ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສະແດງຄວາມເສຍໃຈ ຫຼັ່ງໄຫຼເຂົ້າມາ ຫຼັງ​ຈາກຜູ້ນຳໂຊຫວຽດຄົນສຸດທ້າຍ ທ. ກໍບາຊັອບ ໄດ້ເສຍຊີວິດ ​


ແຟ້ມພາບ - ຜູ້ນຳໂຊຫວຽດ ທ່ານມິແຄລ ກໍບາຊັອບ ໂບກມື່ໃຫ້ແກ່ພວກຜູ້ຊົມຈາກຂະບວນແຫ່ ຢູ່ທີ່ອະນຸສາວາລີ Lenin Mausoleum ໃນວັນທີ 7 ພະຈິກ ປີ 1987 ໃນຈະຕຸລັດແດງ ຂອງນະຄອນຫຼວງມົສກູ ໃນລະຫວ່າງການສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ໃນການປະຕິວັດຂອງຣັດເຊຍ.
ແຟ້ມພາບ - ຜູ້ນຳໂຊຫວຽດ ທ່ານມິແຄລ ກໍບາຊັອບ ໂບກມື່ໃຫ້ແກ່ພວກຜູ້ຊົມຈາກຂະບວນແຫ່ ຢູ່ທີ່ອະນຸສາວາລີ Lenin Mausoleum ໃນວັນທີ 7 ພະຈິກ ປີ 1987 ໃນຈະຕຸລັດແດງ ຂອງນະຄອນຫຼວງມົສກູ ໃນລະຫວ່າງການສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ໃນການປະຕິວັດຂອງຣັດເຊຍ.

ຄຳສະແດງຄວາມເສຍໃຈ ແລະຄຳຍ້ອງຍໍຕ່າງໆນາໆ ໄດ້ຫລັ່ງໄຫລເຂົ້າມາຈາກທົ່ວທຸກຫົນແຫ່ງຂອງໂລກ ພາຍຫຼັງຈາກການເສຍຊີວິດຂອງອະດີດ ປະທານາທິບໍດີສະຫະພາບໂຊຫວຽດ ທ່ານມິແຄລ ກໍບາຊັອບ ໃນວັນອັງຄານແລ້ວ ນີ້. ນັກຂ່າວວີໂອເອ ໄມໂກລ ບຣາວນ໌ ມີລາຍງານ ກ່ຽວກັບ ຄວາມຮູ້ສຶກໃນເບື້ອງຕົ້ນຂອງຄົນບາງສ່ວນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານມິແຄລ ກໍບາຊັອບ ຜູ້ທີ່ໄດ້ເສຍຊີວິດເມື່ອ ວັນອັງຄານຜ່ານມານີ້ ເຊິ່ງທ່ານມີອາຍຸໄດ້ 91 ປີ ໄດ້ຖືກຈື່ຈຳວ່າ ເປັນລັດຖະບູລຸດພຽງນຶ່ງດຽວ ແລະເປັນຜູ້ທີ່ຍິ່ງໃຫຍ່ ທີ່ໄດ້ຫັນປະເທດໄປສູ່ລະບອບປະຊາທິປະໄຕ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໃນຖະແຫລງການວ່າ ທ່ານກໍບາຊັອບເປັນບຸກ​ຄົນທີ່ມີວິໄສທັດດີເດັ່ນ. ທ່ານກ່າວວ່າ ໃນຖານະທີ່ເປັນຜູ້ນຳຂອງສາທາລະນະລັດ ສັງຄົມນິຍົມ ໂຊຫວຽດ ຫຼື USSR, ທ່ານໄດ້ເຮັດວຽກກັບ ປະທານາທິບໍດີ ສະຫະລັດ ທ່ານຣອນໂນລ ເຣແກັນ ເພື່ອຫລຸດຜ່ອນອາວຸດນິວເຄລຍຂອງທັງສອງປະເທດ.

ທ່ານກໍບາຊັອບ ໄດ້ຊ່ອຍໃນການກຳຈັດຫົວລະເບີດນິວເຄລຍຫຼາຍພັນລູກ ທີ່ເປັນໄພຂົ່ມຂູ່ດ້ວຍການທຳລາຍລ້າງຕໍ່ຢູໂຣບ ໂດຍການລົງນາມໃນສົນທິສັນ ຍາກຳລັງນິວເຄລຍໄລຍະປານກາງ ຫຼື INF ກັບທ່ານເຣແກັນ ໃນປີ 1987.

ໃນປີ 1989 ຕໍ່ມາ ທ່ານກໍບາຊັອບ ໄດ້ຍຸຕິສົງຄາມຂອງໂຊຫວຽດຢູ່ໃນອັຟການິສຖານ ທີ່ໄດ້ເລີ້ມຕົ້ນຂຶ້ນເມື່ອ 10 ປີກ່ອນ ພາຍໃຕ້ການນຳພາຂອງທ່ານລີໂອນິດ ເບຣສເນັບ.

ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ໄດ້ເອີ້ນທ່ານກໍບາຊັອບ ວ່າ ເປັນນຶ່ງ “ໃນຜູ້ນຳທີ່ສຳຄັນສຸດຂອງໂລກ.”

ທ່ານຈິມ ຊາລເມີສ ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ກ່າວວ່າ “ຜ້າສາກໄດ້ປິດລົງມາແລ້ວ ສຳລັບນຶ່ງໃນຜູ້ນຳທີ່ສຳຄັນສຸດຂອງໂລກ. ທ່ານເປັນຫົວລ້ຽວຫົວຕໍ່ໃນຊ່ວງເວລາທີ່ມີຄວາມໝາຍ. ເມື່ອໂລກໄດ້ເຫັນບັນຫາຂັດແຍ້ງກັນ ແລະພາວະບໍ່ລົງລອຍກັນ, ທ່ານມອງເຫັນສັນຕິພາບ ແລະຄວາມເປັນໄປໄດ້. ທ່ານເປັນແບບຢ່າງຂອງຄວາມກ້າຫານ ແລະວິໄສທັດ ແລະທ່ານເປັນຜູ້ເຕືອນໃຈວ່າ ມັນຕ້ອງມີຄວາມກ້າຫານຫຼາຍກວ່າເກົ່າທີ່ຈະຍຸຕິສົງຄາມ ແທນທີ່ຈະເລີ້ມມັນ ແລະພອນສະຫວັນຂອງທ່ານນັ້ນ ເບິ່ງຄືວ່າ ຍິ່ງແຮງດີເດັ່ນຢູ່ໃນໂລກປັດຈຸບັນ. ບໍ່ມີປະຫວັດສາດໃດຂອງສັດຕະວັດທີ 20 ທີ່ບໍ່ມີທ່ານໃນບົດ ບາດທີ່ສຳຄັນໃນທຸກເລື້ອງ. ສະນັ້ນແລ້ວ ໂລກຈຶ່ງເສົ້າເສຍໃຈທີ່ທ່ານໄດ້ຈາກໄປໃນມື້ນີ້.”

ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ສະແດງ “ຄວາມເສຍໃຈຢ່າງເລິກເຊິ່ງຂອງທ່ານ” ອີງຕາມໂຄສົກທ່ານນຶ່ງ.

ສ່ວນເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວວ່າ ທ່ານໂສກເສົ້າຢ່າງເລິກເຊິ່ງ ທີ່ຮຽນຮູ້ເຖິງການຈາກໄປຂອງທ່ານມິແຄລ ກໍບາຊັອບ ໂດຍໃຫ້ຄຳບັນຍາຍເຖິງທ່ານວ່າ ເປັນ “ນຶ່ງໃນລັດຖະບູລຸດພຽງຜູ້ດຽວ ທີ່ໄດ້ປ່ຽນທິດທາງຂອງປະຫວັດສາດ.”

ແຟ້ມພາບ - ຜູ້ນຳໂຊຫວຽດ ທ່ານມິແຄລ ກໍບາຊັອບ ແລະພັນລະຍາຂອງທ່ານ ທ່ານນາງເຣຊາ ສະແດງທ່າທີຂະນະທີ່ພວກເພິ່ນຢ້ຽມຊົມກຳແພງທີ່ຍິ່ງໃຫຍ່ຂອງຈີນ ຢູ່ທີ່ເມືອງບາດາລິງ, ເມື່ອວັນທີ 17 ພຶດສະພາ 1989, ໃນນະຄອນຫຼວງປັກກິ່ງ ຂອງຈີນ.
ແຟ້ມພາບ - ຜູ້ນຳໂຊຫວຽດ ທ່ານມິແຄລ ກໍບາຊັອບ ແລະພັນລະຍາຂອງທ່ານ ທ່ານນາງເຣຊາ ສະແດງທ່າທີຂະນະທີ່ພວກເພິ່ນຢ້ຽມຊົມກຳແພງທີ່ຍິ່ງໃຫຍ່ຂອງຈີນ ຢູ່ທີ່ເມືອງບາດາລິງ, ເມື່ອວັນທີ 17 ພຶດສະພາ 1989, ໃນນະຄອນຫຼວງປັກກິ່ງ ຂອງຈີນ.

ບາງທີສິ່ງທີ່ສຳຄັນທີ່ສຸດ ກໍແມ່ນວ່າ ການປະຕິຮູບດ້ານເສດຖະກິດ ແລະການ ເມືອງຂອງທ່ານກໍບາຊັອບຕໍ່ລະບົບຂອງໂຊຫວຽດ ທີ່ຮູ້ຈັກກັນຄື ເພເຣັສຕຣອຍກາ (Perestroika) ຊຶ່ງໄດ້ແຜ້ວທາງເຮັດໃຫ້ສະຫະພາບໂຊຫວຽດສະຫຼາຍຕົວ ແລະສິ້ນສຸດສົງຄາມເຢັນ. ຄວາມພະຍາຍາມດ້ານການທູດຂອງທ່ານກໍບາຊັອບ ເຮັດໃຫ້ທ່ານໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໃນປີ 1990.

ແຟ້ມພາບ - ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ, ຂວາ, ກຳລັງລົມກັບອະດີດປະທານາທິບໍດີໂຊຫວຽດ ມິແຄລ ກໍບາຊັອບ ຢູ່ທີ່ການເລີ້ມຕົ້ນກອງປະຊຸມຖະແຫລງຂ່າວ ທີ່ພະຣາຊະວັງ ຂອງໂກຕທອຣຟ໌ ໃນເມືອງ ສເຣັສວິກ ທາງພາກເໜືອຂອງເຢຍຣະມັນ, ວັນທີ 21 ທັນວາ 2004.
ແຟ້ມພາບ - ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ, ຂວາ, ກຳລັງລົມກັບອະດີດປະທານາທິບໍດີໂຊຫວຽດ ມິແຄລ ກໍບາຊັອບ ຢູ່ທີ່ການເລີ້ມຕົ້ນກອງປະຊຸມຖະແຫລງຂ່າວ ທີ່ພະຣາຊະວັງ ຂອງໂກຕທອຣຟ໌ ໃນເມືອງ ສເຣັສວິກ ທາງພາກເໜືອຂອງເຢຍຣະມັນ, ວັນທີ 21 ທັນວາ 2004.

ທ່ານບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ກໍກ່າວວ່າ “ຂ້າພະເຈົ້າມີຄວາມຊື່ນຊົມທ່ານສະເໝີໄປ ໃນຄວາມກ້າຫານແລະຄວາມຊື່ສັດທີ່ທ່ານໄດ້ສະແດງໃຫ້ເຫັນໃນການນຳເອົາສົງຄາມເຢັນ ມາສູ່ການສະຫລຸບໄດ້ ຢ່າງສັນຕິ.....ທັນຕໍ່ເວລາ ທີ່ການຮຸກຮານຢູເຄຣນຂອງທ່ານປູຕິນ ນັ້ນ...ກໍຄືຄວາມມຸ້ງໝັ້ນທີ່ບໍ່ຮູ້ຈັກເມື່ອຍຂອງທ່ານ ເພື່ອເປີດກວ້າງສັງຄົມຂອງໂຊຫວຽດ ຍັງຄົງມີຢູ່ເປັນແບບຢ່າງໃຫ້ແກ່ພວກເຮົາໝົດທຸກຄົນ.”

ທ່ານກໍບາຊັອບຜູ້ທີ່ປ່ວຍໂຊຢູ່ນັ້ນ ໄດ້ມີອາຍຸຄົບ 91 ປີ ນຶ່ງອາທິດຫຼັງຈາກຣັດເຊຍບຸກລຸກຢູເຄຣນ ໃນເດືອນກຸມພາ ໂດຍສ່ວນໃຫຍ່ແລ້ວ ຈະປ່ອຍໃຫ້ຜົນ ສຳເລັດຕ່າງໆຂອງທ່ານ ເປັນຕົວບົ່ງບອກດ້ວຍມັນເອງ ໂດຍການໃຫ້ຄຳເຫັນຢ່າງເປີດເຜີຍພຽງເລັກນ້ອຍ ກ່ຽວກັບສົງຄາມໃນຢູເຄຣນ ຫຼື ສິ່ງອື່ນໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG