ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໑ ຕຸລາ ໒໐໒໔

ຄວາມຂັດແຍ້ງ ໄພພິບັດ ກໍ່ໃຫ້ມີຜູ້ປະສົບໄພ ພາຍໃນປະເທດ ຫຼາຍເປັນປະຫວັດການ


ພາບວັນທີ 19 ເມສາ 2020 ນີ້ສະແດງໃຫ້ເຫັນສູນອົບພະຍົບຂະໜາດໃຫຍ່ຢູ່ເຂດຊາຍແດນກໍ້າປະເທດ ຊີເຣຍ ຕິດປະເທດ ເທີກີ, ໃກ້ກັບເມືອງ ອັດມາ, ແຂວງ ອິດລິບ, ປະເທດ ຊີເຣຍ.
ພາບວັນທີ 19 ເມສາ 2020 ນີ້ສະແດງໃຫ້ເຫັນສູນອົບພະຍົບຂະໜາດໃຫຍ່ຢູ່ເຂດຊາຍແດນກໍ້າປະເທດ ຊີເຣຍ ຕິດປະເທດ ເທີກີ, ໃກ້ກັບເມືອງ ອັດມາ, ແຂວງ ອິດລິບ, ປະເທດ ຊີເຣຍ.

ລາຍງານສະບັບໃໝ່ໄດ້ຄົ້ນພົບປະຊາຊົນ 50 ລ້ານ 8 ແສນຄົນຫຼາຍເປັນປະຫວັດການໃນທົ່ວ ໂລກທີ່ປະສົບໄພພາຍໃນປະເທດ ຂອງເຂົາເຈົ້າຍ້ອນ ຄວາມຂັດແຍ້ງ, ຄວາມຮຸນແຮງ ແລະ ໄພພິ ບັດທຳມະຊາດ. ລາຍງານດັ່ງ ກ່າວ, ເຊິ່ງພິມເຜີຍແຜ່ ໂດຍສູນກາງຕິດຕາມ ຜູ້ປະສົບໄພພາຍໃນປະເທດ, ແມ່ນສ່ວນນຶ່ງຂອງສະພາອົບພະຍົບ ນໍເວ, ເວົ້າວ່າ ປະຊາຊົນປະມານ 33 ລ້ານ 4​ ແສນຄົນ ແມ່ນຜູ້ທີ່ປະສົບໄພໃໝ່ ໃນປີ 2019, ເປັນຕົວເລກທີ່ສູງທີ່ສຸດໃນປີດຽວ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານ ຈາກນະຄອນ ເຈນີວາ, ປະເທດ ສວິດເຊີແລນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ລາຍງານເວົ້າວ່າ ຫ້າປະເທດໄດ້ແກ່ ຊີເຣຍ, ໂຄລອມເບຍ, ສາທາລະນະລັດ ປະຊາ ທິປະໄຕ ຄອງ ໂກ, ເຢເມນ ແລະ ອັຟການິສຖານ ໄດ້ລາຍງານປະຊາຊົນ 45 ລ້ານ 7 ແສນຄົນທີ່ປະສົບໄພພາຍ ໃນປະເທດ ຍ້ອນຄວາມຂັດແຍ້ງ ແລະ ຄວາມຮຸນແຮງ.

ຜູ້ອຳນວຍການ ສູນກາງຕິດຕາມຜູ້ປະສົບໄພພາຍໃນປະເທດ, ທ່ານນາງ ອາເລັກແຊນດຣາ ໄບເລັກ, ໄດ້ກ່າວຕໍ່ວີໂອເອວ່າ ຜູ້ປະສົບໄພສ່ວນຫຼາຍໃນປີກາຍນີ້ ແມ່ນຖືກກະທົບໂດຍຄວາມຂັດແຍ້ງໃໝ່ ແລະ ກຳລັງດຳເນີນຢູ່ ແລະ ຄວາມຮຸນແຮງໃນອາຟຣິ ກາຕາເວັນຕົກ ແລະ ພາກພື້ນ ຊາແຮລ, ເຊັ່ນດຽວ ກັບຄວາມຂັດແຍ້ງໃນທ້ອງຖິ່ນໃນເຂດ ອາຟຣິກາກາງ ແລະ ແຫຼມອາຟຣິກາ.

ທ່ານນາງ ໄບເລັກ ກ່າວວ່າ “ສະນັ້ນ, ປະເທດຕ່າງໆທີ່ໄດ້ຮັບຜົນກະທົບຢ່າງໜັກ ໂດຍຜູ້ປະສົບໄພພາຍໃນ ໃນສອງສາມປີທີ່ຜ່ານມາ ແມ່ນຍັງປະເຊີນກັບຄວາມຮຸນແຮງຄື້ນໃໝ່ ແລະ ການພັດຖິ່ນ, ລວມທັງໃນປີ 2019.”

ນຶ່ງໃນຕົວຢ່າງທີ່ໜ້າເປັນຫ່ວງທີ່ສຸດຂອງບັນຫານີ້ແມ່ນປະເທດ ເບີກິນາ ຟາໂຊ. ລາຍກງານເວົ້າວ່າ ຄວາມຂັດແຍ້ງ ແລະ ຄວາມຮຸນແຮງທີ່ເຊື່ອມໂຍງກັບການ ກໍ່ການຮ້າຍເພີ່ມຂຶ້ນ ໄດ້ກະຕຸ້ນ ໃຫ້ມີຜູ້ປະສົບໄພພາຍໃນປະເທດ ຢ່າງຫຼວງຫຼາຍ ຈາກ 42,000 ຄົນ ໃນປີ 2018 ເປັນຫຼາຍກວ່າຫ້າແສນຄົນໃນປີກາຍນີ້.

ການຊອກຫາຂໍ້ແກ້ໄຂທີ່ຍືນຍົງ ສຳລັບຜູ້ປະສົບໄພພາຍໃນປະເທດ ແມ່ນຍາກ, ອີງຕາມການກ່າວຂອງທ່ານນາງ ໄບເລັກ ຍ້ອນວ່າເຂົາເຈົ້າແມ່ນປະຊາຊົນຂອງ ປະເທດຂອງເຂົາເຈົ້າເອງ. ທ່ານນາງໄດ້ກ່າວເນັ້ນວ່າ ມັນແມ່ນຄວາມຮັບຜິດ ຊອບຂອງລັດຖະບານ ເພື່ອປົກປ້ອງ ແລະ ຊ່ວຍເຫຼືອຄົນຂອງເຂົາເຈົ້າ.

ທ່ານນາງ ໄບເລັກ ກ່າວວ່າ “ຍ້ອນແນວນັ້ນ ການຕອບສະໜອງຂອງສາກົນໃນສິ່ງແວດ ລ້ອມທີ່ວ່ານັ້ນຈຶ່ງຊ້າ ແລະ ປະຊາຄົມສາກົນແມ່ນບາງຄັ້ງຈະລະມັດລະ ວັງ ຕໍ່ລັດອະທິປະໄຕຂອງຜູ້ປະສົບໄພພາຍໃນປະເທດ, ຕໍ່ສະພາບແວດລ້ອມ ຂອງຜູ້ປະສົບໄພພາຍໃນປະເທດຫຼາຍກວ່າສະພາບແວດ ລ້ອມຂອງອົບພະຍົບ. ຂ້າພະເຈົ້າວ່າ, ມັນເຮັດໃຫ້ມີຄວາມຊັບຊ້ອນກວ່າທາງການເມືອງ ໃນການຕອບສະໜອງຫຼາຍກວ່າ.”

ເຖິງແມ່ນວ່າຈະມີຜູ້ປະສົບໄພພາຍໃນປະເທດ ຫຼາຍກວ່າອົບພະຍົບໃນໂລກເຖິງ ສອງເທົ່າກໍ ຕາມ, ບັນຫາຂອງຜູ້ປະສົບໄພພາຍໃນປະເທດ ແມ່ນບໍ່ໄດ້ຮັບຄວາມສົນໃຈຫຼາຍພໍຈາກສື່ມວນຊົນສາກົນ.

ຫົວໜ້າທີ່ປຶກສາ ກ່ຽວກັບ ຜູ້ປະສົບໄພພາຍໃນປະເທດຂອງອົງການອົບພະຍົບສະຫະປະຊາຊາດ ທ່ານ ຊຳບູລ ຣິສວີ, ໄດ້ອະທິບາຍວ່າ ນັ້ນແມ່ນຍ້ອນສະຖານະການຂອງອົບພະຍົບທີ່ຫຼົບໜີຂ້າມເຂດຊາຍແດນ ເພື່ອຊອກຫາບ່ອນຫຼົບລີ້ ແມ່ນສາມາດແນມເຫັນໄດ້ຊັດກວ່າຜູ້ປະສົບໄພພາຍໃນປະເທດ.

ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ ຄວາມສົນໃຈຂອງສື່ມວນຊົນແມ່ນສຳຄັນເປັນຢ່າງຍິ່ງ ເພື່ອໃຫ້ຄວາມສຳຄັນຕໍ່ຄວາມຕ້ອງການຂອງປະຊາຊົນທີ່ຖືກທຳຮ້າຍ ຢູ່ພາຍໃນປະເທດຂອງເຂົາເຈົ້າເອງ.

ທ່ານນາງ ຣິສວີ ກ່າວວ່າ “ແຕ່ພ້ອມກັນນັ້ນ, ສາເຫດຕົ້ນຕໍ ກ່ຽວກັບ ວ່າເປັນຫຍັງສະຖານະການພວກນີ້ຈຶ່ງໄດ້ເກີດຂຶ້ນ ແລະ ແມ່ນຫຍັງທີ່ສາມາດໄດ້ເຮັດເພື່ອແກ້ໄຂມັນ, ຈະນຳທາງໄປສູ່ການແກ້ໄຂບັນຫາ. ແລະ ວິທີແກ້ໄຂບັນຫາແມ່ນບໍ່ສາມາດເປັນວິທີແກ້ໄຂດ້ານມະນຸດສະທຳ. ມັນຕ້ອງເປັນທາງການເມືອງ ແລະ ກ່ຽວຂ້ອງກັບການພັດທະນາເຊັ່ນດຽວກັບສາເຫດທີ່ສຳຄັນບາງອັນຂອງ ການປະສົບໄພພາຍໃນປະເທດ.”

ບັນດາຜູ້ຂຽນລາຍງານດັ່ງກ່າວຢ້ານວ່າ ໂຣກລະບາດໄວຣັສໂຄໂຣນາໃນທົ່ວໂລກ ຈະສົ່ງຜົນກະ ທົບຢ່າງໜັກຕໍ່ຊີວິດ ແລະ ການເປັນຢູ່ຂອງຜູ້ປະສົບໄພ ພາຍໃນປະເທດ. ເຂົາເຈົ້າໄດ້ກ່າວຢໍ້າເຖິງຄວາມແອອັດ, ສະພາບທີ່ສົກກະປົກຂອງຖິ່ນຖານເຊິ່ງຜູ້ປະສົບໄພພາຍໃນປະເທດອາໄສຢູ່ ແມ່ນບ່ອນເພາະພັນທີ່ ເໝາະສົມສຳລັບເຊື້ອໂຣກທີ່ຮ້າຍແຮງນີ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG