ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ຈະ​ຈັດ​ຂຶ້ນແລ້ວ​ ແຕ່ຜູ້​ລົງສະ​ໝັກໃນ 4 ລັດ ຍັງ​ບໍ່​ມີ​ໃຜ​ຮູ້​ວ່າ ​ເຂດແດນ​​ການ​ເລືອກ​ຕັ້ງຂອງ​ຕົນ​ ​ຢູ່ໃສ​ແທ້


ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ລັດ​ໂອ​ຮາຍ​ໂອ ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັ​ບແຜນ​ທີ່​ແບ່ງ​ເຂດ​ເລືອກ​ຕັ້ງລັດ​ຖະ​ສະ​ພາ​ ຢູ່​ທີ່​ຫ້ອງ​ການ​ສະ​ພາ​ຕ່ຳ​ໃນ​ເມືອງ​ໂຄ​ລຳ​ບັດ, ວັນ​ທີ 16 ພະ​ຈິກ, 2021 (ພາບ​ໃນ​ແຟມ)
ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ລັດ​ໂອ​ຮາຍ​ໂອ ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັ​ບແຜນ​ທີ່​ແບ່ງ​ເຂດ​ເລືອກ​ຕັ້ງລັດ​ຖະ​ສະ​ພາ​ ຢູ່​ທີ່​ຫ້ອງ​ການ​ສະ​ພາ​ຕ່ຳ​ໃນ​ເມືອງ​ໂຄ​ລຳ​ບັດ, ວັນ​ທີ 16 ພະ​ຈິກ, 2021 (ພາບ​ໃນ​ແຟມ)

ການ​ເລືອກ​ຕັ້ງກາງ​ສະ​ໄໝ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ອັງ​ຄານມື້​ອື່ນນີ້ ມີ​ສິ່ງ​ພິ​ເສດ​ອັນ​ນຶ່ງ ກໍ​ຄື​ຄວາມ​ສັບ​ສົນທີ່​ເກີດຈາກການ​ແຕ້ມແຜນ​ທີ່ແບ່ງເຂດ​ແດນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາຄືນ​ໃໝ່ຢູ່​ໃນ 4 ລັດ ທີ່​ຜູ້​ພິ​ພ​າກ​ສາຂອງ​ສານ​ໃນ​ລັດ​ເຫລົ່າ​ນີ້ຕັດສິນວ່າ ແຜ່ນທີ່ດັ່ງ​ກ່າວ​ຖືກແຕ້ມຄືນໃໝ່ແບບບໍ່ຖືກກົດໝາຍ. ສິ່ງນີ້​ໄດ້​ເຮັດ​ໃຫ້ຜູ້​ສະ​ໝັກ​ເລືອກ​ຕັ້ງປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ​ ແລະ​ຊັກ​ຊ້າໃນ​ການ​ອອກ​ໄປຫາ​ສຽງ ດັ່ງ​ທີ່ ທ່ານ​ນາງ​ທີ​ນາ ມະ​ຫາ​ລາດ​, ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດ​ໂອ​ຮາຍ​ໂອ ທີ່​ນອນ ໃນ 4 ລັດ​ດັ່ງ​ກ່າວ ໃຫ້ສຳ​ພາດວ່າ:

"ສໍາລັບຜູ້ສະຫມັກເລືອກ​ຕັ້ງ​ແລ້ວອັນ​ນີ້ ມັນຫມາຍຄວາມວ່າ ພວກເຂົາເຈົ້າ ບໍ່ພຽງແຕ່ລໍຖ້າແຜນທີ່ເທົ່ານັ້ນ, ແຕ່ພວກເຂົາເຈົ້າຍັງຕ້ອງຊັກ​ຊ້າ, ເຂົາເຈົ້າມີພຽງແຕ່ສອງ ສາມເດືອນເທົ່າ​ນັ້ນ ເພື່ອໂຄສະນາຫາສຽງໃນເຂດເມືອງ ທີ່ບໍ່ມີໃຜຮູ້​ວ່າ​ເຂດແດນ​ເລືອກຕັ້ງ​ຂອງຕົນ​ຢູ່​ໃສ. ພວກ​ນັກ​ການ​ເມືອງຂອງ ພວກເຮົາຈະ ຕ້ອງໄດ້ເອົາ​ຊື່​ລົງໃສ່ໃນບັດ​ເລືອກ​ຕັ້ງໃນເດືອນກຸມພາ ແຕ່ເດືອນກຸມພາ ພວກເຮົາຍັງບໍ່ມີແຜນທີ່, ສະນັ້ນທຸກຄົນຢາກໂຄສະນາ ແຕ່ພວກເຮົາຈະໂຄສະ ນາໄດ້ແນວໃດ ເມື່ອພວກເຮົາບໍ່ມີແຜນທີ່?”

ທ່ານ​ນາງ​ກ່າວ​ອີກວ່າສຳ​ລັບ​ຕົວ​ທ່ານ​ນາງ​ເອງນັ້ນ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ລົງ​ແຂ່ງ​ຂັນ ເພື່ອ​ໃຫ້​ໄດ້​ຄຳ​ລົງ​ຕຳ​ແໜ່ງ​ອີກ​ເປັນ​ສະ​ໄໝ​ທີ​ສອງ​ຕັ້ງ​ແຕ່​ດົນ​ແລ້​ວ ແຕ່​ກໍຕ້ອງ​ໄດ້​ລໍຖ້າ​ສານ​ຕັດ​ສິນກ່ຽວ​ກັບເລື້ອງ​ແຜນ​ທີ່ນີ້ ​ຈົນ​ຮອດເດືອນ​ພຶດ​ສະ​ພາ​ຜ່ານມາ​ຈຶ່ງໄດ້​ເລີ້ມ​ອອກ​ຫາ​ສຽງ.

ທຸກໆ 10 ປີ, ພາຍຫຼັງມີການສຳຫລວດ​ພົນ​ລະ​ເມືອງທີ່ກຳນົດໄວ້ໃນລັດຖະທຳ ມະນູນ​ແລ້ວ ລັດຕ່າງໆໃນສະ ຫະລັດຕ້ອງແຕ້ມແຜນທີ່ເຂດ​ເລືອກຕັ້ງລັດຖະສະພາ ແລະສະພານິຕິບັນຍັດຂອງຕົນຄືນໃໝ່ ເພື່ອສະທ້ອນເຖິງການປ່ຽນແປງ ຂອງຜູ້ມີສິດເລືອກຕັ້ງ.

ໃນລັດອາລາບາມາ, ຈໍເຈຍ, ຫລຸຍເຊຍນາ, ແລະໂອຮາຍໂອແຜນທີ່ເຂດເລືອກຕັ້ງທີ່ຖືກແຕ້ມໃໝ່ໂດຍພວກສະມາຊິກສະພາທີ່​ມາຈາກພັກຣີພັບບລິກັນພາຍຫລັງຈາກມີການສຳຫຼວດພົນ​ລະ​ເມືອງໃນປີ 2020. ບັນດາຜູ້ ພິພາກສາໃນເວລາຕໍ່ມາໄດ້ຕັດສິນວ່າ ແຜ່ນທີ່ດັ່ງກ່າວຖືກແຕ້ມໃໝ່ຢ່າງຜິດກົດໝາຍ ຫຼື ເປັນໄປໄດ້ສູງວ່າຈະຖືກພິສູດຢູ່ໃນການໄຕ່​ສວນຄະດີວ່າ ມັນຜິດ ກົດໝາຍ.

ການປະຕິເສດວ່າ ແຜນ​ທີ່​ແຕ້ມ​ຄືນ​ໃໝ່ວ່າມັນບໍ່​ຖືກ​ກົດ​ໝາຍນັ້ນ ສາ​ມາດເກີດຂຶ້ນໄດ້ໃນເວລາທີ່ແຜນ​ທີ່ເຂດ​ເມືອງ ໃນ​ການລົງຄະແນນສຽງໄດ້ ຖືກແຕ້ມຄືນໃຫມ່ໂດຍ​ແນ​ໃສ່ສ້າງຜົນປະໂຫຍດທາງດ້ານການເມືອງຂອງ​ພັກ​ໃດ​ພັກ​ນຶ່ງ ຕົວ​ຢ່າງ​ເຊັ່ນການ​ເອົາຜູ້ລົງຄະແນນຂອງພັກຝ່າຍຄ້ານຂອງ​ຕົນ ເຂົ້າໄປໃນເຂດໃດນຶ່ງເພື່ອຫຼຸດຜ່ອນການ​ມີ ອິດທິພົນຂອງພວກເຂົາຢູ່​ໃນ​ເຂດ​ອື່ນ.

XS
SM
MD
LG