ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫວັງຂອງ ສ. ຄອງໂກ ທີ່ຈະເຮັດໃຫ້ ການແຜ່ລະບາດ ຂອງໂຣກ ອີໂບລາ ໝົດໄປນັ້ນ ຈາງຫາຍ ລົງ


ນາງ Katungo Methya, ອາສາສະໝັກຂອງອົງການສະພາກາແດງໃຫ້ການສຶກສາອົບຮົມແກ່ປະຊາຊົນ ກ່ຽວກັບການລະບາດພະຍາດອີໂລບາ ແລະການປ້ອງກັນການຕິດເຊື້ອໄວຣັສໂຄໂຣນາຢູ່ໃນ Beni, ໃນພາກຕາເວັນອອກຂອງ ສ. ຄອງໂກ (ພາບຖ່າຍໃນວັນທີ 7 ເມສາ, 2020)
ນາງ Katungo Methya, ອາສາສະໝັກຂອງອົງການສະພາກາແດງໃຫ້ການສຶກສາອົບຮົມແກ່ປະຊາຊົນ ກ່ຽວກັບການລະບາດພະຍາດອີໂລບາ ແລະການປ້ອງກັນການຕິດເຊື້ອໄວຣັສໂຄໂຣນາຢູ່ໃນ Beni, ໃນພາກຕາເວັນອອກຂອງ ສ. ຄອງໂກ (ພາບຖ່າຍໃນວັນທີ 7 ເມສາ, 2020)

ອົງການອະນາໄມໂລກເວົ້າວ່າ ຕົນເອງຍັງມີຄວາມມຸ້ງໝັ້ນໃນການເຮັດໃຫ້ການລະບາດ
ຂອງພະຍາດອີໂບລາຫລຸດລົງຢູ່ໃນສາທາລະນະລັດຄອງໂກ ພາຍຫລັງທີ່ໄດ້ຄົ້ນພົບວ່າ
ມີຄົນປ່ວຍຍ້ອນພະຍາດນີ້ລາຍໃໝ່ 1 ຄົນພາຍໃນບໍ່ພໍເທົ່າໃດມື້ກ່ອນເຈົ້າໜ້າທີ່ຂອງປະ
ເທດດັ່ງກ່າວ ຫວັງຈະໄດ້ປະກາດວ່າ ການລະບາດຂອງພະຍາດນີ້ໄດ້ໝົດໄປແລ້ວ. ການ
ລະບາດຂອງພະຍາດຖືກປະ ກາດວ່າໄດ້ຍຸຕິລົງແລ້ວ ພາຍຫລັງທີ່ມີການເພາະເຊື້ອຢູ່
ສອງໄລຍະ ຫລື 42 ມື້ຜ່ານໄປ ໂດຍບໍ່ມີກໍລະນີຄົນປ່ວຍລາຍໃດໄດ້ຮັບການຢືນຢັນເລີຍ.
Lisa Schlein, ນັກຂ່າວວີໂອເອມີລາຍງານມາຈາກນະຄອນເຈນີວາ, ຊຶ່ງບົວສະຫວັນ
ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫລັງທີ່ບໍ່ມີກໍລະນີຄົນປ່ວຍລາຍໃດມາໄດ້ 52 ມື້ ແລ້ວຊາຍອາຍຸ 26 ປີ ຄົນນຶ່ງ ກໍໄດ້
ເສຍຊີວິດໄປຍ້ອນພະຍາດດັ່ງກ່າວຢູ່ໃນເມືອງເບນີ. ຫົວໜ້າອົງການ ອະນາໄມໂລກ ຫລື
WHO, ທ່ານເທດຣົສແອັດດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ເວົ້າວ່າ ອັນນີ້ເປັນຂ່າວທີ່ບໍ່ເປັນໜ້າຍິນດີນໍາ ແຕ່ກໍ ເວົ້າວ່າ ມັນເປັນເລື້ອງທີ່ບໍ່ເຄີຍຄິດເລີຍວ່າ ຈະເກີດຂຶ້ນ.

ທ່ານ ເທດຣົສ (TEDROS) ກ່າວດັ່ງນີ້.:
“ພວກເຮົາໄດ້ກຽມພ້ອມ ແລະກໍາລັງຄາດໄວ້ວ່າຈະມີກໍລະນີຄົນປ່ວຍເພີ້ມຂຶ້ນ. ໂຊກບໍ່ດີ, ອັນນີ້ມີຄວາມໝາຍວ່າ ລັດຖະບານຂອງສາທາລະນະລັດຄອງໂກ ຈະບໍ່ສາມາດປະກາດໃນວັນຈັນຈະມາເຖິງນີ້ໄດ້ວ່າ ການລະບາດຂອງພະຍາດນີ້ ຍຸຕິລົງແລ້ວ ດັ່ງທີ່ໄດ້ຫວັງໄວ້. ແຕ່ວ່າອົງານ WHO ແລະຄູ່ຮ່ວມງານທຸກຄົນ ຍັງຢູ່ໃນພື້ນທີ່ນັ້ນແລະມີຄວາມມຸ້ງໝັ້ນທີ່ຈະເຮັດວຽກຮ່ວມກັບລັດຖະບານ, ພາຍໃຕ້ການນໍາພາຂອງລັດຖະບານມາດັ່ງທີ່ເຄີຍໄດ້ເຮັດຕະຫລອດມານັ້ນ ແລະເຮັດ ວຽກກັບປະຊາຄົມ ທີ່ຖືກຕິດເຊື້ອ ແລະຄູ່ຮ່ວມງານອື່ນໆ ເພື່ອເຮັດໃຫ້ການລະບາດຂອງພະຍາດໝົດໄປໄດ້.”

ອົງການອະນາໄມໂລກ ລາຍງານມາວ່າ ມີຄົນປ່ວຍຍ້ອນໂຣກອີໂບລາຢູ່ 3,456 ກໍລະນີ ຊຶ່ງລວມທັງຜູ້ທີ່ເສຍຊີວິດໄປ 2,276 ຄົນ ນັບແຕ່ການລະບາດໄດ້ເກີດ ຂຶ້ນ ພາຍຫລັງທີ່ມີການລະບາດຢ່າງເປັນປະຫວັດການໃນປີ 2014 ເປັນຕົ້ນມາ ຢູ່ໃນຂົງເຂດຕາເວັນຕົກຂອງທະວີບອາຟຣິກາ ທີ່ເຮັດໃຫ້ຫລາຍກວ່າ 28,000 ຄົນຖືກຕິດເຊື້ອ ແລະ 11,300 ຄົນ ເສຍຊີວິດ.

ຫົວໜ້າຄະນະກໍາມະການດ້ານເຫດສຸກເສີນທາງການແພດຂອງອົງການ WHO, ທ່ານ ໄມໂຄ ໄຣແອັນ (Michael Ryan) ເວົ້າວ່າ ຂ່າວທີ່ເປັນໄປໃນແງ່ບວກ ທີ່ປາກົດອອກມາ ຈາກສະພາບການຖອຍຫລັງອັນນີ້ ກໍຄື ການປະຕິບັດງານໃນ ການຕິດຕາມຂອງສາກົນ ເພື່ອເບິ່ງການລະບາດຂອງໂຣກອີໂບລາ ແມ່ນມີເພື່ອ ເຕືອນໄພຢູ່ຕະຫລອດ ແລະກໍໄດ້ຮັບມືຢ່າງວ່ອງໄວ.

ທ່ານ ໄຣແອັນ (RYAN) ເວົ້າວ່າ:
“ທຸກໆມື້ ພວກເຮົາກວດສອບເບິ່ງການເຕືອນໄພ 2,600 ຄັ້ງ ຢູ່ທົ່ວສອງແຂວງ ທີ່ຍັງທີການຕິດເຊື້ອຢູ່ນັ້ນ. ພວກເຮົາໄດ້ເກັບເອົາຕົວຢ່າງຫລາຍພັນອັນ ໃນແຕ່ ລະອາທິດ ແລະພວກເຮົາກໍສືບຕໍ່ເຮັດການເຝົ້າລະວັງທີ່ໃຊ້ການໄດ້ອັນນັ້ນໂລດ. ພວກເຮົາພຽງແຕ່ຕ້ອງໄດ້ເຮັດໄປຕື່ມ 42 ມື້ອີກ.”

ອົງການອະນາໄມໂລກໄດ້ລາຍງານກ່ຽວກັບຄວາມພະຍາຍາມທີ່ດໍາເນີນໄປຢູ່ ເພື່ອຊອກຫາທຸກຄົນທີ່ອາດໄດ້ພົວພັນແບບໃກ້ໆກັບຄົນທີ່ຕິດເຊື້ອທີ່ວ່ານີ້. ອົງ ການນີ້ເວົ້າອີກວ່າ ທຸກຄົນຈະໄດ້ຮັບຢາວັກຊິນ ປ້ອງກັນພະຍາດນີ້ ແລະສຸຂະ ພາບຮ່າງກາຍຂອງເຂົາເຈົ້າກໍຈະຖືກຕິດຕາມເບິ່ງ.

ອົງການນີ້ຍັງເວົ້າເພີ້ມອີກວ່າ ການຮັບມືຂອງທີມງານສາກົນ ຈະສືບຕໍ່ດໍາເນີນ ໄປ ເພື່ອຊອກຫາທຸກກໍລະນີຢູ່ໃນແຂວງຄີວູເໜືອແລະແຂວງອີຕູຣີ ຈົນກວ່າວ່າ ການລະບາດອັນນີ້ ຈະສິ້ນສຸດລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG