ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິໄສທັດທີ່ຂັດແຍ່ງກັນ ເຮັດໃຫ້ການປົກຄອງເຂດກາຊາ ໃນອະນາຄົດ ຍັງມີບັນຫາ


ລັດຖະມົນຕີການຕ່າງປະເທດຂອງປາແລັສໄຕນ໌ ທ່ານຣິຍາດ ອັລ-ມາລິກີ (Riyad Al-Maliki) ເຂົ້າຮ່ວມການປະຊຸມກ່ຽວກັບເຂດກາຊາ ໃນນະຄອນຫຼວງມົສກູ ປະເທດຣັດເຊຍ ວັນທີ 21 ພະຈິກ 2023. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າອຳນາດການປົກຄອງປາແລັສໄຕນ໌ ຄວນປົກຄອງເຂດກາຊາ ຫຼັງສົງຄາມອິສຣາແອລ ແລະ ກຸ່ມຮາມາສ.
ລັດຖະມົນຕີການຕ່າງປະເທດຂອງປາແລັສໄຕນ໌ ທ່ານຣິຍາດ ອັລ-ມາລິກີ (Riyad Al-Maliki) ເຂົ້າຮ່ວມການປະຊຸມກ່ຽວກັບເຂດກາຊາ ໃນນະຄອນຫຼວງມົສກູ ປະເທດຣັດເຊຍ ວັນທີ 21 ພະຈິກ 2023. ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າອຳນາດການປົກຄອງປາແລັສໄຕນ໌ ຄວນປົກຄອງເຂດກາຊາ ຫຼັງສົງຄາມອິສຣາແອລ ແລະ ກຸ່ມຮາມາສ.

ບັນຫາ​ທີ່ວ່າ​ ໃຜ​ຈະ​ປົກຄອງ​ເຂດ​ກາຊາ ​ຖ້າ​ອິສຣາ​ແອ​ລປະສົບ​ຜົນສຳ​ເລັດ​ ໃນ​ການ​ໂຄ່ນລົ້ມ ກຸ່ມຮາມາສ ​ເຮັດໃຫ້ເກີດ​ຄຳ​ຖາມ​ທີ່​ທ້າ​ທາຍ​ທີ່​ສຸດຄຳຖາມນຶ່ງ ​ທີ່​ນັກ​ການ​ທູດຂອງ​ໂລກ ຕ້ອງ​ປະ​ເຊີນ, ໂດຍການສະ​ເໜີວິທີການແກ້​ໄຂ​ບັນຫາ​ຂອງອິສຣາ​ແອ​ລ, ສະຫະລັດ ​ແລະ​ຜູ້ນຳ​ອາຣັບ​ໃນ​ພາກ​ພື້ນ ​ເບິ່ງ​ຄື​ວ່າ​ຈະຂັດ​ແຍ້​ງກັນ.

ສະຫະລັດ​ໄດ້​ສະ​ເໜີ​ວ່າ ໃນທ້າຍທີ່ສຸດແລ້ວ, ​ອຳນາດ​ການ​ປົກຄອງ​ປາ​ແລັ​ສ​ໄຕ​ນ໌ ທີ່ມີຖານຢູ່ໃນເວັສແບ້ງ ​ຄວນ​ປົກ​ຄອງ​ເຂດ​ກາຊາ​ ​ແລະ​ໄດ້ສະເໜີແນວ​ຄວາມ​ຄິດ​ທີ່​ວ່າ ​ກຸ່ມ​ພັນທະ​ມິດ​ສາກົນບາງກຸ່ມ ເຊ່ິງຄາດວ່າຈະລວມເຖິງ ບັນດາ​ປະ​ເທດ​ອາຣັບ ​ຈະໃຫ້ການ​ຮັກສາ​ຄວາມ​ໝັ້ນຄົງ​ຊົ່ວຄາວ. ບັນດາ​ຜູ້ນຳ​ອາຣັບ ​ໄດ້​ຮຽກຮ້ອງ​ໃຫ້​ຢຸດ​ຕິ​ການສູ້ລົບໃນ​ທັນທີ ​ໂດຍ​ບໍ່​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ປົກ ຄອງ, ​ແລະພວກ​ເຂົາ ​ໄດ້​ປະຕິ​ເສດ​ບົດບາດດ້ານ​ຮັກສາ​ຄວາມ​ໝັ້ນຄົງ​ໃດໆ ​ຢູ່​ໃນດິນ​ແດນນີ້.

​ແລະ​ເຖິງແມ່ນວ່າ ອິສຣາ​ແອ​ລ ຈະ​ລັງ​ເລ​ໃຈ​ທີ່​ຈະ​ຍຶດຄອງ​ເຂດ​ກາຊາ ​ດັ່ງ​ທີ່​ໄດ້ ​ເຄີຍເຮັດ​ ກ່ອນ​ປີ 2005, ​ແຕ່ກໍໄດ້​ສະ​ເໜີ​ວ່າ​ຈະ​ຮັກສາ​ບົດບາດ​ຮັກສາ​ຄວາມ​ໝັ້ນຄົງ ​ຢູ່​ທີ່​ນັ້ນ​ໂດຍ​ບໍ່ມີ​ກຳນົດເວລາ.

ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ໄດ້​ວາງ​ວິ​ໄສ​ທັດ​ຂອງ​ຕົນ​ກ່ຽວ​ກັບ​ອະນາຄົດ​ຂອງ​ເຂດ ກາຊາ ​ແລະ​ການ​ພົວພັນ​ລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌ ​ໃນບົດ​ຄວາມ​ເຫັນ ​ວັນ​ທີ 18 ພະຈິກ ​ໃນ​ໜັງສືພິມ Washington Post, ​ໂດຍ​ໄດ້​ໂຕ້ແຍ້ງ​ວ່າ ປະຊາຊົນ​ປາ​ແລັ​ສ​ໄຕນ໌ "ສົມຄວນ​ມີ​ລັດ​ຂອງ​ຕົນ​ເອງ ​ແລະ​ອະນາຄົດ​ທີ່​ເປັນ​ອິດ​ສະລະ​ຈາກ​ກຸ່ມ ຮາມາສ."

"ເຂດກາຊາ ແລະ ​ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ ຫລື West Bank ຄວນຖືກລວມເຂົ້າກັນຄືນໃໝ່ ພາຍໃຕ້ໂຄງສ້າງການປົກຄອງດຽວ, ໃນທ້າຍທີ່ສຸດ ພາຍໃຕ້ອຳນາດການປົກຄອງຂອງປາແລັສໄຕນ໌ ທີ່ໄດ້ຮັບການຟື້ນຟູ ຍ້ອນວ່າພວກເຮົາທຸກຄົນ ເຮັດວຽກເພື່ອຫາວິທີແກ້ໄຂບັນຫາແບບສອງລັດ," ທ່ານ ໄບເດັນ ຂຽນ.

​ໃນ​ເວລາດຽວກັນ, ທ່ານ​ກ່າວ​ຕື່ມ​ວ່າ, “ປະຊາ​ຄົມ​ໂລກ​ ຈະຕ້ອງ​ມີພັນທະໃນການໃຫ້ການສະໜັບສະໜູນ​ປະຊາຊົນໃນ​ເຂດ ກາຊາ ພາຍຫຼັງ​ວິ​ກິດ​ການ​ນີ້, ​ເຊິ່ງໃນ​ນັ້ນລວມ​ມີ​ມາດ​ຕະການ​ຮັກສາ​ຄວາມໝັ້ນຄົງ​ຊົ່ວຄາວ, ສ້າງ​ກົນ​ໄກ​ການຟຶ້ນຟູ​ຄືນ​ໃໝ່ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ໃນ​ໄລຍະ​ຍາວ​ຂອງ​ເຂດ ກາຊາ ຢ່າງ ຍຶນຍົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG