ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົງໂກ ເຝົ້າລະວັງ ພວກກະບົດ ທີ່ປະປົນ ຢູ່ໃນອົບພະຍົບ ຊູດານໃຕ້


ອົບພະຍົບ ຊູດານໃຕ້ ຄອບຄົວນຶ່ງຢ່າງໄປສູນອົບພະຍົບ
ໃນເມືອງ ອາບາ. ປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ ຫຼັງຈາກຂ້າມເຂດຊາຍແດນ ຊູດານໃຕ້ ເພື່ອຫຼົບ
ໜີຈາກການຕໍ່ສູ້ກັນ. (J. Patinkin for VOA)
ອົບພະຍົບ ຊູດານໃຕ້ ຄອບຄົວນຶ່ງຢ່າງໄປສູນອົບພະຍົບ ໃນເມືອງ ອາບາ. ປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ ຫຼັງຈາກຂ້າມເຂດຊາຍແດນ ຊູດານໃຕ້ ເພື່ອຫຼົບ ໜີຈາກການຕໍ່ສູ້ກັນ. (J. Patinkin for VOA)

ນັບຕັ້ງແຕ່ລັດຖະບານຂອງປະເທດ ຊູດານໃຕ້ ໄດ້ເຂົ້າຍຶດຖານທີ່ໝັ້ນຂອງພວກກະບົດ
ແຫ່ງນຶ່ງ ໃນພາກຕາເວັນຕົກສຽງໃຕ້ ຂອງປະເທດເມື່ອສັບປະດາທີ່ຜ່ານມານັ້ນ, ອົບ
ພະຍົບຫຼາຍຮ້ອຍຄົນ ກໍໄດ້ຫຼັ່ງໄຫຼເຂົ້າໄປໃນປະເທດ ສາທາລະນະລັດ ປະຊາທິປະໄຕ
ຄົງໂກ.

ປະປົນຢູ່ໃນອົບພະຍົບນັ້ນອາດມີພວກກະບົດຢູ່ນຳ, ແລະ ກອງທັບບົກ ຄົງໂກ, ທີ່ລະ
ມັດລະວັງ ກ່ຽວກັບ ຄວາມຂັດແຍ້ງອາດກະຈາຍເຂົ້າໃນປະເທດຂອງເຂົາເຈົ້ານັ້ນ,
ແມ່ນໄດ້ຈັບກຸມຜູ້ໃດກໍຕາມທີ່ຖືກຕ້ອງສົງໄສວ່າເປັນນັກຮົບ.

ແນວໃດກໍຕາມ ບັນດາອົບພະຍົບກ່າວວ່າ ຜູ້ຊາຍໜຸ່ມບໍລິສຸດແມ່ນໄດ້ຖືກລາກໄປ ມີ
ສ່ວນຮ່ວມໃນການປາບປາມນັ້ນດ້ວຍ.

ນາງ ເກຣສ໌ ກາບາ ໄດ້ກ່າວຈາກເມືອງເຂດຊາຍແດນ ອາບາ ບ່ອນທີ່ອົບພະຍົບປະ
ມານ 30,000 ໄດ້ເຂົ້າມາຫຼົບລີ້ນັ້ນວ່າ ນ້ອງຊາຍຂອງລາວ, ທ້າວ Joseph Moro
ໄດ້ຖືກຈັບກຸມ ໂດຍກອງກຳລັງ ຄົງໂກ ຢູ່ດ່ານກວດກາໃນສັບປະດາທີ່ຜ່ານມາ ແລະ
ໄດ້ຖືກກັກຂັງນັບຕັ້ງແຕ່ນັ້ນມາ.

ເຂົາເຈົ້າສອງຄົນ ໄດ້ລົງຖະບຽນເປັນອົບພະຍົບໃນເດືອນມັງກອນປີນີ້. ນາງ ກາບາ
ກ່າວວ່າ ເຂົາເຈົ້າສອງຄົນໄດ້ອາໄສຢູ່ໃນເມືອງ ອາບາ ນັບຕັ້ງແຕ່ນັ້ນມາ, ແລະ ຫາກໍ
ໄດ້ກັບໄປປະເທດ ຊູດານໃຕ້ ໃນລະຫວ່າງການຕໍ່ສູ້ຂອງສັບປະດາທີ່ຜ່ານມາ ເພື່ອ
ຊ່ວຍເຫຼືອສະມາຊິກຄອບຄົວຂອງເຂົາເຈົ້າ.

ລາວໄດ້ກ່າວວ່າ “ໃນ 8 ຄົນພວກເຮົາ, ມີພຽງນ້ອງຊາຍຂອງຂ້າພະເຈົ້າເທົ່ານັ້ນ ທີ່ຖືກ
ຈັບໄປ. ບາງເທື່ອເຂົາເຈົ້າອາດຄິດວ່ານ້ອງຂອງຂ້າພະເຈົ້າແມ່ນທະຫານ, ແຕ່ລາວບໍ່
ໄດ້ແມ່ນທະຫານ.”

ສູນອົບພະຍົບມີຊາວ ຊູດານໃຕ້ ອາໄສຢູ່ປະມານ 30,000 ຄົນ ໃນເມືອງ ອາບາ. ປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ.
ສູນອົບພະຍົບມີຊາວ ຊູດານໃຕ້ ອາໄສຢູ່ປະມານ 30,000 ຄົນ ໃນເມືອງ ອາບາ. ປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ.

ມັນຍາກທີ່ຈະເວົ້າວ່າມີກະບົດທີ່ຕ້ອງສົງໄສຈັກຄົນຖືກຈັບກຸມໃນປັດຈຸບັນນີ້. ແຫຼ່ງ
ຂ່າວແຫ່ງນຶ່ງຂອງລັດຖະບານ ຄົງໂກ ທີ່ບໍ່ໄດ້ຖືກອະນຸຍາດໃຫ້ເວົ້າກັບສື່ມວນຊົນ ໄດ້
ກ່າວວ່າ ກະບົດທີ່ຕ້ອງສົງໄສ 9 ຄົນໄດ້ຖືກກອງທັບບົກຄວບຄຸມຕົວໃນສັບປະດາທີ່
ຜ່ານມາ. ບັນດາຫົວໜ້າອົບພະຍົບໃນທ້ອງຖິ່ນກ່າວວ່າມີ 17 ຄົນ.

ທ່ານ ອາເລັກຊີ ຄາບາມບີ ຜູ້ທີ່ນຳໜ້າຄະນະກຳມາທິການ ອົບພະຍົບແຫ່ງຊາດຂອງ
ຄົງໂກ ໃນເມືອງ ອາບາ ກ່າວວ່າ ຜູ້ທີ່ກອງທັບຄິດວ່າແມ່ນກະບົດນັ້ນ ໄດ້ຖືກສົ່ງໄປຖານ
ທັບໃນເມືອງ ດຸງກູ, ບ່ອນທີ່ເຂົາເຈົ້າອາດຖືກສົ່ງກັບໄປປະເທດ ຊູດານໃຕ້.

ທ່ານ ຄາບາມບີ ກ່າວວ່າ ເຖິງແມ່ນວ່າພວກກະບົດຈະເດີນທາງເຂົ້າໃນ ຄົງໂກ ໂດຍ
ບໍ່ມີອາວຸດ ແລະ ສະຫຼະຄວາມຈົງຮັກພັກດີຕໍ່ກອງທັບຂອງພວກເຂົາກໍຕາມ, ພວກເຂົາ
ກໍຈະບໍ່ສາມາດຖືກມອບສະຖານະອົບພະຍົບໃຫ້ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG