ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນ ເປັນຫ່ວງ ກ່ຽວກັບ ໄຟໄໝ້ປ່າ ແລະ ຄວັນໄຟ ຢູ່ເກາະ ບໍນຽວ


ໄຟໄໝ້ປ່າ ທີ່ເຫັນຈາກເຮືອບິນເຮລິຄອບເຕີ ກະຊວງສິ່ງ​ແວດ​ລ້ອມ ​ອິນ​ໂດ​ເນ​ເຊຍ ຢູ່ ກູບູ ຣາຢາ ປະເທດອິນໂດເນເຊຍ ວັນທີ 25 ສິງຫາ 2016.
ໄຟໄໝ້ປ່າ ທີ່ເຫັນຈາກເຮືອບິນເຮລິຄອບເຕີ ກະຊວງສິ່ງ​ແວດ​ລ້ອມ ​ອິນ​ໂດ​ເນ​ເຊຍ ຢູ່ ກູບູ ຣາຢາ ປະເທດອິນໂດເນເຊຍ ວັນທີ 25 ສິງຫາ 2016.

ໃນ​ຂະນະ​ທີ່ມົນ​ລະ​ພິດ​ອາກາດ ປົກ​ຄຸມ​ນະຄອນ​ຫຼວງຈາ​ກາ​ຕາ ທ່າມກາງ​ການ​ເປັນ​ເຈົ້າ
ພາບ​ຈັດການແຂ່ງຂັນກິລາເອຊຽນ​ເກ​ມ ຫຼາຍຄົນ​ໃນ​ມາ​ເລເຊຍ​ພາກັນ ​ຕິ​ຕຽນອິນ​ໂດ​ເນ​
ເຊຍວ່າ ​ເປັນຜູ້​ຮັບຜິດຊອບ​ ຕໍ່ການ​ເຮັດ​ໃຫ້​ ມີລະດັບ​ຄວັນ​ໄຟ ​ເພີ້ມສູງຂຶ້ນ ຊຶ່ງ​ເຂົາ​ເຈົ້າ​
ກ່າວ​ວ່າ ​ເພາ​ະ​ເກີດ​ໄຟ​ໄໝ້ ​ຢູ່​ເຂດ​ກາລີ​ມັນຕັນ ທີ່​ເປັນ​ພາກ​ສ່ວນນຶ່ງ​ຂອງ​ເກາະບໍນຽວ
ອິນໂດເນເຊຍ.

ຄວັນ​ໄຟ​ຈາກ​ໄຟ​ໄໝ້ ແມ່ນ​ເພີ້​ມຄວາມຮ້າຍແຮງ ຈາກ​ຄວາມ​ຮ້ອນ​ເອົ້າ ສະພາບ​ແຫ້ງ​
ແລ້ງ ພ້ອມ​ດ້ວຍ​ການຖາງປ່າຈູດໄຮ່ດ້ວຍຄວາມຕັ້ງໃຈເພື່ອການກະສິກຳທີ່​ຂົ່ມ​ຂູ່​ຈະ
​ເກີດ​ການ​ຂັດ​ແຍ້​ງທາງດ້ານ​ການ​ທູດ ລະຫວ່າງ​ອິນ​ໂດ​ເນ​ເຊຍ ​ແລະ​ບັນ ດາ​ປະ​ເທດ
​ເພື່ອນ​ບ້ານ. ​ເລື້ອງ​ທີ່ິຄ້າຍຄື​ກັນ​ໄດ້​ເກີດ​ຂຶ້ນໃນ​ປີ 2015 ​ເວລາ​ຄວັນ​ໄຟ​ ​ຈາກ​ເຂດກາ
​ລີມັນຕັນ ​ແລະເກາະ​ສຸ​ມາຕຣາ ໄຫລໄປປົກ​ຄຸມ​ສິງກະ​ໂປແລະ ​ສ່ວນ​ໃຫຍ່​ຂອງ​ມາ​
ເລ​ເຊຍ.

ການແຂ່ງຂັນຂີ່ແຈັດສະກີ ອາຊຽນເກມ 2018 ທີ່ເຫັນມີຄວັນໄຟປົກຕຸມ ຢູ່ນະຄອນຈາກາຕາ ວັນທີ 24 ສິງຫາ 2018
ການແຂ່ງຂັນຂີ່ແຈັດສະກີ ອາຊຽນເກມ 2018 ທີ່ເຫັນມີຄວັນໄຟປົກຕຸມ ຢູ່ນະຄອນຈາກາຕາ ວັນທີ 24 ສິງຫາ 2018

ທ່າ​ນຊິ​ຕີ ​ເນີບາ​ຢາ ບາ​ກາຣ ລັດຖະມົນຕີ​ສິ່ງ​ແວດ​ລ້ອມ ​ແລະ​ປ່າ​ໄມ້​ຂອງ​ອິນ​ໂດ​ເນ​ເຊຍ
​ໄດ້ຂຽນຂໍ້ຄວາມ​ລົງ​ທາງ​ທວິດ​ເຕີໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ “ຂ້າພະ​ເຈົ້າຂໍ ສືບຕໍ່ເຊື້ອ​ເຊີນ
​ໃຫ້ທຸກ​ພັກ​ຝ່າຍ ​ປົກປັກ​ຮັກສາ​ປ່າ​ໄມ້ ​ແລະ​ດິນ​ດອນ. ຢຸດ​ທຳລາຍ​ທຳ​ມະ​ຊາດ​ໂດຍ​ການ
​ຈູດ​ເຜົາ. ພວກ​ເຮົາ​ບໍ່​ມີ​ແຜນ ​ບີ ​ເພາະວ່າ​ບໍ່​ມີ​ໂລກ ບີ.”

ຄົນດັບເພີງຄົນນຶ່ງ ກຳລັງສີດນໍ້າໃສ່ປ່າຫຍ້າບ່ອນເກີດໄຟໄໝ້ ຢູ່ນອກເມືອບພອນຕີອາໜັກ ອິນໂດເດເນເຊຍ ວັນທີ 22 ສິງຫາ 2016.
ຄົນດັບເພີງຄົນນຶ່ງ ກຳລັງສີດນໍ້າໃສ່ປ່າຫຍ້າບ່ອນເກີດໄຟໄໝ້ ຢູ່ນອກເມືອບພອນຕີອາໜັກ ອິນໂດເດເນເຊຍ ວັນທີ 22 ສິງຫາ 2016.

ເຂດເອ​ເຊຍ​ອາຄະ​ເນ ​ໄດ້ປະເຊີນໜ້າກັບ​ຄວັນ​ໄຟ​ໃນແຕ່ລະ​ປີ ລະຫວ່າງ​ລະ​ດູ​ແລ້ງ ຢ່າງ
​ໜ້ອຍ​ນັບ​ແຕ່​ປີ 2005 ເປັນຕົ້ນມາ ອັນ​ເປັນ​ພາກສ່ວນ​ເນື່ອງ​ມາ​ຈາກ​ຜູ້​ຜະລິດ​ກະສິກຳ
ໃຊ້​ການ​ຈູດ​ເຜົາ​ທີ່​ມີ​ລາຄາຖືກ ​ແລະ​ມີປະສິດທິ​ຜົນ​ເພື່ອຖາງປ່າເຮັດໄຮ່.

ປະມານ 60 ຫາ 70 ​ເປີ​ເຊັນ​ຂອງ​ໄຟ​ໄໝ້​ໃນ​ປີ 2015 ​ໄດ້​ເກີດ​ຂຶ້ນ​ຢູ່​ໃນບ່ອນ​ທີ່​ມີ​ຫຍ້າ​
ແຫ້ງບ່ອນ​ທີ່​ເກີດ​ໄຟ​ໄໝ້ປ່າໄດ້​ປ່ອຍແກັສ​ຄາບ​ອນໄດ​ອັອກຊາຍຢ່າງ​ຫຼວງ​ຫຼາຍ ເຮັດ
ໃຫ້ເກີດຄວັນພິດທີ່ເປັນ​ອັນຕະລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG