ນາຍົກລັດຖະມົນຕີ ບໍຣິສ ຈອນສັນຂອງອັງກິດ ແລະພັກອະນຸລັກນິຍົມຂອງ ທ່ານກຳລັງຢູ່ໃນບາດກ້າວທີ່ຈະໄດ້ຮັບໄຊຊະນະໃນການເປັນພັກທີ່ມີສຽງສ່ວນຫລາຍຢູ່ໃນສະພາທີ່ມີ 650 ບ່ອນນັ່ງນັ້ນ.
ການທີ່ພັກອະນຸລັກນິຍົມໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນກ່ອນກຳນົດ ອາດຈະສາມາດນຳເອົາການແກ້ບັນຫາ ທີ່ໄດ້ລໍຖ້າມາແຕ່ດົນນານຕໍ່ການຖອນອັງກິດອອກຈາກສະຫະພາບຢູໂຣບ ຫລື ເບຣັກຊິດ (Brexit) ທີ່ບັນດາຜູ້ປ່ອນບັດ ໄດ້ອະນຸມັດໃນການລົງປະຊາມະຕິໃນປີ 2016 ນັ້ນກໍເປັນ ໄດ້.
ອົງການຂ່າວ BBC ຂອງອັງກິດຄາດໄວ້ວ່າ ພວກສັງກັດພັກອະນຸລັກນິຍົມຈະໄດ້ຮັບ 362 ບ່ອນນັ່ງ, ພັກແຮງງານຈະໄດ້ 199 ບ່ອນ, ພັກແຫ່ງຊາດຂອງຊາວສກັອດ ຫລື Scottish National Party ຈະໄດ້ 52 ບ່ອນ, ພັກເດໂມ ແຄຣັດເສລີ ຈະໄດ້ 13 ບ່ອນ, ພັກເພລດ ຊິມຣູ (Plaid Cymru) ຈະໄດ້ 4 ບ່ອນ, ພັກສີຂຽວຈະໄດ້ 1 ບ່ອນ, ແລະພັກອື່ນໆ ຈະໄດ້ຮັບ 19 ບ່ອນນັ່ງ, ໂດຍທີ່ບໍ່ມີບ່ອນນັ່ງໃດໆ ສຳລັບພັກເບຣັກສ໌ຊິດ (Brexit) ເລີຍ.
ທ່ານຈອນສັນໄດ້ເພັ່ງເລັງຄວາມພະຍາຍາມໃນການໂຄສະນາຫາສຽງຂອງທ່ານໃສ່ຄຳຂວັນທີ່ເວົ້າວ່າ "Get Brexit Done" ຊຶ່ງແປວ່າ "ມາພາກັນຖອນອັງກິດອອກຈາກສະຫະພາບຢູໂຣບໃຫ້ແລ້ວ". ທ່ານເວົ້າວ່າ ການທີ່ພັກອະນຸລັກນິຍົມ ຂອງທ່ານມີສຽງສ່ວນຫລາຍຢູ່ໃນລັດຖະສະພາ ຈະອະນຸຍາດໃຫ້ທ່ານສາມາດຜັກດັນຂໍ້ຕົກລົງໃນການອອກຈາກສະຫະພາບຢູໂຣບ ຫລື ອີຢູ ທີ່ເມື່ອກ່ອນຖືກປະຕິເສດນັ້ນ ໃຫ້ຜ່ານໄດ້ ແລະດຳເນີນການຖອນອັງກິດອອກ ຫລື Brexit ໃນວັນທີ 31 ມັງກອນ, 2020 ນີ້.
ຜູ້ນຳພັກແຮງງານ, ທ່ານ ເຈີເຣມີ ໂຄບິນ (Jeremy Corbyn) ທີ່ເປັນຄູ່ແຂ່ງທ່ານເວົ້າວ່າ ຖ້າຫາກທ່ານໄດ້ຊະນະການເລືອກຕັ້ງ ທ່ານຈະຈັດໃຫ້ມີການລົງປະຊາມະຕິໃໝ່ ເພື່ອຖາມວ່າປະຊາຊົນຍັງຢາກຈະອອກຈາກອີຢູ ຢູ່ບໍ່ ຫລື ພວກເຂົາເຈົ້າຢາກຢູ່ໃນກຸ່ມທີ່ມີສະມາຊິກ 28 ປະເທດນັ້ນຢູ່.
ທ່ານຈອນສັນໄດ້ຂຶ້ນກຳຕຳແໜ່ງໃນເດືອນກໍລະກົດຜ່ານມາ ພາຍຫລັງທີ່ທ່ານນາງ ເທຣີຊາ ເມ (Theresa May), ຜູ້ກຳຕຳແໜ່ງກ່ອນທ່ານ ບໍ່ປະສົບຜົນສຳເລັດໃນການດຳເນີນຄວາມພະຍາຍາມຫລາຍໆຄັ້ງ ເພື່ອໃຫ້ສະພາອະນຸມັດ ຂໍ້ຕົກລົງທີ່ທ່ານນາງໄດ້ຕົກລົງກັນກັບອີຢູແລ້ວ. ພ້ອມກັນນັ້ນ ໃນຕອນທີ່ດຳລົງຕຳແໜ່ງຢູ່ນັ້ນ ທ່ານນາງເມ ຍັງໄດ້ພະຍາຍາມເຮັດໃຫ້ຈຸດຢືນຂອງທ່ານນາງ ໃນການເຈລະຈາເລື້ອງເບຣັກຊິດ (Brexit) ມີຄວາມເຂັ້ມແຂງຂຶ້ນ ໂດຍການຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກຳນົດ ແຕ່ວ່າ ການເຄື່ອນໄຫວດັ່ງກ່າວ ໄດ້ຕີກັບມາໂດຍເຮັດໃຫ້ພັກອະນຸລັກນິຍົມເສຍບ່ອນນັ່ງໃນສະພາໄປ.
ຜົນການເລືອກຕັ້ງຢ່າງເປັນທາງການຄາດວ່າຈະປະກາດໃຫ້ຊາບໃນຕອນເຊົ້າ ຂອງວັນສຸກມື້ນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
British Prime Minister Boris Johnson and his Conservative Party are on pace to win a majority of the 650 seats in parliament.
A Conservative win in the early general election may bring a long-awaited resolution to Britain's departure from the European Union that voters approved in a 2016 referendum.
The BBC has predicted the Conservatives will win 362 seats, Labour 199, the Scottish National Party 52, the Liberal Democrats 13, Plaid Cymru 4, the Greens 1, and others 19, with no seats for the Brexit Party.
Johnson focused his campaign efforts on the slogan to "Get Brexit Done." He said a parliamentary majority for his Conservative Party would allow him to push through a previously rejected divorce deal with the EU and carry out Brexit by Jan. 31, 2020.
His challenger, Labour Party leader Jeremy Corbyn, had said that if he won, Britain would hold a new referendum to ask if people still want to leave the EU, or would they rather stay in the 28-member bloc.
Johnson took office in July after his predecessor, Theresa May, failed in her repeated attempts to get parliament to approve the deal she reached with the EU. May also tried during her tenure to strengthen her Brexit negotiating position by calling an early election, but the move backfired with the Conservatives losing seats.
Official results are expected early Friday.