ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະຊາສັງຄົມສາກົນ ຄັດຄ້ານ ຕໍ່ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ


ພາກປະຊາສັງຄົມສາກົນ ພາກັນສະແດງການຄັດຄ້ານ ຕໍ່ໂຄງການ ສ້າງເຂື່ອນ ໄຊຍະບູລີ ໃນລາວ. ອາຄານຫລັງໃຫຍ່ໆ ທີ່ເຫັນຢູ່ໃນພາບ ແມ່ນໂຮງແຮມຫ້າດາວຫລັງໃໝ່ ຢູ່ວຽງຈັນ ແຕ່ຍັງບໍ່ທັນ ໄຂບໍລິການເທື່ອ.
ພາກປະຊາສັງຄົມສາກົນ ພາກັນສະແດງການຄັດຄ້ານ ຕໍ່ໂຄງການ ສ້າງເຂື່ອນ ໄຊຍະບູລີ ໃນລາວ. ອາຄານຫລັງໃຫຍ່ໆ ທີ່ເຫັນຢູ່ໃນພາບ ແມ່ນໂຮງແຮມຫ້າດາວຫລັງໃໝ່ ຢູ່ວຽງຈັນ ແຕ່ຍັງບໍ່ທັນ ໄຂບໍລິການເທື່ອ.
ພາກປະຊາສັງຄົມສາກົນ ໄດ້ຄັດຄ້ານ ບໍລິສັດ ຈາກປະເທດ
ອອສເຕຣເລຍ ທີ່ຕອບສະໜອງດ້ານເຕັກນິກໃຫ້ ໂຄງການເຂື່ອນ
ໄຊຍະບູລີ ໃນລາວ ວ່າ ລະເມີດຈັນຍາບັນ ວ່າດ້ວຍ ການຮັກສາ
ສິ່ງແວດລ້ອມທຳມະຊາດ.
ລິງໂດຍກົງ

ພາກປະຊາສັງຄົມໃນໄທ ກຳປູເຈຍ ຫວຽດນາມ ແລະ ອົງການ
ອະນຸລັກສິ່ງແວດລ້ອມທຳມະຊາດໃນລະດັບສາກົນ ຊຶ່ງປະກອບ
ດ້ວຍ ເຄືອຂ່າຍປະຊາຊົນໄທເພື່ອອະນຸລັກ ແມ່ນ້ຳຂອງ ເຄືອຂ່າຍເພື່ອການຮ່ວມມືໃນການ
ພັດທະນາດ້ານການປະມົງໃນກຳປູເຈຍສູນສຶກສາວິໄຈກົດໝາຍ ແລະນະໂຍບາຍໃນການ
ພັດທະນາຢ່າງຍືນຍົງໃນຫວຽດນາມ ອົງການແມ່ນ້ຳສາກົນ ແລະ ອົງການອະນຸລັກສິ່ງ
ແວດລ້ອມ ໃນປະເທດອອສເຕຣຍ ໄດ້ຮ່ວມກັນຍື່ນ ເອກະສານຮ້ອງຮຽນ ເຖິງສຳນັກ
ງານກາງ ຂອງປະເທດອອສເຕຣຍ ທີ່ນະຄອນ ວຽນນາ ຢ່າງເປັນທາງການ ເມື່ອ
ບໍ່ດົນມານີ້.
ຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດລຸ່ມແມ່ນ້ຳຂອງ
ຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດລຸ່ມແມ່ນ້ຳຂອງ

ໂດຍເນື້ອໃນສຳຄັນ ຂອງການຮ້ອງຮຽນໃນຄັ້ງນີ້ ກໍຄືການກ່າວ
ຫາກຸ່ມບໍລິສັດ Andritz AG ແຫ່ງປະເທດ ອອສເຕຣຍ ຊຶ່ງ
ເປັນຜູ້ຕອບສະໜອງດ້ານເຕັກນິກແລະ ວິສະວະກຳ ໃຫ້ໂຄງການ
ເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງ ໃນລາວນັ້ນ ວ່າ ໄດ້ດຳ
ເນີນທຸລະກິດ ທີ່ເປັນການລະເມີດ ຕໍ່ຫຼັກຈັນຍາບັນ ຂອງອົງການ
ເພື່ອຄວາມຮ່ວມມື ແລະ ການພັດທະນາ ທາງເສດຖະກິດ ລະ
ຫວ່າງປະເທດ (OECD) ທີ່ຢືນຢູ່ບ່ອນຫຼັກການ ສຳຄັນ ທີ່ວ່າ
ການດຳເນີນທຸລະກິດ ຂອງບັນດາ ບໍລິສັດນັ້ນ ຈະຕ້ອງຄຳນຶງ
ເຖິງການປ້ອງກັນຜົນກະທົບ ທີ່ຈະມີຕໍ່ສັງຄົມ ສິດທິມະນຸດຍະຊົນ ແລະສິ່ງແວດລ້ອມທຳມະຊາດ ຢ່າງໜັກແໜ້ນ.

ຫາກແຕ່ສຳຫຼັບໂຄງການເຂື່ອນໄຊຍະບູລີ ທີ່ກໍ່ສ້າງ ຢູ່ເທິງແນວແມ່ນ້ຳຂອງໃນລາວ ຈະ
ບໍ່ພຽງແຕ່ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະສັດນ້ຳສະເພາະຢູ່ໃນລາວ
ເທົ່ານັ້ນ ຫາກຍັງຈະສົ່ງຜົນກະທົບເຖິງ ບັນດາປະເທດທີ່ຢູ່ໃນເຂດຕອນລຸ່ມຂອງແມ່ນ້ຳ
ຂອງດ້ວຍ ເພາະສະນັ້ນ ໃນຖານະທີ່ກຸ່ມບໍລິສັດ Andritz AG ກໍໄດ້ປະກອບສ່ວນໃນ
ໂຄງການດັ່ງກ່າວດ້ວຍ ຈຶ່ງຖືວ່າ ໄດ້ມີການດຳເນີນທຸລະກິດໄປໃນແນວທາງ ທີ່ຂັດຕໍ່
ຫຼັກຈັນຍາບັນ ຂອງອົງການ OECD ໂດຍກົງນັ້ນເອງ.

ໂດຍບັນດາ ເຄື່ອຂ່າຍປະຊາຊົນ ແລະ ອົງການສາກົນ ທີ່ໄດ້ຮ່ວມກັນຍື່ນເອກະສານຮຽກ
ຮ້ອງໃນຄັ້ງນີ້ ຄາດຫວັງວ່າ ຈະມີຜົນເຮັດໃຫ້ ກຸ່ມບໍລິສັດ Andritz AG ທຳການທົບທວນ
ບົດບາດຂອງຕົນ ທີ່ມີຕໍ່ໂຄງການ ເຂື່ອນໄຊຍະບູລີ ໃນລະຍະຕໍ່ໄປ ຫຼືຢ່າງນ້ອຍທີ່ສຸດກໍຂໍ
ໃຫ້ກຸ່ມບໍລິສັດ ດັ່ງກ່າວ ໄດ້ຫັນມາໃຫ້ຄວາມສຳຄັນ ແລະຈັດຕັ້ງປະຕິບັດ ຢ່າງຈິງຈັງໃນ
ການປ້ອງກັນບັນຫາ ຜົນກະທົບທີ່ຈະມີຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ ທີ່ຈະ
ເກີດຈາກການກໍ່ສ້າງ ເຂື່ອນໄຊຍະບູລີ ໃນລະຍະຕໍ່ໄປ.
ພິທີເປີດ ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ ໃນລາວ
ພິທີເປີດ ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ ໃນລາວ

ທາງດ້ານ ທ່ານ ວີຣະພົນ ວີຣະວົງ ລັດຖະມົນຕີຊ່ວຍວ່າການ
ກະຊວງພະລັງງານແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນວ່າ ການ
ກໍ່ສ້າງ ເຂື່ອນໄຊຍະບູລີ ໄດ້ດຳເນີນໄປ ໂດຍການປຶກສາຢ່າງ
ໄກ້ຊິດ ກັບຄະນະ ວິສະວະກອນ ທີ່ມີຄວາມຊ່ຽວຊານ ໃນລະ
ດັບສາກົນ ຊຶ່ງປະກອບດ້ວຍ ນັກວິສະວະກອນ ຂອງບໍລິສັດ
POYRY ແລະ ບໍລິສັດ AF-Consult ຈາກ ສະວິດເຊີແລນດ໌
ກັບບໍລິສັດ CNR ຈາກຝຣັ່ງເສດ ແລະບໍລິສັດ TEAM Group ຈາກປະເທດໄທ ຈຶ່ງສາມາດຮັບປະກັນໄດ້ວ່າ ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ນີ້ ຈະບໍ່ສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ
ທຳມະຊາດ ໃນເຂດຕອນລຸ່ມຢ່າງແນ່ນອນ ດັ່ງທີ່ ທ່ານ ໄດ້ໃຫ້ການຊີ້ແຈງວ່າ:

“ໄຊຍະບູລີ ເປັນຕົ້ນແບບ ໂຄງການສ້າງເຂື່ອນແບບ Run off River ແບບບໍ່
ມີອ່າງວ່າຊີ້ຊະ ອ່າງນ້ອຍໆ ແລ້ວຜົນກະທົບມັນສິນ້ອຍລົງ ເພາະວ່າມັນຕ່ຳ
ເຮັດຄັນໄດປາ ສິຂຶ້ນ ສິລົງງ່າຍ ຂີ້ດິນຕະກອນຕ່າງໆໄຫຼມາ ກະສາມາດລະ
ບາຍໄດ້ ອັນທີສອງ ເວົ້າເລື້ອງຄຸນນະພາບຂອງນ້ຳ ເຂື່ອນໄຊຍະບູລີເຮົາ
ບໍ່ມີບັນຫາເລື້ອງຄຸນນະພາບ ເພາະເຮົາບໍ່ໄດ້ກັກໄວ້ ມັນໄຫຼມາເທົ່າໃດ ເຮົາ
ກະປ່ອຍໄປຈັງຊັ້ນ ທຳມະຊາດມັນຢູ່ຄືເກົ່າ ອັນທີສາມມາ ກະແມ່ນຄວາມ
ປອດໄພ ຂອງເຂື່ອນໃນການກໍ່ສ້າງ ອັນນີ້ເຮົາ ໃຊ້ມາດຕະຖານໂລກ.”


ທ່ານ ວີຣະພົນ ເນັ້ນຢ້ຳວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ນຳໃຊ້ເທັກໂນໂລຈີ ທັນສະ
ໄໝ ລະດັບສຸດຍອດຂອງໂລກ ທັງໃນສ່ວນທີ່ເປັນເຄື່ອງກຳເນີດໄຟຟ້າ ແລະ ລະບົບ ຄວບຄຸມໄຟຟ້າ ທັງຍັງໄດ້ມີການນຳໃຊ້ອຸບປະກອນ ທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ
ດ້ວຍ ເຊັ່ນລະບົບ ປະຕູນ້ຳ ແລະ ລະບົບກັງຫັນທີ່ບໍ່ເປັນອັນຕະລາຍ ຕໍ່ສັດນ້ຳ ເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ບັນຫາສຳຄັນອີກດ້ານໜຶ່ງ ທີ່ບັນດາ ອົງການອະນຸລັກ ສິ່ງແວດລ້ອມ
ທຳມະຊາດ ໃນລະດັບສາກົນ ຕ່າງກໍມີຄວາມກັງວົນໃຈຢ່າງຍິ່ງ ໃນເວລານີ້ ກໍຄືການທີ່
ນັກວິຊາການປະຈຳ ມະຫາວິທະຍາໄລ ຈຸລາລົງກອນຂອງໄທ ໄດ້ອອກມາໃຫ້ຢືນຢັນວ່າ
ໂຄງການເຂື່ອນໄຊຍະບູລີ ມີທີ່ຕັ້ງ ຢູ່ໃນເຂດທີ່ມີຄວາມສ່ຽງສູງ ທີ່ຈະເກີດແຜ່ນດິນໄຫວ ໃນອະນາຄົດ.
XS
SM
MD
LG