລົງ​ປາ​ຣີ ທີ່​ເປັນ​ສົນ​ທິ​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ທາງ​ກົດ​ໝາຍ​ ​ຊຶ່ງຮວມ​ຢູ່​ໃນຫລາຍໆ​ຢ່າງ​ນັ້ນ ​ແມ່ນ​ການ​ໃຫ້ຄວາມ​ໝັ້ນ
​ໝາຍ​ຂອງ​ບັນ​ດາ​ປະ​ເທດຮັ່ງ​ມີ​ ເພື່ອ​ສະ​ໜອງການ​ຊ່ວຍ​ເຫຼືອ 100 ພັນ​ລ້ານ​ໂດ​ລາຕໍ່​ປີ ສຳ​ລັບພັດ​ທະ​ນາ​ບັນ​ດາ​ປະ​ເທດ​ທີ່​ປະ​ເຊີນ​ກັບ​ຄວາມ​ເສຍ​ຫາຍ ແລະ​ຖືກ​ທຳ​ລາຍ​ຈາກ​ການ​ປ່ຽ​ແປງຂອງດິນ​ຟ້າ​ອາ​ກາດ. ​ຕິດ​ຕາມ​ການ​ບໍ​ລິ​ຈາກ​ໂດຍ​ອົງ​ການ​ເພື່ອ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ພັດ​ທະ​ນາ ສະ​ແດງ​ໃຫ້​ເຫັນວ່າ​ປະ​ເທດ​ຕ່າງໆ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ເປົ້າ​ໝາຍ​ດັ່ງ​ກ່າວນີ້.

​ອົງ​ການ​ປຸກ​ລະ​ດົມ​ສິ່ງ​ແວັດ​ລ້ອມ ກ່າວ​ວ່າ ບັ​ນ​ດາ​ປະ​ເທດຮັ່ງ​ມີ​ຕ້ອງໄດ້​ເພັ່ງ​ເລັງ​ໃສ່ ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້​ນ​ສັນ​ຍາ 100 ພັນ​ລ້ານ​ໂດ​ລາ ທີ່​ເຂົາ​ເຈົ້າ​ໄດ້​ປະ​ກາດ​ໄປ​ ​ເພື່ອປົວ​ແປງການ​ສູນ​ເສຍ ແລະ​ຄ​ວາມ​ເສຍ​ຫາຍ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ.

​ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງປາ​ກິ​ສ​ຖານ ທ່ານ​ບິລ​ລາ​ວານ ບຸດ​ໂຕ ຊາ​ດາ​ຣີ ໄດ້ແນະ​ນຳກ່ຽວ​ກັບ​ແຜນ​ການ​ເພື່ອ​ຈ່າຍເງິນໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຕ້ອງ​ການ ສຳ​ລັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ເຂົາ​ເຈົ້າ.

U.S. President Joe Biden is attending the United Nations Climate Change Conference, or COP 27, in Egypt, on Friday.

He is expected to talk about what the United States has done to fight climate challenges, at home and abroad.

However, he will likely find that some delegates at the conference are not interested in what the U.S. has done. Instead, many are more interested in what wealthy countries can do immediately for countries that have been stricken with environmental disasters.

For example, Pakistan wants immediate compensation for the climate-fueled floods that have overwhelmed the country and caused tens of billions of dollars of damage this year.

"The dystopia has already come to our doorstep," Sherry Rehman, Pakistan’s climate minister, told Reuters.

In 2015, 196 parties signed the Paris Agreement, a legally binding treaty that, among other things, committed wealthy nations to provide $100 billion a year to help developing nations deal with loss and damage from climate change. Tracking of contributions by the Organization for Economic Cooperation and Development shows that countries have fallen short of this goal.

Environmental campaigners say wealthy nations need to focus on meeting their $100 billion pledge to cover losses and damage from climate change.

Meanwhile, Pakistan’s foreign minister, Bilawal Bhutto Zardari, has devised a novel scheme for paying for what countries need for their climate change costs.

XS
SM
MD
LG