ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະສະພາ ສະຫະລັດ ​ອະນຸມັດ ງົບປະມານ ດ້ານ​​ ປ້ອງ​ກັນ​ປະເທດ


ຜູ້ນຳ​ສຽງສ່ວນນ້ອຍ ໃນສະພາສູງ ທ່ານ Harry Reid, 6 ຕຸລາ, 2015.
ຜູ້ນຳ​ສຽງສ່ວນນ້ອຍ ໃນສະພາສູງ ທ່ານ Harry Reid, 6 ຕຸລາ, 2015.

ລັດຖະສະພາ​ທີ່ຄວບຄຸມໂດຍ​ພັກ Republican ​ບໍ່ໄດ້ເອົາຫົວຊາ
​ຕໍ່ການຂົ່ມຂູ່​ທີ່​ໃຊ້​ສິດຍັບຍັ້ງໂດຍ​ທຳນຽບຂາວ ໄດ້​ໃຫ້ການອະນຸມັດ
ຕໍ່​ໂຄງການ​ ແລະ​ກິດຈະກຳ​ຕ່າງໆທາງດ້ານ​ທະຫານ ​ໃນ​ປີ​ທີ່​ຈະ​
ມາ​ນີ້ ​ໃນ​ຂະນະ​ທີ່ໄດ້ໃຫ້ການຍົກເວັ້ນ​ຊົ່ວຄາວບໍ່ໃຫ້ທຳນຽບຫ້າ​ແຈ
ໄດ້ຮັບຜົນ ກະທົບ​ຕໍ່​ການ​ຕັດງົບປະມານ​ລົງຢ່າງອັດຕະໂນມັດ​ນັ້ນ.

ດ້ວຍການ​ລົງ​ຄະ​ແນນ​ສຽງ 70 ຕໍ່ 27 ​ສະພາ​ສູງໄດ້ຮັບ​ຜ່ານຮ່າງກົດໝາຍ​ອະນຸມັດການ
ໃຊ້ຈ່າຍດ້ານ​ການ​ປ້ອງ​ກັນ​ປະເທດ ທີ່ເອີ້ນຫຍໍ້ວ່າ NDAA ​ໃນ​ວັນ​ພຸດ​ວານ​ນີ້ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່​ສະພາ​ຕ່ຳ ​ໄດ້ໃຫ້ການອະນຸມັດຕໍ່ມາດຕະການດັ່ງກ່າວ ​ທີ່ກຳນົດວ່າ​ ກະຊວງ​ປ້ອງ​ກັນ​ປະ​ເທດ​ຈະ​ສາມາດໃຊ້​ຈ່າຍ​ງົບປະມານຫຼາຍສ່ຳໃດແລະເພື່ອຫຍັງແດ່.

ທ່ານ Mitch McConnell ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະພາ​ສູງ ທີ່ສັງກັດ​ພັກ Republican
​ໄດ້​ເອີ້ນ ຮ່າງກົດໝາຍ NDAA ວ່າ “ເປັນໄຊຊະນະ​ຂອງ​ກອງ​ກຳລັງ​ຂອງພວກ​ເຮົາ ​ແລະ​
ເປັນໄຊຊະນະ​ຂອງ​ປະ​ເທດ​ເຮົາ ​ໃນ​ເວລາ​ທີ່​ເບິ່ງ​ຄື​ວ່າ ມີ​ວິ​ກິດ​ການ​ຮ້າຍ​ແຮງ​ໃນທົ່ວ​ໂລກ​
ນັ້ນ.”

ຮ່າງກົດ ​ໝາຍ​ທີ່​ວ່າ​ນີ້ ​ໄດ້​ຮັບການ​ຕຳ​ນິຕິ​ຕຽນ​ຈາກ​ພັກ Demecrats ຊຶ່ງ​ຮວມທັງ ປະທານາ​ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ທີ່ກ່າວ​ວ່າ ​ໄດ້​ຍົກຍ້າຍເງິນຈາກກອງ​ທຶນ​ສຸກ​ເສີນ​ເພື່ອ​ທີ່​ຈະ​ຊົດເຊີຍຈາກ​ການ​ຕັດ​ ງົບປະມານຂອງທຸກພາກສ່ວນ ທີ່​ແນໃສ່​ເພື່ອ​ໃຫ້​ງົບປະມານ​ປະຈຳ​ປີ​ຂອງ​ ສະຫະລັດທີ່ມີການຂາດດຸນນັ້ນຫລຸດລົງ.

ຜູ້ນຳ​ຂອງ​ພັກ Democrats ທ່ານ Harry Reid ​ໄດ້​ຕິຕຽນຕໍ່​ເອົາ​ບາດກ້າວ​ນີ້​ວ່າ ​ເປັນ​ “ເລ່ກົນ” ​ແລະ “ການ​ໃຫ້​ງົບປະມານ​ທີ່​ຕະລົກ” ​ແລະ​ທ່ານ​ກ່າວ​ເພີ່ມ​ຕື່ມ​ວ່າ “ມັນ​ບໍ່​ໄດ້​ສະໜັບສະໜຸນ ການ​ຮັກສາ​ຄວາມ​ປອດ​ໄພ ທີ່​ພວກ​ເຮົາ​ຈຳເປັນ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ.”

ທ່ານ Reid ກ່າວຕື່ມວ່າ “ທຸກ​ຄົນ​ກໍ​ຊາບ​ດີ​ແລ້ວ​ວ່າ​ ປະທານ​າທິບໍດີ ຈະ​ໃຊ້​ສິດ​ຍັບ​ຍັ້ງ​ຂອງ​ທ່ານ ປະຕິ​ເສດ​ຕໍ່ການເຄື່ອນໄຫວທີ່ວ່າ​ນີ້.”

ການໃຫ້ຄວາມເຫັນຂອງທ່ານ Reid ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ ແມ່ນໄດ້ເນັ້ນໃຫ້ເຫັນເຖິງ
ການຕໍ່ສູ້ໃນ ​ລັດຖະສະພາ. ພັກ Republican ຕ້ອງການທີ່ຈະຍົກເວັ້ນ ທຳນຽບຫ້າແຈ ຈາກອັນທີ່ເອີ້ນວ່າ ການຕັດງົບປະມານແບບອັດຕະໂນມັດ ໃນຂະນະທີ່ ພະແນກການ
ແລະໂຄງການ ອື່ນໆຂອງລັດຖະບານກາງ ຍັງຈະສືບຕໍ່ປະຍັດມັດທະຍັດຕໍ່ໄປນັ້ນ. ​ພັກ Democrats ຢືນຢັດວ່າ ໂຄງການທີ່ສຳຄັນພາຍໃນປະເທດຈະຕ້ອງຮວມຢູ່ໃນຄວາມ
ພະຍາຍາມໃດໆກໍຕາມ ເພື່ອຍົກເລີກການຕັດງົບປະມານແບບອັດຕະໂນມັດນັ້ນ.

XS
SM
MD
LG