ປະຊາຊົນລາວຕ້ອງແບກຮັບພາລະຄ່າຄອງຊີບສູງຂຶ້ນ ຢ່າງ
ຕໍ່ເນື່ອງໂດຍມີສາເຫດມາຈາກ ລາຄາສິນຄ້າອຸປະໂພກ
ບໍລິໂພກ ທີ່ປັບຕົວສູງຂຶ້ນເກີນກວ່າ 50 ເປີເຊັນ ໂດຍທີ່ທາງ
ການລາວບໍ່ສາມາດຄວບຄຸມໄດ້.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະການຄ້າ ຍອມຮັບວ່າ ລາຄາສິນຄ້າ
ອຸປະໂພກ ແລະບໍລິໂພກໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໂດຍນັບຈາກກາງເດືອນພະຈິກ
2014 ເປັນຕົ້ນມາຈົນເຖິງປັດຈຸບັນ ປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນກວ່າ
50 ເປີເຊັນແລ້ວ ໂດຍສະເພາະແມ່ນເຂດນະຄອນຫລວງວຽກຈັນນັ້ນ ຖືເປັນເຂດທີ່
ສິນຄ້າໄດ້ປັບລາຄາສູງຂຶ້ນກວ່າເຂດອື່ນໆ ຕົວຢ່າງເຊັ່ນຜັກຫອມບົ່ວ ລາຄາເພີ້ມຂຶ້ນ
ຈາກ 10,000 ກີບເປັນ 15,000 ກີບຕໍ່ກິໂລກຣາມ ແລະໝາກເຜັດເພີ້ມຈາກ 14,000 ກີບ ຂຶ້ນເປັນ 20,000 ກີບຕໍ່ກິໂລກຣາມ.
ສ່ວນລາຄາຊີ້ນສັດນັ້ນ ກໍແພງກວ່າຢູ່ໃນປະເທດໄທເກີນກວ່າ 50 ເປີເຊັນ ເຊັ່ນຊີ້ນງົວ
ກິໂລກຣາມລະ 75,000 ກີບ ຫຼື 300 ບາດ ແລະຊີ້ນໝູ-ເປັດ-ໄກ່ ລາຄາ 40,000 ກີບ
ຫຼື 160 ບາດຕໍ່ກິໂລກຣາມ ແຕ່ຢູ່ໃນໄທ ຈະຂາຍບໍ່ເກີນ 220 ບາດ ແລະ 110 ບາດ
ຕໍ່ກິໂລກຣາມຕາມລຳດັບ ໂດຍທາງການລາວ ກໍບໍ່ສາມາດທີ່ຈະຄວບຄຸມລາຄາໄດ້ເລີຍ
ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຍອມຮັບວ່າ:
“ເລື້ອງອັນສິນຄ້າແຕ່ລະຕະຫລາດ ມີການຫລຸດໂຕນກັນ
ຫຼາຍນັ້ນ ໂດຍສະເພາະແລ້ວຕາມກົດເກນລາຄາ ລ່ະແມ່ນ
ການສະໜອງ ກັບຄວາມຕ້ອງການ ມັນບໍ່ດຸ່ນດ່ຽງກັນ ບ່ອນ
ມີຫຼາຍ ບ່ອນມີໜ້ອຍ ສະນັ້ນມັນກະເປັນທຳມະດາ ແຕ່ວ່າ
ເຮົາກໍຕ້ອງໄດ້ມີການດັດສົມ ບັດນີ້ມາຕະການດັດສົມ ເຮັດ
ແນວໃດ ຕິດລາຄາໃຫ້ຄືກັນ ເພື່ອໃຫ້ສັງຄົມນີ້ ຊ່ວຍຄຸ້ມຄອງ
ແລະ ກວດກາ ກະຄືດຽວນີ້ແຫລະ ເຂົາເຈົ້າເຫັນມັນຜິດປົກ
ກະຕິ ເຂົາກໍເອີ້ນພວກເຮົາ ກະພາກລັດ ມາໃຫ້ແກ້ໄຂ.”
ໂດຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ
ຢ່າງກວ້າງຂວາງ ເນື່ອງຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກ
ຮັບສະພາວະການຄອງ ຊີບທີ່ເພີ້ມສູງຂຶ້ນຈາກເດີມເກີນກວ່າ 50 ເປີເຊັນ ທັງນີ້ໂດຍສະເພາະ ແມ່ນບັນດາ ກຳມະກອນ ຜູ້ອອກແຮງງານທີ່ມີລາຍໄດ້ຕ່ຳ ແລະ ປະຊາຊົນລາວທີ່ຢູ່ເຂດ ຊົນນະບົດນັ້ນ ຖືເປັນກຸ່ມປະຊາກອນ ທີ່ໄດ້ຮັບຜົນກະທົບ ຈາກສະພາວະດັ່ງກ່າວນີ້ ຢ່າງໜັກໜ່ວງທີ່ສຸດ ເນື່ອງຈາກເປັນກຸ່ມປະຊາກອນ ທີ່ມີຖານະຍາກຈົນ ແລະ ມີສະພາບຊີວິດການເປັນຢູ່ ທີ່ແຕກໂຕນກັນຢ່າງຍິ່ງ ເມື່ອທຽບໃສ່ປະຊາຊົນລາວ ໃນເຂດຕົວເມືອງ.
ທັງນີ້ກໍເນື່ອງຈາກວ່າ ການພັດທະນາເສດຖະກິດໃນລາວ ໃນລະຍະທີ່ຜ່ານມານັ້ນ ເຮັດ
ໃຫ້ເກີດບັນຫາກ່ຽວກັບຄວາມແຕກໂຕນກັນໃນລະດັບການພັດທະນາທາງເສດຖະກິດ
ລະຫວ່າງເຂດເມືອງ ກັບເຂດຊົນນະບົດເພີ້ມຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກການພັດທະ
ນາທາງເສດຖະກິດ ຢູ່ໃນເຂດນະຄອນຫລວງວຽງຈັນ ທີ່ມີຍອດຜະລິດຕະພັນລວມ (GDP) ເຖິງ 29,912 ຕື້ກີບ ໃນແຜນການ 2013-2014 ຊຶ່ງຖົວສະເລ່ຍເປັນລາຍໄດ້ຂອງ ປະຊາຊົນໃນເຂດນະຄອນຫລວງວຽງຈັນ ໄດ້ເຖິງ 30 ລ້ານກີບ ຫຼື 3,800 ຕໍ່ຄົນຕໍ່ປີ.
ຫາກແຕ່ສຳຫລັບປະຊາຊົນລາວ ທີ່ຢູ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 6 ລ້ານ ກີບ ຫຼື 745 ດອນລາຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາຊົນລາວ
ໃນແຂວງດັ່ງກ່າວກໍຍັງສູງເກີດກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຈຶ່ງເປັນການຍາກ
ຢ່າງຍິ່ງທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາ ຄວາມຍາກຈົນໄດ້ຕາມເປົ້າໝາຍ ທີ່
ລັດຖະບານລາວໄດ້ວາງໄວ້ໃນປີ 2015.
ໂດຍນອກຈາກແຂວງຜົ້ງສາລີແລ້ວ ກໍຍັງມີແຂວງຫົວພັນ ອຸດົມໄຊ ຫລວງນ້ຳທາ ບໍ່ແກ້ວ
ໄຊສົມບູນ ຄຳມ່ວນ ເຊກອງ ສາລະວັນ ແລະອັດຕະປື ທີ່ໃນລະຍະ 3 ປີທີ່ຜ່ານມາ ລັດ
ຖະບານສາມາດລົບລ້າງບັນຫາ ຄວາມຍາກຈົນໄດ້ໃນເຂດ 886 ບ້ານທີ່ຄິດເປັນ 9.97
ເປີເຊັນ ຂອງບ້ານທັງໝົດໃນທົ່ວປະເທດ ແລະສະເລ່ຍເປັນລະດັບຄວາມສາມາດໃນ
ການລົບລ້າງບັນຫາ ຄວາມຍາກຈົນ ໄດ້ພຽງແຕ່ 3 ເປີເຊັນ ກວ່າເທົ່ານັ້ນ ໃນແຕ່ລະປີ
ແຕ່ວ່າໃນປັດຈຸບັນນີ້ ກັບຍັງມີບ້ານ ທີ່ຍາກຈົນຢູ່ເຖິງ 2,289 ບ້ານຄິດເປັນ 26.72 ເປີເຊັນ
ຈຶ່ງເປັນການຍາກທີ່ ຈະລົບລ້າງໃຫ້ເຫຼືອບໍ່ເກີນ 10 ເປີເຊັນ ໄດ້ຕາມແຜນການໃນປີ
2015 ນັ້ນເອງ.