ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງໂກ ຈັດ​ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ


​ເຈົ້າ​ໜ້າ​ທີ່​ກຳ​ມາ​ທິ​ການ ການ​ເລືອກ​ຕັ້ງ​ຄົນ​ນຶ່ງ​ໃນ​ຄອງ​ໂກ ກຳ​ລັງ​ຊີ້​ມື​ໃສ່​ໜ້ວຍ​ປ່ອນ​ບັດ ວັນ​ທີ 30 ທັນ​ວາ 2018.
​ເຈົ້າ​ໜ້າ​ທີ່​ກຳ​ມາ​ທິ​ການ ການ​ເລືອກ​ຕັ້ງ​ຄົນ​ນຶ່ງ​ໃນ​ຄອງ​ໂກ ກຳ​ລັງ​ຊີ້​ມື​ໃສ່​ໜ້ວຍ​ປ່ອນ​ບັດ ວັນ​ທີ 30 ທັນ​ວາ 2018.

ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ປະ​ເທດ ຄອງ​ໂກ ໄດ້ພ​າ​ກັນ​ປ່ອນ​ບັດຂອງເຂົາ​ເຈົ້າ ​ໃນ​ການ
​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ຖືກ​ເລື່ອນ​ເວ​ລາ​ມາ​ດົນ​ນານນັ້ນ ອາດ​ນຳ​ເອົາ ສັນ​ຕິ​ພາບ
ແລະ ການ​ປ່ຽນ​ອຳ​ນາດ​ຢ່າງ​ສັນ​ຕິ​ມາ​ສູ່​ປະ​ເທດ​ທີ່​ມີ​ບັນ​ຫາ​ນັ້ນ.

ມີ​ຄວາມ​ຢ້ານ​ກົວ​ວ່າ​ຈະ​ເກີດ​ຄວາມ​ວຸ້ນ​ວາຍໃນ​ການ​ເລືອກ​ຕັ້ງ ຫຼັງ​ຈາກການ​ຕັດ​ສິນ​ໃຈ
​ໃນ​ນາ​ທີ​ສຸດ​ທ້າຍ​ ເພື່ອ​ຫ້າມປະ​ຊາ​ຊົນ​ທີ່​ຄາດ​ວ່າ​ມີປະ​ມານ​ນຶ່ງ​ລ້ານ​ຄົນ​ຈາກ​ການ​ລົງ​
ຄະ​ແນນ​ສຽງ ຍ້ອນ​ການລະ​ບາດ​ພະ​ຍາດ​ຂອງ​ໂຣກອີ​ໂບ​ລາ ຢູ່​ທາງ​ພາກ​ຕາ​ເວັນ​ອອກ.
ການ​ຕັດ​ສິນ​ໃຈ​ໄດ້​ຖືກ​ຕິ​ຕຽນ​ຢ່າງກວ້າງ​ຂວາງ ໃນ​ຂະ​ນະ​ທີ່​ມັນ​ຈະ​ເປັນ​ໄພຂົ່ມ​ຂູ່ ​ຕໍ່​
ຄວາມ​ເຊືີ່ອ​ຖື​ຂອງການ​ເລືອກ​ຕັ້ງ.

ທ່ານ ເອັມ​ມາ​ນູ​ແອ​ລ ຣາ​ມາ​ຊາ​ນີ ຊາ​ດາ​ຣີ ​ອະ​ດິດ​ລັດ​ຖະ​ມົນ​ຕີ​ພາຍ​ໃນ ແລະ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ກຳ​ລັງ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງທີ່​ເມືອງ​ກິນ​ຊາ​ຊາ ວັນ​ທີ 30, 2018.
ທ່ານ ເອັມ​ມາ​ນູ​ແອ​ລ ຣາ​ມາ​ຊາ​ນີ ຊາ​ດາ​ຣີ ​ອະ​ດິດ​ລັດ​ຖະ​ມົນ​ຕີ​ພາຍ​ໃນ ແລະ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ກຳ​ລັງ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງທີ່​ເມືອງ​ກິນ​ຊາ​ຊາ ວັນ​ທີ 30, 2018.

ຜູ້​ສະ​ໝັ​ກ​ຝ່າຍຄ້ານທີ່​ສຳ​ຄັນ​ສອງ​ຄົນ​ຄື ທ່ານ​ມາ​ຣ​ຕິນ ຟາ​ຢູ​ລູ ແລະ​ທ່ານ​ຟິ​ລິກ ຊີ​ເຊິກ
​ເກີ​ດີ ກຳ​ລັງ​ພາ​ກັນ​ທ້າຊິງ ​ຜູ້​ທີ່ປະ​ທາ​ນາ​ທິ​ບໍ​ດີ​ ໂຈ​ເຊັ​ຟ ກາ​ບີ​ລ​າ ຢາກ​ໃຫ້ສືບ​ທອດ​ຕຳ​
ແໜ່ງ​ແທນ​ທ່ານ, ເຊິ່ງ​ແມ່ນອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ທ່ານ ເອັມ​ມາ​ນູ​ແອ​ລ
ຣາ​ມາ​ຊາ​ນີ ຊາ​ດາ​ຣີ ​ຜູ້​ທີ່ຖືກສະ​ຫະ​ພາບ​ຢູ​ໂຣບວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່.

ທ່ານ​ມາ​ຣ​ຕິນ ຟາ​ຢູ​ລູ ຜູ້​ສະ​ໝັກ​ຝ່າຍ​ຄ້ານ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບໍ​ດີ ກຳ​ລັງປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ທີ່​ເມືອງກິນ​ຊາ​ຊາ ສາ​ທາ​ລະ​ນະ​ລັດ​ຄອງ​ໂກ ໃນ​ທີ 30 ທັນ​ວາ 2018.
ທ່ານ​ມາ​ຣ​ຕິນ ຟາ​ຢູ​ລູ ຜູ້​ສະ​ໝັກ​ຝ່າຍ​ຄ້ານ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບໍ​ດີ ກຳ​ລັງປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ທີ່​ເມືອງກິນ​ຊາ​ຊາ ສາ​ທາ​ລະ​ນະ​ລັດ​ຄອງ​ໂກ ໃນ​ທີ 30 ທັນ​ວາ 2018.

ຊາວ​ຄອງ​ໂກ 40 ລ້ານ​ຄົນ​ໄດ້​ລົງ​ທະ​ບຽນ​ປ່ອນ​ບັດ ໄດ້​ໃຊ້​ເຄື່ອງ​ຈັກອີ​ເລັກ​ໂທ​ຣ​ນິກ​ລົ​ງ
ຄະ​ແນນ​ສຽງ ດ້ວຍ​ການ​ໃຊ້​ມື​ແຕະ​ໃສ່​ໜ້າ​ເຄື່ອງ​ຈັກ​ເປັນ​ເທື່ອ​ທຳ​ອິດ ທ່າມ​ກາງ​ການ
ເປັນ​ຫ່ວງຂອງ​ພັກ​ຝ່າຍ​ຄ້ານວ່າ ​ຜົນ​ການ​ເລືອກ​ຕັ້ງ​ອາດ​ຖືກ​ດັດ​ແປງ.

ບັນ​ດາ​ຜູ້​ສັງ​ເກດ​ການ​ຄອງ​ໂກ​ຈໍ​ານວນ​ນື່ງ​ໄດ້​ກ່າວ​ວ່າ ອຸ​ປະ​ກອນ​ການ​ປ່ອນ​ບັດ​ຈຳ
​ນວນ​ນຶ່ງ ບໍ່​ໄປ​ເຖິງ​ໜ່ວຍ​ປ່ອນ​ບັດ​ຕາມ​ເວ​ລາ.


Voters in Congo are casting their ballots in a long-delayed presidential election that could bring the troubled country's first peaceful, democratic transfer of power.

Some unrest is feared in the election after a last-minute decision to bar an estimated 1 million people from voting because of a deadly Ebola virus outbreak in the east. The decision has been widely criticized as threatening the credibility of the election.

Two main opposition candidates, Martin Fayulu and Felix Tshisekedi, are challenging President Joseph Kabila's preferred successor, the European Union-sanctioned former interior minister Emmanuel Ramazani Shadary.

Congo's 40 million registered voters are using electronic voting machines with touch screens for the first time amid opposition concerns that the results could be manipulated.

Some Congolese observers have said voting materials did not reach some polling stations in time.

XS
SM
MD
LG