ບັນດາຜູ້ປ່ອນບັດ ຢູ່ ສາທາລະນະລັດ ຄອງໂກ ໄດ້ໃຫ້ການອະ
ນຸມັດຢ່າງຖ້ວມລົ້ນ ໃນການລົງປະຊາມະຕິ ແກ້ໄຂລັດຖະທຳມະ
ນູນ ທີ່ຈະອະນຸຍາດໃຫ້ປະທາ ນາທິບໍດີ Denis Sassou
Nguesso ລົງສະໝັກເລືອກຕັ້ງໄດ້ອີກເປັນສະໄໝ ທີສາມ.
ຜົນການນັບຄະແນນສຽງຢ່າງເປັນທາງການ ທີ່ນຳອອກເຜີຍ
ແຜ່ໃນວັນອັງຄານມື້ນີ້ ສະແດງໃຫ້ເຫັນວ່າ ຫລາຍກວ່າ 92
ເປີເຊັນຂອງຜູ້ປ່ອນບັດໃຫ້ການສະໜັບ ສະໜຸນຕໍ່ການລົງ
ປະຊາມະຕິ ໂດຍມີຜູ້ໄປປ່ອນບັດ 72 ເປີເຊັນ.
ຝ່າຍຄ້ານບໍ່ຍອມເຂົ້າຮ່ວມຫລື boycott ການປ່ອນບັດ ແລະ
ກ່າວວ່າ ມີຜູ້ໄປປ່ອນບັດ ທີ່ແທ້ຈິງແລ້ວຕໍ່າກວ່ານັ້ນຫຼາຍ ພຽງແຕ່ໂຕເລກດຽວ. ຜູ້ນຳ
ຝ່າຍຄ້ານ ທ່ານ Pascal TsatyMabiala ຮຽກຮ້ອງໃຫ້ການລົງປະຊາມະຕິເປັນໂມຄະ.
ມາດຕະການດັ່ງກ່າວນີ້ ຈະລົບລ້າງການຈຳກັດໃນການເຂົ້າດຳລົງຕຳແໜ່ງສອງສະໄໝ
ສຳລັບບັນດາປະທານາທິບໍດີແລະຈຳກັດອາຍຸ 70 ປີແກ່ບັນດາຜູ້ສະໝັກ ເປັນປະທານາ
ທິບໍດີ.
ທ່ານ Nguesso ອາຍຸ 71 ປີ ໄດ້ໄຊຊະນະການເລືອກຕັ້ງ ທີ່ເປັນບັນຫາໂຕ້ຖຽງໃນປີ
2002 ແລະ 2009 ແລະໄດ້ປົກຄອງຄອງໂກ ຢູ່ໃນຂອບເຂດທີ່ແຕກ ຕ່າງກັນ ເປັນເວລາ
ທັງໝົດ 36 ປີທີ່ຜ່ານມາ.