ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ເລັ່ງລັດ ໃຫ້ຮັບຜ່ານ ຮ່າງກົດໝາຍ ການໃຊ້ຈ່າຍ ມູນຄ່າ 1 ພັນ 3 ຮ້ອຍຕື້ໂດລາ


ພວກຄົນຈຳນວນນຶ່ງ ກຳລັງຍ່າງຜ່ານ ລັດຖະສະພາ ສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ມັງກອນ 2018, ໃນຂະນະທີ່ ບັນດາສະມາຊິກສະພາ ກຽມພ້ອມ ທີ່ຈະລົງຄະແນນສຽງ ເພື່ອຮັບຮອງເອົາຮ່າງກົດໝາຍ ການໃຂ້ຈ່າຍ ທີ່ຈະໃຊ້ໃນການດຳເນີນງານຂອງລັດຖະບານສະຫະລັດ ຈົນຮອດ ວັນທີ 30 ກັນຍາ.
ພວກຄົນຈຳນວນນຶ່ງ ກຳລັງຍ່າງຜ່ານ ລັດຖະສະພາ ສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ມັງກອນ 2018, ໃນຂະນະທີ່ ບັນດາສະມາຊິກສະພາ ກຽມພ້ອມ ທີ່ຈະລົງຄະແນນສຽງ ເພື່ອຮັບຮອງເອົາຮ່າງກົດໝາຍ ການໃຂ້ຈ່າຍ ທີ່ຈະໃຊ້ໃນການດຳເນີນງານຂອງລັດຖະບານສະຫະລັດ ຈົນຮອດ ວັນທີ 30 ກັນຍາ.

ບັນດາຜູ້ນຳ ລັດຖະສະພາ ສະຫະລັດ ໄດ້ບັນລຸຂໍ້ຕົກລົງ ກ່ຽວກັບຮ່າງກົດໝາຍວ່າດ້ວຍ
ການໃຊ້ຈາຍ ມູນຄ່າ 1 ພັນ 3 ຮ້ອຍຕື້ໂດລາໃນຂະນະທີ່ເສັ້ນຕາຍກ່ຽວກັບງົບປະມານ
ຍັບໃກ້ເຂົ້າມາ.

ບັນດາສະມາຊິກສະພາ ບັດນີ້ ມີເວລາຈົນຮອດທ່ຽງຄືນຂອງວັນສຸກມື້ອື່ນນີ້ ທີ່ຈະຮັບຮອງ
ເອົາຮ່າງກົດໝາຍດັ່ງກ່າວ ແລະເພື່ອຈະຫລີກເວັ້ນ ການປິດລັດຖະບານຄັ້ງທີສາມໃນປີນີ້.
ການຮັບຜ່ານ ຮ່າງກົດໝາຍການໃຊ້ຈ່າຍ ຈຳນວນມະຫາສານ ທີ່ເປັນຄວາມພະຍາຍາມ
ຂອງທັງສອງພັກການເມືອງ ປາກົດວ່າ ຈະເປັນສິ່ງທີ່ແນ່ນອນ ຢູ່ແລ້ວ.

Explainer: Federal Budget
please wait

No media source currently available

0:00 0:01:21 0:00

ຮ່າງກົດໝາຍນີ້ ເຊິ່ງຈະໃຫ້ທຶນແກ່ລັດຖະບານ ປະຕິບັດງານໄປໄດ້ ຈົນຮອດທ້າຍເດືອນ
ກັນຍາປີນີ້ ກໍໄດ້ຮັບການສະໜັບສະໜູນຈາກປະທານາທິບໍດີດໍໂນລ ທຣຳ ອີງຕາມ
ຖະແຫຼງການຂອງທຳນຽບຂາວ ທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້.

ຮ່າງກົດໝາຍນີ້ ຈະເພີ່ມງົບປະມານເປັນເງິນ ຈຳນວນຫຼວງຫຼາຍ ໃຫ້ແກ່ກອງທັບ ສຳລັບ
ທ່ານທຣຳ ລວມທັງການຂຶ້ນເງິນເດືອນ ໃຫ້ແກ່ພວກທະຫານ 2.4 ເປີເຊັນ.

ນອກນັ້ນ ຍັງຈະສະໜອງເງິນສຳລັບການສ້າງກຳແພງ ມູນຄ່າ 1 ພັນ 6 ຮ້ອຍລ້ານໂດລາ
ແລະ ຈະໄດ້ກຳແພງຍາວ 150 ກິໂລແມັດຢູ່ຕາມຊາຍແດນລະຫວ່າງ ສະຫະລັດ ແລະ
ເມັກຊິໂກ ແຕ່ບໍ່ຮອດ 25 ຕື້ໂດລາ ຕາມທີ່ທ່ານທຣຳໄດ້ຮ້ອງຂໍໄປ ສຳລັບໂຄງການທີ່
ທ່ານ ໄດ້ກ່າວຢ້ຳຊ້ຳແລ້ວຊ້ຳອີກ ໃນລະຫວ່າງການໂຄສະນາຫາສຽງ ແລະ ໃນຂະນະ
ດຽວກັນ ກໍໄດ້ສັນຍາວ່າ ເມັກຊິໂກ ຈະຮັບເອົາຄ່າໃຊ້ຈ່າຍ ນຳດ້ວຍ.

ປະທານາທິບໍດີ ດໍໂນລ ທຣຳ ກຳລັບກວດເບິ່ງ ແບບຢ່າງຂອງກຳແພງຢູ່ຊາຍແດນ, ວັນທີ 13 ມີນາ 2018, ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ.
ປະທານາທິບໍດີ ດໍໂນລ ທຣຳ ກຳລັບກວດເບິ່ງ ແບບຢ່າງຂອງກຳແພງຢູ່ຊາຍແດນ, ວັນທີ 13 ມີນາ 2018, ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ.

​ທ່ານທຣຳ ໄດ້ກ່າວໃນທວີດເຕີ ວ່າ “ໄດ້ເງິນ 1 ພັນ 6 ຮ້ອຍຕື້ໂດລາ ທີ່ຈະເລີ່ມຕົ້ນ
ກໍ່ສ້າງກຳແພງ ຢູ່ຊາຍແດນທາງພາກໃຕ້ ສ່ວນທີ່ເຫຼືອຈະໄດ້ຮັບຕື່ມອີກ. ສິ່ງສຳຄັນຍິ່ງ
ໄດ້ເງິນ 700 ຕື້ໂດລາ ເພື່ອຟື້ນຟູກອງທັບຂອງພວກເຮົາ ສ່ວນ 716 ຕື້ໂດລາ ໄດ້ໃນ
ປີໜ້າ...ຫຼາຍທີ່ສຸດ ແບບບໍ່ເຄີຍມີມາກ່ອນ. ຕ້ອງໄດ້ສູນເສຍເງິນລ້າໆ ໃນການແຈກ
ຍາຍເງິນຂອງພັກເດໂມແຄຣັດ ເພື່ອທີ່ຈະເບິ່ງແຍງພວກທະຫານໃນການຂຶ້ນເງິນ
ເດືອນ ແລະ ຊື້ອຸປະກອນໃໝ່ໆ.”

ຜູ້ນຳສະພາສູງຂອງພັກເດໂມແຄຣັດ ທ່ານ ຊັກ ຊູມເມີ (Chuck Schumer) ໄດ້ກ່າວ
ວ່າ ມີການຜ່ອນສັ້ນຜ່ອນຍາວກັນ “ຫຼາຍພໍສົມຄວນ” ໃນງົບປະມານການໃຊ້ຈ່າຍ ແລະ
ວ່າ ບັນດາສະມາຊິກພັກຂອງທ່ານນັ້ນ “ຮູ້ສຶກພໍໃຈຫຼາຍ.”

ທ່ານ ຊູມເມີ ໄດ້ຂຽນລົງທວີດເຕີ ວ່າ “ບູລິມະສິດຫຼາຍໆຢ່າງຂອງພວກເຮົາ ສຳລັບ
ພວກຄົນຊັ້ນກາງ ແມ່ນລວມຢູ່ໃນນັ້ນດ້ວຍ ຈາກການໃຊ້ຈ່າຍໃນເລື່ອງການຕິດຢາ
ໂອປີໂອຍ ຈົນເຖິງ ການສົ່ງສັນຍານສຳລັບ ການສື່ສານ ໄປຊົນນະບົດ, ຈາກເງິນກູ້
ຢືມສຳລັບນັກສຶກສາ ຈົນຮອດການຮັກສາສຸຂະພາບຂອງເດັກນ້ອຍ, ຮ່າງກົດໝາຍນີ້
ຈະຖືເອົາພວກຄົນງານ ແລະ ຄອບຄົວ ເປັນບູລິມະສິດ.”

ສ່ວນສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານ ເກຣໂກຣີ ມີກສ໌ (Gregory
Meeks) ໄດ້ກ່າວວ່າ ສິ່ງທີ່ປະທານາທິບໍດີ ໄດ້ເອີ້ນວ່າ “ການແຈກຍາຍ” ນັ້ນ ກໍແມ່ນ
ການລົງທຶນ ໃສ່ໃນໂຄງການລິເລີ່ມສຳລັບພວກທະຫານຜ່ານເສິກ ສູນກາງສຸກສາລາ
ຂອງຊຸມຊົນ ພື້ນຖານໂຄງລ່າງຂອງການຂົນສົ່ງ ແລະ ຄວາມໝັ້ນຄົງແຫ່ງຊາດ.

US Spending Bill
please wait
Embed

No media source currently available

0:00 0:00:50 0:00

U.S. congressional leaders have reached a deal on a $1.3 trillion spending bill as a budget deadline looms.

Lawmakers now have until midnight Friday to approve it and prevent the year's third government shutdown. Passage of the massive bipartisan effort seems certain.

The bill, which will keep the government funded until the end of September, has President Donald Trump's support, the White House said in a statement released Wednesday.

The bill will give Trump a huge budget increase for the military, including a 2.4 percent pay raise for military personnel.

It also provides $1.6 billion for physical barriers and 150 kilometers of a wall at the U.S.-Mexico border, short of the $25 billion Trump requested for the project he repeatedly touted on the campaign trail while pledging Mexico would pick up the cost.

"Got $1.6 Billion to start Wall on Southern Border, rest will be forthcoming.Most importantly, got $700 Billion to rebuild our Military, $716 Billion next year...most ever.Had to waste money on Dem giveaways in order to take care of military pay increase and new equipment," Trump said on Twitter.

Senate Democratic Leader Chuck Schumer said there was "plenty" of compromise in the spending package and that members of his party "feel very good."

"So many of our priorities for the middle class are included," Schumer tweeted."From opioid funding to rural broadband, from student loans to child care, this bill puts workers & families first."

XS
SM
MD
LG