ບັນດາຜູ້ມີສິດເລືອກຕັ້ງ ຢູ່ໃນສະຫະລັດ ໄດ້ພາກັນໄປລົງຄະແນນສຽງເລືອກຕັ້ງໃນວັນອັງຄານວານນີ້ ເພື່ອຕັດສິນໃຈທີ່ຈະເລືອກເອົາຜູ້ເຂົ້າມາຄວບຄຸມສະພາສະຫະລັດ. ແຕ່ ເນື່ອງຈາກການນັບຄະແນນສຽງຍັງຄົງດໍາເນີນຢູ່ນີ້ ການແຂ່ງຂັນຂອງຫຼາຍໆຄົນຍັງຄົງຍາກຫຼາຍທີ່ຈະສະຫຼຸບຜົນໄດ້, ມັນຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ພັກເດໂມແຄຣັດຈະຍັງຄົງຮັກສາສຽງສ່ວນຫຼາຍຂອງພວກເຂົາເຈົ້າຢູ່ໃນສະພາຕໍ່າ ແລະສະພາສູງ ຫຼື ພັກຣີພັບບຣີກັນ ຈະເຂົ້າມາກໍາອໍານາດແທນ. ແຄັດເທີຣີນ ກິບຊັນ (Katherine Gypson), ນັກຂ່າວຂອງ VOA ມີລາຍງານຈາກລັດຈໍເຈຍ, ເຊິ່ງ ທິບສຸດາ ຈະນຳເອົາລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.
ປະຊາຊົນຊາວອາເມຣິກັນ ປ່ອນບັດເລືອກຕັ້ງກ່ຽວກັບທິດທາງ ທີ່ປະເທດຈະເລືອກໃນອີກສອງປີຂ້າງໜ້ານີ້, ໂດຍເລືອກວ່າ ນີ້ແມ່ນຊ່ວງເວລາຂອງຜູ້ນໍາພັກຣີພັບບຣິກັນ ຫຼື ປະທານາທິບໍດີໂຈ ໄບເດັນ ຈະສືບຕໍ່ໄດ້ຮັບການສະໜັບສະໜຸນຈາກສະມາຊິກພັກເດໂມແຄຣັດ ຢູ່ໃນສະພາຕໍ່າຫຼືບໍ່.
ມີການເລືອກຕັ້ງຫຼາຍກວ່ານຶ່ງສ່ວນສາມຢູ່ ໃນສະພາສູງຂອງສະຫະລັດ ໃນປີນີ້. ພັກຣີພັບບຣິກັນຕ້ອງການພຽງແຕ່ບ່ອນນັ່ງດຽວ ເພື່ອເອົາຊະນະ ການກຳສຽງສ່ວນຫຼາຍຂອງພັກເດໂມແຄຣັດ. ພັກເດໂມແຄຣັດເລີ້ມຕົ້ນເສຍໄຊຢູ່ໃນລັດຟລໍຣິດາ, ເຊິ່ງສະມາຊິກສະພາຕໍ່າ ທ່ານນາງ ວາລ ເດັມມິງສ໌ (Val Demmings) ພົບກັບຄວາມລົ້ມແຫຼວໃນການເອົາຊະນະສະມາຊິກສະພາສູງຈາກພັກຣີພັບບຣິກັນ ທ່ານມາໂກ ຣູບີໂອ (Marco Rubio), ເຊິ່ງ ທ່ານຣູບີໂອ ໄດ້ກ່າວວ່າ:
“ເມື່ອພວກເຈົ້າເຫັນຜົນການເລືອກຕັ້ງອອກມາໃນທົ່ວປະເທດນີ້, ນັ້ນລະຄືສິ່ງທີ່ຈະແມ່ນ. ຜູ້ທີ່ເຮັດໃຫ້ປະເທດນີ້ດີທີ່ສຸດ ຖືກລືມໄປແລ້ວ.”
ການແຂ່ງຂັນຂອງສະມາຊິກສະພາສູງສ່ວນນຶ່ງ ຍັງຄົງໃກ້ຄຽງກັນຫຼາຍທີ່ຈະກ່າວໄດ້ວ່າ ພັກໃດທີ່ຈະໄດ້ສຽງສ່ວນຫຼາຍ.
ໃນລັດຈໍເຈຍ, ການນັບຄະແນນມີຄວາມໃກ້ຄຽງກັນຫຼາຍລະຫວ່າງ ຜູ້ລົງແຂ່ງ ຂັນເອົາຕຳແໜ່ງສະມາຊິກສະພາສູງຈາກພັກຣີພັບບຣິກັນ ທ່ານເຮີເຊລ ວອກເກີ (Herschel Walker) ແລະສະມາຊິກສະພາສູງ ຈາກພັກເດໂມແຄຣັດ ທ່ານຣາເພລ ວານັອກ (Rapheal Warnock), ຜູ້ທີ່ໄດ້ເຕືອນ ໃຫ້ບັນດາຜູ້ສະໜັບສະໜຸນ ເຖິງຄວາມສຳຄັນຂອງການເລືອກຕັ້ງໃນຄັ້ງນີ້.
ເຊິ່ງເປັນການພິສູດ ທີ່ສະທ້ອນໃຫ້ເຫັນຜູ້ມີສິດເລືອກຕັ້ງທີ່ເປັນແມ່ຍິງ ແລະ ບັນ ດາຜູ້ມີສິດເລືອກຕັ້ງທີ່ເປັນອິດສະຫຼະ.
ຮີດເຕີ້ ແພັກເກີ້ (Heather Packer), ຜູ້ມີສິດເລືອກຕັ້ງຢູ່ໃນລັດຈໍເຈຍກ່າວວ່າ:
“ຂ້ອຍເລືອກເອົາຫຼາຍໆຄົນທີ່ເຮັດໃຫ້ພັກເດໂມແຄຣັດຍັງຄົງຢູ່ໃນຕໍາແໜ່ງ, ເວົ້າ ຄວາມຊື່ ພຽງເພາະວ່າການແທ້ງລູກເປັນບັນຫາທີ່ຖືກຕ້ອງ. ນັ້ນເປັນສິ່ງສໍາຄັນ ສໍາຫຼັບຂ້ອຍອີຫຼີ ທີ່ບັນດາແມ່ຍິງຍັງມີສິດທີ່ຈະເລືອກ. ແລະດັ່ງນັ້ນ ມັນຈຶ່ງໄດ້ເຮັດໃຫ້ເຫດຜົນຂອງຂ້ອຍເຂັ້ມແຂງຂຶ້ນ.”
ຕາມປະຫວັດສາດແລ້ວ, ພັກທີ່ຢູ່ໃນອໍານາດຈະສູນເສຍການເລືອກຕັ້ງກາງສະ ໄໝ. ສໍາລັບຜູ້ມີສິດເລືອກຕັ້ງບາງຄົນຢູ່ໃນລັດຈໍເຈຍ, ການເລືອກຕັ້ງໃນຄັ້ງນີ້ ແມ່ນໂອກາດອັນນຶ່ງໃນການສະແດງຄວາມບໍ່ພໍໃຈຂອງພວກເຂົາເຈົ້າຕໍ່ທ່ານໄບເດັນ.
ເບັດຊີ ເນເນັກ (Betsy Nenec), ຜູ້ມີສິດເລືອກຕັ້ງຢູ່ໃນລັດຈໍເຈຍ ກ່າວວ່າ:
“ຂ້ອຍຄິດວ່າ ລາວດໍາເນີນການຫຼາຍໆຢ່າງໂດຍທີ່ລາວບໍ່ໄດ້ຕັດສິນໃຈດ້ວຍໂຕຂອງລາວເອງ. ຂ້ອຍຄິດວ່າ ລາວເວົ້າຫຼາຍກວ່າ ກ່ຽວກັບຫຼາຍສິ່ງທີ່ຍັງອີກໄກ ແລະຜົນປະໂຫຍດຕ່າງໆທີ່ພິເສດ.”
ບ່ອນນັ່ງຢູ່ໃນສະພາຕໍ່າຂອງສະຫະລັດ 435 ບ່ອນນັ່ງ ແມ່ນໄດ້ຮັບການເລືອກຕັ້ງໃໝ່ທັງໝົດ, ເຊິ່ງພັກເດໂມແຄຣັດ ໄດ້ຮັບໄຊຊະນະອັນສໍາຄັນ ໃນຊ່ວງທໍາອິດຢູ່ລັດເວີຈີເນຍ ເຊິ່ງເປັນບໍລິເວນຊານເມືອງຂອງນະຄອນຫຼວງວໍຊິງຕັນດີຊີ. ທີ່ນັ້ນ ໄດ້ມີລາຍງານບາງສະບັບ ກ່ຽວກັບຄວາມຫຼ້າຊ້າໃນການຄັດເລືອກ ແລະນັບບັດລົງຄະແນນສຽງຕ່າງໆ, ບາງເຫດຜົນກໍຍ້ອນເຄື່ອງຈັກມີບັນຫາ. ແຕ່ໂດຍ ລວມແລ້ວ ການປ່ອນບັດຢູ່ໃນທົ່ວປະເທດແມ່ນດໍາເນີນໄປແບບບໍ່ມີບັນຫາໃດໆ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອາດຈະຍັງບໍ່ສາມາດສະຫຼຸບຜົນໄດ້ໃນອີກຫຼາຍມື້ຂ້າງໜ້າ.
U.S. voters headed to the polls Tuesday to decide control of the U.S. Congress. But with vote counting still ongoing, many races are still too close to call and it is still not clear if Democrats will retain their narrow majorities in the House and Senate – or if Republicans will take control. VOA’s Congressional Correspondent Katherine Gypson reports from Georgia.
Americans voting on the direction the country will take for the next two years, choosing if it is time for Republican leadership – or if President Joe Biden will continue to have the support of a Democratic Congress….
More than a third of the U.S. Senate was up for re-election this year. Republicans needed to win just one additional seat to overcome Democrats’ narrow majority. Democrats had an early loss in Florida, where Congresswoman Val Demmings failed to beat Republican Senator Marco Rubio….
Senator Marco Rubio, Republican
“When you see the results across this country, that’s what it’s all about. The people who make this country great have been forgotten.”
A handful of Senate races still too close to call will determine which party has the majority.
In Georgia, the vote count is narrowly split between Republican Senate candidate Herschel Walker and Democratic Senator Raphael Warnock, who reminded supporters of the stakes of this election…..
An argument that resonated with many female and independent voters in the suburbs.
Heather Packer, Georgia Voter
“I am voting for things to stay Democrat, to be honest, just because of all the abortion rights issues. That's really important to me that a woman still have the right to choose. And so that swayed my opinion strongly.”
Historically, the party in power loses midterm elections. For some Georgia voters, this election is an opportunity to express their dissatisfaction with Biden.
Betsy Nenec, Georgia Voter
“I don't think he's made many of his own decisions. I think he's more of a spokes piece [spokeperson] for this far left and special interests.”
All 435 U.S. House seats were also up for re-election, with Democrats securing some key early wins in the Virginia suburbs of Washington, DC. There were isolated reports of delays in casting and counting ballots, some due to machine malfunction. But overall, the voting around the country ran smoothly. Officials may not be able to finalize results for several more days.