ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮູບໃບໜ້າຄົນຫຼາຍລ້ານອັນແຕກຕ່າງກັນ ສາມາດສ້າງຂຶ້ນ ໂດຍໃຊ້ປັນຍາປະດິດ ຫລື AI ໃນຄອມພິວເຕີ ໄດ້


LogOn-Fake AI People USAGM
please wait

No media source currently available

0:00 0:01:57 0:00

ໃບໜ້າເຫລົ່ານີ້ສາມາດສ້າງຂຶ້ນມາໂດຍການໃຊ້ປັນຍາປະດິດ ຫລື AI ໄດ້

ຮູບພາບຂອງໃບໜ້າຄົນປອມແບບດິຈິຕອລ - ທີ່ເບິ່ງຄືວ່າ ແມ່ນຄົນແທ້ - ກໍາລັງຖືກຂາຍຢູ່ທາງອອນລາຍເປັນຫລາຍໆພັນໃບ. Deana Mitchell, ນັກຂ່າວວີໂອເອໄດ້ຄົ້ນເບິ່ງເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ໃບໜ້າເຫລົ່ານີ້ທີ່ສ້າງຂຶ້ນມາໂດຍປັນຍາປະດິດ ຫລື AI, ແມ່ນຜະລິດຕະພັນຂອງບໍລິສັດເຈີເນີເຣທິດ.ໂຟໂທສ໌ (Generated.Photos), ເຊິ່ງເປັນບໍລິສັດຂາຍຮູບໃບໜ້າຄົນ - ທີ່ໃຊ້ໂດຍບໍລິສັດຜະລິດເກມເພື່ອສ້າງຕົວລະຄອນທີ່ແທ້ຈິງ ແລະທຸລະກິດອື່ນໆ ທີ່ຕ້ອງການຮູບພາບສະສົມໄວ້.

ທ່ານ ອີແວນ ບຣອນ (Ivan Braun) ເປັນຜູ້ກໍ່ຕັ້ງບໍລິສັດ Generated.Photos ທ່ານເວົ້າວ່າ:
“ຮູບແບບການຮຽນຮູ້ຂອງເຄື່ອງຈັກພວກເຮົາ, ມັນຮຽນຮູ້ວ່າ ຄົນເຮົາມີລັກສະນະຄືແນວໃດ, ດັງຈະຈັດວາງໄວ້ບ່ອນໃດ, ຄົນມີຕາຈັກໜ່ວຍ, ມີຊົງຜົມແບບໃດແດ່ທີ່ຈະເຮັດໄດ້. ໂດຍອີງໃສ່ຄວາມຮູ້ດັ່ງກ່າວ, ພວກມັນກໍເລີ່ມຕົ້ນແຕ້ມຮູບໃບໜ້າຂອງຄົນ.”

ບໍລິສັດຂອງທ່ານ ບຣອນ (Braun) ໄດ້ປຽບທຽບເບິ່ງຮູບທີ່ມີໃນຊີວິດຕົວຈິງຫລາຍພັນອັນໂດຍໃຊ້ໂປຣແກຼມ ຫລື ຊັອຟແວຂອງບໍລິສັດ Nvidia ທີ່ສ້າງຮູບກຣາຟິກໃນຄອມພິວເຕີ້ ທີ່ມີໄວ້ໃຫ້ຄົນທົ່ວໄປໃຊ້ນັ້ນ ເພື່ອສ້າງຖານຂໍ້ມູນຂອງໃບໜ້າທີ່ມີຫລາຍກວ່າ 2 ລ້ານ 5 ແສນອັນ ທີ່ຜະລິດໂດຍປັນຍາປະດິດ ຫລື AI.

ທ່ານ ບຣອນ (Braun) ກ່າວວ່າ ເປົ້າໝາຍໃນເບື້ອງຕົ້ນຂອງທ່ານແມ່ນເພື່ອຫຼຸດຕົ້ນທຶນແຮງງານໃນການຈ້າງຊ່າງຖ່າຍຮູບ, ນາງແບບ, ນັກສິນລະປິນໃນ ການແຕ່ງໜ້າລົງ- ຊຶ່ງເປັນຄວາມປາດຖະໜາທີ່ງ່າຍໆ.

ແຕ່ດ້ວຍການທີ່ບໍ່ມີລະບຽບການຄວບຄຸມອັນໃດ, ໃບໜ້າປອມແມ່ນກຳລັງພິສູດໃຫ້ເຫັນເຖິງແຫລ່ງຊັບພະຍາກອນທີ່ງ່າຍໆ ໃນການເຮັັດການຫຼອກລວງ.

ມີສິ່ງທີ່ບອກໃຫ້ຮູ້ໄດ້ວ່າ ມັນບໍ່ແມ່ນຂອງແທ້ຢູ່ໃນຮູບບາງອັນທີ່ສະແດງໃຫ້ເຫັນວ່າພວກມັນເປັນໃບໜ້າທີ່ສ້າງຂຶ້ນມາໂດຍຄອມພີວເຕີ້ ໂດຍທີ່ມີຈຸດແປກໆ, ຕຸ້ມຫູທີ່ບໍ່ເຂົ້າກັນ ຫລື ຄວາມມົວຢູ່ເສັ້ນອ້ອມຂອບຜົມ.

ແຕ່ວ່າ ສາດສະດາຈານແຮນນີ ແຟຣິດ (Hany Farid) ຈາກມະຫາວິທະຍາໄລລັດຄາລິຟໍເນຍ ໃນເມືອງເບີກເຄລ (Berkley), ຜູ້ຊ່ຽວຊານໃນການຄົ້ນຫາຮູບໃບໜ້າປອມກ່າວວ່າ ວິທີທີ່ດີທີ່ສຸດທີ່ຈະຫລີກລ້ຽງຄວາມພະຍາຍາມໃນການສໍ້ໂກງໄດ້ກໍຄືການຮູ້ຢັ້ງຄິດເຖິງການກົດປຸ່ມ ຫລື ຄລິກທາງອອນລາຍຂອງທ່ານ.

ສາດສະດາຈານແຮນນີ ແຟຣິດ, ກ່າວຜ່ານທາງ Skype ວ່າ:
“ມັນມີໄວຣັສຢູ່ທີ່ນັ້ນ ແລະມີພະຍາດທີ່ເປັນຂໍ້ມູນທີ່ບໍ່ຖືກຕ້ອງ. ແຕ່ທ່ານກໍເປັນສ່ວນນຶ່ງຂອງບັນຫາ. ທ່ານກຳລັງນໍາເອົາມັນໄປເຜີຍແຜ່ເມື່ອທ່ານກົດມັກ ຫລື like ເວລາທີ່ທ່ານແບ່ງປັນຂໍ້ມູນນັ້ນ ແລະເວລາທີ່ທ່ານເອົາມັນສົ່ງຕໍ່ທາງທວີດເຕີ ໂດຍບໍ່ໄດ້ຢັ້ງຄິດກ່ອນເປັນເທື່ອທີສອງ. ທ່ານເປັນຜູ້ນໍາເອົາ ການລະບາດນີ້ໄປແຜ່ຜາຍຕໍ່.”

ທ່ານ ບຣອນ ຮູ້ວ່າຮູບພາບຂອງລາວອາດຈະຖືກນຳໃຊ້ເພື່ອຫລອກລວງຜູ້ຄົນໄດ້. ສະນັ້ນ, ບໍລິສັດຂອງທ່ານກຳລັງແບ່ງປັນຂໍ້ມູນຂອງຕົນກັບບໍລິສັດສື່ສັງຄົມອອນ ລາຍຈໍານວນນຶ່ງເພື່ອຊ່ວຍພວກເຂົາເຈົ້າໃນການກວດກາ ເມື່ອໃດຫາກມີຮູບພາບທີ່ຜະລິດໂດຍ AI ຖືກເອົາມາໃຊ້.

ຄຸນລັກສະນະທີ່ຫລ້າສຸດຂອງພວກເຂົາເຈົ້າແມ່ນເອີ້ນວ່າ ລະບົບ Anonymizer. ທ່ານອັບໂຫລດຮູບຂອງທ່ານເອງ - ແລະມັນຖ່າຍຮູບອອກມາໃຫ້ເຫັນຮູບທີ່ດີ, ມີການປ່ຽນແປງໄປເລັກນ້ອຍສໍາລັບໃບໜ້າຂອງທ່ານໃນຫລາຍໆແບບ ....

ສະນັ້ນ, ການເບິ່ງໃຫ້ຮູ້ວ່າ ສິ່ງໃດເປັນຂອງຈິງ ແລະສິ່ງໃດທີ່ບໍ່ແມ່ນຂອງຈິງແມ່ນຍິ່ງມືດມົນຂຶ້ນອີກ.

XS
SM
MD
LG