ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ຮັກສາ ຄວາມປອດໄພ ຄົງໂກ ຂ້າອົບພະຍົບຊາວ ບູຣຸນດີ 30 ຄົນ


ຫຼາຍຄອບຄົວລຽນແຖວກັນຢູ່ສູນພົບພະຍົບ ບູຣຸນດີຂອງ ສະພາສິດທິມະນຸດອົງການສະຫະປະຊາຊາດໃນເມືອງ Uvira ເພື່ອຮັບເອົາສ່ວນແບ່ງອຫານ ແລະ ເຄື່ອງນຸ່ງ, ພາກໃຕ້ຂອງພາກພື້ນ Kivu, ສາທາລະນະລັດປະຊາທິປະໄຕ ຄົງໂກ. 20 ພຶດສະພາ, 2015.
ຫຼາຍຄອບຄົວລຽນແຖວກັນຢູ່ສູນພົບພະຍົບ ບູຣຸນດີຂອງ ສະພາສິດທິມະນຸດອົງການສະຫະປະຊາຊາດໃນເມືອງ Uvira ເພື່ອຮັບເອົາສ່ວນແບ່ງອຫານ ແລະ ເຄື່ອງນຸ່ງ, ພາກໃຕ້ຂອງພາກພື້ນ Kivu, ສາທາລະນະລັດປະຊາທິປະໄຕ ຄົງໂກ. 20 ພຶດສະພາ, 2015.

ກອງກຳລັງຮັກສາຄວາມປອດໄພປະເທດ ຄົງໂກ ໄດ້ຂ້າອົບພະຍົບ ຊາວ ບູຣຸນດີ ຢ່າງ
ໜ້ອຍ 36 ຄົນ ແລະ ເຮັດໃຫ້ບາດເຈັບຫຼາຍກວ່າ 100 ຄົນ ໃນລະຫວ່າງການປະທະ
ກັນ ກ່ຽວກັບ ການສົ່ງຄືນ ອົບພະຍົບບາງຄົນ ໄປສູ່ບ້ານຂອງເຂົາເຈົ້າເມື່ອວັນສຸກທີ່
ຜ່ານມາ. ອີງຕາມການ ກ່າວຂອງບັນດາເຈົ້າໜ້າທີ່ ແລະ ນັກເຄື່ອນໄຫວໃນທ້ອງຖິ່ນ.

ທະຫານ ແລະ ຕຳຫຼວດໄດ້ຍິງປືນໃສ່ພວກອົບພະຍົບໃນຂະນະທີ່ເຂົາ ເຈົ້າກຳລັງພະຍາ
ຍາມປ່ອຍເພື່ອນຈາກປະເທດດຽວກັນຂອງເຂົາເຈົ້າໃນເມືອງ Kamanyola, ຕັ້ງຢູ່ພາກ
ຕາເວັນອອກຂອງປະເທດ ສາທາລະ ນະລັດປະຊາທິໄປໄຕ ຄົງໂກ ໃກ້ກັບເຂດຊາຍ
ແດນຕິດກັບປະເທດ ບູຣຸນດີ.

ເຈົ້າໜ້າທີ່ກະຊວງພາຍໃນ ແລະ ຮັກຄວາມປອດໄພທ່ານ Josue Boji ໄດ້ກ່າວວ່າ
ກອງກຳລັງຕ່າງໆ ໄດ້ພະຍາຍາມທີ່ຈະກະຈາຍ ພວກອົບພະຍົບອອກຈາກກັນດ້ວຍ
“ການຍິງປືນຂຶ້ນເທິງຟ້າ ແຕ່ໄດ້ ເກີດມີຄວາມຮູ້ສຶກບໍ່ດີ” ເມື່ອກຸ່ມດັ່ງກ່າວໄດ້ເລີ່ມແກວ່ງ
ກ້ອນຫີນໃສ່.

ຜູ້ເຫັນເຫດການ ທ້າວ Alfred Rukungo ກ່າວວ່າ ພວກທະຫານ ໄດ້ສືບຕໍ່ຍິງປືນໃສ່
ຝູງຊົນ ແມ່ນກະທັ້ງ ຫຼັງຈາກທີ່ພວກອົບພະຍົບໄດ້ຮັບ ບາດເຈັບແລ້ວກໍຕາມ.

ເຈົ້າໜ້າທີ່ຄົມມະນາຄົມອົງການສະຫະປະຊາຊາດ ທີ່ມີຫ້ອງການຕັ້ງຢູ່ປະເທດ ຄົງໂກ
ທ່ານ Florence Marchal ໄດ້ຢືນຢັນການຕາຍຂອງ ປະຊາຊົນຫຼາຍຄົນ ແລະ ໄດ້
ກ່າວວ່າ ລັດຖະບານ ຄົງໂກ, ອົງການ ອົບພະຍົບຂອງອົງການສະຫະປະຊາຊາດ ແລະ
ກອງກຳລັງຮັກສາ ຄວາມສະຫງົບອົງການສະຫະປະຊາຊາດໃນປະເທດ ຄົງໂກ “ໄດ້
ສົ່ງ ທີມງານຂອງຕົນໄປສະຖານທີ່ເກີດເຫດ ເພື່ອໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ທຸກ
ຢ່າງ
ທີ່ໄດ້ເກີດຂຶ້ນ.”

ຖະແຫຼງການສະບັບໜຶ່ງ ທີ່ຖືກເປີດເຜີຍໂດຍ ກອງກຳລັງອົງການຮັກສາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ໃນສາທາລະນະລັດ ປະຊາທິປະໄຕ ຄົງໂກ ຫຼື MONUSCO
ກ່າວວ່າ ປະຊາຊົນຢ່າງໜ້ອຍ 117 ຄົນ ໄດ້ຮັບບາດເຈັບ ແລະ ຈຳນວນຜູ້ເສຍຊີວິດສູງ
ສຸດແມ່ນ ເບິ່ງຄືວ່າຈະເພີ່ມຂຶ້ນຕື່ມ.

ທ່ານ Maman Sidikou ຫົວໜ້າຂອງອົງການ MONUSCO ໄດ້ຮຽກຮ້ອງໃຫ້ບັນດາ
ເຈົ້າໜ້າທີ່ທຳການສືບສວນສອບສວນ ກ່ຽວກັບ ເຫດການທີ່ໄດ້ເກີດຂຶ້ນຢ່າງໄວວາ.

ທ່ານ Sidikou ກ່າວວ່າ "ຂ້າພະເຈົ້າຕົກໃຈຢ່າງແຮງ ກ່ຽວກັບຈຳນວນທີ່ ສູງຂອງຜູ້ໄດ້
ຮັບເຄາະຮ້າຍ ຜູ້ທີ່ໄດ້ພະຍາຍາມຫາການປົກປ້ອງ ໃນສາທາລະນະລັດປະຊາທິປະໄຕ
ຄົງໂກ ນີ້ ແລະ ຂ້າພະເຂົ້າຂໍກ່າວປະນາມທຸກໆປະເພດຂອງຄວາມຮຸນແຮງ ລະຫວ່າງ
ຊຸມຊົນຕ່າງໆ.”

ລັດຖະມົນຕີການຕ່າງປະເທດຂອງ ບູຣຸນດີ ທ່ານ Alain Aime Myamitwe ໄດ້ຂໍໃຫ້
ຄົງໂກ ແລະ ອົງການສະຫະປະຊາຊາດ ອະທິ ບາຍ ກ່ຽວກັບ ການຍິງກັນນີ້ ທາງ
Twitter.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG