ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການລັດຖະສະພາ ເຜີຍໃຫ້ເຫັນການຄົ້ນພົບຕ່າງໆ ກ່ຽວກັບ ການກໍ່ຈະລາຈົນຢູ່ ຫໍລັດຖະສະພາ ສະຫະລັດ ໃນປີ 2021


ພາບໃນທວິດເຕີຂອງອະດີດປະທານາທິບໍດີ ທ່ານ ດໍໂນລ ທຣຳ ຖືກສາຍຢູ່ໃນການໃຫ້ການທີ່ຈັດຂຶ້ນໂດຍຄະນະກຳມະການສະພາຕໍ່າທີ່ສືບສວນສອບສວນການໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ. 9 ມິຖຸນາ, 2022.
ພາບໃນທວິດເຕີຂອງອະດີດປະທານາທິບໍດີ ທ່ານ ດໍໂນລ ທຣຳ ຖືກສາຍຢູ່ໃນການໃຫ້ການທີ່ຈັດຂຶ້ນໂດຍຄະນະກຳມະການສະພາຕໍ່າທີ່ສືບສວນສອບສວນການໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ. 9 ມິຖຸນາ, 2022.

ຄະນະກຳມະການລັດຖະສະພາ ສະຫະລັດ ທີ່ທຳການສືບສວນສອບສວນການໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ 2021 ທີ່ຜ່ານມານັ້ນ ໄດ້ຈັດການໃຫ້ການຕໍ່ສາທາລະນະຄັ້ງທຳອິດຂອງເຂົາເຈົ້າ ໃນຄືນວັນພະຫັດວານນີ້, ດ້ວຍບັນດາສະມາຊິກ ໄດ້ຖິ້ມໂທດໃສ່ອະດີດປະທານາທິບໍດີ ດໍໂນລ ທຣຳ ສຳລັບການຍຸແຍ່ໃນຄຳເວົ້າທີ່ເຂົາເຈົ້າກ່າວວ່າ ເປັນການພະຍາຍາມກໍ່ລັດຖະປະຫານແບບບໍ່ເຄີຍມີມາກ່ອນ.

ການໃຫ້ການທີ່ຖືກຖ່າຍທອດອອກໂທດລະພາບສອງຊົ່ວໂມງ, ເປັນຄັ້ງທຳອິດຂອງເຈັດຄັ້ງ ທີ່ມີກຳນົດຈະຈັດຂຶ້ນໃນເດືອນນີ້, ຕາມດ້ວຍການສືບສວນຢ່າງກວ້າງຂວາງໃນການໂຈມຕີໂດຍພວກຜູ້ສະໜັບສະໜູນທ່ານ ທຣຳ ຫຼັງຈາກທີ່ທ່ານ ທຣຳ ໄດ້ຜ່າຍແພ້ການເລືອກຕັ້ງປະທານາທິບໍດີ ປີ 2020 ໃຫ້ແກ່ປະທານາທິບໍດີ ໂຈ ໄບເດັນ.

ໃນຂະນະທີ່ລາຍລະອຽດ ສຳຄັນໃນການພົບເຫັນຂອງຄະນະກຳມະການ ທີ່ໄດ້ຮົ່ວໄຫຼອອກມາໃນສອງສາມເດືອນທີ່ຜ່ານມານັ້ນ, ບັນດາສະມາຊິກຂອງຄະນະກຳມະການໄດ້ໃຊ້ ການໃຫ້ການດັ່ງກ່າວເພື່ອສະເໜີສິ່ງທີ່ ປະທານຄະນະກຳມະການ, ທ່ານ ເບັນນີ ທອມສັນ ສະມາຊິກສະພາຕໍ່າ, ໄດ້ເອີ້ນວ່າ “ເປັນການຮັບຜິດຊອບທີ່ແທ້ຈິງ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ ແລະ ສິ່ງທີ່ໄດ້ນຳໄປສູ່ການໂຈມຕີ.”

ການໂຈມຕີດັ່ງກ່າວ, ທ່ານ ທອມສັນ ໄດ້ກ່າວໃນລະຫວ່າງຄຳປາໄສ ເປີດພິທີນັ້ນ, ແມ່ນ “ຈຸດສູງສຸດຂອງການພະຍາຍາມກໍ່ລັດຖະປະຫານ.”

ຄວາມຮຸນແຮງດັ່ງກ່າວ ໄດ້ມີຜົນມາຈາກ “ການສົມຮູ້ຮ່ວມຄິດທີ່ຍາວຢຽດ ແລະ ຫຼາຍບາດກ້າວ ທີ່ເພັ່ງເລັງໃສ່ການຕ່າວປີ້ນການເລືອກຕັ້ງ” ແລະ ທ່ານ ທຣຳ ແມ່ນຜູ້ຢູ່ສູນກາງຂອງການວາງແຜນ, ອີງຕາມການກ່າວຂອງທ່ານ ທອມສັນ.

ທ່ານໄດ້ກ່າວວ່າ “ແລະໃນທີ່ສຸດ, ທ່ານ ດໍໂນລ ທຣຳ, ປະທານາທິບໍດີແຫ່ງ ສະຫະລັດ, ໄດ້ຍຸແຍ່ໃຫ້ເກີດກຸ່ມສັດຕູພາຍໃນປະເທດ ຄັດກັບລັດຖະທຳມະນູນ ເພື່ອຍ່າງລົງມາຫໍລັດຖະສະພາ ແລະ ທຳລາຍປະຊາທິປະໄຕ.”

ການໂຈມຕີໃນວັນທີ 6 ມັງກອນ ໄດ້ມີຂຶ້ນລຸນຫຼັງຄຳປາໄສຂອງທ່ານ ທຣຳ ທີ່ໄດ້ກ່າວໃນຕອນເຊົ້າຂອງມື້ນັ້ນ ຢູ່ໃກ້ກັບທຳນຽບຂາວ, ບ່ອນທີ່ທ່ານໄດ້ຮຽກຮ້ອງຜູ້ສະໜັບສະໜູນຂອງທ່ານຫຼາຍພັນຄົນໃຫ້ຍ່າງລົງມາຫໍລັດຖະສະພາ ແລະ “ຕໍ່ສູ້ຢ່າງເອົາເປັນເອົາຕາຍ.”

ໃນຂະນະທີ່ບັນດາສະມາຊິກຂອງລັດຖະສະພາໄດ້ເຕົ້າໂຮມກັນຢູ່ໃນຫໍລັດຖະສະພາສຳລັບ ພິທີການຢັ້ງຢືນຜົນການເລືອກຕັ້ງປະທານາທິບໍດີ ທີ່ໄດ້ປະຕິບັດກັນມາທຸກໆສີ່ປີນັ້ນ, ໃນກໍລະນີນີ້, ເປັນໄຊຊະນະຂອງທ່ານ ໄບເດັນ ຕໍ່ທ່ານ ທຣຳ, ຊຶ່ງຜູ້ສະ ໜັບສະໜູນທ່ານ ທຣຳ ຫຼາຍກວ່າ 2,000 ຄົນໄດ້ບຸກເຂົ້າໄປໃນຕຶກຫໍລັດຖະສະ ພາເພື່ອຍຸຕິພິທີການຢັ້ງຢືນດັ່ງກ່າວ.

ອະດີິດຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ໌, ຜູ້ທີ່ໄດ້ເປັນປະທານໃນກອງປະຊຸມນັ້ນ, ແລະ ບັນດາສະມາຊິກຂອງລັດຖະສະພາ ແມ່ນໄດ້ຖືກຍົກຍ້າຍໃຫ້ໄປຢູ່ບ່ອນປອດໄພ ແລະບໍ່ໄດ້ກັບຄືນມາຈົນກວ່າຮອດຕອນແລງ ເພື່ອສຳເລັດການຢັ້ງຢືນ ການລົງຄະແນນສຽງເລືອກຕັ້ງ.

7 ຄົນ, ລວມທັງຕຳຫຼວດຄົນນຶ່ງ, ໄດ້ເສຍຊີວິດຍ້ອນຜົນຂອງການໂຈມຕີດັ່ງກ່າວ, ອີງຕາມລາຍງານຂອງສະພາສູງຈາກສອງພັກການເມືອງ, ແລະ ເຈົ້າໜ້າທີ່ຕຳຫຼວດຫຼາຍກວ່າ 150 ຄົນແມ່ນໄດ້ຮັບບາດເຈັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG