ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກອະນຸລັກ ຊົມເຊີຍການຈັບກຸມ ໂຕການນັກຄ້າ ສັດປ່າທີ່ຜິດກົດໝາຍ ໃນປະເທດ ເຄັນຢາ


ບັນດາເຈົ້າໜ້າທີ່ນຳສະແດງງາຊ້າທີ່ຜິດກົດໝາຍຫຼາຍກວ່າ 1,600 ອັນທີ່ຖືກພົບເຫັນໃນເປົາເມັດໝາກງາໃນລົດຂົນສົ່ງທີ່ເດີນທາງຈາກເມືອງທ່າເຮືອ ມົມບາຊາ ຂອງປະເທດ ອູການດາ. 8 ຕຸລາ, 2013.
ບັນດາເຈົ້າໜ້າທີ່ນຳສະແດງງາຊ້າທີ່ຜິດກົດໝາຍຫຼາຍກວ່າ 1,600 ອັນທີ່ຖືກພົບເຫັນໃນເປົາເມັດໝາກງາໃນລົດຂົນສົ່ງທີ່ເດີນທາງຈາກເມືອງທ່າເຮືອ ມົມບາຊາ ຂອງປະເທດ ອູການດາ. 8 ຕຸລາ, 2013.

ບັນດານັກອະນຸລັກສັດປ່າ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັບກຸມຜູ້ທີ່ຖືກກ່າວ ຫາວ່າ ເປັນນັກລັກລອບຄ້າສັດປ່າ ທ້າວ ອາບູບາກາ ແມນຊົວ ໂມຮຳເມັດ ຊູເຣີ, ຜູ້ທີ່ ສະຫະລັດ ຕ້ອງການຕົວເຊັ່ນກັນ. ທ້າວ ຊູເຣີ ຖືກກ່າວຫາ ກ່ຽວກັບ ການລັກລອບຄ້າງາຊ້າງ ແລະ ນໍແຮດ, ພ້ອມກັບການສົມຮູ້ຮ່ວມຄິດເພື່ອ ຟອກເງິນ ແລະ ຈຳໜ່າຍ ເຮໂຣອິນ. ບັນດາຜູ້ຊ່ຽວຊານເວົ້າວ່າ ພາກພື້ນ ອາຟຣິກາຕາເວັນອອກ ໄດ້ກາຍເປັນສູນກາງສຳລັບການຄ້າຂາຍທີ່ຜິດກົດໝາຍ, ໃນຂະນະທີ່ນັກຂ່າວວີໂອເອ ໂມຮຳເມັດ ຢູຊຸຟ ລາຍງານຈາກນະຄອນຫຼວງ ໄນໂຣບີ, ປະເທດ ເຄັນຢາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ ດັບຕໍ່ໄປ.


ດ້ວຍການຊ່ວຍເຫຼືອຂອງບັນດາເຈົ້າໜ້າທີ່ ສະຫະລັດ, ເຈົ້າໜ້າທີ່ ເຄັນຢາ ໄດ້ຈັບກຸມຜູ້ທີ່ຖືກກ່າວ ຫາວ່າເປັນນັກລັກລອບຄ້າສັດປ່າໃນເມືອງ ມົມບາຊາ ທີ່ຕັ້ງຢູ່ເຂດແຄມທະເລຂອງປະເທດ.

ທ່ານ ຟີລິບ ມູຣູທີ ແມ່ນຮອງປະທານ ການອະນຸລັກສາຍພັນສັດ ແລະ ວິທະຍາສາດ ຢູ່ມູນນິທິສັດປ່າ ອາຟຣິກາ ແລະ ທ່ານໄດ້ສະແດງຄວາມ ຍິນດີກັບການຈັບກຸມທ້າວ ຊູເຣີ.

ທ່ານ ມູຣູທີ ກ່າວວ່າ “ໂດຍການຈັບຕົວການໃຫຍ່ໄດ້ນັ້ນ, ແທ້ຈິງແລ້ວເຈົ້າຈະສາມາດທຳລາຍການຄ້າຂາຍສັດປ່າທີ່ຜິດກົດໝາຍໄດ້. ລາວແມ່ນບຸກຄົນທີ່ອັນຕະລາຍຫຼາຍຜູ້ທີ່ມີເງິນທຶນ ແລະ ຜູ້ທີ່ທີ່ໄດ້ມີສ່ວນຮ່ວມໃນການກະ ທຳທີ່ຜິດກົດໝາຍຫຼາຍຄັ້ງ, ແລະ ພວກນັ້ນແມ່ນໂຕການຄົນສຳຄັນທີ່ເຈົ້າຢາກຈັບໃຫ້ໄດ້ແທ້ໆ. ນຶ່ງໃນຈຸດອ່ອນຕ່າງໆຂອງການຕໍ່ສູ້ກັບການຄ້າສັດປ່າທີ່ຜິດກົດໝາຍກໍແມ່ນວ່າ ພວກເຮົາເຂົ້າຫາພວກໂຕການໃຫຍ່ບໍ່ໄດ້. ຫຼາຍຄົນທີ່ຖືກຈັບແມ່ນພວກລະດັບນ້ອຍ.”

ທ້າວ ຊູເຣີ ຖືກຕັ້ງຂໍ້ຫາຖານສົມຮູ້ຮ່ວມຄິດ ເພື່ອລັກລອບຄ້າຂາຍນໍແຮດໜັກ 190 ກິໂລ ແລະ ງາຊ້າງ 10 ໂຕນມູນຄ່າຫຼາຍກວ່າ 7 ລ້ານໂດລາ. ຄົນສັນຊາດ ເຄັນຢາ ດັ່ງກ່າວຍັງຖືກກ່າວຫາ ກ່ຽວ ກັບ ການຟອກເງິນ ແລະ ການຈຳໜ່າຍ ເຮໂຣອິນ ດ້ວຍ.

ບັນດານັກສືບສວນສອບສວນເຊື່ອວ່າ ທ້າວ ຊູເຣີ ແມ່ນສະມາຊິກຂອງເຄືອຂ່າຍ ໂຄຣມາ, ເຊິ່ງແມ່ນອົງການລັກລອບຂາຍສິ່ງຜິດກົດໝາຍທີ່ຄ້າຂາຍຢາ ເສບຕິດ ແລະ ຜະລິດຕະພັນສັດປ່າຜິດກົດໝາຍ.

ເຄືອຂ່າຍທີ່ວ່ານັ້ນຂົນສົ່ງສິນຄ້າຂອງພວກເຂົາອອກຈາກທ່າເຮືອໃນເມືອງ ເພັມບາ, ປະເທດ ໂມຊຳບິກ, ເມືອງ ດາ ເອັສ ຊາລາມ, ປະເທດ ແທນຊາເນຍ ແລະ ມົມບາຊາ.

ປີກາຍນີ້ບັນດາເຈົ້າໜ້າທີ່ໃນ ອູການດາ ໄດ້ຈັບກຸມຫົວໜ້າຂອງເຄືອຂ່າຍດັ່ງກ່າວ, ເຊິ່ງແມ່ນຄົນສັນຊາດ ໄລບີເຣຍ ທ້າວ ມວາຊູ ໂຄຣມາ. ໃນປີ 2017, ຕຳຫຼວດ ເຄັນຢາ ໄດ້ຈັບກຸມບຸກຄົນທີ່ສຳ ຄັນອີກສອງຄົນ, ເຊິ່ງ ແມ່ນອ້າຍນ້ອງກັນ ທ້າວ ອີບຣາຮິມ ອາຄາຊາ ກັບ ທ້າວ ບັກຕາຊ໌ ອາຄາຊາ. ສອງອ້າຍນ້ອງດັ່ງກ່າວໄດ້ຖືກສົ່ງຕົວໄປ ສະຫະລັດ ບ່ອນທີ່ພວກເຂົາກຳລັງຖືກໂທດຂັງຄຸກໄລຍະຍາວ.

ທ່ານ ອາລາສແຕ ແນລສັນ ເຮັດວຽກັບອົງການລິເລີ່ມເພື່ອຕໍ່ຕ້ານອົງການ ອາຊະຍາກຳຂ້າມຊາດໃນທົ່ວໂລກ, ເຊິ່ງເປັນເຄືອຂ່າຍທີ່ມີຜູ້ຊ່ຽວຊານ 500 ຄົນໃນຂະແໜງສິດທິມະນຸດ, ປະຊາທິປະໄຕ, ການປົກຄອງ ແລະ ບັນຫາການພັດທະນາ.

ໃນການລົມກັນທາງອອນໄລນ໌ເມື່ອວັນພຸດທີ່ຜ່ານມາ, ທ່ານ ແນລສັນ ໄດ້ກ່າວວ່າ ການຈັບກຸມທີ່ເປັນເປົ້າໝາຍສາຍຕາຂອງສາທາລະນະແບບນັ້ນ ສາມາດເຮັດໃຫ້ມີຄວາມເປັນໄປໄດ້ ດ້ວຍການເຮັດວຽກຮ່ວມກັນຂອງບັນດາເຈົ້າໜ້າທີ່ຈາກຫຼາຍປະເທດແຕກຕ່າງກັນ.

ທ່ານ ແນລສັນ ກ່າວວ່າ “ນຶ່ງໃນເຫດຜົນທີ່ພວກເຮົາໄດ້ເຫັນໃນຄວາມສຳເລັດ ຂອງການບັງຄັບໃຊ້ກົດໝາຍນີ້ກໍແມ່ນວ່າ ພວກເຮົາໄດ້ທຳການສືບສວນສອບສວນໄລຍະຍາວໂດຍກຸ່ມຕ່າງໆທີ່ຖືກສັ່ງໃຫ້ເຮັດວຽກໃນທົ່ວຫຼາຍປະເທດທີ່ແຕກຕ່າງກັນ ແລະ ເຮັດວຽກກັບບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນທ້ອງຖິ່ນທີ່ແຕກຕ່າງກັນ. ນັ້ນແມ່ນອົງການບັງຄັບໃຊ້ຢາ ສະຫະລັດ ກັບທ້າວ ອາຄາ ຊາ, ອົງການປາ ແລະ ສັດປ່າ ສະຫະລັດ ກັບຄະດີ ໂຄຣມາ ແລະ ຫ້ອງການຕໍ່ຕ້ານການລອບລ້າຄ້າຂາຍຂອງ ຈີນ, ແລະ ເຂົາເຈົ້າໄດ້ໃຊ້ວິທີການ ສືບສວນສອບສວນແບບດັ້ງເດີມໄລຍະຍາວ. ສະ ນັ້ນ ເຂົາເຈົ້າໄດ້ໃຊ້ຄວາມສາ ມາດທາງສະຕິປັນຍາຂອງມະນຸດ, ເຂົາເຈົ້າໄດ້ເຂົ້າໃກ້ກັບກຸ່ມກໍ່ອາ ຊະຍາກຳ, ແຕ່ກະແຈທີ່ສຳຄັນກໍແມ່ນວ່າ ເຂົາເຈົ້າຕ້ອງໄດ້ເຮັດວຽກເປັນຄູ່ຮ່ວມກັນຢ່າງ ໃກ້ຊິດ ພ້ອມກັບບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍແຫ່ງຊາດທີ່ໜ້າເຊື່ອຖື.”

ການສໍ້ລາດບັງຫຼວງ ແລະ ເສັ້ນສາຍທາງການເມືອງມັກຈະເປັນສາເຫດຫຼັກ ສຳລັບຄວາມລົ້ມແຫຼວຂອງບາງປະເທດ ອາຟຣິກາ ທີ່ຈະຈັບ ແລະ ລົງໂທດບຸກຄົນລະດັບສູງໃນການຄ້າຂາຍຢາເສບຕິດ ແລະ ສັດປ່າທີ່ຜິດກົດໝາຍ.

ຕອນນີ້, ຄວາມພະຍາຍາມໃນທົ່ວໂລກເພື່ອຊ່ວຍເຫຼືອສັດປ່າຂອງ ອາຟຣິກາ ແມ່ນກຳລັງແຕກດອກອອກຜົນ. ມູນນິທິສັດປ່າອາຟຣິກາ ໄດ້ສະແດງໃຫ້ວ່າປະຊາກອນຊ້າງ ແລະ ແຮດ ແມ່ນກຳລັງເພີ່ມຂຶ້ນໃນບາງພວກສ່ວນຂອງທະວີບ ນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG