ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຄົ້ນ​ພົບ ​ຢາໃໝ່ ທີ່​ປົວ​ໂຣກ​ ອີ​ໂບ​ລາ ​ໄດ້​ແລ້ວ


ພະ​ນັກ​ງານ​​​ອົງ​ການ​ແພດບໍ່​ມີ​ພົມ​ແດນ ຫລື MSF ລົມ​ກັບ​ພະ​ນັກ​ງານ ຢູ່​ສູນ​ປິ່ນ​ປົວ​ທີ່​ຢູ່​ເຂດຫ່າງ​ໄກຈາກ​ໝູ່ ທີ່​ກະ​ກຽມ​ຮັບ​ເອົາຄົນ​ປ່ວຍ​ເປັນ​ໂຣກ​ອີ​ໂບ​ລາ ມາ​ຈາກໂຮງ​ໝໍ Mbandaka ທົ່ວ​ໄປ​ ທີ່ ເມືອງ Mbandaka ຂອງ​ສະ​ທາ​ລະ​ນະ​ລັດ ຄອງ​ໂກ ໃນ​ວັນ​ທີ 20 ພຶດ​ສະ​ພາ, 2018
ພະ​ນັກ​ງານ​​​ອົງ​ການ​ແພດບໍ່​ມີ​ພົມ​ແດນ ຫລື MSF ລົມ​ກັບ​ພະ​ນັກ​ງານ ຢູ່​ສູນ​ປິ່ນ​ປົວ​ທີ່​ຢູ່​ເຂດຫ່າງ​ໄກຈາກ​ໝູ່ ທີ່​ກະ​ກຽມ​ຮັບ​ເອົາຄົນ​ປ່ວຍ​ເປັນ​ໂຣກ​ອີ​ໂບ​ລາ ມາ​ຈາກໂຮງ​ໝໍ Mbandaka ທົ່ວ​ໄປ​ ທີ່ ເມືອງ Mbandaka ຂອງ​ສະ​ທາ​ລະ​ນະ​ລັດ ຄອງ​ໂກ ໃນ​ວັນ​ທີ 20 ພຶດ​ສະ​ພາ, 2018

ຢູ່​ໃນ​ຄອງ​ໂກນັ້ນ ຫລາຍກວ່າ 600 ຄົນ ​ໄດ້​ຕິດ​ເຊື້ອ​ໄວ​ຣັ​ສອີ​ໂບ​ລາ ທີ່​ໄດ້​ເອົາ​ຊີ​ວິດ​ເກືອບ​ຮອດ 400 ຄົນ​ໄປ. ພະ​ຍາ​ດ​ດັ່ງ​ກ່າວ ​ເປັນ​ການ​ຍາກ​ຢູ່ ທີ່​ຈະ​ຢັບ​ຢັ້ງ​ໄດ້ ເຖິງ​ແມ່ນ​ວ່າ ຈະ​ມີ​ຢາ​ປ້ອງ​ກັນ​ພະ​ຍາດ​ທີ່​ມີ​ປະ​ສິດ​ທິ​ຜົນ​ກໍ​ຕາມ. ແຕ່​ວ່າ ບັດ​ນີ້ ດັ່ງ​ທີ່ແຄ​ໂຣ​ລ ເພຍ​ຊັນ (Carol Pearson) ນັກ​ຂ່າວ​ວີ​ໂອ​ເອ​ລາຍ​ງານ​ມາກໍແມ່ນວ່າ, ອີກບໍ່​ດົນ ພະ​ນັກ​ງານ​ການ​ແພດ ອາດ​ຈະ​ສາ​ມາດ​ປິ່ນ​ປົວ​ຄົນ ​ທີ່​ເປັນ​ພະ​ຍາດນີ້​ໃຫ້ຫາຍ​ດີ​ໄດ້​. ບົວ​ສະ​ຫວັນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຄົນ​ທົ່ວ​ໂລກ ​ພາ​ກັນ​ຮ້ອງໂຮ ດ້ວຍ​ຄວາມ​ດີ​ໃຈ ເມື່ອ​ເດັກ​ທາ​ຣົກ​ຍິງ ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີຄົນ​ນຶ່ງ ​ເກີດ​ມາ​ຈາກ​ແມ່​ທີ່​ຫາຍດີ​ຈາກ​ການ​ເປັນ​ພະ​ຍາດອີ​ໂບ​ລາ ຢູ່ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ. 61 ເປີ​ເຊັນ​ຂອງ​ຄົນ​ທີ່​ຕິດ​ເຊື້ອ​ອີ​ໂບ​ລາ ຢູ່​ໃນ​ການ​ແຜ່​ລະ​ບາດ​ຄັ້ງ​ນີ້ ແມ່ນ​ມັກຈະ​ເສຍ​ຊີວິດໄປ ເຖິງ​ແມ່ນ​ວ່າ ພະ​ນັກ​ງານ​ການ​ແພດ ​ທີ່​ມີ​ຢາ​ປ້ອງ​ກັນ​ພະ​ຍາດ ຈະ​ດຳ​ເນີນຄວາມ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ​ແລະຈະມີ​ເທັກນິກທີ່​ຖອດ​ຖອນ​ບົດ​ຮຽນ​ມາຈາກ​ການ​ລະ​ບາດ​ຂອງເຊື້ອ​ໂຣກ​ອີ​ໂບລາໃນ​ເຂດ​ທະ​ວີບ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ​ທີ່​ຍຸ​ຕິ​ລົງໃນ​ປີ 2016 ນັ້ນ ກໍ​ຕາມ.

ຜ່ານ​ມາບໍ່​ມີ​ການ​ປິ່ນ​ປົວ​ອັນ​ໃດ ທີ່​ສາ​ມາດ​ປິ່ນ​ປົວ​ຄົນ​ທີ່​ຕິດໂຣກ​ອີ​ໂບ​ລາ​ສາມ ສາຍ​ພັນ ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງໃຫ້​ຫາຍ​ດີໄດ້ ພາຍ​ຫລັງ​ທີ່​ໄດ້​ມີ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມ​ມາ​ໄດ້​ຫລາຍ​ປີ, ເຫດ​ການນັ້ນ ອາດ​ກຳ​ລັງ​ຈະ​ມີ​ການ​ປ່ຽນ​ແປງ.

ທີມ​ງານ​ນັກ​ວິ​ທະ​ຍາ​ສາດສາ​ກົນ ໄດ້​ພັດ​ທະ​ນາ​ ລະ​ບົບ​ປິ່ນ​ປົວທີ່​ສາ​ມາດ​ປົວ​ໂຣກ​ອີ​ໂບ​ລາສາຍ​ພັນແຊ​ຣ໌ (Zaire) ທີ່​ໝູນ​ວຽນ​ໄປ​ມາ ​ຢູ່​ໃນ​ຄອງ​ໂກ ແລະອີກ​ສອງ​ສາຍ​ພັນ ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງຂອງ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວນັ້ນໄດ້. ຈະມີ​ຫຍັງ​ອີກ, ​ການ​ປິ່ນປົວ​ນັ້ນຕ້ອງ​ການພຽງ​ແຕ່​ການ​ສັກ​ຢາ​ເທື່ອ​ນຶ່ງ​ເທົ່າ​ນັ້ນ.

ດ​ຣ. ໂທ​ມັ​ສ ໄກສ​ເບີດ​ທ໌ (Thomas Geisbert) ໄດ້​ນຳ​ເອົາ​ສ່ວນ​ຂອງ​ທ່ານ ກ້າວໜ້າ​ໄປຢູ່​ຂະ​ແໜງ​ການແພດ​ຂອງມະ​ຫາ​ວິ​ທະ​ຍາ​ໄລເທັກ​ຊັ​ສ ບ່ອນ​ທີ່​ທ່ານ​ເປັນອາ​ຈານ​ສອນດ້ານ​ຈຸນ​ລະ​ວິ​ທະ​ຍາ ແລະວິ​ທະ​ຍາ​ສາດ​ດ້ານ​ພູມ​ຕ້ານ​ທານນັ້ນ.

ດ​ຣ. ໂທມ​ມັ​ສ ກີດ​ເບີດ​ທ໌ (Thomas Geisbert) ໃຫ້​ຄຳ​ເຫັນ​ໂດຍ​ຜ່ານ​ສະ​ໄກ​ພ໌ ວ່າ
“ເມື່ອການ​ລະ​ບາດ​ຂອງ​ເຊື້ອໂຣກນີ້​ເກີດ​ຂຶ້ນ​ທຳ​ອິດ ເຮົາ​ບໍ່​ຮູ້​ວ່າແມ່ນສາຍ​ພັນ​ໃດພາ​ໃຫ້ມັນ​ເກີດ ຈົນ​ກວ່າ​ວ່າ ມີ​ກໍ​ລະ​ນີຄົນ​ປ່ວຍ​ເລີ້ມເຂົ້າ​ມາຫາ.”

ເຖິງ​ຂັ້ນ​ນັນ​ແລ້ວ ເຮົາ​ກໍ​ຈະ​ມີ​ກໍ​ລະ​ນີ​ການ​ຕາຍ​ເກີດ​ຂຶ້ນ, ເຮົາ​ຈະ​ມີ​ຜູ້​ຄົນ​ເສຍ​ຊີ​ວິດ​ໄປ​ແລ້ວ, ຜູ້​ຄົນແມ່ນປ່ວຍ​ຫລາຍ. ເມື່ອ​ເຮົາ​ຮູ້​ວ່າ​ແມ່ນ​ສາຍ​ພັນ​ໃດແລ້ວ, ແມ່ນ, ບັດ​ນີ້​ເຮົາ​ສາ​ມາດ​ມີ​ຢາ​ຊະ​ນິດ​ນຶ່ງ​ຕໍ່​ເຊື້ອ​ໂຣກ​ຊະ​ນິດ​ນຶ່ງ​ໄດ້, ຖ້າ​ຫາກ​ເຮົາ​ມີ​ມາດ​ຕະ​ການ​ຕ້ານ​ທານ​ເຫລົ່າ​ນັ້ນ​ພ້ອມ​ຢູ່​ແລ້ວ. ຂໍ້ເສຍ​ຂອງການ​ເຮັດແນວນັ້ນ​ກໍຄື ຢາ​ເຫລົ່າ​ນີ້​ແມ່ນ​ແພງ​ຫລາຍ​ທີ່​ສຸດ ທີ່​ຈະ​ຜະ​ລິດ​ໄດ້​.”

ໂດຍ​ມີ​ການ​ປິ່ນ​ປົວ​ຢູ່​ທົ່ວ​ໄປ, ເວ​ລາບໍ່ໄດ້​ເສຍ​ໄປ​ນຳ​ການ​ກຳ​ນົດ​ວ່າ ສາຍ​ພັນ​ໃດ​ຂອງ​ເຊື້ອ​ໄວ​ຣັ​ສ ກຳ​ລັງ​ໝູນ​ວຽນ​ຢູ່​ໃນ​ນັ້ນເລີຍ ແລະ​ຜູ້​ຄົນ​ກໍ​ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ທັນ​ທີທັນ​ໃດ. ສິ່ງ​ທີ່​ຫລາຍກວ່ານັ້ນ​ຄືຫຍັງ, ຢູ່ບັນ​ດາ​ປະ​ເທດ​ທີ່ເຊື້ອ​ອີ​ໂບ​ລາ ເບິ່ງ​ຄື​ວ່າ​ຈະ​ລະ​ບາ​ດ​ຢູ່ນັ້ນ ແມ່ນ​ສາ​ມາດ​ທີ່​ຈະ​ກຽມ​ຢາ​ໄວ້​ກ່ອນ​ການ​ລະ​ບາດ​ຂອງ​ໂຣກນີ້​ຈະ​ເກີດ​ຂຶ້ນ.

ເປົ້າ​ໝາຍ​ດຽວນີ້ກໍ​ຄື ເບິ່ງວ່າ ຈະ​ຫລຸດ​ຄວາມ​ແຮງ​ຂອງ​ຢາ​ນັ້ນ​ລົງ ແລະ​ຍັງ​ເຮັດ​ໃຫ້​ມັນ​ມີ​ປະ​ສິດ​ທິ​ຜົນ​ຢູ່ ທີ່​ຈະ​ເຮັດ​ໃຫ້​ລາ​ຄາ​ຫລຸດ​ລົງນັ້ນ​ໄດ້​ຫລືບໍ່, ແລະ​ເລີ້ມ​ໃຫ້​ມີ​ການ​ທົດ​ລອງ​ຢູ່​ໃນ​ຄ​ລີ​ນິກ ເພື່ອ​ໃຫ້​ແນ່​ໃຈ​ວ່າ ການ​ປິ່ນ​ປົວ​ມີ​ຄວາມ​ປອດ​ໄພ ແລະ​ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ຄົນ.

ລະ​ບົບການ​ປິ່ນ​ປົວ​ອາດ​ຍັງ​ບໍ່​ພ້ອມ ​ທີ່​ຈະ​ຊ່ວຍ​ປິ່ນ​ປົວ​ພວກ​ທີ່​ຕິດ​ເຊື້ອ​ອີ​ໂບ​ລາ ໃນ​ຄອງ​ໂກ​ເທື່ອ ແຕ່​ວ່າສິ່ງ​ທີ່​ໃຫ້​ຄວາມ​ຫວັງ​ກໍ​ຄື ບັນ​ດາ​ປະ​ເທດ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ສາ​ມາດ​ມີ​ລະ​ບົບ​ປິ່ນ​ປົວ​ກຽມ​ພ້ອມ​ໄວ້ ເພື່ອ​ຈະຍຸ​ຕິ​ການ​ລະ​ບາດ​ໃນ​ອະ​ນາ​ຄົດ​ຂອງ​ພະ​ຍາດ​ທີ່​ເປັນ​ອັນ​ຕະ​ລາຍນີ້ໄດ້.

ພາບ​ຂອງ​ແມ່ຍິງ​ທີ່​ຫາຍດີ​ຈາກ​ການ​ເປັນ​ພະ​ຍາດອີ​ໂບ​ລາ ອູ້ມ​ລູກນ້ອຍ​ຍິງ ທີ່ເກີດ​ມາ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີຢູ່ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG