ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອງໂກ ປະກາດ ການສິ້ນສຸດ ໃນການລະບາດ ຂອງອີໂບລາ ທີ່ຮ້າຍແຮງສຸດ ອັນດັບສອງ


ເດັກນ້ອຍຜູ້ນຶ່ງກຳລັງຊັກຢາວັກຊິນຕ້ານອີໂບລາ ຢູ່ເມືອງເບີນີ ສາທາລະນະລັດປະຊາທິປະໄຕຄອງໂກ ວັນທີ 13 ກໍລະກົດ 2019.
ເດັກນ້ອຍຜູ້ນຶ່ງກຳລັງຊັກຢາວັກຊິນຕ້ານອີໂບລາ ຢູ່ເມືອງເບີນີ ສາທາລະນະລັດປະຊາທິປະໄຕຄອງໂກ ວັນທີ 13 ກໍລະກົດ 2019.

ການລະບາດຂອງອີໂບລາ ທີ່ຮ້າຍແຮງສຸດອັນດັບສອງ ໃນປະຫວັດສາດ ໄດ້ສິ້ນສຸດລົງຢ່າງເປັນທາງການແລ້ວ ອີິງຕາມການປະກາດຂອງສາທາລະນະລັດ ປະຊາທິປະໄຕຄອງໂກ ໃນວັນພະຫັດວານນີ້.

ລັດຖະມົນຕີສາທາລະນະສຸກຂອງປະເທດດັ່ງກ່າວ ໄດ້ປະກາດກ່ຽວກັບການສິ້ນ ສຸດລົງ ຂອງການລະບາດ ທີ່ໄດ້ເລີ້ມຂຶ້ນເມື່ອເດືອນສິງຫາ 2018 ຢູ່ທາງພາກ ຕາເວັນອອກຂອງຄອງໂກ ແລະເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 2,280 ຄົນ ເຖິງແມ່ນວ່າ ມີກໍລະນີຂອງອີໂບລາ ເພີ້ມຂຶ້ນຢູ່ເຂດອື່ນໆຂອງປະເທດ.

ການປະກາດດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ປະເທດ ຊຶ່ງຕັ້ງຢູ່ໃນອາຟຣິກາກາງ ທີ່ໃຫຍ່ກວ່າແຫ່ງນີ້ ຍັງສືບຕໍ່ຮັບມື ກັບການແຜ່ລະບາດຂອງໂຣກອອກຕຸ່ມ ທີ່ ໃຫຍ່ສຸດຂອງໂລກ ການຂົ່ມຂູ່ທີ່ຈະມີກໍລະນີໄວຣັສໂຄໂຣນາເພີ້ມຂຶ້ນ ແລະການ ແຜ່ລະບາດຂອງອີໂບລາ ຢູ່ທາງພາກເໜືອຫວ່າງມໍ່ໆມານີ້.

ການລະບາດຂອງອີໂບລາທີ່ໃຫຍ່ສຸດໄດ້ເກີດຂຶ້ນໃນເຂດອາຟຣິກາຕາເວັນຕົກໃນປີ 2013 ແລະໄດ້ອ້າງເອົາຊີວິດຜູ້ຄົນຫຼາຍກວ່າ 11,300 ຄົນ ໃນໄລຍະສາມ ປີ ໃນປະເທດກີເນຍ ໄລບີເຣຍ ແລະຊີເອຣາເລອອນ.

ຄວາມພະຍາຍາມທີ່ຈະຄວບຄຸມການລະບາດ ໄດ້ມີບັນຫາໂດຍໜ່ວຍຮັບມືຂັ້ນ ຕົ້ນ ບໍ່ສາມາດນຳສົ່ງຢາວັກຊິນ ແລະການປິ່ນປົວ ໄປຍັງບ່ອນທີ່ເກີດການລະ ບາດ ໃນເຂດທີ່ບໍ່ມີຄວາມສະຫງົບ ທາງພາກຕາເວັນອອກຂອງຄອງໂກ ແລະ ປະຊາຄົມທີ່ບໍ່ມີຄວາມເຊື່ອໝັ້ນນຳຢາວັກຊີນຊະນິດໃໝ່.

The second most deadly Ebola outbreak in history has officially come to an end, the Democratic Republic of Congo said Thursday.

The country’s health minister declared the end of the outbreak that began in August 2018 in eastern Congo and killed at least 2,280 people, despite a spike in Ebola cases elsewhere in the country.

The announcement came as the large central African country continues to grapple with the world’s largest measles epidemic, the threat of more coronavirus cases and a recent Ebola outbreak in the north.

The largest Ebola outbreak erupted in West Africa in 2013 and claimed more than 11,300 lives over a three-year period in Guinea, Liberia and Sierra Leone.

Efforts to contain the outbreak were hindered by first responders’ struggles to deliver vaccines and treatments to hotspots in areas of unrest in eastern Congo and community mistrust of new vaccines.

XS
SM
MD
LG