ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຄົມຕ່າງໆ ພາກັນຮວມໂຕ ກັນຄັດຄ້ານ ການສ້າງເຂື່ອນ ໃນລຳແມ່ນ້ຳຂອງ


ຊາວປະມົງຄົນນຶ່ງ ກຳລັງຫາປາ ຢູ່ໃກ້ໆບ່ອນນຶ່ງ ທີ່ຖືກສະເໜີ ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ.
ຊາວປະມົງຄົນນຶ່ງ ກຳລັງຫາປາ ຢູ່ໃກ້ໆບ່ອນນຶ່ງ ທີ່ຖືກສະເໜີ ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ.

ພວກ​ເຄືອ​ຂ່າຍ​ປະຊາ​ຄົມ​ຊາວ​ປະມົງ​ຕ່າງໆ​ຈາກ​ກຳປູ​ເຈຍ ​ແລະ​ໄທ ພວມຮວມກຳລັງກັນ​ເພື່ອ​ພະຍາຍາມ​ຢຸດການ​ກໍ່ສ້າງ​ເຂື່ອນໄຟຟ້າພະລັງ​ນ້ຳ ໃນ​ລຳ​ແມ່​ນ້ຳຂອງ. ບັນດາ​ຜູ້ນຳ​ປະຊາ​ຄົມ​ແລະ​ພວກ​ປົກປ້ອງ​ ສິ່ງ​ແວດ​ລ້ອມ ​ເຕືອນ​ວ່າ ການ​ລົບກວນ​ທາງ​ໄຫລ​ຂອງ​ນໍ້າ​ ແລະ​ການຍົກຍ້າຍ​ຂອງ​ປາ ຈະ​ສົ່ງ​ຜົນ​ກະທົບ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍ​ລ້ານ​ຄົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ ​ແລະ​ເວລາ​ນີ້ ພວກ​ເຂົາ​ເຈົ້າ​ກຳລັງ​ດຳ​ເນີນ​ງານ​ຮ່ວມ​ກັນ ​ເພື່ອ​ພະຍາຍາມ​ຊັກ​ຊວນ​ບັນດາ​ລັດຖະບານ​ ​ຕ່າງໆ ​ໃຫ້​ປະລະ​ໂຄງການສ້າງ​ເຂື່ອນ​ຕ່າງໆ​ເສຍ. ສິງ​ມີ​ລາຍ​ລະອຽດ​ ​ກ່ຽວ​ກັບ​ເລື້ອງນີ້ ​ຈາກລາຍ​ງານຂອງ Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ບາງກອກ ມາສະ​ເໜີ​ທ່ານ.

ການ​ລົນ​ນະ​ລົງ​ຂອງ​ພວກ​ເຄືອ​ຂ່າຍດັ່ງກ່າວ ​ໄດ້ນຳ​ເອົາ​ພວກ​ປະຊາ​ຄົມຊາວ​ປະມົງທ້ອງ​ຖິ່ນ ຈາກ​ໄທ​ແລະ​ກຳປູ​ເຈຍ ມາ​ຮວມ​ກຳລັງ​ກັນ ​ເພາະ​ພວກ​ເຂົາ​ເຈົ້າພາກັນ​ຢ້ານ​ກົວ​ວ່າ ວິຖີຊີວິດແລະການ​ທຳ​ມາ​ຫາ​ກິນ​ຂອງ​ພວກ​ເຂົາ​ເຈົ້າ ອາດຈະ​ສູນ​ເສຍ​ໄປ ຍ້ອນ​ການ​ກໍ່ສ້າງ​ເຂື່ອນ​ຕັນ​ນ້ຳ​ ໃນ​ເຂດຕອນ​ລຸ່ມ​ຂອງແມ່​ນ້ຳຂອງ​ ທີ່​ຍາວ 4300 ຫຼັກ​ກິ​ໂລ​ແມັດນັ້ນ.

ປະຊາຊົນ​ຫຼາຍ​ລ້ານ​ຄົນ​ ໃນ​ກຳປູ​ເຈຍແລະ​ໄທ ​ແມ່ນ​ກາງ​ຕໍ່​ໂດຍກົງນຳປາ​ ​ເພື່ອ​ຄວາມ​ໝັ້ນຄົງ​ທາງອາຫານ​. ພວກ​ເຄືອ​ຂ່າຍ​ປະຊາ​ຄົມ​ຊາວ​ປະມົງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຄັດຄ້ານ​ຕໍ່​ການ​ສ້າງ​ເຂື່ອນ​ໄຟຟ້າພະລັງ​ນ້ຳ​ຂະໜາດໃຫຍ່ທັງ​ໝົດ ​ໃນ​ລຳ​ແມ່​ນ້ຳຂອງ. ມີ​ແຜນການ​ສ້າງ​ເຂື່ອນໄຟ ຟ້າ​ພະລັງ​ນ້ຳ ​ຫຼາຍ​ເຖິງ 11 ​ແຫ່ງ​ໃນ​ລຸ່ມ​ແມ່​ນ້ຳຂອງ.

ຫຼັງ​ຈາກ​ທຳ​ຄວາມ​ກົດ​ດັນ​ການ​ຄັດຄ້ານ​ຂອງ​ພວກ​ເຂົາ​ເຈົ້າ ຕໍ່​ການ​ສ້າງ​ເຂື່ອນແຕ່ລະ​ແຫ່ງ ມາ​ເປັນ​ເວລາ​ຫຼາຍປີ​ ​ບັດ​ນີ້​ພວກ​ເຂົາ​ເຈົ້າກຳລັງພະຍາຍາມ​ຮວມກຳລັງ​ກັນ ​ແລະວິ້ງ​ເຕັ້ນ​ເຂົ້າ​ຫາ​ລັດຖະບານຂອງ​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ.

ທ່ານ Om Savath ​ເປັນ​ຫົວໜ້າ​ ທີ​ມ​ແນວ​ໂຮມ​ເຄື່ອນ​ໄຫວ​ດ້ານ​ການ​ປະມົງ​ ຫລື FACT
ທີ່ຕັ້ງ​ຢູ່​ໃນ​ກຳປູ​ເຈຍ.

ທ່ານ​ອົມ ​ສະຫວັດ ກ່າວ​ວ່າ “ພວກ​ເຮົາ​ພະຍາຍາມ​ຊຸກຍູ້​ລັດຖະບານ ​ໂດຍ​ສະ​ເພາະ​ລັດຖະບານ​ກຳປູ​ເຈຍ ​ແລະ​ປະ​ເທດ​ອື່ນໆ ​ໃຫ້​ທຳ​ການ​ສຶກສາ ​ເພື່ອ​ຢຸດ​ການ​ສ້າງ​
ເຂື່ອນ​ຂຶ້ນ​ຕາມ​ລຳ​ແມ່​ນ້ຳຂອງ ​ໂດຍ​ສະ​ເພາະ ເຂື່ອນ​ດອນ​ສະ​ຫົງ ​ເພາະວ່າມັນ​ຢູ່
​ໃກ້ໆ​ຊາຍ​ແດນ​ກຳປູ​ເຈຍ​ຕິດ​ກັບ​ລາວ​. ​ເຂື່ອນ​ແຫ່ງ​ນີ້ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຫຼວງ​
ຫຼາຍ​ຕໍ່​ການ​ປະມົງ. ພວກ​ເຮົາ​ກຳລັງຮວມ​ແຮງ​ກັນ ​ໂດຍ​ສະ​ເພາະ​ ບັນດາ​ເຄືອ​ຂ່າຍ
​ກຳປູ​ເຈຍ ​ໄທ ລາວ​ແລະ​ຫວຽດນາມ ​ແລະ​ກໍ​ວາງ​ແຜນ​ຈະເຊື່ອມ​ໂຍງ ​ກັບ​ມຽນມາ​.”

ພວກ​ເຄືອ​ຂ່າຍ​ດັ່ງກ່າວໄດ້ຮຽກຮ້ອງ​ໃຫ້​ລາວ​ຢຸດ​ການ​ສ້າງ​ເຂື່ອນ​ໄຊ​ຍະບູລີ​ ມູນ​ຄ່າ 3500 ລ້ານ​ດອນ​ລາ ​ໃນ​ພາກ​ເໜືອ​ຂອງ​ລາວ ​ແລະ​ໃຫ້​ຢຸດເຂື່ອດອນ​ສະ​ຫົງ​ ພະລັງ​ແຮ​ງຂະໜາດ 260 ​ເມ​ກາ​ວັດ ທີ່​ຈະສ້າງ​ຂຶ້ນຢູ່​ໃກ້ໆ​ກັບ​ຊາຍ​ແດນ​ ລາວ​-​ກຳປູ​ເຈຍ​ນັ້ນ.

ບັນດາ​ນັກວິທະຍາສາດ​ກ່າວ​ວ່າ ​ເຂື່ອນ​ດອນ​ສະ​ຫົງ ຈະ​ສົ່ງ​ຜົນ​ກະທົບ ຢ່າງ​ສຳຄັນຕໍ່​ການ​ເຄື່ອນ​ຍ້າຍ​ໄປມາ​ຂອງ​ພວກ​ປູ​ປາ​. ບໍລິ​ເວນ​ດັ່ງກ່າວ ​ຂອງ​ນ້ຳຂອງ ຖື​ວ່າເປັນ​ເຂດ​ດຽວ​ເທົ່າ​ນັ້ນ ທີ່​ພວກ​ປູ​ປາຈະ​ສາມ​າດ​ລອຍ​ຂຶ້ນ​ລົງໄດ້ ຢ່າງ​ປອດ​ໄພ ໃນ​ຍາມ​ລະດູ​ແລ້ງ​.

ທ່ານ​ນາງ​ເປຣມຣືດີ ດາວຣຸ່ງ ຜູ້​ອຳນວຍ​ການ​ຮ່ວມ​ຂອງ​ມູນ​ນິທິຟື້ນ​ຟູ​ ນິ​ເວດ​ວິທະຍາ ຊຶ່ງ​ເປັນ​ອົງການ​ທີ່​ບໍ່ຂຶ້ນ​ກັບ​ລັດຖະບານ​ກ່າວ​ວ່າ ພວກ​ປະຊາ​ຄົມ​ໃນເຂດ​ທ້ອງ​ຖິ່ນ ຈຳເປັນ
ຕ້ອງມີປາກມີສຽງ ໃນ​ອະນາຄົດ​ ເພາະວ່າການ​ພັດທະນາ​ໃດໆກໍແມ່ນ ຈະ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ວິຖີຊີວິດ​ຂອງ​ເຂົາ​ເຈົ້າ.

ບັນດານັກວິທະຍາສາດກ່າວວ່າ ການປ່ຽນແປງຂອງອາກາດ ກັບເຂື່ອນ ເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ
ບັນດານັກວິທະຍາສາດກ່າວວ່າ ການປ່ຽນແປງຂອງອາກາດ ກັບເຂື່ອນ ເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ

ທ່ານ​ນາງ​ເປຣມຣືດີ ກ່າວ​ວ່າ “ປະຊາຊົນ​ຈະ​ຕ້ອງ​ມີ​ປາກ​ມີ​ສຽງ​ຫລາຍ​ຂຶ້ນໂດຍ​ກົງ​ຫຼາຍ​ຂຶ້ນ ​ໃນເລື້ອງ​ນີ້ ກໍ​ຄືພວກ​ປະຊາຊົນ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ ຈາກ​ເຂື່ອນ​ດັ່ງ​ກ່າວ. ​ໃນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບເຂື່ອນ​ໄຟຟ້າ​ພະລັງ​ນ້ຳ​ໃນ​ລຳ​ແມ່​ນ້ຳຂອງນີ້ ​ໄດ້​ມີ​ຫຼາຍ​ກຸ່ມ​ເຂົ້າ​ພັວພັນ​ນຳ ​ແຕ່​ວ່າປາກ​ສຽງ​ທີ່​ແຂງ​ແຮງ​ທີ່​ສຸດ ​ໃນ​ແງ່​ຂອງ​ປະຊາຊົນ​ໃນ​ເຂດ​ທ້ອງ​
ຖິ່ນ ​ແມ່ຢູ່​ໃນໄທ ​ແລະ​ກຳປູ​ເຈຍ."

ການກໍ່ສ້າງ​ເຂື່ອນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ ຢູ່ໃນ​ລາວນັ້ນ ສົ່ງ​ຜົນ​ກະທົບ​ຕໍ່​ໄທ ບ່ອນ​ທີ່​ແມ່​ນ້ຳ​ຫຼາຍ​ສາຍ​ເປັນ​ສາຂາ​ຂອງແມ່ນ້ຳຂອງ. ​ຈັງຫວັດອຸ ບົນຣາຊະ​ທານີໃນ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ໄທ ພວກ​ປະຊາ​ຄົມ​ຕ່າງໆ ຢູ່ເລາະ​ຕາມແມ່​ນ້ຳ​ປາກ​ມູນ ​ໄດ້​ພາກັນ​ຕໍ່ສູ້​ມາ​ເປັນ​ເວລາ​ເກືອບ 30 ປີ ຄັດຄ້ານຕໍ່​ການ​ສ້າງ​ເຂື່ອນ​ແຫ່ງ​ນຶ່ງ ​ແລະ​ຕໍ່​ມາ ​ຕໍ່ສູ້​ເພື່ອ​ໃຫ້​ແນ່​ໃຈ​ວ່າ ມີ​ການ​ໄຂ​ພວກ​ປະຕູ​ນ້ຳ​ກັນ​ນ້ຳ​ຖ້ວມ​ຢ່າງ​ສະໝໍ່າ ສະ​ເໝີ​ ​ເພື່ອ​ປ່ອຍ​ໃຫ້​ປູ​ປາຈາກ​ແມ່​ນ້ຳຂອງ ລອຍ​ເຂົ້າ​ໄປຫາ​ແມ່​ນ້ຳປາກ​ມູນ​ນີ້​ໄດ້.

ທ່ານ​ນາງສົມປອງ ວຽງ​ຈັນ ຜູ້ນຳ​ປະຊາ​ຄົມ​ແມ່​ນ້ຳປາກ​ມູນ ກ່າວ​ວ່າ ເຂື່ອນທີ່​ດອນ​ສະ​ຫົງ
ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ພວກ​ປູ​ປາ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ໃນ
​ທ້ອງ​ຖິ່ນ.

ທ່ານນາງ ​ສົມປອງເວົ້າວ່າ “ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້​ຢ່າງ​ຈະ​ແຈ້ງວ່າ ​ເຂື່ອນ​ໃດ​ກໍ​
ຕາມ​ທີ່​ສ້າງ​ຂຶ້ນ​ໃນ​ລຳ​ແມ່​ນ້ຳຂອງ ​ຄື​ກັນ​ກັບ​ເຂື່ອນ​ນໍ້າມູນ ຕອນ​ທີ່ເຂົາ​ເຈົ້າ​ຕັດ​ພວກ​
ເຮົາ​ອອກ​ຈາກ​ແມ່​ນ້ຳຂອງ​ພວກ​ເຮົາ​ເອງ ​ແລະ​ມັນ​ກໍຈະ​ເປັນແບບ​ດຽວ​ກັນ​ ກັບ​ແມ່
ນ້ຳຂອງ​. ນ້ຳຂອງ​ເປັນ​ແມ່​ນໍ້າຂອງ​ພວກ​ເຮົາ​ໝົດ​ສູ່​ຄົນ. ຖ້າເຂື່ອນ​ດອນ​ສະຫົງຫາກ
​ເກີດ​ຂຶ້ນ​ແທ້ໆ​ແລ້ວ ພວກ​ປະຊາຊົນ​ໃນ​ແມ່​ນ້ຳປາກ​ມູນ​ ກໍບໍ່​ສາມາດ​ຈະ​ຢູ່​ໄປ​ໄດ້​ຄື​ກັນ
ມັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເຮົາ​ ​ໂດຍ​ທັນທີ.”

ທີ່​ກຳປູ​ເຈຍ ປະຊາຊົນ​ຫລາຍ​ຮອດ 6 ລ້ານ​ຄົນ ແມ່ນອາ​ໄສ​ໂດຍ​ກົງ​ນຳ​ປາ ​ຈາກ​ທະ​ເລ​ສາບ​ໃຫຍ່ ຫຼື Ton Le Sap ນັ້ນ ເພື່ອ​ຄວາມ​ໝັ້ນຄົງ​ດ້ານ​ອາຫານ​.

ຫົວໜ້າ ​ ເຄືອ​ຂ່າຍຊາວ​ປະມົງ ຕົງ ​ເລ ສາບ ທ່ານ Long Sochet ກ່າວ​ວ່າ ພວກ​ປະຊາ​ຄົມ​ເຫລົ່າ​ນັ້ນ​ເປັນ​ຫ່ວງ ​ກ່ຽວ​ກັບ​ອະນາຄົດ​ຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ວ່າ​ມີ​ການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ແທ້ ​ແລະ​ວ່າ ການ​ກັ້ນ​ນ້ຳ​ຈາກ​ແມ່​ນ້ຳ​ຂອງ​ໄວ້ ຈະ​ເຮັດ​ໃຫ້​ປະລິມານ​ປາຢູ່​ໃນ ຕົງ​ເລ ສາບ ຫລຸດ​ນ້ອຍ​ລົງ ​ແລະ​ກໍ​ຈະ​ສ້າງຄວາມ​ລຳບາກ​ໃຫ້​ປະຊາຊົນ​ໃນ​ທ້ອງ​ຖິ່ນ ຍ້ອນ​ການ​ສູນ​ເສຍ​ວິຊາ​ຫາ​ກິນ​ຂອງ​ເຂົາ​ເຈົ້າ ​ແລະ​ຜົນ​ກະທົບ​ຕໍ່​ຊັບພະຍາກອນ​ທຳ​ມະ​ຊາດ.

ການ​ສຶກສາບັ້ນ​ນຶ່ງ ​ໂດຍ​ຄະນະ​ກຳມະການ​ລຸ່ມ​ແມ່​ນ້ຳຂອງ​ຫຼື MRC ຊຶ່ງ​ເປັນອົງການ​ຈັດ​ຕັ້ງ
ລະຫວ່າງ​ລັດຖະບານ ​ລາວ ​ໄທ ກຳປູ​ເຈຍ​ແລະ​ຫວຽດນາມ​ ​ໄດ້​ເຕືອນ​ວ່າ ການ​ສ້າງ​ເຂື່ອນ​ຂຶ້ນ​ໃສ່​ລຳແມ່​ນ້ຳຂອງຕອນ​ລຸ່ມ​ ສາມາດເຮັດ​ໃຫ້​ປະລິມານປູ​ປາ​ໃນ​ນ້ຳຂອງ ​ຫລຸດລົງ​ໄດ້​
ເຖິງ 300 ພັນ​ໂຕນ​ຕໍ່​ປີ ຊຶ່ງຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ ຕໍ່​ພວກ​ປະຊາ​ຄົມ​ໃນ​ກຳປູ​ເຈຍ.

ເມື່ືອ​ຕົ້ນ​ເດືອນ​ກັນຍາ​ ທີ່​ນະຄອນຫຼວງ​ພະນົມ​ເປັນ ພວກເຄື່ອນ​ໄຫວ​ພາ ກັນ​ປຸ້ມລຸ​ມ ​ຕໍ່ຕ້ານ​ພວກ​ນັກ​ລົງທຶນ​ຈາກມາ​ເລ​ເຊຍ ທີ່ສະໜັບສະໜຸນ​ໂຄງການ​ສ້າງ​ເຂື່ອນ​ດອນ​ສະ​ຫົງນັ້ນ ດ້ວຍ​ການ​ເຮັດ​ໜັງສື​ຮ້ອງ​ຮຽນໃຫ້​ງົດ​ໂຄງການ​ດັ່ງກ່າວ ​ໂດຍມີລາຍ​ເຊັນ​ສະໜັບສະ​ໜຸນ​ ປະມານ 250 ພັນລາຍ​ເຊັນ.

​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ລັດຖະບານ​ລາວ​ໄດ້​ຕົກລົງ​ທີ່​ຈະ​ເຂົ້າ​ຮ່ວມ​ໃນຂັ້ນ​ຕອນ​ປຶກສາ​ຫາລື​ກັນ​ລ່ວງ​ໜ້າ ທີ່​ບັນດາ​ນັກວິ​ເຄາະເຫັນ​ວ່າ ​ເປັນ​ການ​ຍິນ​ຍອມ​ຂອງ​ລາວ ​ຕໍ່​ໜ້າການ
​ຕຳ​ໜິຕິຕຽນທີ່​ມີ​ຫຼາຍ​ຂຶ້ນ​ນັ​ບມື້​ກ່ຽວ​ກັບ​ເຂື່ອນ​ດອນ​ສະ​ຫົງ​ນັ້ນ.

​ແຕ່ຫລາຍໆ​ກຸ່ມ​ ​ເຊັ່ນ​ກຸ່ມແນວ​ໂຮມ​ຮັກສາ​ແມ່​ນ້ຳຂອງ​ໄວ້ ຫຼື Save the Mekong Coalition (SMC) ​ໄດ້​ຕັ້ງ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ວ່າ ​ຂັ້ນ​ຕອນດັ່ງກ່າວບໍ່​ພຽງພໍ ​ແລະ
​ໄດ້​ຍົກ​ເລື້ອງ​ນີ້​ຂຶ້ນ​ມາເວົ້າ ​ໃນ​ຈົດໝາຍ​ ທີ່​ຂຽນ​ເຖິງ​ ບັນດານາຍົກລັດຖະມົນຕີຂອງລາວ ກຳປູ​ເຈຍ ​ໄທ ​ແລະ​ຫວຽດນາມ.

ຫວຽດນາມ​ໄດ້​ເອົາ​ທ່າ​ທີ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ພວກ​ ໂຄງການ​ເຫຼົ່າ​ນີ້. ​ໃນ​ເດືອນ​ເມສາ ທີ່​
ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ຜູ້ນຳ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ ຂອງ ຫວຽດນາມ​ໄດ້​ຮຽກຮ້ອງ
​ໃຫ້​ ຫ້າມ​ການ​ກໍ່ສ້າງ​ເຂື່ອນຂຶ້ນ​ໃນ​ລຳ​ແມ່​ນ້ຳຂອງ​ ເປັນ​ເວລາ 10 ປີ.

ສື່​ທີ່​ລັດ​ຄວບ​ຄຸມ​ຢູ່​ໃນ​ຫວຽດນາມ​ ໄດ້​ກ່າວ​ແລ້ວວ່າ ພວກ​ເຂື່ອນຕ່າງໆ​ໃນ​ລຳ​ແມ່​ນ້ຳຂອງ ​ໄດ້​ສົ່ງ​ຜົນ​ກະທົບ​ແລ້ວ ຕໍ່​ການ​ເຮັດ​ໄຮ່​ເຮັດ​ນາ​ ຍ້ອນ​ໄດ້​ລົບ​ກວນເສ້້ນ​ທາງ​ໄຫລ​ຂອງນ້ຳ ​ເຮັດໃຫ້ນ້ຳ​ເຄັມ​ຂຶ້ນ ​ໃຫ້ດິນໄຫລ​ໜີ ຊຶ່ງ​ເປັນ​ດິນທີ່​ມີ​ມຄຸນ​ຄ່າ​ໃນ​ຖານະ​ເປັນປຸຍທຳ​ມະ​ຊາດ ​ທັງ​ເຮັດໃຫ້ເກີດ​ນ້ຳ​ຖ້ວມ ​ແລະ​ສະບຽງ​ປູ​ປາ ​ລົດ​ລົງ.

China Mekong Dam Project Generates Growing Controversy
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ





.

XS
SM
MD
LG