ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ການ​ເມືອງ​ຫົວ​ອະ​ນຸ​ລັກ​ນິ​ຍົມ, ຫົວ​ກ້າວ​ໜ້າ ເປັນ​ຫ່ວງ ກ່ຽວ​ກັບ ການຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ທ່ານ ໄບ​ເດັນ ຕໍ່ ຢູ​ເຄ​ຣນ


ອາ​ສາ​ສະ​ໝັກ ສະ​ຫະ​ລັດ ສອນ​ທະ​ຫານ​ຢູ​ເຄ​ຣນ ວິ​ທີ​ໃຊ້​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ, Javelin. 28 ເມ​ສາ, 2022, ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ ຂອງ​ຢູ​ເຄ​ຣນ.
ອາ​ສາ​ສະ​ໝັກ ສະ​ຫະ​ລັດ ສອນ​ທະ​ຫານ​ຢູ​ເຄ​ຣນ ວິ​ທີ​ໃຊ້​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ, Javelin. 28 ເມ​ສາ, 2022, ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ ຂອງ​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແກ່ນ​ຈາກ​ສອງ​ພັກ​ການ​ເມືອງ​ໃນ​ສະ​ພາ​ສຳ​ລັບ​ການ​ຮ້ອງ​ຂໍ​ການ​ຊ່ວ​ຍ​ເຫຼືອ​ 33 ຕື້​ໂດ​ລາ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານ​ສຳ​ລັບ ຢູ​ເຄ​ຣນ, ນອກ​ຈາກ​ເງິນ 13.6 ຕື້​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ, ມະ​ນຸດ​ສະ​ທຳ ແລະ ທະ​ຫານ​ທີ່​ໄດ້​ສົ່ງ​ໄປ​ໃຫ້​ແລ້ວ​ຕົ້ນ​ປີນີ້.

ໃນ​ການ​ຢ້ຽມ​ຢາມ ຢູ​ເຄ​ຣນ ແລະ ໂປ​ແລນ ເມື່ອບໍ່​ດົນ​ມາ​ນີ້, ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ວ່າ​ລັດ​ຖະ​ສະ​ພາ​ໄດ້​ເຮັດ​ວຽກ​ຢ່າງວ່ອງ​ໄວ​ເພື່ອ​ຮັບ​ຜ່ານກ​ານ​ຮ້ອງ​ຂໍ​ຂອງ​ທ່ານ​ໄບ​ເດັນ, ໂດຍ​ເອີ້ນຂໍ້​ສະ​ເໜີ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ວ່າ “ເງິນ​ຈຳ​ນວນຫຼວງຫຼາຍ” ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ “ພູມ​ໃຈຫຼາຍ​” ທີ່​ຈະ​ສະ​ໜອງ​ໃຫ້.

ແຕ່​ມີ​ນັກ​ການ​ເມືອງ​ຈຳ​ນວນ​ນຶ່ງ​ຈາກ​ທັງ​ສອງ​ພັກ ​ຝ່າຍ​ຂວາ ແລະ ຊ້າຍໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ຂະ​ຫຍາຍ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ຂັດ​ແຍ້ງ​ໃນ​ຢູ​ໂຣບ. ໃນ​ຂະ​ນະ​ທີ່​ທ່ານ​ ໄບ​ເດັນ ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ສະ​ຫະ​ລັດ ຈະ​ບໍ່​ມີ​ວັນ​ສົ່ງ​ກອງ​ກຳ​ລັງ​ພາກ​ພື້ນ​ດິນ​ໄປ​ຢູ​ເຄ​ຣນ ເພື່ອ​ຕໍ່​ຕ້ານ​ ຣັດ​ເຊຍ ຢ່າງ​ເປີດ​ເຜີຍ, ເຊິ່ງ​ການ​ຊ່ວຍ​ເຫຼືອ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ​ໄດ້​ນຳ​ເອົາ​ຄຳ​ຖາມ​ຕ່າງໆ​ກັບ​ຄືນ​ມາ ກ່ຽວ​ກັບ ອຳ​ນາດ​ດ້ານ​ສົງ​ຄາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຂອບ​ເຂດ​ໃນ​ການ​ມີ​ສ່ວນ​ຮ່ວມ​ຂອງ ອາ​ເມ​ຣິ​ກາ ໃນ​ຕ່າງ​ປະ​ເທດ​ລຸນຫຼັງ​ສົງ​ຄາມ​ສອງ​ທົດ​ສະ​ວັດ​ໃນ​ ອັ​ຟ​ກາ​ນິ​ສ​ຖານ ແລະ ອີ​ຣັກ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ 10 ຄົນ​ຈາກ 206 ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ກົດ​ໝາຍ​ຢືມ ຫຼື ເຊົ່າ, ເຊິ່ງ​ແມ່ນ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ໄດ້ຫຼຸດ​ຜ່ອ​ນ​ຂໍ້​ຫ້າມ​ຕ່າງໆ​ຕໍ່​ຄວາມ​ສາ​ມາດ​ຂອ​ງທ່ານ​ໄບ​ເດັນ ທີ່​ຈະ​ສົ່ງ​ອາ​ວຸດ​ຂອງສະ​ຫະ​ລັດ ໄປ​ໃຫ້​ຢູ​ເຄ​ຣນ. ບໍ່​ມີ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ໃດ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ນັ້ນ.

ສະ​ມາ​ຊິກ​ສະ​ພາ​ຫົວ​ອະ​ນຸ​ລັກ​ນິ​ຍົມ ທ່ານ ທອມ​ມາ​ສ ມາ​ສ​ຊີ (Thomas Massie) ໄດ້​ອະ​ທິ​ບາຍ​ການ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ກົດ​ໝາຍ ຢືມ ຫຼື ເຊົ່າ​ນັ້ນ, ໂດຍ​ເວົ້າ​ວ່າພາ​ສາ​ຂອງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ດັ່ງ​ກ່າວ​ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ອາ​ວຸດ​ປ້ອງ​ກັນຕ່າງໆ​ຢ່າງກວ້າງ​ຂວາງ​ໂພດ.

ທ່ານ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ທວິດ​ເຕີ​ວ່າ “ສະ​ພາ​ຫາ​ກໍ່​ອະ​ນຸ​ຍາດ​ໃຫ້​ທ່ານ ໄບ​ເດັນ ສົ່ງ​ອາ​ວຸດ​ສົງ​ຄາມ​ເກືອບ​ຈະ​ແມ່ນ​ທຸກ​ປະ​ເພ​ດ, ນອກ​ຈາກ​ອາ​ວຸດ​ນິວ​ເຄ​ລຍ​ໄປ​ໃຫ້​ຢູ​ເຄ​ຣນ. ເປັນ​ບ້​າ​ແລ້ວ!”

ພວກ​ຜູ້​ຄັດ​ຄ້ານ​ຕໍ່​ກົດ​ໝາຍ​ຢືມຫຼື​ເຊົ່າ​ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ການຫຼັ່ງ​ໄຫຼ​ຂອງ​ອາ​ວຸດ​ໄປຢູ​ເຄ​ຣນ ອາດ​ເຮັດ​ໃຫ້​ຄັງ​ອາ​ວຸດ​ຂອງສະ​ຫະ​ລັດຫຼຸດ​ລົງ​. ເຂົາ​ເຈົ້າ​ເວົ້າ​ວ່າ​ການ​ຊ່ວຍ​ເຫຼືອ​ຂະ​ໜາດ​ໃຫຍ່​ຕໍ່​ຢູ​ເຄ​ຣນ ຄວນ​ຖືກ​ພິ​ຈາ​ລະ​ນາ​ຢ່າງ​ລະ​ມັດ​ລະ​ວັງ​ກວ່ານີ້ ເມື່ອ​ມັນ​ມີ​ບັນ​ຫາ​ພາຍ​ໃນ​ປະ​ເທດ ກ່ຽວ​ກັບ ຄ່າ​ໃຊ້​ຈ່າຍ​ທີ່​ສູງ​ຂຶ້ນ​ຍ້ອນ​ອັດ​ຕາ​ເງິນ​ເຟີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG